ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ26 ພຶດສະພາ ໜ້າ 2-7
  • ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?
  • ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?
  • ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ແມ່ນ​ຫຼັກການ?
  • ຂໍ​ໃຫ້​ຕັ້ງໃຈ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ
  • ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ຄື​ແນວ​ໃດ?
    ຂ່າວດີຈາກພະເຈົ້າ!
  • ໃຊ້ຫຼັກການໃນຄຳພີໄບເບິນເພື່ອຊ່ວຍລູກໃຫ້ປະສົບຄວາມສຳເລັດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
ຫ26 ພຶດສະພາ ໜ້າ 2-7

ວັນ​ທີ 6-12 ກໍລະກົດ 2026

ເພງ​ທີ 98 ພະຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນໃຈ​ຈາກ​ພະເຈົ້າ

ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?

“ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ທີ່​ໄດ້​ຝຶກ​ໃຊ້​ຄວາມ​ຄິດ​ຈົນ​ແຍກ​ອອກ​ໄດ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.”—ຮຣ. 5:14

ຈຸດ​ສຳຄັນ

ຫຼັກການ​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ຕອນ​ທີ່​ເຮົາ​ອ່ານ​ຄຳພີ​ໄບເບິນ.

1-2. (ກ) ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ປຶ້ມ​ທີ່​ເກົ່າ​ແກ່? (ຂ) ເປັນ​ຫຍັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ຍັງ​ໃຊ້​ໄດ້​ໃນ​ທຸກ​ມື້​ນີ້?

ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ເກົ່າ​ແກ່​ຫົວ​ໜຶ່ງ ເຊິ່ງ​ເລີ່ມ​ຂຽນ​ເມື່ອ​ປະມານ 3.500 ປີ​ກ່ອນ​ແລະ​ຂຽນ​ແລ້ວ​ປະມານ 2.000 ປີ​ກ່ອນ. ແຕ່ “ຖ້ອຍຄຳ​ຂອງ​ພະເຈົ້າ” ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ຍັງ​ມີ​ຊີວິດ​ແລະ​ມີ​ພະລັງ​ຫຼາຍ​ໃນ​ທຸກ​ມື້​ນີ້. (ຮຣ. 4:12; 2ຕມ. 3:16, 17) ຫຼາຍ​ລ້ານ​ຄົນ​ໃນ​ທຸກ​ມື້​ນີ້​ເຫັນ​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ເຂົາເຈົ້າ​ໃຫ້​ຕັດສິນໃຈ​ໄດ້​ດີ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້.

2 ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຄຳ​ແນະນຳ​ໃນ​ປຶ້ມ​ເກົ່າ​ແກ່​ຫົວ​ນີ້​ຍັງ​ໃຊ້​ໄດ້​ໃນ​ທຸກ​ມື້​ນີ້? ມີ 2 ເຫດຜົນ​ຫຼັກ. ເຫດຜົນ​ທຳອິດ ສິ່ງ​ທີ່​ຂຽນ​ໃນ​ຄຳພີ​ໄບເບິນ​ມາ​ຈາກ “ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່” ເຊິ່ງ​ເປັນ​ຜູ້​ສ້າງ​ທີ່​ສະຫຼາດ​ຮອບ​ດ້ານ. (1ຕມ. 4:10; ຣມ. 16:26, 27) ເຫດຜົນ​ທີ​ສອງ ຄຳພີ​ໄບເບິນ​ມີ​ຫຼັກການ​ທີ່​ໃຊ້​ໄດ້​ຕະຫຼອດ. ຍ້ອນ​ແນວ​ນີ້ ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ປະໂຫຍດ​ກັບ​ຫຼາຍ​ຄົນ​ບໍ່​ວ່າ​ເຂົາເຈົ້າ​ຈະ​ຢູ່​ໃນ​ສະໄໝ​ໃດ​ຫຼື​ເຈິ​ກັບ​ບັນຫາ​ແບບ​ໃດ.

3. ເຮົາ​ຈະ​ຕອບ​ຄຳ​ຖາມ​ຫຍັງ​ແດ່​ໃນ​ບົດ​ນີ້?

3 ໃນ​ບົດ​ນີ້​ເຮົາ​ຈະ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້: ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ? ເປັນ​ຫຍັງ​ຫຼັກການ​ເຫຼົ່າ​ນີ້​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ເຮົາ​ໃນ​ທຸກ​ມື້​ນີ້? ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ຕອນ​ທີ່​ເຮົາ​ອ່ານ​ຄຳພີ​ໄບເບິນ? ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ຄຳສອນ​ຂອງ​ພະ​ເຢຊູ​ເນັ້ນ​ເຖິງ​ຫຼັກການ​ທີ່​ສຳຄັນ​ຫຍັງ​ແດ່.

ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?

4. ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?

