ບຸກຄົນທີ່ຄວນຮຽນແບບ—ແມ່ໝ້າຍທຸກຍາກ
ພະເຢຊູແນມເບິ່ງຄົນລວຍເອົາເງິນມາໃສ່ກ່ອງບໍລິຈາກໃນວິຫານ. ໃນທ່າມກາງຫຼາຍຄົນ ເພິ່ນໄດ້ສັງເກດເຫັນແມ່ໝ້າຍທຸກຍາກຄົນໜຶ່ງບໍລິຈາກ “ຫຼຽນນ້ອຍໆ 2 ຫຼຽນທີ່ມີຄ່າໜ້ອຍດຽວ.” (ລູກາ 21:2) ພະເຢຊູຊົມເຊີຍລາວວ່າເປັນຄົນໃຈກວ້າງ. ຍ້ອນຫຍັງ? ຍ້ອນຄົນອື່ນໆໄດ້ “ເອົາເງິນເຫຼືອໃຊ້ມາບໍລິຈາກ ແຕ່ແມ່ໝ້າຍຜູ້ນີ້ ເຖິງວ່າຈະທຸກຍາກຫຼາຍກໍຍັງເອົາເງິນທັງໝົດທີ່ລາວມີສຳລັບລ້ຽງຊີວິດມາບໍລິຈາກ.”—ມາຣະໂກ 12:44
ເຈົ້າຮັກພະເຈົ້າຄືກັບແມ່ໝ້າຍຄົນນີ້ບໍ? ເຈົ້າເຕັມໃຈທີ່ຈະໃຊ້ເວລາແລະເງິນຂອງເຈົ້າເພື່ອຮັບໃຊ້ພະເຈົ້າບໍ? ຄືກັບແມ່ໝ້າຍຄົນນີ້ ເຈົ້າສາມາດບໍລິຈາກເງິນເພື່ອຊ່ວຍຄ່າໃຊ້ຈ່າຍໃນຫໍປະຊຸມໄດ້. ເຈົ້າຍັງສາມາດໃຊ້ເວລາແລະເງິນເພື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າໂດຍປະກາດໃຫ້ເຂົາເຈົ້າຟັງ. ພະເຢໂຫວາສັງເກດເຫັນແລະພໍໃຈກັບເງິນຈຳນວນໜ້ອຍດຽວທີ່ແມ່ໝ້າຍບໍລິຈາກເພື່ອສະໜັບສະໜູນວຽກຂອງເພິ່ນ. ຖ້າເຈົ້າຮັກພະເຈົ້າແລະໃຫ້ຄວາມຕ້ອງການຂອງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດເຈົ້າ ເພິ່ນກໍຈະຮັກແລະຊ່ວຍເຫຼືອເຈົ້າຄືກັນ.—ມັດທາຍ 6:33