ຄຳພີໄບເບິນປ່ຽນຊີວິດ
ເປັນຫຍັງຄົນທີ່ເຄີຍມີເມຍຫຼາຍຄົນແລະຕໍ່ຕ້ານພະຍານພະເຢໂຫວາຈຶ່ງຕັດສິນໃຈເຂົ້າມາເປັນພະຍານ? ອັນໃດເຮັດໃຫ້ຄຸນພໍ່ຂອງສາສະໜາເພັນເຕກອດປ່ຽນຄວາມເຊື່ອຂອງລາວ? ອັນໃດຊ່ວຍຜູ້ຍິງຄົນໜຶ່ງທີ່ມີຊີວິດຂົມຂື່ນຕອນເປັນເດັກນ້ອຍໃຫ້ເອົາຊະນະຄວາມຮູ້ສຶກຊັງໂຕເອງແລະໃກ້ຊິດກັບພະເຈົ້າໄດ້? ເປັນຫຍັງຜູ້ຊາຍຄົນໜຶ່ງທີ່ຫຼົງໄຫຼໃນດົນຕີທີ່ຮຸນແຮງຈຶ່ງເຂົ້າມາເປັນພະຍານພະເຢໂຫວາ? ໃຫ້ເຮົາມາອ່ານເລື່ອງຂອງເຂົາເຈົ້ານຳກັນ.
“ຕອນນີ້ຂ້ອຍເປັນຜົວທີ່ດີຂຶ້ນ.”—ຣິໂກເບ ອູເອໂຕ
ປີເກີດ: 1941
ເກີດຢູ່ປະເທດ: ເບນິນ
ອະດີດ: ມີເມຍຫຼາຍຄົນແລະຕໍ່ຕ້ານພະຍານພະເຢໂຫວາ
ຊີວິດທີ່ຜ່ານມາ:
ຂ້ອຍມາຈາກໂຄໂຕໂນອູເຊິ່ງເປັນເມືອງໃຫຍ່ໃນປະເທດເບນິນ. ຂ້ອຍໃຫຍ່ມາໃນຄອບຄົວທີ່ເປັນກາໂຕລິກ ແຕ່ກໍບໍ່ໄດ້ໄປໂບດເປັນປະຈຳ. ໃນບ່ອນທີ່ຂ້ອຍຢູ່ ຄົນກາໂຕລິກສ່ວນຫຼາຍມີເມຍຫຼາຍຄົນຍ້ອນຕອນນັ້ນບໍ່ໄດ້ຖືວ່າເປັນເລື່ອງຜິດກົດໝາຍ ແລະຂ້ອຍເອງກໍມີເມຍ 4 ຄົນ.
ເມື່ອເກີດການປະຕິວັດໃນຊຸມປີ 1970 ຂ້ອຍຄິດວ່າການປະຕິວັດເທື່ອນີ້ຈະສົ່ງຜົນດີຕໍ່ປະເທດຂອງຂ້ອຍ. ຂ້ອຍຈຶ່ງສະໜັບສະໜູນການປະຕິວັດນີ້ຢ່າງເຕັມທີແລະເຂົ້າໄປມີສ່ວນຮ່ວມກັບການເມືອງ. ນັກປະຕິວັດບໍ່ມັກພະຍານພະເຢໂຫວາ ຍ້ອນພະຍານຮັກສາຄວາມເປັນກາງທາງດ້ານການເມືອງ. ຂ້ອຍເປັນຄົນໜຶ່ງທີ່ຂົ່ມເຫງພະຍານ ແລະເມື່ອມິດຊັນນາຣີຂອງພະຍານຖືກໄລ່ອອກຈາກປະເທດຕັ້ງແຕ່ປີ 1976 ຂ້ອຍໝັ້ນໃຈວ່າເຂົາເຈົ້າຈະບໍ່ກັບຄືນມາອີກ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ການປະຕິວັດຈົບລົງໃນປີ 1990. ຂ້ອຍຕົກໃຈຫຼາຍທີ່ຫຼັງຈາກນັ້ນບໍ່ດົນກໍເຫັນມິດຊັນນາຣີຂອງພະຍານກັບມາ. ຂ້ອຍຈຶ່ງເລີ່ມຄິດວ່າ ບາງເທື່ອພະເຈົ້າອາດຢູ່ກັບເຂົາເຈົ້າກະໄດ້. ໃນໄລຍະນັ້ນ ຂ້ອຍໄດ້ຍ້າຍໄປເຮັດວຽກບ່ອນໃໝ່. ໝູ່ຄົນໜຶ່ງທີ່ເຮັດນຳກັນເປັນພະຍານ ແລະລາວບໍ່ໄດ້ຊັກຊ້າເລີຍທີ່ຈະເລົ່າຄວາມເຊື່ອທາງສາສະໜາຂອງລາວໃຫ້ຂ້ອຍຟັງ. ລາວໄດ້ເປີດຂໍ້ຄຳພີໃຫ້ຂ້ອຍເບິ່ງທີ່ເວົ້າເຖິງພະເຢໂຫວາວ່າເພິ່ນເປັນພະເຈົ້າທີ່ມີຄວາມຮັກແລະຄວາມຍຸຕິທຳ. (ພະບັນຍັດ 32:4; 1 ໂຢຮັນ 4:8) ຄຸນລັກສະນະເຫຼົ່ານັ້ນເຮັດໃຫ້ຂ້ອຍປະທັບໃຈແທ້ໆ. ຂ້ອຍຢາກຮຽນຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາ ຂ້ອຍຈຶ່ງຕອບຕົກລົງເມື່ອລາວຊວນຂ້ອຍຮຽນຄຳພີໄບເບິນ.
ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍເຂົ້າຮ່ວມການປະຊຸມກັບພະຍານພະເຢໂຫວາ. ຂ້ອຍປະທັບໃຈຫຼາຍທີ່ເຫັນວ່າເຂົາເຈົ້າມີຄວາມຮັກແທ້ຕໍ່ກັນ ແລະເຂົາເຈົ້າບໍ່ຈຳແນກເຊື້ອຊາດຫຼືຊົນຊັ້ນ. ແຮ່ງຂ້ອຍຄົບຫາກັບພະຍານຫຼາຍເທົ່າໃດ ຂ້ອຍກໍແຮ່ງໝັ້ນໃຈວ່າເຂົາເຈົ້າເປັນລູກສິດແທ້ຂອງພະເຢຊູ.—ໂຢຮັນ 13:35
ຂ້ອຍຮູ້ວ່າຖ້າຂ້ອຍຢາກຮັບໃຊ້ພະເຢໂຫວາ ຂ້ອຍຕ້ອງຕັດສິນໃຈລາອອກຈາກໂບດກາໂຕລິກ. ແຕ່ການເຮັດແບບນີ້ກໍບໍ່ງ່າຍເລີຍ ຍ້ອນຂ້ອຍຢ້ານວ່າຄົນອື່ນຈະຄິດແນວໃດ. ຫຼັງຈາກລວບລວມຄວາມກ້າຢູ່ດົນເຕີບແລະດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ໃນທີ່ສຸດຂ້ອຍກໍລາອອກຈາກໂບດໄດ້.
ຍັງມີອີກເລື່ອງໜຶ່ງທີ່ຂ້ອຍຕ້ອງເຮັດການປ່ຽນແປງຄັ້ງໃຫຍ່. ການຮຽນຄຳພີໄບເບິນເຮັດໃຫ້ຂ້ອຍຮູ້ວ່າພະເຢໂຫວາບໍ່ຍອມຮັບການມີເມຍຫຼາຍຄົນ. (ປະຖົມມະການ 2:18-24; ມັດທາຍ 19:4-6) ໃນສາຍຕາຂອງເພິ່ນ ການແຕ່ງດອງເທື່ອທຳອິດເທົ່ານັ້ນທີ່ເພິ່ນຖືວ່າຖືກຕ້ອງ. ຂ້ອຍຈຶ່ງໄປຈົດທະບຽນແຕ່ງດອງກັບເມຍຄົນທຳອິດໃຫ້ຖືກຕ້ອງ ແລະເລີກກັບເມຍຄົນອື່ນໆໂດຍຈັດໃຫ້ເຂົາເຈົ້າມີສິ່ງຈຳເປັນຕ່າງໆຢ່າງພຽງພໍ. ຕໍ່ມາ ເມຍເກົ່າຂອງຂ້ອຍ 2 ຄົນກໍໄດ້ເຂົ້າມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ໄດ້ຮັບ:
ເຖິງວ່າເມຍຂ້ອຍຍັງເປັນກາໂຕລິກຢູ່ ແຕ່ລາວກໍນັບຖືການຕັດສິນໃຈຂອງຂ້ອຍທີ່ເລືອກຮັບໃຊ້ພະເຢໂຫວາ. ເຮົາທັງສອງຄົນຮູ້ສຶກວ່າຂ້ອຍເປັນຜົວທີ່ດີຂຶ້ນ.
ຂ້ອຍເຄີຍຄິດວ່າການມີບົດບາດທາງການເມືອງຈະຊ່ວຍພັດທະນາສັງຄົມໃຫ້ດີຂຶ້ນໄດ້ ແຕ່ກໍເຫັນແຈ້ງວ່າຄວາມພະຍາຍາມທັງໝົດນັ້ນບໍ່ມີປະໂຫຍດເລີຍ. ຕອນນີ້ຂ້ອຍເຂົ້າໃຈແລ້ວວ່າມີແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ຈະສາມາດແກ້ໄຂບັນຫາຂອງມະນຸດໄດ້. (ມັດທາຍ 6:9, 10) ຂ້ອຍຂອບໃຈພະເຢໂຫວາທີ່ສອນຂ້ອຍໃຫ້ຮູ້ແນວທາງທີ່ຈະມີຊີວິດທີ່ມີຄວາມສຸກແທ້.
“ມັນບໍ່ງ່າຍເລີຍທີ່ຈະປ່ຽນແປງໂຕເອງ.”—ອາເລັກ ເລມ໋ອດສ໌ ຊິວາ
ປີເກີດ: 1977
ເກີດຢູ່ປະເທດ: ບຣາຊິວ
ອະດີດ: ຄຸນພໍ່ຂອງສາສະໜາເພັນເຕກອດ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ຢູ່ແຖວຊານເມືອງອີຕູ ລັດເຊົາເປົາໂລ. ຊຸມຊົນແຖວນີ້ມີຊື່ສຽງວ່າເປັນແຫຼ່ງອາດຊະຍາກອນ.