4 ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຄວາມ​ຈິງ​ພື້ນຖານ ເຊິ່ງ​ກົດໝາຍ​ຂອງ​ພະເຈົ້າ​ກໍ​ມາ​ຈາກ​ຫຼັກການ​ໃນ​ຄຳພີ​ໄບເບິນ. ບາງ​ເທື່ອ​ເຮົາ​ອາດ​ເຫັນ​ຫຼັກການ​ໄດ້​ແຈ້ງ​ໃນ​ກົດໝາຍ​ບາງ​ຂໍ້. (ມທ. 22:37) ແຕ່​ຫຼັກການ​ເໜືອ​ກວ່າ​ກົດໝາຍ. ກົດໝາຍ​ອາດ​ມີ​ຂອບເຂດ​ຈຳກັດ​ໃນ​ການ​ນຳ​ໃຊ້. ກົດໝາຍ​ອາດ​ຈະ​ໃຊ້​ໄດ້​ກັບ​ຍຸກ​ສະໄໝ​ໃດ​ໜຶ່ງ ຫຼື​ສະຖານະການ​ໃດ​ໜຶ່ງ​ເທົ່າ​ນັ້ນ. ແຕ່​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ໃນ​ແງ່​ມຸມ​ທີ່​ກວ້າງ​ກວ່າ. ເຮົາ​ອາດ​ເວົ້າ​ໄດ້​ວ່າ​ຫຼັກການ​ເປັນ​ເຫດຜົນ​ທີ່​ຢູ່​ເບື້ອງ​ຫຼັງ​ໃນ​ການ​ຕັ້ງ​ກົດໝາຍ. ກົດໝາຍ​ຂອງ​ພະ​ເຢໂຫວາ​ທຸກ​ຂໍ້​ມີ​ເຫດຜົນ​ຮອງ​ຮັບ​ສະເໝີ. ຫຼັກການ​ສາມາດ​ໃຊ້​ກັບ​ຫຼາຍ​ສະຖານະການ​ທີ່​ແຕກຕ່າງ​ກັນ​ແລະ​ໃຊ້​ໄດ້​ຕະຫຼອດ​ບໍ່​ວ່າ​ເວລາ​ຈະ​ຜ່ານ​ໄປ​ດົນ​ສ່ຳ​ໃດ. (ພສ. 119:111) ກົດໝາຍ​ອາດ​ຕ້ອງ​ມີ​ການ​ປ່ຽນແປງ​ຖ້າ​ຈຳເປັນ ແຕ່​ຫຼັກການ​ຈະ​ໃຊ້​ໄດ້​ຕະຫຼອດ​ແລະ​ບໍ່​ຫຼ້າ​ສະໄໝ.—ອຊຢ. 40:8

5. ກົດໝາຍ​ແລະ​ຫຼັກການ​ແຕກຕ່າງ​ກັນ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ (ເບິ່ງ​ຮູບ​ນຳ)

5 ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ແຕກຕ່າງ​ລະຫວ່າງ​ກົດໝາຍ​ແລະ​ຫຼັກການ​ໄດ້​ດີ​ຂຶ້ນ ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ນີ້. ແມ່​ຄົນ​ໜຶ່ງ​ອາດ​ບອກ​ລູກ​ທີ່​ຍັງ​ນ້ອຍ​ວ່າ: ‘ຫ້າມ​ຈັບ​ເຕົາ​ໄຟ​ເດີ້!’ ນີ້​ເປັນ​ກົດ​ຫຼື​ຄຳ​ສັ່ງ. ແຕ່​ຫຼັກການ​ຫຼື​ເຫດຜົນ​ທີ່​ແຝງ​ຢູ່​ເບື້ອງ​ຫຼັງ​ຂອງ​ກົດ​ນັ້ນ​ແມ່ນ​ບໍ່​ໃຫ້​ຈັບ​ອັນ​ໃດ​ທີ່​ມັນ​ຮ້ອນ. ຄັນບໍ່ຊັ້ນ ລາວ​ຈະ​ບາດເຈັບ. ຫຼັກການ​ນີ້​ບໍ່​ໄດ້​ໃຊ້​ແຕ່​ກັບ​ເຕົາ​ໄຟ​ເທົ່າ​ນັ້ນ ແຕ່​ມັນ​ໃຊ້​ໄດ້​ກັບ​ເຕົາ​ລີດ ໝໍ້​ຕົ້ມ​ນ້ຳ ຫຼື​ອັນ​ໃດ​ກໍ​ຕາມ​ທີ່​ມັນ​ຮ້ອນ​ເຊິ່ງ​ເຮັດ​ໃຫ້​ບາດເຈັບ​ໄດ້. ຫຼັກການ​ນີ້​ບໍ່​ໄດ້​ໃຊ້​ແຕ່​ຢູ່​ໃນ​ເຮືອນ​ເທົ່າ​ນັ້ນ ແຕ່​ໃຊ້​ໄດ້​ກັບ​ທຸກ​ບ່ອນ. ແນ່ນອນ​ວ່າ​ເມື່ອ​ລູກ​ໃຫຍ່​ຂຶ້ນ​ລາວ​ອາດ​ຈະ​ຕ້ອງ​ໃຊ້​ເຕົາ​ໄຟ ແຕ່​ລາວ​ຍັງ​ຕ້ອງ​ໃຊ້​ຢ່າງ​ລະມັດລະວັງ​ເພື່ອ​ຈະ​ບໍ່​ໃຫ້​ໂຕເອງ​ບາດເຈັບ. ສະນັ້ນ ກົດ​ອາດ​ປ່ຽນແປງ​ໄດ້ ແຕ່​ວ່າ​ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດ​ນັ້ນ​ບໍ່​ປ່ຽນແປງ.

ຮູບ: ແມ່​ກັບ​ລູກ​ຊາຍ​ກຳລັງ​ເຮັດ​ແນວ​ກິນ​ນຳ​ກັນ​ຢູ່​ໃນ​ເຮືອນ​ຄົວ. ຮູບ​ທີ 1. ແມ່​ບອກ​ລູກ​ຊາຍ​ທີ່​ຍັງ​ນ້ອຍ​ບໍ່​ໃຫ້​ຈັບ​ເຕົາ​ໄຟ​ທີ່​ຮ້ອນໆ​ຕອນ​ທີ່​ແມ່​ເຮັດ​ກິນ. ຮູບ​ທີ 2. ຫຼາຍ​ປີ​ຕໍ່​ມາ ແມ່​ກັບ​ລູກ​ຊາຍ​ກຽມ​ອາຫານ​ນຳ​ກັນ ໃນ​ຂະນະ​ທີ່​ລູກ​ຊາຍ​ກຳລັງ​ໃຊ້​ເຕົາ​ໄຟ​ເຮັດ​ກິນ.

