ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 161
  • ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຜູ້​ຍິງ​ໃນ​ຄຳພີ​ໄບເບິນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຜູ້​ຍິງ​ໃນ​ຄຳພີ​ໄບເບິນ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ໃນ​ຄຳພີ​ໄບເບິນ
  • ຮຽນ​ແບບ​ເພື່ອນ​ທີ່​ໃກ້​ຊິດ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • “ຜູ້​ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ລາວ​ກ້າ​ຕອບ​ຕົກ​ລົງ
    ໃຊ້​ຊີວິດ​ຢ່າງ​ກ້າຫານ​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 161
ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ຍິງ​ຫຼາຍ​ຄົນ

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຜູ້​ຍິງ​ໃນ​ຄຳພີ​ໄບເບິນ?

ຄຳ​ຕອບ​ໃນ​ຄຳພີ​ໄບເບິນ

ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ຜູ້​ຍິງ​ຫຼາຍ​ຄົນ ຊີວິດ​ຂອງ​ເຂົາເຈົ້າ​ສອນ​ບົດ​ຮຽນ​ຫຼາຍ​ຢ່າງ​ໃຫ້​ກັບ​ເຮົາ. (ໂຣມ 15:4; 2 ຕີໂມທຽວ 3:16, 17) ບົດ​ຄວາມ​ນີ້​ເວົ້າ​ເຖິງ​ຊີວິດ​ຂອງ​ຜູ້​ຍິງ​ບາງ​ຄົນ​ໃນ​ຄຳພີ​ໄບເບິນ​ແບບ​ລວມ​ໆ ຫຼາຍ​ຄົນ​ເປັນ​ຕົວຢ່າງ​ທີ່​ໜ້າ​ຮຽນ​ແບບ ແຕ່​ບາງ​ຄົນ​ເປັນ​ຕົວຢ່າງ​ທີ່​ບໍ່​ຄວນ​ເຮັດ​ຕາມ.—1 ໂກຣິນໂທ 10:11; ເຮັບເຣີ 6:12

  • ອາບີກາຍ

  • ເດໂບຣາ

  • ເດລີລາ

  • ເອັດສະເທີ

  • ເອວາ

  • ຮັນນາ

  • ຢາເອນ

  • ເຢເຊເບນ

  • ເລອາ

  • ມາທາ

  • ມາຣິອາ (ແມ່​ຂອງ​ພະ​ເຢຊູ)

  • ໄລຍະ​ເວລາ​ທີ່​ຜູ້​ຍິງ​ເຫຼົ່າ​ນີ້​ມີ​ຊີວິດ​ຢູ່

  • ມາຣິອາ (ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ)

  • ມາຣິອາ​ຄົນ​ມັກດາເລນ

  • ມີຣີອາມ

  • ຣາເຄນ

  • ຣາຮາບ

  • ເຣເບກາ

  • ຣຸດ

  • ຊາຣາ

  • ສາວ​ເມືອງ​ຊູເລມ

  • ເມຍ​ຂອງ​ໂລດ

ອາບີກາຍ

ອາບີກາຍ

ອາບີກາຍ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ນາບານ ຜູ້​ຊາຍ​ທີ່​ລວຍ​ແຕ່​ນິດໄສ​ແຂງ​ກະດ້າງ. ອາບີກາຍ​ເປັນ​ຄົນ​ສະຫຼາດ​ແລະ​ຖ່ອມ. ລາວ​ເປັນ​ຄົນ​ງາມ​ແລະ​ມີ​ຄຸນລັກສະນະ​ທີ່​ພະ​ເຢໂຫວາ​ພໍໃຈ.—1 ຊາມູເອນ 25:3

