ບົດທີ 20
ຈະເຮັດແນວໃດຖ້າຄອບຄົວຂ້ອຍທຸກຍາກ?
ເກຣກໍຣີເຊິ່ງເປັນໄວລຸ້ນໃນເອີຣົບຕາເວັນອອກຢາກມີເຄື່ອງນຸ່ງຫຼືເຄື່ອງເອເລັກໂຕຣນິກແບບໄວລຸ້ນຕາເວັນຕົກ ແຕ່ລາວບໍ່ມີເງິນຊື້. ລາວບໍ່ພໍໃຈກັບສະພາບຄວາມເປັນຢູ່ຂອງໂຕເອງ ລາວຈຶ່ງກຽມຍ້າຍໄປອອດເຕຣຍ. ເຈົ້າຄິດວ່າເກຣກໍຣີທຸກຍາກບໍ?
□ ທຸກ □ ບໍ່ທຸກ
ໃນອີກສ່ວນໜຶ່ງຂອງໂລກທີ່ຫ່າງໄກຈາກເອີຣົບຕາເວັນອອກຫຼາຍພັນກິໂລແມັດ ມີໄວລຸ້ນຄົນໜຶ່ງຊື່ໂລຍິໂຊອາໄສຢູ່ຕູບນ້ອຍໆກັບຄອບຄົວໃນເຂດຊົນນະບົດຂອງອາຟຣິກາໃຕ້. ໂລຍິໂຊຮູ້ສຶກອິດສາໄວລຸ້ນທີ່ຢູ່ໃນເມືອງ ເພາະເຂົາເຈົ້າມີຊີວິດທີ່ສະດວກສະບາຍ ມີທັງນ້ຳປະປາແລະໄຟຟ້າໃຊ້. ເຈົ້າຄິດວ່າໂລຍິໂຊທຸກຍາກບໍ?
□ ທຸກ □ ບໍ່ທຸກ
ເຫັນໄດ້ແຈ້ງວ່າ ຄວາມໝາຍຂອງຄຳວ່າ “ທຸກຍາກ” ໃນແຕ່ລະບ່ອນແຕກຕ່າງກັນ. ຕົວຢ່າງເຊັ່ນ ເກຣກໍຣີອາດຄິດວ່າໂຕເອງທຸກຍາກ ແຕ່ເມື່ອປຽບທຽບກັບໂລຍິໂຊ ເກຣກໍຣີກໍຖືວ່າມີຊີວິດທີ່ສະດວກສະບາຍແລ້ວ. ເຈົ້າຕ້ອງຍອມຮັບຄວາມຈິງທີ່ວ່າ ບໍ່ວ່າເຈົ້າຈະທຸກຍາກສ່ຳໃດກໍຍັງມີຄົນທີ່ທຸກຍາກກວ່າເຈົ້າຢູ່. ແຕ່ຖ້າເຈົ້າບໍ່ມີເຄື່ອງນຸ່ງດີໆໃສ່ໄປໂຮງຮຽນຫຼືບໍ່ມີສິ່ງຈຳເປັນເຊັ່ນນ້ຳປະປາ ການທີ່ຮູ້ວ່າຍັງມີຄົນທີ່ລຳບາກກວ່າເຈົ້າກໍຄືຊິບໍ່ໄດ້ຊ່ວຍໃຫ້ຮູ້ສຶກດີຂຶ້ນແມ່ນບໍ?