ກົດໝາຍ​ອາດ​ຈະ​ປ່ຽນ ແຕ່​ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ນັ້ນ​ບໍ່​ປ່ຽນແປງ (ເບິ່ງ​ຂໍ້ 5)


ເປັນ​ຫຍັງ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ສຳຄັນ?

6. (ກ) ພະ​ເຢໂຫວາ​ໃຫ້​ມີ​ຫຍັງ​ໃນ​ຄຳພີ​ໄບເບິນ? (ຂ) ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ແນວ​ໃດ?

6 ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ໃຫ້​ກົດໝາຍ​ກັບ​ເຮົາ​ເຊິ່ງ​ເປັນ​ຄຳ​ແນະນຳ​ທີ່​ສະເພາະ​ເຈາະຈົງ​ເພື່ອ​ຊ່ວຍ​ເຮົາ​ແລະ​ຄົນ​ອື່ນ​ໃຫ້​ຫຼີກລ່ຽງ​ຈາກ​ອັນຕະລາຍ​ໄດ້. (ຢກບ. 2:11) ນອກ​ຈາກ​ນັ້ນ ເພິ່ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຫຼັກການ​ຫຼື​ເຫດຜົນ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ເຫຼົ່າ​ນັ້ນ. ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ກົດໝາຍ​ກັບ​ເຮົາ​ໃນ​ທຸກ​ສະຖານະການ ແຕ່​ເພິ່ນ​ໃຫ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ບໍ່​ມີ​ກົດໝາຍ​ບອກ​ໄວ້​ຢ່າງ​ຊັດເຈນ​ກໍ​ຕາມ. ການ​ທີ່​ພະ​ເຢໂຫວາ​ໃຫ້​ມີ​ຫຼັກການ​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ໃຫ້​ກຽດ​ເຮົາ​ແລະ​ໃຫ້​ເຮົາ​ມີ​ອິດສະຫຼະ​ໃນ​ການ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເພິ່ນ​ແລະ​ຮັກ​ມາດຕະຖານ​ຂອງ​ເພິ່ນ.—ຄລຕ. 5:13

7. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ. (ເບິ່ງ​ຮູບ​ນຳ)

7 ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຕໍ່​ໄປ​ນີ້: ໃນ​ບາງ​ປະເທດ​ຈະ​ມີ​ປ້າຍ​ຈະລາຈອນ​ຢູ່​ຈຸດ​ຕ່າງໆ​ຕາມ​ຫົນທາງ. ປ້າຍ​ເຫຼົ່າ​ນັ້ນ​ບາງ​ອັນ​ກໍ​ເປັນ​ຄຳ​ສັ່ງ​ຫຼື​ເປັນ​ກົດ​ເຊິ່ງ​ຖ້າ​ຜູ້​ໃດ​ບໍ່​ເຮັດ​ຕາມ​ຈະ​ຕ້ອງ​ຖືກ​ປັບ​ໄໝ ເຊັ່ນ: ປ້າຍ​ຈຳກັດ​ຄວາມ​ໄວ ຫຼື​ປ້າຍ​ຫ້າມ​ຈອດ. ແຕ່​ກໍ​ມີ​ປ້າຍ​ຈະລາຈອນ​ບາງ​ອັນ​ທີ່​ເຕືອນ​ຄົນ​ຂັບ​ໃຫ້​ຮູ້​ອັນຕະລາຍ ເຊັ່ນ: ປ້າຍ​ທີ່​ເຕືອນ​ວ່າ​ໂຄ້ງ​ອັນຕະລາຍ ຫຼື​ປ້າຍ​ໃຫ້​ລະວັງ​ຄົນ​ຍ່າງ​ຂ້າມ​ທາງ. ເມື່ອ​ຄົນ​ຂັບ​ລົດ​ທີ່​ມີ​ປະສົບການ​ເຫັນ​ປ້າຍ​ເຕືອນ​ເຫຼົ່າ​ນີ້ ລາວ​ຕ້ອງ​ມີ​ສະຕິ​ແລະ​ຂັບ​ລົດ​ຢ່າງ​ລະມັດລະວັງ​ເພື່ອ​ຫຼີກລ່ຽງ​ອຸບັດຕິເຫດ. ນອກ​ຈາກ​ນັ້ນ ໃນ​ຕອນ​ທີ່​ຝົນ​ຕົກ​ຫຼື​ມີ​ໝອກ ຄົນ​ຂັບ​ແຮ່ງ​ຕ້ອງ​ລະມັດລະວັງ​ຫຼາຍ​ຂຶ້ນ​ອີກ​ແລະ​ຂັບ​ຊ້າ​ລົງ. ຄ້າຍຄື​ກັນ ຄຳພີ​ໄບເບິນ​ມີ​ກົດໝາຍ​ທີ່​ບອກ​ວ່າ​ອັນ​ໃດ​ທີ່​ເຮົາ​ເຮັດ​ໄດ້​ແລະ​ອັນ​ໃດ​ທີ່​ເຮັດ​ບໍ່​ໄດ້ ແຕ່​ຄຳພີ​ໄບເບິນ​ກໍ​ຍັງ​ມີ​ຫຼັກການ​ນຳ. ເຖິງ​ວ່າ​ຫຼັກການ​ເຫຼົ່າ​ນີ້​ບໍ່​ແມ່ນ​ກົດໝາຍ​ທີ່​ສະເພາະ​ເຈາະຈົງ ແຕ່​ເມື່ອ​ເຮົາ​ເຮັດ​ຕາມ ເຮົາ​ກໍ​ຈະ​ສາມາດ​ຫຼີກລ່ຽງ​ທີ່​ຈະ​ບໍ່​ຄິດ​ຫຼື​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍໃຈ. ຍ້ອນ​ແນວ​ນີ້ ຫຼັກການ​ຈຶ່ງ​ມີ​ຄວາມ​ສຳຄັນ​ຫຼາຍ.