ລາວ​ເຮັດ​ຫຍັງ? ອາບີກາຍ​ເຮັດ​ສິ່ງ​ທີ່​ສະຫຼາດ​ແລະ​ສຸຂຸມ​ເພື່ອ​ບໍ່​ໃຫ້​ເກີດ​ເລື່ອງ​ຮ້າຍ​ໆ. ລາວ​ກັບ​ນາບານ​ອາໄສ​ຢູ່​ໃນ​ເຂດ​ທີ່​ດາວິດ​ໜີ​ມາ​ລີ້​ຍ້ອນ​ຖືກ​ຊາອູນ​ໄລ່ລ່າ. ດາວິດ​ຈະ​ເປັນ​ກະສັດ​ຄົນ​ຕໍ່​ໄປ​ຂອງ​ຊາດ​ອິດສະຣາເອນ. ຕອນ​ທີ່​ດາວິດ​ແລະ​ຄົນ​ຂອງ​ລາວ​ຢູ່​ທີ່​ນັ້ນ. ເຂົາເຈົ້າ​ປົກປ້ອງ​ຝູງ​ແກະ​ຂອງ​ນາບານ​ຈາກ​ພວກ​ໂຈນ. ແຕ່​ຕອນ​ທີ່​ຄົນ​ສົ່ງ​ຂ່າວ​ຂອງ​ດາວິດ​ມາ​ຂໍ​ແບ່ງ​ອາຫານ​ຈາກ​ນາບານ ນາບານ​ພັດ​ປະຕິເສດ​ແລະ​ເວົ້າ​ດູຖູກ​ຢຽດຫຍາມ. ດາວິດ​ໃຈ​ຮ້າຍ​ແຮງ ລາວ​ເລີຍ​ຍົກ​ພັກ​ພວກ​ມາ​ຈະ​ຂ້າ​ນາບານ​ແລະ​ຜູ້​ຊາຍ​ທຸກ​ຄົນ.—1 ຊາມູເອນ 25:10-12, 22

ເມື່ອ​ອາບີກາຍ​ໄດ້​ຍິນ​ເລື່ອງ​ທີ່​ຜົວ​ເຮັດ ລາວ​ກໍ​ຟ້າວ​ລົງມື​ຈັດການ​ທັນທີ. ລາວ​ບອກ​ໃຫ້​ຄົນ​ຮັບໃຊ້​ກຽມ​ອາຫານ​ແລະ​ເອົາ​ໄປ​ໃຫ້​ດາວິດ​ກັບ​ຄົນ​ຂອງ​ລາວ. ລາວ​ເອີ້ນ​ຄົນ​ຮັບໃຊ້​ໄປ​ນຳ​ເພື່ອ​ຂໍ​ໃຫ້​ດາວິດ​ເມດຕາ. (1 ຊາມູເອນ 25:14-19, 24-31) ເມື່ອ​ດາວິດ​ເຫັນ​ເຄື່ອງ​ຂອງ​ທີ່​ອາບີກາຍ​ເອົາ​ມາ ເຫັນ​ຄວາມ​ຖ່ອມ ແລະ​ໄດ້​ຍິນ​ຄຳ​ແນະນຳ​ທີ່​ສະຫຼາດ​ຂອງ​ລາວ ດາວິດ​ຮູ້​ທັນທີ​ວ່າ​ພະເຈົ້າ​ໃຊ້​ລາວ​ມາ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ເກີດ​ເລື່ອງ​ບໍ່​ດີ. (1 ຊາມູເອນ 25:32, 33) ຫຼັງ​ຈາກ​ນັ້ນ​ບໍ່​ດົນ ນາບານ​ກໍ​ຕາຍ​ແລະ​ອາບີກາຍ​ໄດ້​ມາ​ເປັນ​ເມຍ​ຂອງ​ດາວິດ.—1 ຊາມູເອນ 25:37-41

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ອາບີກາຍ? ເຖິງ​ວ່າ​ອາບີກາຍ​ຈະ​ງາມ​ແລະ​ລວຍ ແຕ່​ລາວ​ກໍ​ບໍ່​ໄດ້​ຄິດ​ວ່າ​ໂຕເອງ​ສຳຄັນ. ລາວ​ພ້ອມ​ຈະ​ຂໍໂທດ​ເຖິງ​ວ່າ​ລາວ​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເພື່ອ​ຮັກສາ​ສັນຕິສຸກ. ລາວ​ຮັບມື​ກັບ​ສະຖານະການ​ທີ່​ເຄັ່ງ​ຕຶງ​ຢ່າງ​ໃຈ​ເຢັນ ມີ​ໄຫວ​ພິບ ກ້າຫານ ແລະ​ສະຫຼາດ.