ຂ້ອຍເປັນຄົນມັກໃຊ້ຄວາມຮຸນແຮງຫຼາຍແລະບໍ່ມີສິນລະທຳເລີຍ. ນອກຈາກນັ້ນ ຂ້ອຍຍັງຄ້າຢາເສບຕິດນຳ. ຕໍ່ມາ ຂ້ອຍກໍຄິດໄດ້ວ່າ ຖ້າຍັງເຮັດແບບນີ້ຊີວິດຂ້ອຍຄືຊິຕ້ອງຈົບໃນຄຸກຫຼືບໍ່ຊັ້ນກໍໃນຂຸມຝັງສົບ. ຂ້ອຍຈຶ່ງເຊົາທຸກຢ່າງ ແລ້ວເລີ່ມເຂົ້າໂບດຂອງສາສະໜາເພັນເຕກອດ ແລະໃນທີ່ສຸດຂ້ອຍກໍໄດ້ເປັນຄຸນພໍ່.
ຂ້ອຍຮູ້ສຶກວ່າການເປັນຄຸນພໍ່ໃນໂບດຄືຊິເຮັດໃຫ້ຂ້ອຍສາມາດຊ່ວຍຄົນອື່ນໄດ້ແທ້. ຂ້ອຍຍັງໄດ້ອອກລາຍການສອນສາສະໜາທາງວິທະຍຸຂອງຊຸມຊົນ ຈົນມີຊື່ສຽງໃນເຂດນັ້ນ. ແຕ່ຕໍ່ມາຂ້ອຍກໍຄ່ອຍໆເລີ່ມເຫັນວ່າໂບດສ່ວນຫຼາຍບໍ່ໄດ້ສົນໃຈຄວາມເປັນຢູ່ຂອງສະມາຊິກ ແລະຮ້າຍກວ່ານັ້ນເຂົາເຈົ້າບໍ່ສົນໃຈທີ່ຈະໃຫ້ກຽດພະເຈົ້າເລີຍ. ຂ້ອຍຮູ້ສຶກວ່າເປົ້າໝາຍຂອງໂບດຈັກມີແຕ່ການຫາເງິນ. ສະນັ້ນ ຂ້ອຍຈຶ່ງຕັດສິນໃຈລາອອກຈາກໂບດ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ຕອນຂ້ອຍເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ຂ້ອຍເຫັນໄດ້ທັນທີວ່າເຂົາເຈົ້າແຕກຕ່າງຈາກສາສະໜາອື່ນໆ. ມີ 2 ຢ່າງທີ່ປະທັບໃຈຂ້ອຍ. ຢ່າງທຳອິດແມ່ນ ພະຍານພະເຢໂຫວາບໍ່ແມ່ນມີແຕ່ເວົ້າຊື່ໆເຖິງຄວາມຮັກທີ່ມີຕໍ່ພະເຈົ້າແລະເພື່ອນບ້ານ ແຕ່ເຂົາເຈົ້າສະແດງໃຫ້ເຫັນດ້ວຍການກະທຳ. ຢ່າງທີ 2 ເຂົາເຈົ້າບໍ່ມີສ່ວນຮ່ວມກັບການເມືອງຫຼືສົງຄາມ. (ເອຊາຢາ 2:4) ຄວາມຈິງ 2 ຢ່າງນີ້ເຮັດໃຫ້ຂ້ອຍໝັ້ນໃຈວ່າຂ້ອຍເຈິສາສະໜາແທ້ ເຊິ່ງເປັນທາງແຄບທີ່ພາໄປສູ່ຊີວິດຕະຫຼອດໄປ.—ມັດທາຍ 7:13, 14
ຂ້ອຍຮູ້ວ່າຖ້າຂ້ອຍຢາກໃຫ້ພະເຢໂຫວາພໍໃຈ ຂ້ອຍຕ້ອງປ່ຽນແປງໂຕເອງຫຼາຍຢ່າງ. ຂ້ອຍຕ້ອງເອົາໃຈໃສ່ຄອບຄົວໃຫ້ຫຼາຍກວ່ານີ້ ແລະຂ້ອຍຍັງຕ້ອງເປັນຄົນຖ່ອມຫຼາຍຂຶ້ນນຳ. ມັນບໍ່ງ່າຍເລີຍທີ່ຈະປ່ຽນແປງໂຕເອງ ແຕ່ຍ້ອນພະເຢໂຫວາຊ່ວຍ ຂ້ອຍຈຶ່ງເຮັດສຳເລັດ. ເມຍຂອງຂ້ອຍປະທັບໃຈຫຼາຍທີ່ເຫັນການປ່ຽນແປງເຫຼົ່ານີ້. ລາວເລີ່ມຮຽນຄຳພີໄບເບິນກ່ອນຂ້ອຍ ແຕ່ຕອນນີ້ລາວກ້າວໜ້າໄວຫຼາຍ. ບໍ່ດົນຫຼັງຈາກນັ້ນ ເຮົາກໍຮູ້ວ່າເຮົາຢາກເປັນພະຍານພະເຢໂຫວາ. ໃນທີ່ສຸດ ເຮົາກໍຮັບບັບເຕມາໃນມື້ດຽວກັນ.
ປະໂຫຍດທີ່ໄດ້ຮັບ:
ຂ້ອຍກັບເມຍມີຄວາມສຸກຫຼາຍທີ່ໄດ້ຊ່ວຍລູກທັງສາມຄົນໃຫ້ມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ. ເຮົາມີຊີວິດຄອບຄົວທີ່ມີຄວາມສຸກແທ້ໆ. ຂ້ອຍຂອບໃຈພະເຢໂຫວາທີ່ໄດ້ຊັກນຳຂ້ອຍໃຫ້ມາຮູ້ຈັກຄວາມຈິງໃນຄຳພີໄບເບິນ. ຄຳພີໄບເບິນປ່ຽນຊີວິດຄົນໄດ້ແທ້ໆ! ຂ້ອຍໄດ້ພິສູດມາແລ້ວ.
