ຄຳພີໄບເບິນເວົ້າແນວໃດກ່ຽວກັບການເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ?
ຄຳຕອບຈາກຄຳພີໄບເບິນ
ລູກທີ່ເປັນຜູ້ໃຫຍ່ແລ້ວມີໜ້າທີ່ຮັບຜິດຊອບທີ່ສຳຄັນ ນັ້ນຄື: ເຂົາເຈົ້າຕ້ອງເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ. ຄຳພີໄບເບິນບອກວ່າ ລູກທີ່ໃຫຍ່ແລ້ວຄວນ “ສະແດງຄວາມນັບຖືພະເຈົ້າສຸດຫົວໃຈໂດຍຮູ້ຈັກເບິ່ງແຍງຄອບຄົວຂອງໂຕເອງກ່ອນ ແລະຮູ້ຈັກຕອບແທນບຸນຄຸນພໍ່ແມ່ແລະພໍ່ຕູ້ແມ່ຕູ້ ຍ້ອນພະເຈົ້າພໍໃຈທີ່ພວກເຮົາເຮັດແບບນັ້ນ.” (1 ຕີໂມທຽວ 5:4) ເມື່ອລູກທີ່ເປັນຜູ້ໃຫຍ່ແລ້ວແນ່ໃຈວ່າພໍ່ແມ່ຂອງເຂົາເຈົ້າທີ່ເຖົ້າແລ້ວໄດ້ຮັບການເບິ່ງແຍງເອົາໃຈໃສ່ກໍສະແດງວ່າເຂົາເຈົ້າກຳລັງເຊື່ອຟັງຄຳສັ່ງທີ່ຢູ່ໃນຄຳພີໄບເບິນຄືກັນທີ່ໃຫ້ນັບຖືພໍ່ແມ່.—ເອເຟໂຊ 6:2, 3
ຄຳພີໄບເບິນບໍ່ໄດ້ມີຄຳສັ່ງທີ່ສະເພາະເຈາະຈົງກ່ຽວກັບການເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ ແຕ່ກໍມີຕົວຢ່າງຂອງຊາຍຍິງຫຼາຍຄົນທີ່ມີຄວາມເຊື່ອໃນພະເຢໂຫວາທີ່ໄດ້ເຮັດແບບນັ້ນ. ຄຳພີໄບເບິນຍັງມີຄຳແນະນຳທີ່ເປັນປະໂຫຍດສຳລັບຄົນທີ່ເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວນຳ.
ໃນສະໄໝທີ່ຂຽນຄຳພີໄບເບິນ ບາງຄົນໃນຄອບຄົວເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວແນວໃດ?
ຄຳພີໄບເບິນມີຄຳແນະນຳຫຍັງສຳລັບຄົນທີ່ເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ?
ຄຳພີໄບເບິນບອກບໍວ່າຈະຕ້ອງເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວຢູ່ເຮືອນເທົ່ານັ້ນ?
ໃນສະໄໝທີ່ຂຽນຄຳພີໄບເບິນ ບາງຄົນໃນຄອບຄົວເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວແນວໃດ?
ເຂົາເຈົ້າເບິ່ງແຍງພໍ່ແມ່ໃນຫຼາຍວິທີ ຂຶ້ນຢູ່ກັບສະພາບການຂອງແຕ່ລະຄົນ.
ໂຢເຊັບຢູ່ໄກຈາກຢາໂຄບພໍ່ຂອງລາວທີ່ເຖົ້າແລ້ວ. ແຕ່ເມື່ອມີໂອກາດ ໂຢເຊັບກໍເຮັດຫຼາຍຢ່າງເພື່ອໃຫ້ຢາໂຄບຍ້າຍໄປຢູ່ໃກ້ລາວ. ໂຢເຊັບໄດ້ຊອກບ່ອນຢູ່ ຈັດເລື່ອງອາຫານການກິນ ແລະເບິ່ງແຍງພໍ່ຂອງລາວ.—ປະຖົມມະການ 45:9-11; 47:11, 12
ຣຸດຍ້າຍໄປຢູ່ບ້ານເກີດຂອງແມ່ຜົວ ແລະລາວເຮັດວຽກໜັກເພື່ອເບິ່ງແຍງແມ່ຍ່າ.—ນາງຣຸດ 1:16; 2:2, 17, 18, 23
ພະເຢຊູ ກ່ອນທີ່ເພິ່ນຈະຕາຍ ເພິ່ນໄດ້ເລືອກຜູ້ໜຶ່ງໃຫ້ຊ່ວຍເບິ່ງແຍງມາຣິອາແມ່ຂອງເພິ່ນ ເຊິ່ງເບິ່ງຄືວ່າຕອນນັ້ນລາວເປັນແມ່ໝ້າຍ.—ໂຢຮັນ 19:26, 27a
ຄຳພີໄບເບິນມີຄຳແນະນຳຫຍັງສຳລັບຄົນທີ່ເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ?