  • ▸ ອ່ານ​ເລື່ອງ​ເພີ່ມເຕີມ​ຂອງ​ອາບີກາຍ​ໃນ​ບົດ​ຄວາມ “ລາວ​ລົງມື​ເຮັດ​ຢ່າງ​ສຸຂຸມ​ຮອບຄອບ.”

ເດໂບຣາ

ເດໂບຣາ

ເດໂບຣາ​ແມ່ນ​ໃຜ? ລາວ​ເປັນ​ຜູ້​ພະຍາກອນ​ຍິງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ. ເພິ່ນ​ໃຊ້​ລາວ​ໃຫ້​ບອກ​ປະຊາຊົນ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ຕ້ອງການ​ໃຫ້​ເຂົາເຈົ້າ​ເຮັດ. ພະເຈົ້າ​ຍັງ​ໃຊ້​ລາວ​ໃຫ້​ຊ່ວຍ​ແກ້​ບັນຫາ​ໃຫ້​ກັບ​ພວກ​ອິດສະຣາເອນ​ນຳ.—ພວກ​ຜູ້​ຕັດສິນ 4:4, 5

ລາວ​ເຮັດ​ຫຍັງ? ຜູ້​ພະຍາກອນ​ຍິງ​ເດໂບຣາ​ສະໜັບສະໜູນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ກ້າຫານ. ພະ​ເຢໂຫວາ​ບອກ​ໃຫ້​ລາວ​ເອີ້ນ​ບາຣາກ​ມາ​ເປັນ​ຜູ້​ນຳ​ກອງທັບ​ຂອງ​ອິດສະຣາເອນ​ເພື່ອ​ໄປ​ຕໍ່ສູ້​ກັບ​ກອງທັບ​ຂອງ​ຄົນ​ການາອານ. (ພວກ​ຜູ້​ຕັດສິນ 4:6, 7) ເມື່ອ​ບາຣາກ​ຂໍ​ໃຫ້​ເດໂບຣາ​ໄປ​ນຳ ລາວ​ບໍ່​ຢ້ານ​ແລະ​ເຕັມໃຈ​ເຮັດ​ຕາມ​ຄຳ​ຂໍ.—ພວກ​ຜູ້​ຕັດສິນ 4:8, 9

ຫຼັງ​ຈາກ​ທີ່​ພະເຈົ້າ​ໃຫ້​ພວກ​ອິດສະຣາເອນ​ໄດ້​ຊະນະ ເດໂບຣາ​ກັບ​ບາຣາກ​ກໍ​ຮ້ອງ​ເພງ​ນຳ​ກັນ ເຊິ່ງ​ສ່ວນ​ໜຶ່ງ​ຂອງ​ເພງ​ທີ່​ຮ້ອງ​ແມ່ນ​ເດໂບຣາ​ເປັນ​ຄົນ​ແຕ່ງ​ເອງ. ເພງ​ນັ້ນ​ເວົ້າ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ແລະ​ເວົ້າ​ເຖິງ​ຢາເອນ​ຜູ້​ຍິງ​ທີ່​ກ້າຫານ​ອີກ​ຄົນ​ໜຶ່ງ ເຊິ່ງ​ມີ​ບົດບາດ​ໃນ​ການ​ເອົາ​ຊະນະ​ພວກ​ການາອານ.—ພວກ​ຜູ້​ຕັດສິນ​ບົດ​ທີ 5

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເດໂບຣາ? ເດໂບຣາ​ເສຍ​ສະລະ​ແລະ​ກ້າຫານ. ລາວ​ສະໜັບສະໜູນ​ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ທີ່​ພະເຈົ້າ​ເຫັນ​ວ່າ​ຖືກຕ້ອງ ແລະ​ເມື່ອ​ເຂົາເຈົ້າ​ເຮັດ​ແບບ​ນັ້ນ ລາວ​ກໍ​ຊົມເຊີຍ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ.