ລົດ​ຄັນ​ໜຶ່ງ​ກຳລັງ​ແລ່ນ​ຢູ່​ທາງ​ພູ​ທີ່​ຄົດ​ລ້ຽວ​ໃນ​ຕອນ​ກາງຄືນ. ໄຟ​ໜ້າ​ລົດ​ແຍງ​ເຫັນ​ປ້າຍ​ເຕືອນ​ຕ່າງໆ.

ຄື​ກັບ​ປ້າຍ​ຈະລາຈອນ​ຕ່າງໆ​ທີ່​ຢູ່​ຕາມ​ຫົນທາງ​ຊ່ວຍ​ເຕືອນ​ຄົນ​ຂັບ​ໃຫ້​ຮູ້​ອັນຕະລາຍ​ທີ່​ອາດ​ຈະ​ເກີດຂຶ້ນ ຫຼັກການ​ໃນ​ຄຳພີ​ໄບເບິນ​ກໍ​ຊ່ວຍ​ເຮົາ​ໃນ​ແບບ​ດຽວ​ກັນ (ເບິ່ງ​ຂໍ້ 7)


8. ຕາມ​ໂຣມ 12:1, 2 ການ​ຊອກ​ຫາ​ຫຼັກການ​ຈາກ​ເລື່ອງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ຝຶກ​ເຮົາ​ໃນ​ເລື່ອງ​ໃດ?

8 ຍັງ​ມີ​ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ຈາກ​ການ​ຊອກ​ຫາ​ຫຼັກການ​ໃນ​ຄຳພີ​ໄບເບິນ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ ເຊັ່ນ: ມັນ​ຊ່ວຍ​ຝຶກ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ເມື່ອ​ເຮົາ​ອ່ານ​ເລື່ອງ​ຕ່າງໆ​ໃນ​ຄຳພີ​ໄບເບິນ ໃຫ້​ພະຍາຍາມ​ຊອກ​ຫາ​ບົດ​ຮຽນ​ທີ່​ຈະ​ເອົາ​ໄປ​ໃຊ້​ໄດ້. ໃຫ້​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ຂຽນ​ເລື່ອງ​ນັ້ນ​ໄວ້​ໃນ​ຄຳພີ​ໄບເບິນ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ເລື່ອງ​ເຫຼົ່າ​ນັ້ນ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຄິດ​ແລະ​ເຂົ້າໃຈ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ພໍໃຈ ແລະ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ຈົນ​ໝັ້ນໃຈ​ວ່າ ‘ອັນ​ໃດ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ພວກ​ເຮົາ​ເຮັດ ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ເພິ່ນ​ພໍໃຈ.’—ອ່ານ​ໂຣມ 12:1, 2.a

9. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ​ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ? (ເຮັບເຣີ 5:13, 14)

9 ການ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ. ເມື່ອ​ເຮົາ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ອ່ານ​ເຮັບເຣີ 5:13, 14) ປົກກະຕິ​ແລ້ວ​ພໍ່​ແມ່​ຈະ​ຕັ້ງ​ກົດ​ຫຼາຍ​ຂໍ້​ໃຫ້​ລູກ​ທີ່​ຍັງ​ນ້ອຍ ເພື່ອ​ເຂົາເຈົ້າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຫຼີກລ່ຽງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຜິດ. ລູກ​ອາດ​ເຊື່ອຟັງ​ຍ້ອນ​ເຂົາເຈົ້າ​ຢ້ານ​ຖືກ​ລົງໂທດ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ກັບ​ເຮົາ​ຄື​ກັບ​ວ່າ​ເຮົາ​ເປັນ​ເດັກນ້ອຍ ເພິ່ນ​ເບິ່ງ​ວ່າ​ເຮົາ​ເປັນ​ຜູ້​ໃຫຍ່​ແລ້ວ. ເພິ່ນ​ໝັ້ນໃຈ​ວ່າ​ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ​ແລະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ​ຫຼາຍ.—ພສ. 147:11; ສພສ. 23:15, 26; 27:11

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ແມ່ນ​ຫຼັກການ?

10. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັນ​ໃດ​ແມ່ນ​ຫຼັກການ?

10 ຕອນ​ທີ່​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ພະຍາຍາມ​ຊອກ​ຫາ​ບົດ​ຮຽນ​ຈາກ​ສິ່ງ​ທີ່​ອ່ານ ເຮົາ​ຈະ​ເຫັນ​ຫຼັກການ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນັ້ນ. ນອກ​ຈາກ​ນັ້ນ ເຮົາ​ຈະ​ຮູ້​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ຖ້າ​ເຮົາ​ພະຍາຍາມ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຕັ້ງ​ກົດໝາຍ​ນັ້ນ. ແຮ່ງ​ເຮົາ​ເຂົ້າໃຈ​ເຫດຜົນ ເຮົາ​ກໍ​ແຮ່ງ​ຈະ​ເຂົ້າໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແຕ່​ເພື່ອ​ເຮົາ​ຈະ​ເຂົ້າໃຈ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ ເຮົາ​ຕ້ອງ​ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ແລະ​ເຮົາ​ເອງ​ກໍ​ຕ້ອງ​ປັບປຸງ​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ຂອງ​ເຮົາ. (ສພສ. 2:10-12) ເຮົາ​ອາດ​ຖາມ​ໂຕເອງ​ວ່າ: ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ກົດໝາຍ​ນີ້? ຖ້າ​ພະ​ເຢໂຫວາ​ບໍ່​ມັກ​ການ​ປະພຶດ​ແບບ​ນີ້ ແລ້ວ​ເພິ່ນ​ຈະ​ຮູ້ສຶກ​ແນວ​ໃດ​ກັບ​ການ​ປະພຶດ​ທີ່​ຄ້າຍໆ​ກັນ? ຂ້ອຍ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້​ໃນ​ຄຳພີ​ໄບເບິນ​ແລະ​ຂ້ອຍ​ຈະ​ເອົາ​ມາ​ໃຊ້​ໃນ​ຊີວິດ​ໄດ້​ແນວ​ໃດ?’ ເມື່ອ​ເຮົາ​ເຂົ້າໃຈ​ເຫດຜົນ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ແລະ​ໄດ້​ບົດ​ຮຽນ​ຈາກ​ເລື່ອງ​ທີ່​ອ່ານ​ໃນ​ຄຳພີ​ໄບເບິນ ເຮົາ​ກໍ​ຈະ​ຕັດສິນໃຈ​ໄດ້​ດີ​ໃນ​ຊີວິດ ເຊິ່ງ​ເປັນ​ການ​ຕັດສິນໃຈ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ.

