ວັນທີ 13-19 ກໍລະກົດ 2026
ເພງທີ 127 ຂ້ອຍຄວນເປັນຄົນແບບໃດ
ໃຊ້ຫຼັກການໃນຄຳພີໄບເບິນຝຶກໃຈຮູ້ຜິດຮູ້ຖືກຂອງເຈົ້າ
“ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງໂຕເອງ.”—ຄລຕ. 6:5
ຈຸດສຳຄັນ
ເຮົາຈະຮຽນວ່າເຮົາຈະໃຊ້ຫຼັກການໃນຄຳພີໄບເບິນຝຶກໃຈຮູ້ຜິດຮູ້ຖືກຂອງເຮົາແນວໃດເພື່ອໃຫ້ມັນຊີ້ນຳເຮົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງ.
1-2. (ກ) ອາດາມກັບເອວາໄດ້ຮັບຂອງຂວັນຫຍັງ? (ຂ) ເຂົາເຈົ້າຄວນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເຫັນຄຸນຄ່າຂອງຂວັນນັ້ນ?
ສັດເຮັດສິ່ງຕ່າງໆຕາມສັນຊາດຕະຍານ. ສ່ວນເຄື່ອງຈັກກໍເຮັດວຽກຕາມໂປຣແກຣມທີ່ຕັ້ງໄວ້. ແຕ່ມະນຸດບໍ່ເປັນແບບນັ້ນ. ພວກເຮົາຖືກສ້າງມາພ້ອມກັບຂອງຂວັນທີ່ພິເສດເຊິ່ງເປັນສິ່ງທີ່ມີຄ່າຫຼາຍ. ຂອງຂວັນນັ້ນແມ່ນອິດສະຫຼະໃນການເລືອກແລະຄວາມສາມາດໃນການຕັດສິນໃຈໃນເລື່ອງຕ່າງໆໃນຊີວິດດ້ວຍໂຕເອງ. ຄຳພີໄບເບິນບອກເຮົາວ່າອາດາມມະນຸດຄົນທຳອິດຖືກສ້າງໃຫ້ຄ້າຍຄືກັບພະເຈົ້າ. (ປຖກ. 1:26, 27) ພະເຢໂຫວາສ້າງອາດາມກັບເອວາໃຫ້ມີອິດສະຫຼະທີ່ຈະຕັດສິນໃຈໄດ້ດ້ວຍໂຕເອງ.
2 ພະເຢໂຫວາບໍ່ໄດ້ຕັ້ງກົດຫຼາຍຢ່າງໃຫ້ອາດາມກັບເອວາ. ເພິ່ນມີແຕ່ບອກເຂົາເຈົ້າໃຫ້ເບິ່ງແຍງໂລກ ໃຫ້ມີລູກຫຼານຫຼາຍໆແລະໃຫ້ເຄົາລົບສິດຂອງເພິ່ນໃນການຕັ້ງກົດໃຫ້ເຂົາເຈົ້າເຊິ່ງກົດເຫຼົ່ານັ້ນກໍສົມເຫດສົມຜົນແລະບໍ່ຍາກເກີນໄປ. (ປຖກ. 1:28; 2:16, 17) ອາດາມກັບເອວາຄວນສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເຫັນຄ່າທີ່ພະເຢໂຫວາໃຫ້ເຂົາເຈົ້າມີອິດສະຫຼະທີ່ຈະຕັດສິນໃຈ? ເມື່ອຄິດເຖິງທຸກສິ່ງທີ່ພະເຢໂຫວາໃຫ້ກັບເຂົາເຈົ້າ ເຂົາເຈົ້າຄວນເຊື່ອຟັງຄຳສັ່ງງ່າຍໆທີ່ພະເຢໂຫວາໃຫ້ຍ້ອນເຂົາເຈົ້າຮັກເພິ່ນແລະຢາກເຮັດໃຫ້ເພິ່ນມີຄວາມສຸກ.—ສພສ. 23:15
3. ອາດາມກັບເອວາໃຊ້ອິດສະຫຼະໃນການຕັດສິນໃຈແນວໃດ?
3 ຄຳພີໄບເບິນບອກວ່າ ອາດາມກັບເອວາໃຊ້ອິດສະຫຼະໃນການຕັດສິນໃຈແບບບໍ່ສະຫຼາດ. ເຂົາເຈົ້າຕັດສິນໃຈບໍ່ເຊື່ອຟັງພະເຢໂຫວາ. ເຂົາເຈົ້າຕັດສິນໃຈແບບນັ້ນຍ້ອນເຂົາເຈົ້າຮັກແຕ່ໂຕເອງ ບໍ່ໄດ້ຮັກພະເຢໂຫວາແລະບໍ່ໄດ້ເຫັນຄຸນຄ່າສິ່ງທີ່ເພິ່ນໃຫ້ກັບເຂົາເຈົ້າ. (ປຖກ. 3:1-7) ຜົນຂອງການຕັດສິນໃຈນັ້ນຈຶ່ງສົ່ງຜົນທີ່ບໍ່ດີຕໍ່ເຮົາຈົນຮອດທຸກມື້ນີ້.—ຣມ. 5:12
4. (ກ) ຕາມຄາລາເຕຍ 6:5 ເຮົາທຸກຄົນຕ້ອງເຮັດຫຍັງ? (ຂ) ຂອງຂວັນອີກຢ່າງໜຶ່ງທີ່ເຮົາຈະຮຽນໃນບົດນີ້ແມ່ນຫຍັງ?