  • ▸ ອ່ານ​ເລື່ອງ​ເພີ່ມເຕີມ​ຂອງ​ອາບີກາຍ​ໃນ​ບົດ​ຄວາມ “ຂ້ອຍ​ລຸກ​ຂຶ້ນ​ມາ ຄື​ກັບ​ແມ່​ທີ່​ມາ​ຊ່ວຍ​ພວກ​ອິດສະຣາເອນ.”

ເດລີລາ

ເດລີລາ

ເດລີລາ​ແມ່ນ​ໃຜ? ລາວ​ເປັນ​ຜູ້​ທີ່​ແຊມຊັນ​ທີ່​ເປັນ​ຜູ້​ຕັດສິນ​ພວກ​ອິດສະຣາເອນ​ຫຼົງ​ຮັກ.—ພວກ​ຜູ້​ຕັດສິນ 16:4, 5

ລາວ​ເຮັດ​ຫຍັງ? ລາວ​ຮັບ​ເງິນ​ຈາກ​ພວກ​ເຈົ້າ​ນາຍ​ຄົນ​ຟີລິດສະຕີນ​ເພື່ອ​ທໍລະຍົດ​ແຊມຊັນ. ແຊມຊັນ​ເປັນ​ຄົນ​ທີ່​ພະເຈົ້າ​ໃຊ້​ເພື່ອ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ພວກ​ຟີລິດສະຕີນ. ຄົນ​ຟີລິດສະຕີນ​ບໍ່​ສາມາດ​ເອົາ​ຊະນະ​ລາວ​ໄດ້​ຍ້ອນ​ລາວ​ມີ​ພະລັງ​ພິເສດ​ຈາກ​ພະເຈົ້າ. (ພວກ​ຜູ້​ຕັດສິນ 13:5) ພວກ​ເຈົ້າ​ນາຍ​ກໍ​ເລີຍ​ຂໍ​ໃຫ້​ເດລີລາ​ຊ່ວຍ.

ເຂົາເຈົ້າ​ໃຫ້​ເງິນ​ກັບ​ເດລີລາ​ເພື່ອ​ໃຫ້​ລາວ​ຫຼອກ​ຖາມ​ແຊມຊັນ​ວ່າ​ພະລັງ​ບັກ​ຫຼາຍ​ໆ​ຂອງ​ລາວ​ມາ​ແຕ່​ໃສ. ເດລີລາ​ເອົາ​ເງິນ​ມາ​ແລ້ວ​ພະ​ຍາມ​ຍາມ​ຊູຊີ​ແຊມຊັນ​ຫຼາຍ​ເທື່ອ. ໃນ​ທີ່​ສຸດ​ລາວ​ກໍ​ຮູ້​ຄວາມ​ລັບ​ຂອງ​ແຊມຊັນ. (ພວກ​ຜູ້​ຕັດສິນ 16:15-17) ລາວ​ບອກ​ຄວາມ​ລັບ​ນັ້ນ​ໃຫ້​ພວກ​ເຈົ້າ​ນາຍ​ຄົນ​ຟີລິດສະຕີນ​ຮູ້. ເຂົາເຈົ້າ​ຈຶ່ງ​ຈັບ​ແຊມຊັນ​ໄດ້​ແລະ​ຂັງ​ໄວ້​ໃນ​ຄຸກ.—ພວກ​ຜູ້​ຕັດສິນ 16:18-21

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເດລີລາ? ເດລີລາ​ເປັນ​ຕົວຢ່າງ​ທີ່​ບໍ່​ຄວນ​ເຮັດ​ຕາມ. ຄວາມ​ໂລບ​ຢາກ​ໄດ້​ເງິນ​ເຮັດ​ໃຫ້​ລາວ​ຫຼອກລວງ ບໍ່​ສັດຊື່ ແລະ​ສະແດງ​ຄວາມ​ເຫັນ​ແກ່​ໂຕ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ພະເຈົ້າ.