11. ໃນ​ຄຳ​ບັນລະຍາຍ​ເທິງ​ພູ ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຮູ້​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ? (ເບິ່ງ​ຮູບ​ນຳ)

11 ໃນ​ຄຳ​ບັນລະຍາຍ​ເທິງ​ພູ ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ໃຫ້​ເຮົາ​ມາ​ເບິ່ງ 3 ເລື່ອງ​ທີ່​ພະ​ເຢຊູ​ເວົ້າ​ເຖິງ ເຊິ່ງ​ແຕ່​ລະ​ເລື່ອງ​ເພິ່ນ​ຈະ​ເວົ້າ​ເຖິງ​ກົດໝາຍ​ກ່ອນ. ຈາກ​ນັ້ນ​ກໍ​ເວົ້າ​ເຖິງ​ເຫດຜົນ​ຫຼື​ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ນັ້ນ. ຖ້າ​ເຮົາ​ຄິດ​ຕຶກຕອງ​ສິ່ງ​ທີ່​ພະ​ເຢຊູ​ສອນ ເຮົາ​ຈະ​ກໍ​ເຫັນ​ວ່າ​ເຮົາ​ຈະ​ເອົາ​ຫຼັກການ​ເຫຼົ່າ​ນັ້ນ​ມາ​ໃຊ້​ໃນ​ທຸກ​ມື້​ນີ້​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ປະໂຫຍດ​ແນວ​ໃດ​ຈາກ​ຫຼັກການ​ເຫຼົ່າ​ນັ້ນ.

ພະ​ເຢຊູ​ນັ່ງ​ຢູ່​ກ້ອງ​ຕົ້ນໄມ້ ແລະ​ສອນ​ພວກ​ລູກສິດ​ກຸ່ມ​ໜຶ່ງ.

ໃນ​ຄຳ​ບັນລະຍາຍ​ເທິງ​ພູ ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ອັນ​ໃດ​ແມ່ນ​ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ກົດໝາຍ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 11)


12. ຕາມ​ມັດທາຍ 5:21, 22 ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? (ເບິ່ງ​ຮູບ​ນຳ)

12 ອ່ານ​ມັດທາຍ 5:21, 22. “ຫ້າມ​ຂ້າ​ຄົນ” ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ຊັງ​ຄົນ​ອື່ນ. ເພິ່ນ​ບໍ່​ຢາກ​ໃຫ້​ເຮົາ​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ ຫຼື​ແມ່ນ​ແຕ່​ຄິດ​ບໍ່​ດີ​ຕໍ່​ເຂົາເຈົ້າ​ເພິ່ນ​ກໍ​ບໍ່​ຢາກ​ໃຫ້​ຄິດ. ພະ​ເຢຊູ​ບອກ​ວ່າ​ເຖິງ​ວ່າ​ເຮົາ​ບໍ່​ໄດ້​ລົງມື​ຂ້າ​ຄົນ ແຕ່​ຖ້າ​ເຮົາ​ຊັງ​ພີ່ນ້ອງ ເຮົາ​ກໍ​ບໍ່​ໄດ້​ເຊື່ອຟັງ​ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້. ຖ້າ​ຜູ້​ໃດ “ໃຈ​ຮ້າຍ​ໃຫ້​ຄົນ​ອື່ນ​ບໍ່​ເຊົາ” ຫຼື​ເວົ້າ​ບໍ່​ດີ​ໃຫ້​ຄົນ​ອື່ນ ລາວ​ຈະ​ຕ້ອງ “ຖືກ​ສານ​ຕັດສິນ” ຍ້ອນ​ຄວາມ​ໃຈ​ຮ້າຍ​ແລະ​ການ​ກະທຳ​ທີ່​ບໍ່​ດີ​ເປັນ​ສາເຫດ​ເຮັດ​ໃຫ້​ລົງມື​ຂ້າ​ຄົນ.—1ຢຮ. 3:15

13. ເຮົາ​ຈະ​ໃຊ້​ຫຼັກການ​ໃນ​ມັດທາຍ 5:21, 22 ໃນ​ຊີວິດ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