4 ຊີວິດເຮົາໃນທຸກມື້ນີ້ຫຍຸ້ງຍາກສັບສົນຫຼາຍ. ໃນແຕ່ລະມື້ເຮົາຕ້ອງຕັດສິນໃຈຫຼາຍເລື່ອງ. (ອ່ານຄາລາເຕຍ 6:5) ບາງເລື່ອງກໍຕັດສິນໃຈງ່າຍ ແຕ່ບາງເລື່ອງກໍຕັດສິນໃຈຍາກ. ເຮົາຈະຕັດສິນໃຈແນວໃດເພື່ອເຮັດໃຫ້ພະເຢໂຫວາພໍໃຈ? ທຳອິດ ເຮົາຕ້ອງຍອມຮັບວ່າເຮົາຈຳເປັນຕ້ອງໃຫ້ພະເຢໂຫວາຊ່ວຍ. (ສພສ. 16:3; ຢຣມ. 10:23) ແມ່ນແຕ່ພະເຢຊູທີ່ເປັນຄົນສົມບູນແບບກໍຍັງຮູ້ວ່າເພິ່ນຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກພະເຢໂຫວາ. (ຮຣ. 5:7) ເຮົາທີ່ເປັນມະນຸດບໍ່ສົມບູນແບບກໍແຮ່ງຕ້ອງໃຫ້ພະເຢໂຫວາຊ່ວຍຫຼາຍກວ່າພະເຢຊູອີກ. ໃຫ້ເຮົາມາເບິ່ງຂອງຂວັນອີກຢ່າງໜຶ່ງທີ່ພະເຢໂຫວາໃຫ້ເຊິ່ງຈະຊ່ວຍເຮົາໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ ສິ່ງນັ້ນແມ່ນໃຈຮູ້ຜິດຮູ້ຖືກ.
ໃຈຮູ້ຜິດຮູ້ຖືກແມ່ນຫຍັງ?
5. (ກ) ໃຈຮູ້ຜິດຮູ້ຖືກແມ່ນຫຍັງ? (ຂ) ໃຈຮູ້ຜິດຮູ້ຖືກຈະຊ່ວຍເຮົາແນວໃດ? (ໂຣມ 2:14, 15)
5 ໃຈຮູ້ຜິດຮູ້ຖືກເປັນຄວາມຮູ້ສຶກໃນໂຕເຮົາທີ່ບອກວ່າອັນໃດຖືກອັນໃດຜິດ. ແມ່ນແຕ່ຄົນທີ່ບໍ່ຮູ້ຈັກກົດໝາຍຂອງພະເຢໂຫວາກໍມີໃຈຮູ້ຜິດຮູ້ຖືກຄືກັນ. (2ກຣ. 4:2) ໃຈຮູ້ຜິດຮູ້ຖືກເປັນຄືກັບຜູ້ຕັດສິນທີ່ຢູ່ໃນໂຕເຮົາທີ່ບອກໃຫ້ຮູ້ວ່າສິ່ງທີ່ເຮົາຄິດຫຼືເຮັດມັນຜິດຫຼືຖືກ ສະນັ້ນບາງເທື່ອມັນຈຶ່ງຕຳໜິເຮົາຫຼືບໍ່ກໍເຮັດໃຫ້ເຮົາຮູ້ສຶກສະບາຍໃຈ. (ອ່ານໂຣມ 2:14, 15) ໃຈຮູ້ຜິດຮູ້ຖືກຂອງເຮົາຈະເຕືອນເຮົາບໍ່ໃຫ້ເຮັດໃນສິ່ງທີ່ເຮົາຮູ້ວ່າມັນຜິດ. (1ຊມ. 26:8-11) ຫຼືມັນຈະກະຕຸ້ນເຮົາໃຫ້ເຮັດສິ່ງທີ່ເຮົາຮູ້ວ່າມັນຖືກ. ການມີອິດສະຫຼະໃນການເລືອກພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຮົາຕັດສິນໃຈໃນແບບທີ່ພະເຢໂຫວາພໍໃຈໄດ້ທຸກເທື່ອ. ແຕ່ໃຈຮູ້ຜິດຮູ້ຖືກຈະເຮັດໃຫ້ເຮົາຮູ້ວ່າການຕັດສິນໃຈຂອງເຮົາມັນດີຫຼືບໍ່ດີ.
6. ເປັນຫຍັງໃຈຮູ້ຜິດຮູ້ຖືກຂອງເຮົາຈຶ່ງບໍ່ສາມາດເຮັດວຽກໄດ້ດີຕະຫຼອດ?