ເອັດສະເທີ

ເອັດສະເທີ

ເອັດສະເທີ​ແມ່ນ​ໃຜ? ລາວ​ເປັນ​ຜູ້​ຍິງ​ຄົນ​ຢິວ​ທີ່​ກະສັດ​ອາຫະສຸເອຣັດ​ຂອງ​ເປີເຊຍ​ເລືອກ​ມາ​ເປັນ​ລາຊີນີ.

ລາວ​ເຮັດ​ຫຍັງ? ລາຊີນີ​ເອັດສະເທີ​ໃຊ້​ອຳນາດ​ເພື່ອ​ປົກປ້ອງ​ຄົນ​ຢິວ​ບໍ່​ໃຫ້​ຖືກ​ຂ້າ​ລ້າງ​ເຜົ່າ​ພັນ. ລາວ​ຮູ້​ວ່າ​ມີ​ການ​ອອກ​ກົດໝາຍ​ໂດຍ​ເລືອກ​ມື້​ໜຶ່ງ​ສະເພາະ​ເພື່ອ​ຂ້າ​ພວກ​ຢິວ​ທັງໝົດ​ໃນ​ຈັກກະວັດ​ເປີເຊຍ. ແຜນການ​ຊົ່ວ​ນີ້​ມາ​ຈາກ​ຮາມານ ນາຍ​ຍົກ​ລັດຖະມົນຕີ. (ເອັດສະເທີ 3:13-15; 4:1, 5) ແຕ່​ເອັດສະເທີ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໂມ​ເດ​ກາຍ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ເຊິ່ງ​ມີ​ອາຍຸ​ຫຼາຍ​ກວ່າ​ລາວ ແລະ​ລາວ​ກໍ​ຍອມ​ສ່ຽງ​ຊີວິດ​ເພື່ອ​ເປີດໂປງ​ແຜນ​ຊົ່ວ​ນີ້​ໃຫ້​ກະສັດ​ອາຫະສຸເອຣັດ​ຜົວ​ຂອງ​ລາວ​ຮູ້. (ເອັດສະເທີ 4:10-16; 7:1-10) ກະສັດ​ອາຫະສຸເອຣັດ​ອະນຸຍາດ​ໃຫ້​ເອັດສະເທີ​ກັບ​ໂມ​ເດ​ກາຍ​ອອກ​ກົດໝາຍ​ອີກ​ຂໍ້​ໜຶ່ງ​ໃຫ້​ຄົນ​ຢິວ​ມີ​ສິດ​ປົກປ້ອງ​ໂຕເອງ. ຄົນ​ຢິວ​ທົ່ວ​ອານາຈັກ​ຈຶ່ງ​ປົກປ້ອງ​ໂຕເອງ​ໄດ້.—ເອັດສະເທີ 8:5-11; 9:16, 17

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເອັດສະເທີ? ລາຊີນີ​ເອັດສະເທີ​ເປັນ​ຕົວຢ່າງ​ທີ່​ດີ​ແທ້​ໆ​ໃນ​ເລື່ອງ​ຄວາມ​ກ້າຫານ ຄວາມ​ຖ່ອມ ແລະ​ຈຽມ​ໂຕ. (ເພງ​ສັນລະເສີນ 31:24; ຟີລິບປອຍ 2:3) ເຖິງ​ວ່າ​ລາວ​ຈະ​ງາມ ມີ​ຕຳແໜ່ງ​ສູງ ແຕ່​ລາວ​ກໍ​ຂໍ​ຄຳ​ແນະນຳ​ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ລາວ​ໃຊ້​ໄຫວ​ພິບ ສະແດງ​ຄວາມ​ນັບຖື ແລະ​ກ້າຫານ​ເມື່ອ​ຕ້ອງ​ເວົ້າ​ກັບ​ຜົວ ແລະ​ຕອນ​ທີ່​ຊີວິດ​ຂອງ​ຄົນ​ຢິວ​ຕົກ​ຢູ່​ໃນ​ອັນຕະລາຍ ລາວ​ກໍ​ກ້າ​ເປີດເຜີຍ​ໂຕເອງ​ວ່າ​ລາວ​ກໍ​ເປັນ​ຄົນ​ຢິວ.