13 ເຮົາ​ຈະ​ໃຊ້​ຫຼັກການ​ທີ່​ຢູ່​ມັດທາຍ 5:21, 22 ແນວ​ໃດ​ໃນ​ທຸກ​ມື້​ນີ້? ເຮົາ​ບໍ່​ຄວນ​ເກັບ​ຄວາມ​ໃຈ​ຮ້າຍ​ຫຼື​ຄວາມ​ຄຽດແຄ້ນ​ໄວ້. (ລລວ. 19:18; ໂຢບ 36:13) ຍ້ອນຫຍັງ? ຍ້ອນ​ຄວາມ​ຮູ້ສຶກ​ເຫຼົ່າ​ນີ້​ຈະ​ກະຕຸ້ນ​ໃຈ​ເຮົາ​ໃຫ້​ມີ​ຄວາມ​ກຽດຊັງ​ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເວົ້າ​ຫຼື​ເຮັດ​ຫຍັງ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ເສຍໃຈ. (ສພສ. 10:12) ນີ້​ລວມ​ເຖິງ​ການ​ເວົ້າ​ຂວັນ​ແລະ​ການ​ເວົ້າ​ໃສ່​ຮ້າຍ​ເຊິ່ງ​ເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊື່​ສຽງ. (ສພສ. 20:19; 25:23) ແມ່ນ​ແຕ່​ກ່ອນ​ທີ່​ຈະ​ມີ​ອິນເຕີເນັດ ສື່​ສັງຄົມ​ອອນລາຍ ຫຼື​ແອັບ​ສົ່ງ​ຂໍ້​ຄວາມ ພະ​ເຢຊູ​ກໍ​ໄດ້​ໃຫ້​ຫຼັກການ​ເພື່ອ​ເຕືອນ​ຄລິດສະຕຽນ​ໃຫ້​ລະວັງ​ອັນຕະລາຍ​ຈາກ​ການ​ໃຊ້​ສິ່ງ​ເຫຼົ່າ​ນີ້. ສະນັ້ນ ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ ເຮົາ​ຕ້ອງ​ບໍ່​ໃຊ້​ຄຳເວົ້າ​ທີ່​ສະແດງ​ເຖິງ​ຄວາມ​ກຽດຊັງ​ເຊິ່ງ​ອາດ​ທຳລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ.

ຮູບ: ຮູບ​ທີ 1. ຂໍ້​ຄວາມ​ທີ່​ເປັນ​ກົດໝາຍ​ໃນ​ຄຳພີ​ໄບເບິນ: “ຫ້າມ​ຂ້າ​ຄົນ.” 2. ພີ່ນ້ອງ​ຍິງ​ສອງ​ຄົນ​ກຳລັງ​ເວົ້າ​ຂວັນ​ຄົນ​ອື່ນ ແລະ​ມີ​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ຕອນ​ທີ່​ຟັງ​ເຂົາເຈົ້າ​ເວົ້າ.

(ເບິ່ງ​ຂໍ້ 12-13)


14. ຕາມ​ມັດທາຍ 5:27, 28 ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? (ເບິ່ງ​ຮູບ​ນຳ)

14 ອ່ານ​ມັດທາຍ 5:27, 28. “ຫ້າມ​ຫຼິ້ນຊູ້.” ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຊັງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເທົ່າ​ນັ້ນ ແຕ່​ເພິ່ນ​ຍັງ​ຊັງ​ຄວາມ​ຄິດ​ທີ່​ພາ​ໃຫ້​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ນຳ. ພະ​ເຢຊູ​ບອກ​ວ່າ ຖ້າ​ຜູ້​ຊາຍ​ທີ່​ແຕ່ງດອງ​ແລ້ວ​ແນມ​ເບິ່ງ​ຜູ້​ຍິງ​ທີ່​ບໍ່​ແມ່ນ​ເມຍ​ຂອງ​ໂຕເອງ​ຈົນ​ເກີດ​ຄວາມ​ຕ້ອງການ​ທາງ​ເພດ ລາວ​ກໍ​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ​ແລ້ວ. ສະນັ້ນ ເມື່ອ​ເຮົາ​ມີ​ຄວາມ​ຄິດ​ທີ່​ຜິດ​ສິນລະທຳ​ທາງ​ເພດ​ໂຜ່​ຂຶ້ນ​ມາ​ໃນ​ຄວາມ​ຄິດ ເຮົາ​ຕ້ອງ​ຟ້າວ​ກຳຈັດ​ມັນ​ທັນທີ​ເຖິງ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ. (ມທ. 5:29, 30) ຫຼັກການ​ນີ້​ຍັງ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທີ່​ເປັນ​ໂສດ​ນຳ.

15. ເຮົາ​ຈະ​ໃຊ້​ຫຼັກການ​ໃນ​ມັດທາຍ 5:27, 28 ແນວ​ໃດ​ໃນ​ທຸກ​ມື້​ນີ້? (ເບິ່ງ​ຮູບ​ນຳ)