6 ໃຈຮູ້ຜິດຮູ້ຖືກຂອງເຮົາກໍບໍ່ແມ່ນວ່າຊິເຮັດວຽກໄດ້ດີຕະຫຼອດ. ຍ້ອນເຮົາເປັນຄົນບໍ່ສົມບູນແບບ ໃຈຮູ້ຜິດຮູ້ຖືກຂອງເຮົາກໍເລີຍບໍ່ສົມບູນແບບຄືກັນ. ການຖືກລ້ຽງຈາກຄອບຄົວ ວັດທະນະທຳ ຫຼືຄວາມຕ້ອງການທີ່ຜິດໆອາດສົ່ງຜົນທີ່ບໍ່ດີຕໍ່ໃຈຮູ້ຜິດຮູ້ຖືກຂອງເຮົາ. ຄຳພີໄບເບິນບອກວ່າໃຈຮູ້ຜິດຮູ້ຖືກອາດ “ບໍ່ທັນຖືກຝຶກຢ່າງເຕັມທີ” “ເຮັດວຽກບໍ່ຄັກ” “ດ້ານຄືກັບຜິວໜັງທີ່ຖືກເຫຼັກຮ້ອນໆດາດຈົນຕາຍດ້ານ” ຫຼືເຖິງຂັ້ນ “ບໍ່ຮູ້ສຶກຜິດອີກຕໍ່ໄປ.” (1ກຣ. 8:12; ຕຕ. 1:15; 1ຕມ. 4:2; ຮຣ. 10:22) ໃຈຮູ້ຜິດຮູ້ຖືກແບບນັ້ນຈະບໍ່ສາມາດຊ່ວຍເຮົາໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ. ຄືກັບຕາຊິງທີ່ບໍ່ທ່ຽງທີ່ຕ້ອງປັບໃຫ້ທ່ຽງ ໃຈຮູ້ຜິດຮູ້ຖືກຂອງເຮົາກໍຕ້ອງໄດ້ຮັບການຝຶກເພື່ອມັນຈະເຮັດວຽກໄດ້ດີຢູ່ຕະຫຼອດ. (1ປຕ. 3:16) ເຮົາຈະເຮັດແບບນັ້ນໄດ້ແນວໃດ?
ເຮົາຈະຝຶກໃຈຮູ້ຜິດຮູ້ຖືກຂອງເຮົາແນວໃດ?
7-8. (ກ) ອັນໃດຈະຊ່ວຍຝຶກໃຈຮູ້ຜິດຮູ້ຖືກຂອງເຮົາ? (ຂ) ຫຼັກການໃນຄຳພີໄບເບິນຈະຊ່ວຍຊີ້ນຳເຮົາແນວໃດ? ຂໍໃຫ້ຍົກຕົວຢ່າງ (ເບິ່ງຮູບນຳ)
7 ເຮົາຈະຝຶກໃຈຮູ້ຜິດຮູ້ຖືກຂອງເຮົາແນວໃດ? ເຮົາຕ້ອງອ່ານຄຳພີໄບເບິນເປັນປະຈຳ ແລະຮຽນຮູ້ສິ່ງທີ່ພະເຢໂຫວາບອກວ່າອັນໃດຖືກອັນໃດຜິດ. ການຮຽນຮູ້ກ່ຽວກັບກົດໝາຍຂອງພະເຢໂຫວາຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດຂອງເພິ່ນ. ແຕ່ຄືກັບທີ່ເຮົາໄດ້ຮຽນໃນບົດແລ້ວນີ້ ກົດໝາຍອາດໃຊ້ໄດ້ແຕ່ກັບບາງສະຖານະການເທົ່ານັ້ນ. ຍ້ອນແນວນີ້ ເຮົາຈຶ່ງຕ້ອງໄດ້ເບິ່ງຫຼັກການນຳ ເພາະຫຼັກການຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດແລະຄວາມຮູ້ສຶກຂອງພະເຢໂຫວາຫຼາຍຂຶ້ນ.—ອຊຢ. 55:9
8 ຊີວິດຂອງເຮົາເປັນຄືກັບການຍ່າງຢູ່ໃນບ່ອນກັນດານ. ໃຫ້ລອງຄິດພາບເບິ່ງບ່ອນກັນດານທີ່ບໍ່ມີຫົນທາງຫຼືປ້າຍບອກທາງທີ່ຊັດເຈນ. ຕາເວັນແລະດາວອາດຈະຊ່ວຍເຮົາໃຫ້ພໍຮູ້ໄດ້ວ່າເຮົາຕ້ອງໄປທາງໃດເພື່ອຈະໄປຮອດຈຸດໝາຍປາຍທາງ. ແຕ່ມັນຈະດີກວ່ານີ້ຖ້າເຮົາມີແຜນທີ່ທີ່ບອກໃຫ້ຮູ້ຈຸດທີ່ເຮົາສັງເກດໄດ້ງ່າຍລະຫວ່າງທາງ ເຊັ່ນ: ພູແລະແມ່ນ້ຳ. ແຜນທີ່ແບບນີ້ຈະເຮັດໃຫ້ເຮົາໝັ້ນໃຈວ່າເຮົາກຳລັງຍ່າງໄປຖືກທາງແລະຈະຊ່ວຍເຮົາໃຫ້ຮູ້ຖ້າເຮົາກຳລັງຫຼົງທາງ. ຈຸດໝາຍປາຍທາງໃນຊີວິດເຮົາແມ່ນການເຮັດໃຫ້ພະເຢໂຫວາພໍໃຈ. ຄຳພີໄບເບິນເປັນຄືກັບແຜນທີ່ທີ່ບອກໃຫ້ເຮົາຮູ້ທາງທີ່ເຮົາຕ້ອງໄປ. ຫຼັກການໃນຄຳພີໄບເບິນເປັນຄືກັບຈຸດຕ່າງໆທີ່ເຮົາສັງເກດໄດ້ງ່າຍລະຫວ່າງທາງ. ການໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນຈະຊ່ວຍເຮົາໃຫ້ໄປຮອດຈຸດໝາຍປາຍທາງ ນັ້ນກໍຄືເຮົາຈະເຮັດໃຫ້ພະເຢໂຫວາພໍໃຈ.