ຄຳພີໄບເບິນມີຫຼັກການຫຼາຍຢ່າງເພື່ອຊ່ວຍຄົນທີ່ເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວໃຫ້ຮັບມືກັບຄວາມຮູ້ສຶກເມື່ອຍທາງກາຍແລະທາງໃຈທີ່ອາດຈະເກີດຂຶ້ນໄດ້ໃນບາງເທື່ອ.
ໃຫ້ນັບຖືພໍ່ແມ່.
ຄຳພີໄບເບິນບອກວ່າ: “ໃຫ້ເຈົ້ານັບຖືພໍ່ແມ່.”—ອົບພະຍົບ 20:12
ເຮົາຈະໃຊ້ຫຼັກການນີ້ແນວໃດ? ເຈົ້າສະແດງຄວາມນັບຖືພໍ່ແມ່ໄດ້ໂດຍຍອມໃຫ້ພວກເພິ່ນເຮັດສິ່ງຕ່າງໆດ້ວຍໂຕເອງຖ້າພວກເພິ່ນຍັງເຮັດໄດ້ ຫຼືອາດໃຫ້ພໍ່ແມ່ຕັດສິນໃຈດ້ວຍໂຕເອງວ່າຢາກໃຫ້ລູກເບິ່ງແຍງແນວໃດ. ໃນເວລາດຽວກັນ ເຈົ້າຄວນສະແດງຄວາມນັບຖືພໍ່ແມ່ໂດຍຊ່ວຍເຫຼືອພວກເພິ່ນຕາມທີ່ເຈົ້າເຫັນວ່າເໝາະສົມ.
ເຂົ້າໃຈແລະໃຫ້ອະໄພ.
ຄຳພີໄບເບິນບອກວ່າ: “ຄົນທີ່ມີຄວາມເຂົ້າໃຈຈະບໍ່ໃຈຮ້າຍງ່າຍ ແລະຖ້າລາວເບິ່ງຂ້າມຄວາມຜິດ ລາວກໍຈະໄດ້ຮັບກຽດ.”—ສຸພາສິດ 19:11
ເຮົາຈະໃຊ້ຫຼັກການນີ້ແນວໃດ? ຖ້າພໍ່ແມ່ທີ່ເຖົ້າແລ້ວເວົ້າບາງຢ່າງທີ່ເຮັດໃຫ້ເຮົາເສຍໃຈຫຼືບໍ່ມັກໃນສິ່ງທີ່ເຮັດໃຫ້ເພິ່ນ ໃຫ້ຖາມໂຕເອງວ່າ: ‘ຂ້ອຍຈະຮູ້ສຶກແນວໃດຖ້າຂ້ອຍຢູ່ໃນສະພາບການຂອງພໍ່ແມ່?’ ຖ້າເຈົ້າພະຍາຍາມເຂົ້າໃຈແລະໃຫ້ອະໄພ ເຈົ້າກໍຈະບໍ່ເຮັດໃຫ້ສະຖານະການຮ້າຍແຮງຫຼາຍກວ່າເກົ່າ.
ປຶກສາຄົນອື່ນ.
ຄຳພີໄບເບິນບອກວ່າ: “ຖ້າບໍ່ມີການປຶກສາກັນແຜນການກໍບໍ່ສຳເລັດ ແຕ່ຖ້າມີທີ່ປຶກສາຫຼາຍຄົນກໍຈະປະສົບຄວາມສຳເລັດ.”—ສຸພາສິດ 15:22
ເຮົາຈະໃຊ້ຫຼັກການນີ້ແນວໃດ? ໃຫ້ຊອກຂໍ້ມູນກ່ຽວກັບວິທີຮັບມືກັບບັນຫາສຸຂະພາບບາງຢ່າງທີ່ພໍ່ແມ່ຂອງເຈົ້າເປັນ. ໃຫ້ຊອກເບິ່ງວ່າໃນບ່ອນທີ່ເຈົ້າຢູ່ມີຄວາມຊ່ວຍເຫຼືອແບບໃດແດ່ກ່ຽວກັບການເບິ່ງແຍງຜູ້ເຖົ້າ. ໃຫ້ລົມກັບຄົນທີ່ມີປະສົບການໃນການເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ. ຖ້າເຈົ້າມີອ້າຍເອື້ອຍນ້ອງ ໃຫ້ປຶກສາກັນກ່ຽວກັບການເບິ່ງແຍງພໍ່ແມ່ ວິທີເບິ່ງແຍງເຂົາເຈົ້າ ແລະລົມກັນວ່າໃຜຈະເຮັດຫຍັງໄດ້ແດ່ເພື່ອແບ່ງເບົາພາລະກັນແລະກັນ.
ໃຫ້ຄິດເຖິງການລົມກັນເປັນຄອບຄົວເລື່ອງການເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ
ຮູ້ຂີດຈຳກັດຂອງໂຕເອງ.