ໄວລຸ້ນບາງຄົນທີ່ໃຫຍ່ມາໃນຄອບຄົວທີ່ທຸກຍາກຮູ້ສຶກວ່າໂຕເອງບໍ່ມີຄ່າແລະຕ່ຳຕ້ອຍ. ເຂົາເຈົ້າພະຍາຍາມລືມພາບຂອງໂຕເອງໂດຍການກິນເຫຼົ້າຫຼືໃຊ້ຢາເສບຕິດ. ແຕ່ການພະຍາຍາມໜີຈາກຄວາມຈິງແບບນີ້ມີແຕ່ຈະເຮັດໃຫ້ບັນຫາຮ້າຍແຮງກວ່າເກົ່າຊ້ຳ. ຄົນທີ່ກິນເຫຼົ້າຫຼາຍໂພດພົບວ່າ “ມັນຈະຕອດຄືກັບງູ ແລະພົ່ນພິດຄືກັບງູພິດ.” (ສຸພາສິດ 23:32) ມາເຣຍຢູ່ໃນຄອບຄົວທີ່ທຸກຍາກໃນອາຟຣິກາໃຕ້ບອກວ່າ: “ການພະຍາຍາມໜີຄວາມເປັນຈິງບໍ່ໄດ້ຊ່ວຍແກ້ບັນຫາເລີຍ ແຕ່ພັດເຮັດໃຫ້ເກີດບັນຫາຫຼາຍກວ່າເກົ່າ.”
ເຖິງວ່າເຈົ້າອາດຈະບໍ່ໄດ້ໜີບັນຫາໂດຍການກິນເຫຼົ້າຫຼືເສບຢາ ແຕ່ເຈົ້າກໍອາດບໍ່ເຫັນຄວາມຫວັງແມ່ນແຕ່ໜ້ອຍດຽວທີ່ຈະເຮັດໃຫ້ຊີວິດຂອງເຈົ້າດີຂຶ້ນໄດ້. ຖ້າເປັນແບບນີ້ ເຈົ້າຈະເພິ່ງໃຜໄດ້? ຄຳແນະນຳທີ່ສະຫຼາດໃນຄຳພີໄບເບິນເປັນຄືກະແຈທີ່ປົດປ່ອຍເຈົ້າຈາກຄວາມທຸກແລະຄວາມສິ້ນຫວັງ ແລະຍັງຊ່ວຍໃຫ້ມີຄວາມຄິດໃນແງ່ບວກນຳ. ມາເບິ່ງນຳກັນວ່າຄຳແນະນຳໃນຄຳພີໄບເບິນສາມາດຊ່ວຍເຮົາໄດ້ແນວໃດ.
ຄິດເຖິງສິ່ງດີໆທີ່ເຈົ້າມີ
ຂັ້ນຕອນສຳຄັນຢ່າງໜຶ່ງແມ່ນ ຄິດເຖິງສິ່ງທີ່ເຈົ້າມີ ບໍ່ແມ່ນສິ່ງທີ່ເຈົ້າຂາດ. ສິ່ງດີໆທີ່ເຈົ້າມີເຊັ່ນ ຄອບຄົວທີ່ຮັກກັນເຊິ່ງມີຄ່າຫຼາຍກວ່າເງິນແນ່ນອນ! ສຸພາສິດໃນຄຳພີໄບເບິນບອກໄວ້ວ່າ: “ກິນຜັກຈານດຽວໃນບ່ອນທີ່ມີຄວາມຮັກ ກໍດີກວ່າກິນຊີ້ນງົວໂຕຕຸ້ຍໆໃນບ່ອນທີ່ມີຄວາມກຽດຊັງ.” (ສຸພາສິດ 15:17) ໜຸ່ມສາວຄລິດສະຕຽນມີສິ່ງທີ່ມີຄ່າຫຼາຍນັ້ນແມ່ນ “ພີ່ນ້ອງຄລິດສະຕຽນທຸກຄົນ” ທີ່ຄອຍຊ່ວຍເຫຼືອກັນ.—1 ເປໂຕ 2:17