15 ເຮົາ​ຈະ​ໃຊ້​ຫຼັກການ​ທີ່​ຢູ່​ມັດທາຍ 5:27, 28 ແນວ​ໃດ​ໃນ​ທຸກ​ມື້​ນີ້? ເຮົາ​ຕ້ອງ​ບໍ່​ຄິດ​ເຖິງ​ແຕ່​ເລື່ອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (2ຊມ. 11:2-4; ໂຢບ 31:1-3) ແນ່ນອນ​ວ່າ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ສື່​ລາມົກ​ທຸກ​ຮູບ​ແບບ. ລາວ​ຈະ​ບໍ່​ຫາ​ເຫດຜົນ​ແບບ​ຜິດໆ​ວ່າ​ມີ​ແຕ່​ເບິ່ງ​ຊື່ໆ​ບໍ່​ໄດ້​ລົງມື​ເຮັດ ມັນ​ຊິ​ຜິດ​ຫຍັງ. ລາວ​ຈະ​ບໍ່​ພະຍາຍາມ​ຫາ​ຂໍ້​ອ້າງ​ວ່າ​ສິ່ງ​ທີ່​ເບິ່ງ​ບໍ່​ແມ່ນ​ສື່​ລາມົກ​ທີ່​ໜ້າ​ລັງກຽດ​ຫຍັງ​ເລີຍ ແຕ່​ເປັນ​ຮູບ​ພາບ​ຍົ້ວຍວນ​ໜ້ອຍ​ໜຶ່ງ​ຊື່ໆ​ເຊິ່ງ​ບາງ​ຄົນ​ກໍ​ຖື​ວ່າ​ມັນ​ເປັນ​ເລື່ອງ​ທຳມະດາ ບໍ່​ມີ​ພິດ​ມີ​ໄພ​ຫຍັງ. ໃນ​ສະໄໝ​ຂອງ​ພະ​ເຢຊູ​ຍັງ​ບໍ່​ມີ​ອຸປະກອນ​ເອເລັກໂຕຣນິກ ໜັງ ຫຼື ຮູບ​ພາບ​ຕ່າງໆ​ເທື່ອ ແຕ່​ພະ​ເຢຊູ​ກໍ​ໃຫ້​ຫຼັກການ​ເພື່ອ​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ສື່​ລາມົກ​ທີ່​ຢູ່​ໃນ​ອຸປະກອນ​ທີ່​ທັນ​ສະໄໝ​ເຫຼົ່າ​ນີ້. ຫຼັກການ​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຊັງ​ສິ່ງ​ທີ່​ຄົນ​ໃນ​ທຸກ​ມື້​ນີ້​ເຮັດ ເຊັ່ນ: ການ​ສົ່ງ​ສື່​ລາມົກ​ໃຫ້​ຄົນ​ອື່ນ​ທາງ​ໂທລະສັບ ບໍ່​ວ່າ​ຈະ​ເປັນ​ຮູບ ວິດີໂອ ຂໍ້​ຄວາມ ຫຼື​ການ​ລົມ​ກັນ​ທາງ​ໂທລະສັບ​ກ່ຽວກັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ການ​ຍຶດ​ໝັ້ນ​ໃນ​ຫຼັກການ​ນີ້​ຈະ​ຊ່ວຍ​ຄົນ​ທີ່​ແຕ່ງດອງ​ແລ້ວ​ບໍ່​ໃຫ້​ນອກ​ໃຈ​ຄູ່​ຂອງ​ໂຕເອງ. (ມລກ. 2:15) ນອກ​ຈາກ​ນັ້ນ ຫຼັກການ​ນີ້​ຍັງ​ຊ່ວຍ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຄົນ​ໂສດ​ຫຼື​ແຕ່ງດອງ​ແລ້ວ​ບໍ່​ໃຫ້​ເຮັດ​ອັນ​ໃດ​ກໍ​ຕາມ​ທີ່​ອາດ​ພາ​ໄປ​ສູ່​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.—ສພສ. 5:3-14

ຮູບ: ຮູບ​ທີ 1. ຂໍ້​ຄວາມ​ທີ່​ເປັນ​ກົດໝາຍ​ໃນ​ຄຳພີ​ໄບເບິນ: “ຫ້າມ​ຫຼິ້ນຊູ້.” ຮູບ​ທີ 2. ພີ່ນ້ອງ​ຊາຍ​ລຶບ​ແອັບ​ສື່​ສັງຄົມ​ອອນລາຍ​ອອກ​ຈາກ​ໂທລະສັບ​ຂອງ​ລາວ.

(ເບິ່ງ​ຂໍ້ 14-15)


16. ຕາມ​ມັດທາຍ 5:43, 44 ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? (ເບິ່ງ​ຮູບ​ນຳ)

16 ອ່ານ​ມັດທາຍ 5:43, 44. “ເຈົ້າ​ຕ້ອງ​ຮັກ​ເພື່ອນ​ບ້ານ.” ຫຼັກການ​ທີ່​ຢູ່​ເບື້ອງ​ຫຼັງ​ຂອງ​ກົດໝາຍ​ຂໍ້​ນີ້​ແມ່ນ​ຫຍັງ? ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເບິ່ງ​ທຸກ​ຄົນ​ວ່າ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ. ຄົນ​ຢິວ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ຕີ​ຄວາມ​ໝາຍ​ຂອງ​ກົດໝາຍ​ຂໍ້​ນີ້​ໄປ​ໃນ​ທາງ​ທີ່​ຜິດ​ໂດຍ​ຄິດ​ວ່າ​ເຂົາເຈົ້າ​ຕ້ອງ​ຮັກ​ແຕ່​ຄົນ​ຢິວ​ທີ່​ເປັນ​ຄົນ​ຊາດດຽວກັນ​ເທົ່າ​ນັ້ນ​ແລະ​ຊັງ​ສັດຕູ​ໄດ້. ແຕ່​ພະ​ເຢຊູ​ຮູ້​ວ່າ​ການ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ຈຸດປະສົງ​ຂອງ​ກົດໝາຍ​ຂໍ້​ນີ້. ເພິ່ນ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ຢາກ​ໃຫ້​ເຮົາ​ເບິ່ງ​ທຸກ​ຄົນ​ວ່າ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ ບໍ່​ວ່າ​ເຂົາເຈົ້າ​ຈະ​ມາ​ຈາກ​ເຊື້ອ​ຊາດ​ໃດ​ຫຼື​ປະເທດ​ໃດ​ກໍ​ຕາມ.—ມທ. 5:45-48

17. ເຮົາ​ຈະ​ໃຊ້​ຫຼັກການ​ໃນ​ມັດທາຍ 5:43, 44 ໃນ​ຊີວິດ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ​ຮູບ​ນຳ)