“ຂ້ອຍຮູ້ສຶກວ່າໂຕເອງສະອາດ ແລະມີຊີວິດຢູ່ແບບມີຄວາມໝາຍ.”—ວິກຕໍເຣຍ ທັງ
ປີເກີດ: 1957
ເກີດຢູ່ປະເທດ: ອົດສະຕຣາລີ
ອະດີດ: ມີຊີວິດທີ່ຂົມຂື່ນຕອນຍັງນ້ອຍ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ຢູ່ເມືອງນິວຄາໂຊ້ ລັດນິວເຊົາເວວ. ຂ້ອຍເປັນລູກກົກໃນຈຳນວນລູກທັງໝົດ 7 ຄົນ. ພວກເຮົາໃຫຍ່ມາໃນຄອບຄົວທີ່ພໍ່ເປັນຄົນມັກໃຊ້ຄວາມຮຸນແຮງແລະຕິດເຫຼົ້າ ສ່ວນແມ່ກໍມັກໃຊ້ຄວາມຮຸນແຮງຄືກັນ. ແມ່ມັກຈະຕີແລະດ່າຂ້ອຍ. ເພິ່ນບອກຂ້ອຍຕະຫຼອດວ່າຂ້ອຍເປັນຄົນບໍ່ດີແລະຂ້ອຍຈະຖືກທໍລະມານໃນນະລົກ. ສິ່ງເຫຼົ່ານີ້ເຮັດໃຫ້ຂ້ອຍຢ້ານຫຼາຍ.
ຂ້ອຍຖືກແມ່ຕີຈົນໄດ້ຂາດໂຮງຮຽນຕະຫຼອດ. ຕອນອາຍຸ 11 ປີ ຂ້ອຍຖືກພາໄປຢູ່ບ່ອນຄຸ້ມຄອງເດັກຂອງລັດຖະບານ ແລະຕໍ່ມາກໍຖືກສົ່ງໄປຢູ່ໂຮງຮຽນຄຸນແມ່. ຕອນອາຍຸ 14 ປີ ຂ້ອຍໜີອອກຈາກໂຮງຮຽນຄຸນແມ່ ແຕ່ຂ້ອຍກໍບໍ່ຢາກກັບເມືອເຮືອນ ຂ້ອຍຈຶ່ງໃຊ້ຊີວິດຢູ່ຕາມຫົນທາງແຖວຄິງສ໌ຄອດສ໌ຂອງເມືອງຊິດນີ້.
ຕອນທີ່ໃຊ້ຊີວິດຢູ່ຕາມຫົນທາງ ຂ້ອຍໄດ້ເຂົ້າໄປພົວພັນກັບຢາເສບຕິດ ຕິດເຫຼົ້າ ເບິ່ງສື່ລາມົກ ແລະເປັນໂສເພນີ. ມີເຫດການໜຶ່ງທີ່ເຮັດໃຫ້ຂ້ອຍຢ້ານຫຼາຍ. ຕອນນັ້ນຂ້ອຍອາໄສຢູ່ກັບເຈົ້າຂອງເທັກແຫ່ງໜຶ່ງ. ຕອນແລງມື້ໜຶ່ງ ມີຜູ້ຊາຍ 2 ຄົນມາຫາລາວຢູ່ອາພາດເມັນ. ລາວບອກຂ້ອຍໃຫ້ເຂົ້າໄປຢູ່ໃນຫ້ອງນອນ ແຕ່ຂ້ອຍໄດ້ຍິນເຂົາເຈົ້າລົມກັນ. ເຈົ້າຂອງເທັກກຳລັງເຈລະຈາເພື່ອຈະຂາຍຂ້ອຍໃຫ້ຜູ້ຊາຍ 2 ຄົນນັ້ນ. ເຂົາເຈົ້າຈະເຊື່ອງຂ້ອຍໄປກັບເຮືອສິນຄ້າ ແລະສົ່ງໄປເຮັດວຽກໃນບາຢູ່ຍີ່ປຸ່ນ. ຂ້ອຍຕົກໃຈຫຼາຍຈົນໂດດລົງຈາກລະບຽງແລະແລ່ນຊອກຫາໃຫ້ຄົນຊ່ວຍ.
ຂ້ອຍເຈິກັບຜູ້ຊາຍຄົນໜຶ່ງທີ່ມາທ່ຽວຊິດນີ້. ຂ້ອຍເລົ່າໃຫ້ລາວຟັງວ່າເກີດຫຍັງຂຶ້ນ ແລະຫວັງວ່າລາວຈະເອົາເງິນໃຫ້ຂ້ອຍ. ແຕ່ລາວພັດຊວນຂ້ອຍໃຫ້ໄປບ່ອນທີ່ລາວພັກເພື່ອຂ້ອຍຈະໄດ້ອາບນ້ຳແລະກິນຫຍັງບາງຢ່າງ. ແຕ່ສຸດທ້າຍຂ້ອຍພັດຢູ່ຫັ້ນເລີຍ. ແລ້ວໜຶ່ງປີຫຼັງຈາກນັ້ນ ເຮົາກໍແຕ່ງດອງກັນ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ຕອນຂ້ອຍເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ຂ້ອຍມີຄວາມຮູ້ສຶກຫຼາຍຢ່າງປົນກັນ. ຂ້ອຍໃຈຮ້າຍຫຼາຍທີ່ຮູ້ວ່າຊາຕານເປັນຕົ້ນເຫດຂອງຄວາມຊົ່ວ. ຂ້ອຍຖືກສອນມາຕະຫຼອດວ່າພະເຈົ້າເປັນຜູ້ເຮັດໃຫ້ເຮົາມີຄວາມທຸກ. ຂ້ອຍຮູ້ສຶກໂລ່ງໃຈຫຼາຍຕອນທີ່ໄດ້ຮຽນວ່າພະເຈົ້າບໍ່ໄດ້ລົງໂທດມະນຸດໃນນະລົກ ເຊິ່ງເປັນຄຳສອນທີ່ເຮັດໃຫ້ຂ້ອຍຢ້ານມາດົນຕັ້ງແຕ່ຂ້ອຍຈື່ຄວາມໄດ້.