ບາງທີເຈົ້າອາດຈະພະຍາຍາມເບິ່ງສິ່ງທີ່ເຈົ້າມີໃນແງ່ທີ່ດີກວ່ານີ້. ເຈົ້າອາດຈະຢູ່ໃນເຮືອນຫຼັງນ້ອຍໆ ຫຼືອາດເຖິງຂັ້ນຂາດສິ່ງຈຳເປັນພື້ນຖານ. ເຈົ້າອາດໃສ່ເຄື່ອງນຸ່ງເກົ່າ ມີຕຳໜິ ຫຼືມີຮອຍແປງ ຫຼືເຈົ້າອາດບໍ່ຢາກກິນອາຫານແບບເກົ່າຊ້ຳໆ. ແຕ່ເພື່ອຈະເຮັດໃຫ້ພະເຈົ້າພໍໃຈ ເຈົ້າຕ້ອງມີເຄື່ອງນຸ່ງທີ່ທັນສະໄໝຫຼືເຮືອນຫຼັງໃຫຍ່ບໍ? ເຈົ້າຕ້ອງກິນອາຫານທີ່ຫຼູໆຈຶ່ງຈະມີຊີວິດຢູ່ແລະມີສຸຂະພາບທີ່ດີບໍ? ກໍບໍ່ແມ່ນ. ອັກຄະສາວົກໂປໂລຮູ້ເລື່ອງນີ້ດີ ເພາະລາວທັງເຄີຍລວຍແລະທຸກຍາກມາກ່ອນ. (ຟີລິບປອຍ 4:12) ລາວບອກວ່າ: “ເມື່ອພວກເຮົາມີຂອງກິນແລະມີເຄື່ອງນຸ່ງໃສ່ ພວກເຮົາກໍຄວນຈະພໍໃຈໃນສິ່ງທີ່ມີຢູ່.”—1 ຕີໂມທຽວ 6:8
ເອວເດຣດເຊິ່ງເປັນຜູ້ຊາຍຄົນອາຟຣິກາໃຕ້ທີ່ໃຫຍ່ມາໃນຄອບຄົວທີ່ທຸກຍາກບອກວ່າ: “ເຮົາພຽງແຕ່ຕ້ອງຍອມຮັບວ່າຄອບຄົວເຮົາມີເງິນໜ້ອຍແລະເຮົາບໍ່ສາມາດຊື້ທຸກສິ່ງທີ່ເຮົາຕ້ອງການໄດ້.” ເອວເດຣດເລົ່າວ່າຕອນທີ່ໂສ້ງນັກຮຽນຂອງລາວຂາດ ແມ່ລາວຕ້ອງຫຍິບແລ້ວຫຍິບອີກ! ເອວເດຣດບອກວ່າ: “ຂ້ອຍຕ້ອງອົດທົນກັບການເຍາະເຍີ້ຍຈາກໝູ່. ແຕ່ເຄື່ອງນຸ່ງຂອງເຮົາກໍສະອາດແລະຍັງໃຊ້ໄດ້ດີ.”
ໃຫ້ເຫັນຄ່າໂຕເອງ
ເຈມສ໌ອາຍຸ 11 ປີອາໄສຢູ່ກັບແມ່ແລະນ້ອງສາວໃນຄ້າຍນ້ອຍໆໃກ້ເມືອງໂຈຮັນເນດສະເບີກ ອາຟຣິກາໃຕ້. ໂດຍພື້ນຖານແລ້ວ ເຂົາເຈົ້າເກືອບບໍ່ມີວັດຖຸສິ່ງຂອງຫຍັງເລີຍ. ແຕ່ເຈມສ໌ກໍມີສິ່ງທີ່ມີຄ່າຫຼາຍຄືເວລາແລະກຳລັງ ແລະລາວມັກໃຊ້ສິ່ງເຫຼົ່ານີ້ເພື່ອຊ່ວຍເຫຼືອຄົນອື່ນ. ທຸກໆທ້າຍອາທິດ ເຈມສ໌ຈະອາສາຊ່ວຍສ້າງຫໍປະຊຸມຂອງພະຍານພະເຢໂຫວາ. ລາວຊ່ວຍບໍ່ແມ່ນຍ້ອນວ່າລາວບໍ່ມີວຽກເຮັດ ແຕ່ວຽກນີ້ເຮັດໃຫ້ລາວຮູ້ສຶກວ່າໂຕເອງມີປະໂຫຍດແລະມີຄ່າ. ລາວເວົ້າວ່າ: “ແຕ່ລະມື້ຫຼັງຈາກທີ່ຊ່ວຍວຽກໃນໂຄງການກໍ່ສ້າງຫໍປະຊຸມແລ້ວ ຂ້ອຍກໍຮູ້ສຶກອີ່ມໃຈພໍໃຈຫຼາຍແທ້ໆ!”