ຫຼັກການໃນຄຳພີໄບເບິນເປັນຄືກັບຈຸດຕ່າງໆທີ່ເຮົາສັງເກດໄດ້ງ່າຍລະຫວ່າງທາງທີ່ຊ່ວຍເຮົາໃຫ້ໝັ້ນໃຈວ່າເຮົາກຳລັງໄປຖືກທາງ (ເບິ່ງຂໍ້ 8)
9. ຕາມໂຣມ 9:1, 2 ມີຫຍັງອີກທີ່ຈະຊ່ວຍຝຶກໃຈຮູ້ຜິດຮູ້ຖືກຂອງເຮົາ?
9 ເພື່ອຈະຝຶກໃຈຮູ້ຜິດຮູ້ຖືກຂອງເຮົາໃຫ້ເຮັດວຽກໄດ້ຢ່າງຖືກຕ້ອງ ເຮົາຕ້ອງໃຫ້ພະລັງບໍລິສຸດຂອງພະເຈົ້າຊ່ວຍ. (ອ່ານໂຣມ 9:1, 2) ພະລັງບໍລິສຸດຈະຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດຂອງພະເຢໂຫວາໃນເລື່ອງຕ່າງໆ. ພະລັງບໍລິສຸດຍັງຈະກະຕຸ້ນເຮົາແລະໃຫ້ກຳລັງເຮົາທີ່ຈະເຮັດສິ່ງທີ່ພະເຢໂຫວາຕ້ອງການ. (ຟລປ. 2:13) ແຕ່ເຮົາຈະໄດ້ຮັບການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຢໂຫວາໄດ້ແນວໃດ?
10. ເຮົາຈະໄດ້ຮັບການຊ່ວຍເຫຼືອຈາກພະລັງບໍລິສຸດໄດ້ແນວໃດ? (ລູກາ 11:10, 13)
10 ອະທິດຖານຂໍພະລັງບໍລິສຸດ. (ອ່ານລູກາ 11:10, 13) ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຢາກໃຫ້ພະລັງບໍລິສຸດກັບເຮົາແທ້ໆ. (ຢຮ. 3:34) ເພິ່ນເຕັມໃຈເອົາພະລັງບໍລິສຸດໃຫ້ຄົນທີ່ເຮັດສອດຄ່ອງກັບການຊີ້ນຳຂອງພະລັງບໍລິສຸດຢ່າງໃຈກວ້າງ. (ສພສ. 1:23; ຢກບ. 1:5) ແຕ່ຍັງມີຫຍັງອີກທີ່ຈະຊ່ວຍຝຶກໃຈຮູ້ຜິດຮູ້ຖືກຂອງເຮົາ?
11. (ກ) ອັນໃດຄວນເປັນເປົ້າໝາຍຫຼັກໃນຊີວິດຂອງເຮົາ? (ຂ) ເປັນຫຍັງເຮົາຈຶ່ງຕ້ອງຝຶກໃຈຮູ້ຜິດຮູ້ຖືກຂອງເຮົາເພື່ອໃຫ້ມັນເຮັດວຽກໄດ້ດີ?