17 ເຮົາ​ຈະ​ໃຊ້​ຫຼັກການ​ທີ່​ຢູ່​ມັດທາຍ 5:43, 44 ແນວ​ໃດ​ໃນ​ທຸກ​ມື້​ນີ້? ຖ້າ​ເຮົາ​ຮັກ​ເພື່ອນ​ບ້ານ ເຮົາ​ກໍ​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ສົງຄາມ​ແລະ​ຄວາມ​ຂັດແຍ່ງ​ໃດໆ​ໃນ​ໂລກ​ນີ້. (ອຊຢ. 2:4; ມກ. 4:3) ຫຼັກການ​ຂໍ້​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ດີ​ກັບ​ທຸກ​ຄົນ​ບໍ່​ວ່າ​ເຂົາເຈົ້າ​ຈະ​ມາ​ຈາກ​ປະເທດ​ໃດ ເຊື້ອ​ຊາດ​ໃດ ຫຼື​ນັບຖື​ສາສະໜາ​ໃດ. (ກຈກ. 10:34, 35) ນອກ​ຈາກ​ນັ້ນ ຫຼັກການ​ຂໍ້​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ຫຼື​ຄົນ​ທີ່​ເຮັດ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ເສຍໃຈ.—ມທ. 18:21, 22; ມຣກ. 11:25; ລກ. 17:3, 4

ຮູບ: ຮູບ​ທີ 1. ຂໍ້​ຄວາມ​ທີ່​ເປັນ​ກົດໝາຍ​ໃນ​ຄຳພີ​ໄບເບິນ: “ເຈົ້າ​ຕ້ອງ​ຮັກ​ເພື່ອນ​ບ້ານ.” ຮູບ​ທີ 2. ຜົວ​ເມຍ​ຄູ່​ໜຶ່ງ​ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ແມ່ນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຂົາເຈົ້າ​ຢູ່​ຕະຫຼາດ. ເຂົາເຈົ້າ​ເອົາ​ຈຸນລະສານ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” ໃຫ້​ລາວ​ເບິ່ງ.

(ເບິ່ງ​ຂໍ້ 16-17)


ຂໍ​ໃຫ້​ຕັ້ງໃຈ​ໃຊ້​ຊີວິດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ

18. (ກ) ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

18 ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ເຮັດ​ກັບ​ເຮົາ​ຄື​ກັບ​ວ່າ​ເຮົາ​ເປັນ​ເດັກນ້ອຍ ແຕ່​ເບິ່ງ​ວ່າ​ເຮົາ​ເປັນ​ຜູ້​ໃຫຍ່. ເພິ່ນ​ຢາກ​ໃຫ້​ເຮົາ​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ​ໃນ​ເລື່ອງ​ຕ່າງໆ. (1ກຣ. 14:20) ຕອນ​ທີ່​ເຮົາ​ຕັດສິນໃຈ ຂໍ​ໃຫ້​ເຮົາ “ພະຍາຍາມ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຕ້ອງການ​ຫຍັງ.” (ອຟຊ. 5:17) ເຮົາ​ຢາກ​ຕັດສິນໃຈ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ຍ້ອນ​ວ່າ​ເຮົາ​ຮັກ​ເພິ່ນ ບໍ່​ແມ່ນ​ຍ້ອນ​ເຮົາ​ຢ້ານ​ຖືກ​ລົງໂທດ. ແຕ່​ຍັງ​ມີ​ອີກ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ ສິ່ງ​ນັ້ນ​ກໍ​ຄື​ໃຈ​ຮູ້​ຜິດ​ຮູ້​ຖືກ. ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ຫຼັກການ​ໃນ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?

  •  ຫຼັກການ​ແລະ​ກົດໝາຍ​ແຕກຕ່າງ​ກັນ​ແນວ​ໃດ?

  •  ມີ​ຫຼັກການ​ຫຍັງ​ແດ່​ທີ່​ພະ​ເຢຊູ​ສອນ​ໃນ​ຄຳ​ບັນລະຍາຍ​ເທິງ​ພູ?

ເພງ​ທີ 95 ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

a ມີ​ຫຼາຍ​ສະຖານະການ​ໃນ​ຊີວິດ​ທີ່​ຄລິດສະຕຽນ​ຕ້ອງ​ໃຊ້​ຫຼັກການ​ໃນ​ຄຳພີ​ໄບເບິນ​ເພື່ອ​ຕັດສິນໃຈ. ເພື່ອ​ເຮົາ​ຈະ​ຕັດສິນໃຈ​ໄດ້​ດີ​ໃນ​ສະຖານະການ​ເຫຼົ່າ​ນັ້ນ ເຮົາ​ອາດ​ຕ້ອງ​ໃຊ້​ຫຼັກການ​ຫຼາຍ​ຂໍ້ ບໍ່​ແມ່ນ​ໃຊ້​ແຕ່​ຂໍ້​ດຽວ. ສະນັ້ນ ເຮົາ​ຈຶ່ງ​ຕ້ອງ​ຮູ້​ວ່າ​ຫຼັກການ​ເຫຼົ່າ​ນັ້ນ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ​ເພື່ອ​ເຮົາ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ ແລະ​ເພິ່ນ​ຈະ​ອວຍພອນ​ເຮົາ. ໃນ​ສະຕະວັດ​ທຳອິດ ຄົນ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ໃຊ້​ຫຼັກການ​ຍ້ອນ​ວ່າ​ກ່ອນ​ໜ້າ​ນັ້ນ​ເຂົາເຈົ້າ​ລຶ້ງ​ເຄີຍ​ແຕ່​ກັບ​ການ​ເຮັດ​ຕາມ​ກົດໝາຍ​ຫຼາຍ​ຂໍ້​ທີ່​ພວກ​ຫົວໜ້າ​ສາສະໜາ​ຕັ້ງ​ຂຶ້ນ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