ວຽກອີກຢ່າງໜຶ່ງທີ່ມີປະໂຫຍດແມ່ນການສອນຄຳພີໄບເບິນຕາມເຮືອນ. (ມັດທາຍ 24:14) ໜຸ່ມສາວທີ່ເປັນພະຍານພະເຢໂຫວາມີສ່ວນຮ່ວມໃນວຽກນີ້ເປັນປະຈຳໂດຍບໍ່ໄດ້ຮັບຄ່າຈ້າງ. ເຂົາເຈົ້າຊ່ວຍຄົນອື່ນໃຫ້ມີຄວາມຫວັງທີ່ຈະມີຊີວິດທີ່ດີໃນອະນາຄົດ ແລະວຽກນີ້ຍັງຊ່ວຍເຂົາເຈົ້າໃຫ້ຮູ້ສຶກວ່າໂຕເອງມີຄ່ານຳອີກ. ໃຫ້ເຮົາມາເບິ່ງວ່າພະເຢຊູເວົ້າເຖິງຄລິດສະຕຽນໃນປະຊາຄົມເມືອງຊະມີນາສະໄໝບູຮານແນວໃດ. ເຂົາເຈົ້າຂ້ອນຂ້າງທຸກຍາກທາງວັດຖຸ ແຕ່ເຖິງຈະເປັນແບບນັ້ນເຂົາເຈົ້າກໍທຸ່ມເທໂຕໃນການຮັບໃຊ້ພະເຈົ້າ. ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: ‘ຂ້ອຍຮູ້ວ່າພວກເຈົ້າລຳບາກແລະທຸກຍາກ ແຕ່ທີ່ຈິງແລ້ວພວກເຈົ້າຮັ່ງ.’ ເຂົາເຈົ້າຮັບໃຊ້ຢ່າງຈິງຈັງຍ້ອນເຊື່ອໃນຄ່າໄຖ່ຂອງພະເຢຊູ. ໃນທີ່ສຸດ ເຂົາເຈົ້າຈຶ່ງລ່ຳລວຍເປັນພິເສດເຊິ່ງກໍຄືໄດ້ຮັບຊີວິດອະມະຕະເປັນລາງວັນ.—ພະນິມິດ 2:9, 10
ເບິ່ງໄປທີ່ອະນາຄົດ
ເຈົ້າສາມາດພັດທະນາສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາໄດ້ບໍ່ວ່າເຈົ້າຈະລວຍຫຼືທຸກກໍຕາມ. ຄຳພີໄບເບິນບອກວ່າ: “ຄົນທຸກກັບຄົນລວຍມີຢ່າງໜຶ່ງທີ່ຄືກັນ ນັ້ນກໍຄືພະເຢໂຫວາເປັນຜູ້ສ້າງຂອງເຂົາເຈົ້າ.” (ສຸພາສິດ 22:2) ຄວາມຈິງຂໍ້ນີ້ຊ່ວຍໃຫ້ໜຸ່ມສາວທີ່ເປັນພະຍານພະເຢໂຫວາຫຼາຍພັນຄົນຮັບມືກັບຄວາມທຸກຍາກໄດ້. ເຂົາເຈົ້າຮູ້ດີວ່າຄວາມສຸກບໍ່ໄດ້ຂຶ້ນຢູ່ກັບການມີວັດຖຸສິ່ງຂອງ ແຕ່ຂຶ້ນຢູ່ກັບການເປັນໝູ່ກັບພະເຢໂຫວາພະເຈົ້າ ເຊິ່ງເພິ່ນກໍຢາກເປັນໝູ່ກັບທຸກຄົນທີ່ຢາກຮັບໃຊ້ເພິ່ນ. ເຂົາເຈົ້າມີຄວາມຫວັງທີ່ຈະໄດ້ຢູ່ໃນໂລກໃໝ່ເຊິ່ງຈະບໍ່ມີໃຜຕ້ອງທົນທຸກຍ້ອນຄວາມທຸກຍາກອີກເລີຍ.—2 ເປໂຕ 3:13; ພະນິມິດ 21:3, 4
ແຕ່ຕອນນີ້ ໃຫ້ໃຊ້ສິ່ງທີ່ເຈົ້າມີຢ່າງສະຫຼາດ. ເບິ່ງໄປທີ່ອະນາຄົດແລະສະສົມຊັບສົມບັດໄວ້ໃນສະຫວັນເຊິ່ງກໍຄືສ້າງສາຍສຳພັນທີ່ດີກັບພະເຈົ້າ. (ມັດທາຍ 6:19-21) ໃຫ້ເບິ່ງຄວາມທຸກຍາກວ່າເປັນບັນຫາທີ່ເຈົ້າສາມາດຮັບມືໄດ້!