11 ພະຍາຍາມເຮັດໃຫ້ພະເຢໂຫວາພໍໃຈສະເໝີ. (ສພສ. 8:34, 35) ເລື່ອງນີ້ຄວນເປັນເປົ້າໝາຍຫຼັກໃນຊີວິດຂອງເຮົາ. ຖ້າເຮົາຈື່ໄວ້ສະເໝີວ່າເຮົາຢາກເຮັດໃຫ້ພະເຢໂຫວາພໍໃຈໃນທຸກເລື່ອງທີ່ເຮົາຕັດສິນໃຈ ມັນກໍຈະຊ່ວຍຝຶກໃຈຮູ້ຜິດຮູ້ຖືກຂອງເຮົາ. ເຮົາຈະມີໃຈຮູ້ຜິດຮູ້ຖືກທີ່ເຮັດວຽກໄດ້ດີ ຖ້າເຮົາຄິດຄືກັບພະເຢໂຫວາແລະສົນໃຈຄວາມຮູ້ສຶກຂອງເພິ່ນ. ໃນທຸກມື້ນີ້ເຮົາມີຊີວິດທີ່ຫຍຸ້ງຍາກສັບສົນຫຼາຍ ສະນັ້ນເຮົາຈຳເປັນຕ້ອງມີໃຈຮູ້ຜິດຮູ້ຖືກທີ່ໄດ້ຮັບການຝຶກເປັນຢ່າງດີເພື່ອຈະຊ່ວຍເຮົາໄດ້. ເຮົາມັກເຈິກັບສະຖານະການທີ່ບໍ່ໄດ້ມີບອກໄວ້ຢ່າງເຈາະຈົງໃນຄຳພີໄບເບິນວ່າຕ້ອງຕັດສິນໃຈແນວໃດ. ຕົວຢ່າງເຊັ່ນ: ໃນເລື່ອງການເລືອກຄວາມບັນເທີງ ວຽກອາຊີບ ການສຶກສາ ຫຼືການຄົບຫາກັບຄົນອື່ນ. ສະນັ້ນ ເຮົາຈະໝັ້ນໃຈໄດ້ແນວໃດວ່າພະເຢໂຫວາພໍໃຈກັບການຕັດສິນໃຈຂອງເຮົາໃນເລື່ອງເຫຼົ່ານີ້?—2ກຣ. 1:12
12. ອັນໃດຈະຊ່ວຍເຮົາໃຫ້ຮູ້ວ່າໃຈຮູ້ຜິດຮູ້ຖືກຂອງເຮົາກຳລັງຊ່ວຍເຮົາໃຫ້ຕັດສິນໃຈໃນແບບທີ່ຖືກຕ້ອງຫຼືບໍ່? (ເອເຟໂຊ 5:10)
12 ຄິດຕຶກຕອງກ່ຽວກັບສິ່ງທີ່ເຈົ້າອ່ານໃນຄຳພີໄບເບິນ. (ພສ. 49:3) ຕອນທີ່ເຈົ້າອ່ານຄຳພີໄບເບິນ ໃຫ້ຊອກເບິ່ງຫຼັກການທີ່ຈະຊ່ວຍເຈົ້າໃຫ້ເຂົ້າໃຈຄວາມຄິດຂອງພະເຢໂຫວາ. (ອ່ານເອເຟໂຊ 5:10) ຕອນທີ່ເຮົາເຈິບັນຫາທີ່ຫຍຸ້ງຍາກໃນຊີວິດ ເຮົາຕ້ອງຊອກຫາຫຼັກການຕ່າງໆໃນຄຳພີໄບເບິນທີ່ຈະຊ່ວຍເຮົາໃຫ້ຮູ້ວ່າໃຈຮູ້ຜິດຮູ້ຖືກຂອງເຮົາກຳລັງຊ່ວຍເຮົາໃຫ້ຕັດສິນໃຈໃນແບບທີ່ຖືກຕ້ອງຫຼືບໍ່. (ສພສ. 2:4-9, 11-13) ຫຼັກການເຫຼົ່ານີ້ຈະຊ່ວຍເຮົາໃຫ້ຝຶກໃຈຮູ້ຜິດຮູ້ຖືກຂອງເຮົາແລະຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ພະເຢໂຫວາຢາກໃຫ້ເຮົາເຮັດ.—ຮຣ. 5:14
13. ເຮົາບໍ່ຄວນເຮັດຫຍັງ? ຂໍໃຫ້ຍົກຕົວຢ່າງ
13 ບໍ່ຄວນຕັດສິນໃຈໄວ້ກ່ອນແລ້ວຈຶ່ງຊອກຫາຫຼັກການມາສະໜັບສະໜູນການຕັດສິນນັ້ນ. ເຮົາບໍ່ຢາກຮຽນແບບຄົນອິດສະຣາເອນທີ່ຍັງເຫຼືອຢູ່ຢູດາຫຼັງຈາກເມືອງເຢຣູຊາເລັມຖືກທຳລາຍໃນປີ 607 ກ່ອນຄລິດຕະສັກກະຫຼາດ. ເຂົາເຈົ້າບອກເຢເຣມີຢາວ່າ: “ຂໍພະເຢໂຫວາພະເຈົ້າຂອງເຈົ້າບອກພວກເຮົາວ່າຄວນເຮັດແນວໃດ.” (ຢຣມ. 42:3-6) ແຕ່ເຂົາເຈົ້າໄດ້ຕັດສິນໃຈໄວ້ແລ້ວວ່າເຂົາເຈົ້າຈະເຮັດຫຍັງ. ເມື່ອຄຳແນະນຳຂອງພະເຢໂຫວາບໍ່ຖືກໃຈເຂົາເຈົ້າ ເຂົາເຈົ້າກໍເຮັດຕາມສິ່ງທີ່ເຂົາເຈົ້າໄດ້ຕັດສິນໃຈໄວ້ແລ້ວຕັ້ງແຕ່ທຳອິດ. ນີ້ຈຶ່ງເຮັດໃຫ້ເຂົາເຈົ້າເຈິຄວາມຈິບຫາຍ. (ຢຣມ. 42:19-22; 43:1, 2, 4) ສະນັ້ນ ກ່ອນທີ່ເຮົາຈະຕັດສິນໃຈ ເຮົາຕ້ອງຊອກຫາຫຼັກການໃນຄຳພີໄບເບິນວ່າພະເຢໂຫວາຄິດແນວໃດ ແລ້ວເຮັດສອດຄ່ອງຕາມຫຼັກການນັ້ນ.
14. ເປັນຫຍັງເຮົາຕ້ອງໃຊ້ຫຼັກການໃນຄຳພີໄບເບິນເມື່ອຕັດສິນໃຈ?