ຂ້ອຍປະທັບໃຈທີ່ພະຍານໃຊ້ຄຳພີໄບເບິນໃນການຕັດສິນໃຈທຸກໆເລື່ອງ. ເຂົາເຈົ້າໃຊ້ຊີວິດຕາມຄວາມເຊື່ອຂອງໂຕເອງແທ້ໆ. ທີ່ຈິງ ຂ້ອຍເປັນຄົນຫົວແຂງ ແຕ່ບໍ່ວ່າຂ້ອຍຈະເວົ້າຫຼືເຮັດຫຍັງກໍຕາມ ພະຍານຈະປະຕິບັດຕໍ່ຂ້ອຍດ້ວຍຄວາມຮັກແລະຄວາມນັບຖືສະເໝີ.
ບັນຫາໃຫຍ່ທີ່ສຸດຂອງຂ້ອຍແມ່ນ ຂ້ອຍຮູ້ສຶກວ່າໂຕເອງບໍ່ມີຄ່າ. ຂ້ອຍຊັງໂຕເອງຫຼາຍ ແລະຂ້ອຍຍັງມີຄວາມຮູ້ສຶກແບບນີ້ເຖິງວ່າຈະຮັບບັບເຕມາເປັນພະຍານມາດົນແລ້ວກໍຕາມ. ຂ້ອຍຮູ້ວ່າຂ້ອຍຮັກພະເຢໂຫວາ ແຕ່ຂ້ອຍຄິດວ່າເພິ່ນຄືຊິບໍ່ມີທາງຮັກຄົນແບບຂ້ອຍໄດ້ດອກ.
ຫຼັງຈາກຮັບບັບເຕມາໄດ້ປະມານ 15 ປີ ໃນທີ່ສຸດຊີວິດຂ້ອຍກໍມາຮອດຈຸດປ່ຽນ. ຕອນທີ່ຟັງຄຳບັນລະຍາຍຢູ່ບ່ອນປະຊຸມ ຜູ້ບັນລະຍາຍໄດ້ເວົ້າເຖິງຢາໂກໂບ 1:23, 24. ຂໍ້ພະຄຳພີເຫຼົ່ານັ້ນສົມທຽບຄຳເວົ້າຂອງພະເຢໂຫວາເປັນຄືກັບແວ່ນ ເຊິ່ງຊ່ວຍເຮົາໃຫ້ເບິ່ງໂຕເອງແບບທີ່ພະເຢໂຫວາເບິ່ງ. ຂ້ອຍເລີ່ມຄິດວ່າບາງເທື່ອຂ້ອຍອາດຈະເບິ່ງໂຕເອງຕ່າງຈາກທີ່ພະເຢໂຫວາເບິ່ງຂ້ອຍກໍໄດ້. ທຳອິດ ຂ້ອຍຕໍ່ຕ້ານຄວາມຄິດນີ້. ຂ້ອຍຍັງຮູ້ສຶກວ່າເປັນໄປບໍ່ໄດ້ທີ່ພະເຢໂຫວາຈະຮັກຄົນຄືຂ້ອຍ.
ສອງສາມມື້ຕໍ່ມາ ຂ້ອຍໄດ້ອ່ານຂໍ້ຄຳພີທີ່ປ່ຽນຊີວິດຂ້ອຍ. ຂໍ້ນັ້ນແມ່ນເອຊາຢາ 1:18 ທີ່ພະເຢໂຫວາບອກວ່າ: “ໃຫ້ພວກເຮົາມາລົມກັນ ເຮົາຈະຊ່ວຍພວກເຈົ້າໃຫ້ກັບມາເປັນໝູ່ຂອງເຮົາອີກ. ເຖິງວ່າຄວາມຜິດຂອງພວກເຈົ້າເປັນສີແດງຄືກັບເລືອດເຮົາກໍຈະເຮັດໃຫ້ມັນຂາວຄືກັບຫິມະ.” ຂ້ອຍຮູ້ສຶກຄືກັບພະເຢໂຫວາກຳລັງເວົ້າກັບຂ້ອຍວ່າ: “ໃຫ້ເຮົາມາລົມກັນວິກຕໍເຣຍ ເຮົາຈະຊ່ວຍເຈົ້າໃຫ້ກັບມາເປັນໝູ່ຂອງເຮົາອີກ. ເຮົາຮູ້ຈັກເຈົ້າດີ ເຮົາຮູ້ວ່າເຈົ້າເຮັດຜິດຫຍັງມາ ເຮົາຮູ້ວ່າຫົວໃຈຂອງເຈົ້າເປັນແນວໃດ ແລະເຮົາກໍຮັກເຈົ້າ.”