ຂໍ້ຄຳພີຫຼັກ
“ເຖິງວ່າຄົນຜູ້ໜຶ່ງມີຊັບສົມບັດຫຼາຍໆ ແຕ່ມັນກໍໃຫ້ຊີວິດລາວບໍ່ໄດ້.”—ລູກາ 12:15
ຄຳແນະນຳ
ຢ່າໄປຫຍຸ້ງກ່ຽວກັບການພະນັນ ການສູບຢາ ແລະການກິນເຫຼົ້າກິນເບຍຫຼາຍເກີນໄປ. ຖ້າຄົນໃນຄອບຄົວເຈົ້າມີນິດໄສແບບນີ້ ກໍໃຫ້ເຈົ້າເປັນຕົວຢ່າງທີ່ດີໃຫ້ເຂົາເຈົ້າຮຽນແບບ.
ເຈົ້າຮູ້ບໍ . . . ?
ການເຮັດຕາມຫຼັກການໃນຄຳພີໄບເບິນຈະຊ່ວຍເຈົ້າໃຫ້ມີຄວາມອີ່ມໃຈພໍໃຈບໍ່ວ່າສະພາບການຂອງເຈົ້າຈະເປັນແນວໃດ.—ຟີລິບປອຍ 4:12, 13; 1 ຕີໂມທຽວ 6:8; ເຮັບເຣີ 13:5
ແຜນພາກປະຕິບັດ!
ສິ່ງດີໆທີ່ຂ້ອຍມີແມ່ນ ․․․․․
ຂ້ອຍຈະໃຊ້ສິ່ງດີໆເຫຼົ່ານີ້ເພື່ອຊ່ວຍເຫຼືອຜູ້ອື່ນໂດຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງຄວາມໝາຍຂອງຄຳວ່າ “ທຸກຍາກ” ໃນແຕ່ລະບ່ອນຈຶ່ງແຕກຕ່າງກັນ?
● ເປັນຫຍັງຈຶ່ງບໍ່ສະຫຼາດທີ່ຈະຕິດເຫຼົ້າຕິດຢາ ຫຼືຕິດການພະນັນເພື່ອພະຍາຍາມລືມສະພາບການຂອງໂຕເອງ?
● ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອຮັບມືກັບຄວາມທຸກຍາກ?
[ຖ້ອຍຄຳທີ່ຍົກມາໜ້າ 168]
“ເຖິງວ່າຂ້ອຍຈະໜີຈາກຄວາມທຸກຍາກບໍ່ໄດ້ ແຕ່ຂ້ອຍກໍຮູ້ວ່າການລັກເຄື່ອງຂອງຄົນອື່ນຫຼືໄປເຂົ້າແກ໊ງບໍ່ແມ່ນວິທີແກ້ບັນຫາ. ໄວລຸ້ນຫຼາຍຄົນທີ່ອາຍຸສ່ຳຂ້ອຍກໍໄດ້ເຮັດແບບນັ້ນ ແຕ່ຕອນນີ້ເຂົາເຈົ້າກາຍເປັນຄົນຕິດເຫຼົ້າຕິດຢາຫຼືບໍ່ກໍຕິດຄຸກ ແລະເປັນຄົນທີ່ສັງຄົມລັງກຽດ.”—ຈອດຈ໌
[ຂອບ/ຮູບພາບໜ້າ 164]
ສາລະບານແບບສອບຖາມ
ຂ້ອຍຄວນຍ້າຍໄປປະເທດອື່ນບໍ?