ຄຳພີໄບເບິນບອກວ່າ: “ສະຕິປັນຍາຢູ່ກັບຄົນທີ່ຈຽມໂຕ.”—ສຸພາສິດ 11:2
ເຮົາຈະໃຊ້ຫຼັກການນີ້ແນວໃດ? ເຈົ້າຕ້ອງຮູ້ຂີດຈຳກັດຂອງໂຕເອງ. ທຸກຄົນມີຂີດຈຳກັດໃນເລື່ອງເວລາແລະກຳລັງ. ຂີດຈຳກັດເຫຼົ່ານີ້ຈະເຮັດໃຫ້ຮູ້ວ່າເຈົ້າຈະເບິ່ງແຍງພໍ່ແມ່ໄດ້ໜ້ອຍຫຼາຍສ່ຳໃດ. ຖ້າເຈົ້າຮູ້ສຶກວ່າບໍ່ໄຫວ ໃຫ້ຂໍຄວາມຊ່ວຍເຫຼືອຈາກຄົນໃນຄອບຄົວຫຼືຈາກຄົນທີ່ມີປະສົບການດ້ານນີ້.
ເບິ່ງແຍງໂຕເອງ.
ຄຳພີໄບເບິນບອກວ່າ: “ບໍ່ມີຜູ້ຊາຍຄົນໃດຊັງຮ່າງກາຍໂຕເອງ ແຕ່ລາວຈະເບິ່ງແຍງແລະທະນຸຖະໜອມ.”—ເອເຟໂຊ 5:29
ເຮົາຈະໃຊ້ຫຼັກການນີ້ແນວໃດ? ເຖິງວ່າເຈົ້າຈະມີໜ້າທີ່ເບິ່ງແຍງພໍ່ແມ່ ແຕ່ເຈົ້າກໍຕ້ອງເບິ່ງແຍງໂຕເອງນຳ ແລະຖ້າເຈົ້າແຕ່ງດອງແລ້ວເຈົ້າກໍຕ້ອງເບິ່ງແຍງຄົນໃນຄອບຄົວນຳ. ເຈົ້າຕ້ອງກິນອາຫານທີ່ເປັນປະໂຫຍດ ພັກຜ່ອນແລະນອນໃຫ້ພຽງພໍ. (ປັນຍາຈານ 4:6) ຖ້າເປັນໄປໄດ້ກໍຕ້ອງພັກແດ່. ການເຮັດສິ່ງເຫຼົ່ານີ້ຈະເຮັດໃຫ້ເຈົ້າອາລົມດີ ມີຄວາມພ້ອມທັງຮ່າງກາຍແລະຈິດໃຈ ເຊິ່ງຈະຊ່ວຍເຈົ້າໃຫ້ເບິ່ງແຍງພໍ່ແມ່ໄດ້ດີຂຶ້ນ.
ຄຳພີໄບເບິນບອກບໍວ່າຈະຕ້ອງເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວຢູ່ເຮືອນເທົ່ານັ້ນ?
ຄຳພີໄບເບິນບໍ່ໄດ້ມີຄຳແນະນຳທີ່ສະເພາະເຈາະຈົງວ່າລູກທີ່ເປັນຜູ້ໃຫຍ່ແລ້ວຈະຕ້ອງເອົາພໍ່ແມ່ມາເບິ່ງແຍງຢູ່ເຮືອນ. ບາງຄອບຄົວເລືອກທີ່ຈະເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວຢູ່ເຮືອນໃຫ້ໄດ້ດົນທີ່ສຸດເທົ່າທີ່ຈະເຮັດໄດ້. ແຕ່ບາງຄອບຄົວຮູ້ສຶກວ່າສູນເບິ່ງແຍງຜູ້ເຖົ້າເປັນທາງເລືອກທີ່ດີກວ່າ. ເພື່ອຈະຕັດສິນໃຈໃນເລື່ອງນີ້ ທຸກຄົນໃນຄອບຄົວຕ້ອງລົມກັນວ່າວິທີໃດດີທີ່ສຸດ.—ຄາລາເຕຍ 6:4, 5
a ຈາກຂໍ້ນີ້ ປຶ້ມຫົວໜຶ່ງທີ່ອະທິບາຍຄຳພີໄບເບິນເວົ້າວ່າ: “ເບິ່ງຄືວ່າເປັນໄປໄດ້ວ່າໂຢເຊັບ [ຜົວຂອງມາຣິອາ] ຕາຍໄປດົນແລ້ວ ແລະພະເຢຊູທີ່ເປັນລູກຊາຍຂອງມາຣິອາກໍເປັນຄົນເບິ່ງແຍງລາວມາຕະຫຼອດ. ຕອນນີ້ເພິ່ນກຳລັງຈະຕາຍ ຊີວິດຂອງມາຣິອາຈະເປັນແນວໃດ?...ພະເຢຊູເວົ້າປະໂຫຍກນີ້ເພື່ອສອນຄົນທີ່ເປັນລູກວ່າຕ້ອງເບິ່ງແຍງພໍ່ແມ່ຕອນທີ່ເຖົ້າແລ້ວ.”—The NIV Matthew Henry Commentary in One Volume ໜ້າ 428-429