ຄືນມື້ນັ້ນຂ້ອຍນອນບໍ່ຫຼັບເລີຍ. ຂ້ອຍຍັງສົງໄສຢູ່ວ່າພະເຢໂຫວາຮັກຂ້ອຍໄດ້ແທ້ໆບໍ ແຕ່ຂ້ອຍກໍເລີ່ມຄິດເຖິງເລື່ອງຄ່າໄຖ່ຂອງພະເຢຊູ. ທັນໃດນັ້ນ ຂ້ອຍກໍຄິດຂຶ້ນມາໄດ້ວ່າພະເຢໂຫວາອົດທົນກັບຂ້ອຍມາດົນຫຼາຍ ແລະເພິ່ນສະແດງໃຫ້ເຫັນໃນຫຼາຍໆວິທີວ່າຮັກຂ້ອຍ. ແຕ່ຂ້ອຍກໍເຮັດຄືກັບຈະບອກເພິ່ນວ່າ: “ຄວາມຮັກຂອງພະອົງຍັງບໍ່ຫຼາຍພໍທີ່ຈະເພື່ອແຜ່ມາຮອດຄົນຄືລູກ. ຄ່າໄຖ່ຂອງລູກຊາຍພະອົງຍັງບໍ່ມີຄຸນຄ່າພໍທີ່ຈະປົກຄຸມຄວາມຜິດຂອງລູກໄດ້.” ຂ້ອຍເຮັດຄືກັບວ່າຂ້ອຍໄດ້ໂຍນຄ່າໄຖ່ກັບໄປໃຫ້ພະເຢໂຫວາ. ແຕ່ເມື່ອໄດ້ຄິດຕຶກຕອງກ່ຽວກັບຄ່າໄຖ່ທີ່ເປັນຄືກັບຂອງຂວັນທີ່ພະເຢໂຫວາໃຫ້ຂ້ອຍ ຕອນນີ້ຂ້ອຍເລີ່ມຮູ້ສຶກແລ້ວວ່າພະເຢໂຫວາຮັກຂ້ອຍແທ້ໆ.
ປະໂຫຍດທີ່ໄດ້ຮັບ:
ຂ້ອຍຮູ້ສຶກວ່າໂຕເອງສະອາດແລະມີຊີວິດຢູ່ແບບມີຄວາມໝາຍ. ຊີວິດຄູ່ຂອງຂ້ອຍດີຂຶ້ນ ແລະຂ້ອຍດີໃຈທີ່ສາມາດໃຊ້ປະສົບການຂອງໂຕເອງເພື່ອຊ່ວຍຄົນອື່ນ. ຕອນນີ້ຂ້ອຍຮູ້ສຶກໃກ້ຊິດກັບພະເຢໂຫວາແບບທີ່ບໍ່ເຄີຍຮູ້ສຶກມາກ່ອນ.
“ນີ້ເປັນຄຳຕອບສຳລັບຄຳອະທິດຖານຂອງຂ້ອຍ.”—ເຊີເກ ໂບຕັນກິນ
ປີເກີດ: 1974
ເກີດຢູ່ປະເທດ: ລັດເຊຍ
ອະດີດ: ຫຼົງໄຫຼໃນດົນຕີທີ່ຮຸນແຮງ
ຊີວິດທີ່ຜ່ານມາ:
ຂ້ອຍເກີດຢູ່ເມືອງໂວດກິນສ໌ທີ່ເປັນບ້ານເກີດຂອງນັກແຕ່ງເພງທີ່ມີຊື່ສຽງຊື່ປີເຕີ້ ອີລິສ ໄຊຄໍສະກີ້. ຄອບຄົວຂອງເຮົາທຸກຫຼາຍ. ພໍ່ຂອງຂ້ອຍເປັນຄົນດີ ແຕ່ເພິ່ນຕິດເຫຼົ້າ. ສະນັ້ນ ບັນຍາກາດໃນເຮືອນຂອງເຮົາຈຶ່ງເຄັ່ງຕຶງຕະຫຼອດ.
ຂ້ອຍຮຽນໜັງສືບໍ່ເກັ່ງ ແລະເມື່ອໃຫຍ່ຂຶ້ນກໍເລີ່ມຮູ້ສຶກວ່າໂຕເອງບໍ່ມີຄ່າແລະເຮັດອັນໃດກໍຄືຊິບໍ່ໄດ້ດີເທົ່າຄົນອື່ນ. ຂ້ອຍກາຍເປັນຄົນມັກເກັບໂຕແລະບໍ່ໄວ້ໃຈໃຜງ່າຍໆ. ການໄປໂຮງຮຽນເຮັດໃຫ້ຂ້ອຍເຄັ່ງຕຶງຫຼາຍ. ຕົວຢ່າງເຊັ່ນ: ຕອນທີ່ຕ້ອງອອກໄປເວົ້າຕໍ່ໜ້າໝູ່ໃນຫ້ອງ ຫຼາຍເທື່ອຂ້ອຍບໍ່ສາມາດອະທິບາຍຄວາມຄິດຂອງໂຕເອງໄດ້ເຖິງວ່າຈະເປັນເລື່ອງທີ່ງ່າຍໆເຊິ່ງຂ້ອຍເຮັດໄດ້ໃນເວລາອື່ນ. ຕອນຮຽນຈົບມັດທະຍົມຕອນຕົ້ນ ອາຈານຂຽນໃສ່ໃບຕິດຕາມການຮຽນຂອງຂ້ອຍວ່າ: “ຮູ້ຄຳສັບໜ້ອຍແລະບໍ່ສາມາດອະທິບາຍຄວາມຄິດຂອງໂຕເອງອອກມາໄດ້.” ຄຳເວົ້າເຫຼົ່ານັ້ນເຮັດໃຫ້ຂ້ອຍເສຍໃຈຫຼາຍແລະແຮ່ງເຮັດໃຫ້ຮູ້ສຶກວ່າໂຕເອງບໍ່ມີຄ່າຫຼາຍຂຶ້ນກວ່າເກົ່າ. ຂ້ອຍຈຶ່ງເລີ່ມສົງໄສວ່າຂ້ອຍມີຊີວິດຢູ່ເພື່ອຫຍັງ.
