ຊ້າຍ: ການປະຊຸມກາງແຈ້ງໃນລອນດອນ ປະເທດອັງກິດໃນປີ 1945 ຂວາ: ການປະຊຸມພິເສດມື້ດຽວໃນມາລາວີ ທະວີບອາຝຼິກກາໃນປີ 2012
ຕອນ 5
ລາຊະອານາຈັກຂອງພະເຈົ້າໃຫ້ການສຶກສາ ການຝຶກສອນຜູ້ຮັບໃຊ້ກະສັດເຍຊູ
ເຈົ້າສົ່ງຍິ້ມໃຫ້ກຳລັງໃຈຜູ້ບັນລະຍາຍຢູ່ເທິງເວທີ. ພີ່ນ້ອງໜຸ່ມຄົນນີ້ຢູ່ປະຊາຄົມດຽວກັບເຈົ້າ ນີ້ເປັນເທື່ອທຳອິດທີ່ລາວບັນລະຍາຍໃນການປະຊຸມໃຫຍ່. ໃນຂະນະທີ່ເຈົ້າຟັງລາວບັນລະຍາຍ ເຈົ້າກໍອົດຄິດບໍ່ໄດ້ວ່າພະເຈົ້າຝຶກສອນປະຊາຊົນຂອງພະອົງໄດ້ສຸດຍອດແທ້ໆ. ເຈົ້າຍັງຈື່ຕອນທີ່ລາວເລີ່ມຝຶກບັນລະຍາຍຢູ່ເທິງເວທີໃນຕອນທຳອິດໄດ້ ແຕ່ຕອນນີ້ຕ່າງກັນຫຼາຍແທ້ໆກັບຕອນນັ້ນ! ລາວກ້າວໜ້າຫຼາຍຫຼັງຈາກເຂົ້າໂຮງຮຽນໄພໂອເນຍ. ເມື່ອບໍ່ດົນມານີ້ ລາວກັບເມຍຫາກໍ່ຈົບຈາກໂຮງຮຽນຜູ້ປະກາດລາຊະອານາຈັກ. ໃນຂະນະທີ່ເຈົ້າຕົບມືໃຫ້ກັບຄຳບັນລະຍາຍທີ່ສຸດຍອດຂອງລາວ ເຈົ້າກໍຫຼຽວໄປເບິ່ງອ້ອມຮອບແລ້ວກໍຄິດເຖິງການສອນທີ່ປະຊາຊົນຂອງພະເຈົ້າໄດ້ຮັບ.
ຄຳພີໄບເບິນບອກໄວ້ດົນແລ້ວວ່າຈະມີສະໄໝໜຶ່ງທີ່ປະຊາຊົນທຸກຄົນຂອງພະເຢໂຫວາຈະ “ໄດ້ຮັບການສອນ” ຈາກພະອົງ. (ເອຊາ. 54:13, ລ.ມ.) ແລະຕອນນີ້ເຮົາກໍກຳລັງຢູ່ໃນສະໄໝນັ້ນ. ເຮົາໄດ້ຮັບການສຶກສາຈາກພະເຈົ້າທັງທາງສັບພະໜັງສືຂອງເຮົາ ການປະຊຸມປະຈຳປະຊາຄົມ ການປະຊຸມໃຫຍ່ ແລະໂຮງຮຽນຕ່າງໆເພື່ອຝຶກສອນເຮົາໃຫ້ສາມາດເຮັດວຽກມອບໝາຍແຕ່ລະຢ່າງໃນອົງການຂອງພະເຢໂຫວາ. ໃນຕອນ 5 ນີ້ເຮົາຈະພິຈາລະນາກ່ຽວກັບການສຶກສາທຸກຢ່າງທີ່ເຮົາໄດ້ຮັບ ເຊິ່ງເປັນຂໍ້ພິສູດທີ່ໜັກແໜ້ນວ່າລາຊະອານາຈັກຂອງພະເຈົ້າກຳລັງປົກຄອງຢູ່.