ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ກັນຍາ ໜ້າ 5
  • ຝຶກໃຊ້ຄວາມຄິດຂອງເຈົ້າສະເໝີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຝຶກໃຊ້ຄວາມຄິດຂອງເຈົ້າສະເໝີ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ສະແດງຄວາມເຊື່ອໂດຍຕັດສິນໃຈຢ່າງສຸຂຸມ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນໃຈ​ໄດ້​ດີ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2011
  • “ແຕ່ລະຄົນຕ້ອງແບກຄວາມຮັບຜິດຊອບຂອງໂຕເອງ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2006
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ກັນຍາ ໜ້າ 5

ຊີວິດ​ຄລິດສະຕຽນ

ຝຶກ​ໃຊ້​ຄວາມ​ຄິດ​ຂອງ​ເຈົ້າ​ສະເໝີ

ນັກ​ກິລາ​ຕ້ອງ​ຝຶກ​ກ້າມ​ເນື້ອ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ຈະ​ຫຼິ້ນ​ໄດ້​ດີ​ຢູ່​ສະເໝີ. ຄ້າຍ​ກັນ ເຮົາ​ກໍ​ຕ້ອງ​ຝຶກ​ໃຊ້​ຄວາມ​ຄິດ​ຂອງ​ເຮົາ​ຢູ່​ເລື້ອຍໆ​ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ດີ. (ຮຣ 5:14) ເຖິງ​ວ່າ​ເຮົາ​ອາດ​ຈະ​ມັກ​ຕັດສິນ​ໃຈ​ຕາມ​ຄົນ​ອື່ນ ແຕ່​ເຮົາ​ຕ້ອງ​ຝຶກ​ໃຊ້​ຄວາມ​ຄິດ​ເພື່ອ​ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ດ້ວຍ​ໂຕ​ເອງ. ເປັນ​ຫຍັງ? ເພາະ​ເຮົາ​ທຸກ​ຄົນ​ຕ້ອງ​ຮັບ​ຜົນ​ຈາກ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ເອງ.—ຣມ 14:12

ເຮົາ​ບໍ່​ຄວນ​ຄິດ​ເອົາ​ເອງ​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ດີ​ແບບ​ງ່າຍໆ​ຍ້ອນ​ວ່າ​ເຮົາ​ຮັບ​ບັບເຕມາ​ມາ​ຫຼາຍ​ປີ​ແລ້ວ. ເພື່ອ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ ເຮົາ​ຕ້ອງ​ໝາຍ​ເພິ່ງ​ພະ​ເຢໂຫວາ ຄຳພີ​ໄບເບິນ ແລະ​ອົງການ​ຂອງ​ເພິ່ນ​ຢ່າງ​ເຕັມທີ.—ຢຊວຍ 1:7, 8; ສຸພາ 3:5, 6; ມທ 24:45

ເບິ່ງ​ວິດີໂອ “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.” ເອັມມ້າ​ກັບ​ຜົວ​ເບິ່ງ​ບັດ​ເຊີນ​ງານ​ດອງ.

    ເອັມມ້າ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ຫຍັງ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.” ເອັມມີ້​ສະແດງ​ຄວາມ​ຄິດ​ເຫັນ​ໃນ​ແບບ​ທີ່​ເຮັດ​ໃຫ້​ເອັມມ້າ​ບໍ່​ສະບາຍ​ໃຈ.

    ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ສະເໜີ​ຄວາມ​ຄິດ​ເຫັນ​ຂອງ​ໂຕ​ເອງ​ໃນ​ເລື່ອງ​ໃຈ​ຮູ້​ຜິດ​ຮູ້​ຖືກ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.” ເອັມມ້າ​ຂໍ​ຄຳ​ແນະນຳ​ຈາກ​ຊາລັອດ​ກັບ​ອາລັນ.

    ຜົວ​ເມຍ​ຄູ່​ໜຶ່ງ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ດີ​ຫຍັງ​ກັບ​ເອັມມ້າ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.” ເອັມມ້າ​ຄົ້ນ​ຄວ້າ​ໂດຍ​ໃຊ້ “ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ້” ໃນ​ຄອມພິວເຕີ.

    ເອັມມ້າ​ເຈິ​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ຈາກ​ໃສ?

ຂ້ອຍ​ຄວນ​ໝາຍ​ເພິ່ງ​ຫຍັງ​ເມື່ອ​ຕ້ອງ​ຕັດສິນ​ໃຈ?

  • ຄວາມ​ຄິດ​ຂອງ​ໂຕ​ເອງ

  • ຄວາມ​ຄິດ​ຂອງ​ຄົນ​ອື່ນ

  • ຫຼັກ​ການ​ໃນ​ຄຳພີ​ໄບເບິນ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