ຕອນທີ່ເປັນໄວລຸ້ນ ຂ້ອຍເລີ່ມກິນເຫຼົ້າ. ຕອນທຳອິດ ການກິນເຫຼົ້າເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈ. ແຕ່ເມື່ອກິນຫຼາຍໂພດຂ້ອຍກໍຮູ້ສຶກຜິດ. ຊີວິດຂອງຂ້ອຍເບິ່ງຄືບໍ່ມີຄວາມໝາຍຫຍັງເລີຍ. ຂ້ອຍຊຶມເສົ້າຫຼາຍກວ່າເກົ່າ ແລະບາງເທື່ອຂ້ອຍກໍເກັບໂຕຢູ່ແຕ່ໃນເຮືອນຫຼາຍມື້. ຂ້ອຍເຖິງຂັ້ນຄິດຢາກຂ້າໂຕຕາຍ.
ຕອນອາຍຸ 20 ປີ ຂ້ອຍໄດ້ພົບສິ່ງໜຶ່ງທີ່ຊ່ວຍຂ້ອຍໃຫ້ຜ່ອນຄາຍເຖິງວ່າຈະພຽງຊົ່ວຄາວກໍຕາມ ນັ້ນຄືດົນຕີເຮວີ້ເມໂທ້. ດົນຕີແບບນີ້ເຮັດໃຫ້ຂ້ອຍມີຊີວິດຊີວາ ແລະຂ້ອຍກໍເລີ່ມຊອກໝູ່ທີ່ມັກຟັງດົນຕີແບບນີ້ຄືກັນ. ຂ້ອຍຈົ່ງຜົມຍາວ ບ່ອງຫູ ແລະແຕ່ງໂຕຄືກັບນັກດົນຕີທີ່ຂ້ອຍມັກ. ນິດໄສຂ້ອຍຄ່ອຍໆປ່ຽນໄປ ຂ້ອຍກາຍເປັນຄົນບໍ່ຢ້ານຕາຍແລະໃຈຮ້າຍງ່າຍ. ຂ້ອຍຜິດຖຽງກັບຄົນໃນຄອບຄົວຕະຫຼອດ.
ຂ້ອຍຄິດວ່າການຟັງດົນຕີແບບນີ້ຈະເຮັດໃຫ້ຂ້ອຍມີຄວາມສຸກ ແຕ່ຜົນພັດກົງກັນຂ້າມ. ຂ້ອຍປ່ຽນໄປກາຍເປັນຄົນລະຄົນ! ເມື່ອຂ້ອຍຮູ້ວ່ານັກດົນຕີທີ່ຂ້ອຍຫຼົງໄຫຼເຮັດບາງຢ່າງທີ່ບໍ່ດີ ຂ້ອຍກໍຮູ້ສຶກຄືກັບຖືກຫັກຫຼັງ.
ຂ້ອຍເລີ່ມຄິດຢາກຂ້າໂຕຕາຍອີກເທື່ອໜຶ່ງ ແລະເທື່ອນີ້ຂ້ອຍຢາກເຮັດແທ້ໆ. ແຕ່ສິ່ງໜຶ່ງທີ່ຢຸດຂ້ອຍໄວ້ແມ່ນຂ້ອຍເປັນຫ່ວງວ່າແມ່ຈະຮູ້ສຶກແນວໃດຖ້າຂ້ອຍຂ້າໂຕຕາຍ. ແມ່ຮັກຂ້ອຍຫຼາຍ ແລະເພິ່ນໄດ້ເຮັດຫຼາຍຢ່າງເພື່ອຂ້ອຍ. ຂ້ອຍຮູ້ສຶກທໍລະມານໃຈຫຼາຍ. ຂ້ອຍບໍ່ຢາກມີຊີວິດຢູ່ຕໍ່ໄປ ແຕ່ຂ້ອຍກໍຂ້າໂຕຕາຍບໍ່ໄດ້.