14 ຕັດສິນໃຈໂດຍອາໄສຫຼັກການໃນຄຳພີໄບເບິນ. (ມທ. 7:24-29; ຢກບ. 1:23-25) ເມື່ອເຮົາຕັດສິນໃຈໂດຍອາໄສຫຼັກການໃນຄຳພີໄບເບິນ ເຮົາກໍໃຫ້ພະລັງບໍລິສຸດຊີ້ນຳ. ເມື່ອເປັນແບບນັ້ນ ພະເຢໂຫວາກໍຈະເອົາພະລັງບໍລິສຸດໃຫ້ເຮົາຕໍ່ໆໄປ. (ກຈກ. 5:32) ແຕ່ຖ້າເຮົາບໍ່ເຮັດຕາມການຊີ້ນຳຈາກພະລັງບໍລິສຸດ ເຮົາອາດເຮັດໃຫ້ພະລັງບໍລິສຸດ “ເສຍໃຈ” ຫຼືອາດເຖິງຂັ້ນຕໍ່ຕ້ານພະລັງບໍລິສຸດ. (ອຟຊ. 4:30; ອຊຢ. 63:10; ກຈກ. 7:51) ພະເຢໂຫວາອາດຈະບໍ່ຢາກເອົາພະລັງບໍລິສຸດໃຫ້ເຮົາອີກ. (ພສ. 51:11; 1ທຊ. 5:19) ຖ້າເປັນແບບນັ້ນ ມັນກໍຈະສົ່ງຜົນທີ່ບໍ່ດີຕໍ່ເຮົາ ຍ້ອນວ່າເຮົາຈຳເປັນຕ້ອງໄດ້ຮັບກຳລັງທີ່ມາຈາກພະລັງບໍລິສຸດ.—ອຟຊ. 3:16
ວິທີຊອກຫາຫຼັກການໃນຄຳພີໄບເບິນທີ່ໃຊ້ໄດ້
15-16. (ກ) ເຮົາຈະຊອກຫຼັກການທີ່ໃຊ້ໄດ້ທີ່ຢູ່ໃນຄຳພີໄບເບິນໄດ້ແນວໃດ? (ຂ) ມີຫຼັກການຫຍັງແດ່ທີ່ຈະຊ່ວຍນັກສຶກສາໃຫ້ມີກຳລັງເພື່ອຈະເຊົາສູບຢາໄດ້?
15 ໃຊ້ປະໂຫຍດຈາກເຄື່ອງມືຄົ້ນຄວ້າ. ກ່ອນທີ່ເຮົາຈະໃຊ້ຫຼັກການໃນຄຳພີໄບເບິນໄດ້ ເຮົາຕ້ອງຮູ້ວ່າຫຼັກການທີ່ຢູ່ໃນຂໍ້ຄຳພີແມ່ນຫຍັງ. ຕົວຢ່າງເຊັ່ນ: ນັກສຶກສາຂອງເຈົ້າອາດບໍ່ເຂົ້າໃຈວ່າເປັນຫຍັງການສູບຢາຈຶ່ງຜິດ? ລາວອາດໃຫ້ເຫດຜົນວ່າ: ‘ໃນຄຳພີໄບເບິນບໍ່ໄດ້ເວົ້າເຖິງການສູບຢາເລີຍ ແລ້ວເຮົາຊິຮູ້ໄດ້ແນວໃດວ່າມັນຜິດ?’ ເຈົ້າຈະຊ່ວຍລາວແນວໃດໃຫ້ຊອກຫາຫຼັກການໃນຄຳພີໄບເບິນທີ່ໃຊ້ໄດ້ແລະຫາເຫດຜົນກັບລາວກ່ຽວກັບເລື່ອງນັ້ນ? ເຄື່ອງມືໜຶ່ງທີ່ເປັນປະໂຫຍດຫຼາຍແມ່ນຄູ່ມືຄົ້ນຄວ້າສຳລັບພະຍານພະເຢໂຫວາ. ເຈົ້າອາດໃຫ້ນັກສຶກສາເບິ່ງຫົວຂໍ້ “ຢາສູບ.” ໃນຫົວຂໍ້ນີ້ຈະມີບົດຄວາມ “ພະເຈົ້າຄິດແນວໃດກັບການສູບຢາ?” (ເບິ່ງຫໍສັງເກດການ 1 ມິຖຸນາ 2014, ພາສາໄທ) ເມື່ອລາວອ່ານບົດຄວາມນີ້ ລາວຈະເຫັນຂໍ້ຄຳພີແລະຫຼັກການຫຍັງແດ່?