  • ▸ ອ່ານ​ເລື່ອງ​ເພີ່ມເຕີມ​ຂອງ​ເອັດສະເທີ​ໃນ​ບົດ​ຄວາມ “ລາວ​ສ່ຽງ​ຊີວິດ​ເພື່ອ​ປົກປ້ອງ​ປະຊາຊົນ​ຂອງ​ພະເຈົ້າ” ແລະ​ຂອບ “ລາວ​ຮອບຄອບ ກ້າຫານ ແລະ​ບໍ່​ເຫັນ​ແກ່​ໂຕ.”

ເອວາ

ເອວາ

ເອວາ​ແມ່ນ​ໃຜ? ລາວ​ເປັນ​ຜູ້​ຍິງ​ຄົນ​ທຳອິດ​ທີ່​ມີ​ຊີວິດ​ຢູ່​ໂລກ ແລະ​ເປັນ​ຜູ້​ຍິງ​ຄົນ​ທຳອິດ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ.

ລາວ​ເຮັດ​ຫຍັງ? ເອວາ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ ລາວ​ຖືກ​ສ້າງ​ມາ​ໃຫ້​ເປັນ​ມະນຸດ​ທີ່​ສົມບູນແບບ​ຄື​ກັບ​ອາດາມ​ຜົວ​ຂອງ​ລາວ. ລາວ​ມີ​ອິດສະຫຼະ​ທີ່​ຈະ​ເລືອກ​ແລະ​ສາມາດ​ພັດທະນາ​ຄຸນລັກສະນະ​ແບບ​ພະເຈົ້າ​ໄດ້​ເຊັ່ນ ຄວາມ​ຮັກ​ແລະ​ສະຕິ​ປັນຍາ. (ປະຖົມມະການ 1:27) ລາວ​ຮູ້​ເລື່ອງ​ທີ່​ພະເຈົ້າ​ບອກ​ອາດາມ​ວ່າ ຖ້າ​ເຂົາເຈົ້າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ຢູ່​ກາງ​ສວນ ເຂົາເຈົ້າ​ກໍ​ຈະ​ຕາຍ. ແຕ່​ຊາຕານ​ຕົວະ​ເອວາ​ໃຫ້​ເຊື່ອ​ວ່າ​ຈະ​ບໍ່​ຕາຍ. ທີ່​ຈິງ ລາວ​ຖືກ​ຕົວະ​ວ່າ​ຈະ​ມີ​ຊີວິດ​ທີ່​ດີ​ກວ່າ​ຖ້າ​ບໍ່​ເຊື່ອຟັງ​ພະເຈົ້າ. ລາວ​ເລີຍ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ແລະ​ຊວນ​ຜົວ​ໃຫ້​ກິນ​ນຳ.—ປະຖົມມະການ 3:1-6; 1 ຕີໂມທຽວ 2:14

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເອວາ? ເອວາ​ເປັນ​ຕົວຢ່າງ​ທີ່​ບໍ່​ຄວນ​ເຮັດ​ຕາມ. ລາວ ມີ​ແຕ່​ຄິດ​ເຖິງ​ຄວາມ​ຕ້ອງການ​ແບບ​ຜິດ​ໆ​ທີ່​ພາ​ໄປ​ສູ່​ອັນຕະລາຍ. ລາວ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ທີ່​ຊັດເຈນ​ຂອງ​ພະເຈົ້າ. ລາວ​ປ່ອຍ​ໃຫ້​ຄວາມ​ຢາກ​ໄດ້​ໃນ​ສິ່ງ​ທີ່​ບໍ່​ແມ່ນ​ຂອງ​ໂຕເອງ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ.—ປະຖົມມະການ 3:6; 1 ໂຢຮັນ 2:16