ເພື່ອຈະບໍ່ຈົມຢູ່ກັບເລື່ອງນີ້ຫຼາຍເກີນໄປ ຂ້ອຍຈຶ່ງເລີ່ມອ່ານວັນນະຄະດີຄລາດຊິກຂອງລັດເຊຍ. ມີເລື່ອງໜຶ່ງທີ່ຂ້ອຍອ່ານ ໂຕລະຄອນຫຼັກຂອງເລື່ອງເຮັດວຽກຢູ່ໂບດ. ເລື່ອງທີ່ອ່ານກະຕຸ້ນໃຈຂ້ອຍທັນທີໃຫ້ຢາກເຮັດບາງຢ່າງເພື່ອພະເຈົ້າແລະຄົນອື່ນ. ຂ້ອຍອະທິດຖານຫາພະເຈົ້າຈາກໃຈ ເຊິ່ງເປັນສິ່ງທີ່ຂ້ອຍບໍ່ເຄີຍເຮັດມາກ່ອນ. ຂ້ອຍຂໍໃຫ້ພະເຈົ້າຊ່ວຍຂ້ອຍໃຫ້ຮູ້ວິທີໃຊ້ຊີວິດແບບມີຄວາມໝາຍ. ຕອນທີ່ກຳລັງອະທິດຖານ ຂ້ອຍກໍຮູ້ສຶກສະບາຍໃຈແບບບອກບໍ່ຖືກ. ແຕ່ມີສິ່ງທີ່ໜ້າແປກໃຈກວ່ານັ້ນແມ່ນ ຫຼັງຈາກນັ້ນພຽງແຕ່ 2 ຊົ່ວໂມງກໍມີພະຍານພະເຢໂຫວາມາເຄາະປະຕູເຮືອນແລະຊວນຂ້ອຍຮຽນຄຳພີໄບເບິນ. ຂ້ອຍເຊື່ອວ່ານີ້ເປັນຄຳຕອບສຳລັບຄຳອະທິດຖານຂອງຂ້ອຍ. ມື້ນັ້ນເປັນມື້ເລີ່ມຕົ້ນຊີວິດໃໝ່ຂອງຂ້ອຍທີ່ມີຄວາມສຸກ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ເຖິງວ່າມັນຈະຍາກຫຼາຍ ແຕ່ຂ້ອຍໄດ້ເອົາທຸກສິ່ງທຸກຢ່າງກ່ຽວກັບດົນຕີເຮວີ້ເມໂທ້ໄປຖິ້ມຈົນໝົດ. ແນວໃດກໍຕາມ ດົນຕີທີ່ຂ້ອຍເຄີຍຟັງກໍຍັງຝັງຢູ່ໃນຫົວຂອງຂ້ອຍອີກດົນ. ຖ້າຂ້ອຍບັງເອີນຍ່າງກາຍບ່ອນທີ່ມີດົນຕີແບບນີ້ເປີດຢູ່ ຂ້ອຍຈະຄິດເຖິງຊີວິດໃນອະດີດຂຶ້ນມາທັນທີ. ຂ້ອຍບໍ່ໄດ້ຢາກໃຫ້ຄວາມຊົງຈຳເກົ່າໆທີ່ບໍ່ດີມາປົນກັບສິ່ງດີໆທີ່ຂ້ອຍກຳລັງປູກຝັງໃນຄວາມຄິດຈິດໃຈຂອງຂ້ອຍຕອນນີ້. ຂ້ອຍຈຶ່ງຕັ້ງໃຈທີ່ຈະບໍ່ໄປໃກ້ສະຖານທີ່ແບບນັ້ນ. ຖ້າຕອນໃດທີ່ເລີ່ມຄິດເຖິງເລື່ອງໃນອະດີດ ຂ້ອຍຈະຟ້າວອະທິດຖານຢ່າງຈິງຈັງ. ການເຮັດແບບນີ້ຊ່ວຍ ຂ້ອຍໃຫ້ມີ “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງ.”—ຟີລິບປອຍ 4:7
ເມື່ອຮຽນຄຳພີໄບເບິນ ຂ້ອຍໄດ້ຮູ້ວ່າເຮົາຕ້ອງບອກຄົນອື່ນກ່ຽວກັບຄວາມເຊື່ອຂອງເຮົາໃຫ້ຄົນອື່ນຮູ້. (ມັດທາຍ 28:19, 20) ຂ້ອຍໝັ້ນໃຈວ່າຂ້ອຍບໍ່ມີທາງເຮັດແບບນັ້ນໄດ້ເດັດຂາດ. ແຕ່ໃນເວລາດຽວກັນ ສິ່ງໃໝ່ໆທີ່ຂ້ອຍກຳລັງຮຽນເຮັດໃຫ້ຂ້ອຍມີຄວາມສຸກແລະສະຫງົບໃຈຫຼາຍ. ຂ້ອຍຮູ້ວ່າຄົນອື່ນກໍຈຳເປັນຕ້ອງຮູ້ຄວາມຈິງເຫຼົ່ານີ້ຄືກັນ. ສະນັ້ນ ເຖິງວ່າຮູ້ສຶກຢ້ານ ແຕ່ຂ້ອຍກໍເລີ່ມເວົ້າກັບຄົນອື່ນກ່ຽວກັບສິ່ງທີ່ຂ້ອຍໄດ້ຮຽນ. ຂ້ອຍຄິດບໍ່ເຖິງເລີຍວ່າ ການລົມເລື່ອງຄຳພີໄບເບິນກັບຄົນອື່ນທີ່ຈິງແລ້ວມັນເຮັດໃຫ້ຂ້ອຍມີຄວາມໝັ້ນໃຈໃນໂຕເອງຫຼາຍຂຶ້ນ ແລະຍັງຊ່ວຍໃຫ້ຄວາມເຊື່ອໃໝ່ຢັ່ງຮາກເລິກລົງໄປໃນຫົວໃຈຂ້ອຍນຳ.
ປະໂຫຍດທີ່ໄດ້ຮັບ:
ຕອນນີ້ຂ້ອຍແຕ່ງດອງແລ້ວແລະມີຄວາມສຸກຫຼາຍ. ຂ້ອຍດີໃຈທີ່ໄດ້ຊ່ວຍຫຼາຍຄົນໃຫ້ມາຮຽນຄຳພີໄບເບິນລວມທັງແມ່ແລະນ້ອງສາວຂອງຂ້ອຍນຳ. ການຮັບໃຊ້ພະເຢໂຫວາແລະຊ່ວຍຄົນອື່ນໃຫ້ມາຮູ້ຈັກເພິ່ນເຮັດໃຫ້ຊີວິດຂ້ອຍມີຄວາມໝາຍແທ້ໆ.