16 ໃຫ້ເຮົາມາເບິ່ງ 5 ຫຼັກການທີ່ຢູ່ໃນບົດຄວາມນັ້ນ. (1) ເຮົາບໍ່ຄວນເປັນທາດຂອງສິ່ງທີ່ຈະເຮັດໃຫ້ເຮົາເສຍຊີວິດ. (ຣມ. 6:16) (2) ເຮົາຄວນຫຼີກລ່ຽງອັນໃດກໍຕາມທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງເຮົາ. (2ກຣ. 7:1) (3) ພະເຢໂຫວາຢາກໃຫ້ເຮົາຮັບໃຊ້ເພິ່ນສຸດຊີວິດ. (ມທ. 22:37) (4) ເຮົາບໍ່ຄວນເຮັດຫຍັງກໍຕາມທີ່ເປັນອັນຕະລາຍຕໍ່ຄົນອື່ນ. (ມທ. 22:39; 1ກຣ. 10:24) (5) ພະເຢໂຫວາໃຫ້ເຮົາມີກຳລັງທີ່ຈະເຮັດສິ່ງທີ່ຖືກຕ້ອງໄດ້. (ຟລປ. 4:13) ສະນັ້ນ ເຖິງວ່າຄຳພີໄບເບິນບໍ່ໄດ້ເວົ້າເຈາະຈົງກ່ຽວກັບການສູບຢາ ແຕ່ຫຼັກການທີ່ຢູ່ໃນນັ້ນກໍຊ່ວຍນັກສຶກສາໃຫ້ຮູ້ວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນີ້.
17. ຄູ່ບ່າວສາວທີ່ເປັນພະຍານພະເຢໂຫວາທີ່ວາງແຜນຈະແຕ່ງດອງຈະຊອກຫາຫຼັກການໃນຄຳພີໄບເບິນເພື່ອຊ່ວຍເຂົາເຈົ້າແນວໃດ?
17 ຄູ່ບ່າວສາວທີ່ເປັນພະຍານພະເຢໂຫວາທີ່ວາງແຜນຈະແຕ່ງດອງຈະຊອກຫາຫຼັກການໃນຄຳພີໄບເບິນທີ່ຈະຊ່ວຍເຂົາເຈົ້າໃຫ້ຕັດສິນໃຈໄດ້ດີໄດ້ແນວໃດ? ຄູ່ມືຄົ້ນຄວ້າສຳລັບພະຍານພະເຢໂຫວາຊ່ວຍໄດ້. ໃນຫົວຂໍ້ “ການແຕ່ງດອງແລະການຈັດງານ” ມີຫຼາຍບົດຄວາມທີ່ເວົ້າເຖິງຫຼັກການໃນຄຳພີໄບເບິນ. ໃຫ້ເຮົາມາເບິ່ງ 6 ຫຼັກການທີ່ຈະຊ່ວຍຄູ່ບ່າວສາວໄດ້. (1) ທຸກຢ່າງໃນງານແຕ່ງດອງຄວນເຮັດໃຫ້ພະເຢໂຫວາໄດ້ຮັບກຽດ. (1ກຣ. 10:31, 32) (2) ຊຸດຂອງເຈົ້າບ່າວເຈົ້າສາວຄວນເປັນແບບທີ່ເໝາະສົມ ສຸພາບຮຽບຮ້ອຍ ແລະບໍ່ອະລັງການເກີນໄປ. (1ຕມ. 2:9; 1ປຕ. 3:3, 4) (3) ງານແຕ່ງດອງບໍ່ຄວນຈັດແບບໂອ້ອວດຄືກັບງານດອງຂອງຄົນທົ່ວໄປໃນໂລກ. (ຢຮ. 17:14; ຢກບ. 1:27; 1ຢຮ. 2:15, 16) (4) ງານແຕ່ງດອງຄວນເປັນລະບຽບຮຽບຮ້ອຍແລະເປັນຕາໜ້ານັບຖື. (1ກຣ. 14:40) (5) ບໍ່ຄວນຈັດງານລ້ຽງແບບເຮຮາຈົນສຸດຂີດແລະກິນເຫຼົ້າຈົນເມົາ. (ຄລຕ. 5:21) (6) ຄວນໃຫ້ມີຜູ້ເບິ່ງແຍງງານແຕ່ງດອງ.—ຢຮ. 2:8, 9
18-19. (ກ) ມີເຄື່ອງມືຫຍັງອີກທີ່ຊ່ວຍເຮົາໄດ້? (ຂ) ເຈົ້າຈະໃຊ້ເຄື່ອງມືນີ້ແນວໃດເພື່ອຊອກຫາຫຼັກການທີ່ຈະຊ່ວຍເຈົ້າໃຫ້ຕັດສິນໃຈວ່າຈະເຂົ້າຮ່ວມງານສະຫຼອງຕ່າງໆຫຼືບໍ່? (ເບິ່ງຂອບ “ເຈົ້າເບິ່ງອອກບໍວ່າຫຼັກການແມ່ນຫຍັງ?”)
18 ເຄື່ອງມືທີ່ເປັນປະໂຫຍດອີກຢ່າງໜຶ່ງແມ່ນປຶ້ມຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ. ປຶ້ມນີ້ມີຂໍ້ຄຳພີຫຼາຍຂໍ້ແລະມີຫົວເລື່ອງຫຼາຍເລື່ອງ. ເມື່ອເຈົ້າເລືອກຫົວເລື່ອງແລ້ວ ເຈົ້າກໍຈະເຫັນຄຳຖາມຫຼາຍຂໍ້ລວມທັງຂໍ້ຄຳພີທີ່ຊ່ວຍເຈົ້າໃຫ້ເຂົ້າໃຈຫຼັກການໃນຄຳພີໄບເບິນ. ຕົວຢ່າງເຊັ່ນ: ຄລິດສະຕຽນຄົນໜຶ່ງອາດສົງໄສວ່າລາວຄວນໄປຮ່ວມງານສະຫຼອງໃດໜຶ່ງຫຼືບໍ່. ຖ້າລາວເຂົ້າໄປເບິ່ງຫົວຂໍ້ “ງານສະຫຼອງ” ລາວກໍຈະເຫັນຫົວຂໍ້ຍ່ອຍ “ງານສະຫຼອງທີ່ຄລິດສະຕຽນຫຼີກລ່ຽງ.”