ຮັນນາ

ຮັນນາ

ຮັນນາ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ເອນການາ​ແລະ​ເປັນ​ແມ່​ຂອງ​ຊາມູເອນ. ຊາມູເອນ​ເປັນ​ຜູ້​ພະຍາກອນ​ຄົນ​ສຳຄັນ​ຂອງ​ອິດສະຣາເອນ​ບູຮານ.—1 ຊາມູເອນ 1:1, 2, 4-7

ລາວ​ເຮັດ​ຫຍັງ? ຍ້ອນ​ຮັນນາ​ເປັນ​ໝັນ ລາວ​ຈຶ່ງ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ. ຜົວ​ຂອງ​ຮັນນາ​ມີ​ເມຍ 2 ຄົນ. ອີກ​ຄົນ​ໜຶ່ງ​ຊື່​ເປນິນນາ​ເຊິ່ງ​ມີ​ລູກ​ຫຼາຍ​ຄົນ. ແຕ່​ຮັນນາ​ບໍ່​ມີ​ລູກ​ເລີຍ​ເຖິງ​ວ່າ​ຈະ​ແຕ່ງດອງ​ມາ​ຫຼາຍ​ປີ​ແລ້ວ. ເປນິນນາ​ມັກ​ເຍາະເຍີ້ຍ​ຮັນນາ. ຮັນນາ​ໄດ້​ອະທິດຖານ​ເຖິງ​ພະເຈົ້າ​ໃນ​ເລື່ອງ​ນີ້. ລາວ​ສາບານ​ກັບ​ພະເຈົ້າ​ວ່າ​ຈະ​ຍົກ​ລູກ​ຄົນ​ນີ້​ໃຫ້​ເພິ່ນ​ແລະ​ໃຫ້​ລູກ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ທີ່​ເປັນ​ເຕັ້ນ​ທີ່​ເຄື່ອນ​ທີ່. ຊາດ​ອິດສະຣາເອນ​ໃຊ້​ເຕັ້ນ​ນີ້​ເພື່ອ​ນະມັດສະການ​ພະເຈົ້າ.—1 ຊາມູເອນ 1:11

ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ຮັນນາ. ລາວ​ມີ​ລູກ​ຊາຍ​ຊື່​ຊາມູເອນ. ຮັນນາ​ຮັກສາ​ສັນຍາ​ແລະ​ໃຫ້​ຊາມູເອນ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ຕັ້ງແຕ່​ລາວ​ຍັງ​ເປັນ​ເດັກນ້ອຍ​ໆ. (1 ຊາມູເອນ 1:27, 28) ລາວ​ຈະ​ເຮັດ​ເສື້ອ​ແຂນ​ກິ້ນ​ແລະ​ເອົາ​ໄປ​ໃຫ້​ລູກ​ຂອງ​ລາວ​ທຸກ​ໆ​ປີ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ອວຍພອນ​ໃຫ້​ຮັນນາ​ມີ​ລູກ​ອີກ 5 ຄົນ. ລູກ​ຊາຍ 3 ຄົນ ແລະ​ລູກ​ສາວ 2 ຄົນ.—1 ຊາມູເອນ 2:18-21

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຮັນນາ? ການ​ອະທິດຖານ​ຈາກ​ໃຈ​ຊ່ວຍ​ຮັນນາ​ໃຫ້​ອົດທົນ​ກັບ​ບັນຫາ​ໄດ້. ຄຳ​ອະທິດຖານ​ຂອບໃຈ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ຫຼາຍ​ແທ້​ໆ. ຄຳ​ອະທິດຖານ​ນີ້​ມີ​ຢູ່ 1 ຊາມູເອນ 2:1-10

  • ▸ ອ່ານ​ເລື່ອງ​ເພີ່ມເຕີມ​ຂອງ​ຮັນນາ​ໃນ​ບົດ​ຄວາມ “ລາວ​ລະບາຍ​ຄວາມ​ໃນ​ໃຈ​ກັບ​ພະເຈົ້າ​ໃນ​ຄຳ​ອະທິດຖານ.”