ໜຸ່ມສາວບາງຄົນຢາກໄປຢູ່ຕ່າງປະເທດເພື່ອຫາເງິນໃຊ້ເອງຫຼືຫາຊ່ວຍຄອບຄົວ. ບາງຄົນໄປເພື່ອຮຽນພາສາຕ່າງປະເທດຫຼືຮຽນຕໍ່. ຫຼືບາງຄົນໄປເພື່ອໜີບັນຫາຢູ່ເຮືອນ. ໜຸ່ມສາວຄລິດສະຕຽນບາງຄົນຍ້າຍໄປປະເທດທີ່ຈຳເປັນຕ້ອງມີຜູ້ປະກາດຫຼາຍກວ່າ. ການຕັດສິນໃຈຍ້າຍໄປຢູ່ຕ່າງປະເທດເປັນເລື່ອງໃຫຍ່ ດັ່ງນັ້ນ ເຈົ້າຕ້ອງຄິດໃຫ້ຮອບຄອບແລະບໍ່ຟ້າວຕັດສິນໃຈ. ຖ້າເຈົ້າກຳລັງຄິດທີ່ຈະໄປໃຊ້ຊີວິດຢູ່ຕ່າງປະເທດ ໃຫ້ອ່ານແລະຄິດຕຶກຕອງຂໍ້ຄຳພີທາງລຸ່ມນີ້. ຖາມໂຕເອງຕາມຄຳຖາມທີ່ໃຫ້ໄວ້ແລະຂຽນຄຳຕອບ. ແລ້ວອະທິດຖານກ່ອນຕັດສິນໃຈ.
◻ ກົດໝາຍຮຽກຮ້ອງຫຍັງແດ່?—ໂຣມ 13:1
◻ ຖ້າຈະໄປຕ່າງປະເທດຕ້ອງມີຄ່າໃຊ້ຈ່າຍເທົ່າໃດ?—ລູກາ 14:28
◻ ຕອນນີ້ຂ້ອຍເຮັດຫຍັງເປັນແດ່ເຊິ່ງສະແດງວ່າຂ້ອຍຈະສາມາດເບິ່ງແຍງໂຕເອງໄດ້ເມື່ອຢູ່ຕ່າງປະເທດ?—ສຸພາສິດ 13:4
◻ ຄົນທີ່ເຄີຍຢູ່ຕ່າງປະເທດໃຫ້ຄຳແນະນຳຫຍັງແດ່?—ສຸພາສິດ 1:5
◻ ພໍ່ແມ່ຂອງຂ້ອຍຄິດແນວໃດກັບເລື່ອງນີ້?—ສຸພາສິດ 23:22
◻ ເປັນຫຍັງຂ້ອຍຈຶ່ງຢາກຍ້າຍໄປຕ່າງປະເທດ?—ຄາລາເຕຍ 6:7, 8
◻ ຄົນທີ່ຂ້ອຍຈະໄປຢູ່ນຳຈະສະໜັບສະໜູນຂ້ອຍໃຫ້ໄປປະຊຸມ ໄປປະກາດ ແລະສຶກສາຄຳພີໄບເບິນບໍ?—ສຸພາສິດ 13:20
◻ ຂ້ອຍອາດຕ້ອງເຈິບັນຫາຫຍັງແດ່ໃນເລື່ອງສຸຂະພາບ ສິນລະທຳແລະຄວາມເຊື່ອ?—ສຸພາສິດ 5:3, 4; 27:12; 1 ຕີໂມທຽວ 6:9, 10
◻ ແທ້ໆແລ້ວ ຂ້ອຍຄາດໝາຍຫຍັງແດ່ຈາກການໃຊ້ຊີວິດຢູ່ຕ່າງປະເທດ?—ສຸພາສິດ 14:15
[ຮູບພາບໜ້າ 167]
ຄຳແນະນຳຈາກຄຳພີໄບເບິນເປັນຄືກະແຈທີ່ປົດປ່ອຍເຈົ້າຈາກຄວາມສິ້ນຫວັງຍ້ອນວ່າທຸກຍາກ