19 ໃຫ້ເຮົາມາເບິ່ງຂໍ້ມູນຢູ່ກ້ອງຫົວຂໍ້ຍ່ອຍນັ້ນທີ່ຢູ່ໃນສ່ວນ “ເປັນຫຍັງຈຶ່ງຜິດທີ່ຈະເຂົ້າຮ່ວມງານສະຫຼອງທີ່ກ່ຽວຂ້ອງກັບສາສະໜາປອມ? (1ກຣ. 10:21; 2ກຣ. 6:14-18; ອຟຊ. 5:10, 11).” ໃນນັ້ນຈະມີຕົວຢ່າງຂອງການສະຫຼອງທີ່ຄລິດສະຕຽນບໍ່ຄວນເຂົ້າຮ່ວມ. ຢູ່ກ້ອງຫົວຂໍ້ຍ່ອຍ “ງານສະຫຼອງທີ່ກ່ຽວກັບຊາດ” ມີຂໍ້ຄຳພີຫຼາຍຂໍ້ທີ່ຄລິດສະຕຽນສາມາດໃຊ້ໄດ້ເພື່ອຕັດສິນໃຈວ່າຄວນຈະສະຫຼອງສິ່ງທີ່ການປົກຄອງຫຼືປະເທດຊາດໄດ້ເຮັດສຳເລັດບໍ? ຄວນມີສ່ວນຮ່ວມໃນການລະນຶກເຖິງສົງຄາມຂອງຊາດຕ່າງໆບໍ? ຫຼືຄວນເຂົ້າຮ່ວມໃນພິທີທີ່ໃຫ້ກຽດມະນຸດບໍ? ເຮົາຮູ້ສຶກຂອບໃຈຫຼາຍແທ້ໆທີ່ອົງການຂອງພະເຢໂຫວາໃຫ້ເຮົາມີເຄື່ອງມືແບບນີ້ເພື່ອຊ່ວຍເຮົາໃຫ້ຝຶກໃຈຮູ້ຜິດຮູ້ຖືກຂອງເຮົາ.
ເຮັດໃຫ້ແນ່ໃຈວ່າໃຈຮູ້ຜິດຮູ້ຖືກຂອງເຈົ້າໄດ້ຮັບການຝຶກຢ່າງດີ
20. ເຮົາຈະເຮັດໃຫ້ເຫັນແນວໃດວ່າໃຈຮູ້ຜິດຮູ້ຖືກຂອງເຮົາໄດ້ຮັບການຝຶກຢ່າງດີ?
20 ເຮົາຂອບໃຈຫຼາຍແທ້ໆທີ່ພະເຢໂຫວາໃຫ້ເຮົາມີອິດສະຫຼະໃນການຕັດສິນໃຈເລື່ອງຕ່າງໆດ້ວຍໂຕເອງ. ແຕ່ເຮົາຮູ້ວ່າເຮົາຍັງຕ້ອງຝຶກໃຈຮູ້ຜິດຮູ້ຖືກຂອງເຮົາເພື່ອຈະຕັດສິນໃຈໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ. ໃຈຮູ້ຜິດຮູ້ຖືກທີ່ໄດ້ຮັບການຝຶກຢ່າງດີຈະຊ່ວຍເຮົາໃຫ້ຕັດສິນໃຈໃນແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບກຽດແລະສອດຄ່ອງກັບຄວາມຕ້ອງການຂອງເພິ່ນ. ເພື່ອຈະເຮັດແບບນີ້ໄດ້ ເຮົາຕ້ອງໃຫ້ພະລັງບໍລິສຸດຂອງພະເຢໂຫວາຊ່ວຍ. ສະນັ້ນ ເຮົາຕ້ອງຂໍພະລັງບໍລິສຸດຈາກເພິ່ນຕໍ່ໆໄປແລະເຮັດຕາມການຊີ້ນຳຂອງພະລັງນັ້ນ. ນອກຈາກນີ້ ຫຼັກການໃນຄຳພີໄບເບິນກໍຈະຊ່ວຍຝຶກໃຈຮູ້ຜິດຮູ້ຖືກຂອງເຮົາຄືກັນ. ຂໍໃຫ້ເຮົາໃຊ້ຂອງຂວັນເຫຼົ່ານີ້ຢ່າງດີ ແລ້ວເຮົາຈະເຫັນວ່າຄຳພີໄບເບິນສາມາດຊ່ວຍເຮົາໄດ້ຫຼາຍສ່ຳໃດ.
ເພງທີ 135 ພະເຢໂຫວາເຊີນຢ່າງອົບອຸ່ນວ່າ ລູກຂອງເຮົາຈົ່ງມີປັນຍາເຖີດ