  • ▸ ເພື່ອ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ໃນ​ສະໄໝ​ບູຮານ​ມີ​ເມຍ​ຫຼາຍ​ຄົນ ໃຫ້​ເບິ່ງ​ບົດ​ຄວາມ “ພະເຈົ້າ​ເຫັນດີ​ກັບ​ການ​ມີ​ເມຍ​ຫຼາຍ​ຄົນ​ບໍ?”

ຢາເອນ

ຢາເອນ

ຢາເອນ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ເຮເບ ຜູ້​ຊາຍ​ທີ່​ບໍ່​ແມ່ນ​ຄົນ​ອິດສະຣາເອນ. ຢາເອນ​ສະໜັບສະໜູນ​ຄົນ​ຂອງ​ພະເຈົ້າ​ຢ່າງ​ກ້າຫານ.

ລາວ​ເຮັດ​ຫຍັງ? ຢາເອນ​ລົງມື​ເຮັດ​ໂດຍ​ບໍ່​ໄດ້​ລັງເລ​ເມື່ອ​ຊີເຊຣາ ແມ່ທັບ​ຂອງ​ຄົນ​ການາອານ​ມາ​ທີ່​ຄ້າຍ​ພັກ​ຂອງ​ລາວ. ຕອນ​ນັ້ນ​ຊີເຊຣາ​ແພ້​ສົງຄາມ​ກັບ​ຄົນ​ອິດສະຣາເອນ​ແລະ​ກຳລັງ​ຊອກ​ບ່ອນ​ລີ້. ຢາເອນ​ຊວນ​ລາວ​ເຂົ້າ​ໄປ​ໃນ​ເຕັ້ນ​ເພື່ອ​ບໍ່​ໃຫ້​ຄົນ​ເຫັນ​ແລະ​ພັກຜ່ອນ. ແຕ່​ຕອນ​ທີ່​ຊີເຊຣາ​ນອນ​ຫຼັບ ລາວ​ກໍ​ຂ້າ​ຊີເຊຣາ.—ພວກ​ຜູ້​ຕັດສິນ 4:17-21

ການ​ກະທຳ​ຂອງ​ຢາເອນ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ເດໂບຣາ​ບອກ​ໄວ້​ເກີດຂຶ້ນ​ແທ້​ທີ່​ວ່າ: “ພະ​ເຢໂຫວາ​ຊິ​ມອບ​ຊີເຊຣາ​ໄວ້​ໃນ​ມື​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ.” (ພວກ​ຜູ້​ຕັດສິນ 4:9) ການ​ກະທຳ​ຂອງ​ຢາເອນ​ເທື່ອ​ນີ້​ເຮັດ​ໃຫ້​ລາວ​ເປັນ “ຜູ້​ຍິງ​ທີ່​ໄດ້​ພອນ​ຫຼາຍ​ທີ່​ສຸດ.”—ພວກ​ຜູ້​ຕັດສິນ 5:24

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຢາເອນ? ຢາເອນ​ຕັດສິນໃຈ​ລົງມື​ເຮັດ​ດ້ວຍ​ໂຕເອງ ແລະ​ກ້າຫານ. ປະສົບການ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ວ່າ ພະເຈົ້າ​ສາມາດ​ແຊກ​ແຊງ​ເຫດການ​ຕ່າງ​ໆ​ເພື່ອ​ເຮັດ​ໃຫ້​ຄຳ​ພະຍາກອນ​ເກີດຂຶ້ນ​ແທ້.

ເຢເຊເບນ

ເຢເຊເບນ

ເຢເຊເບນ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ອາຮາບ ກະສັດ​ຂອງ​ຊາດ​ອິດສະຣາເອນ. ເຢເຊເບນ​ບໍ່​ໄດ້​ເປັນ​ຄົນ​ອິດສະຣາເອນ​ແລະ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ລາວ​ນະມັດສະການ​ພະ​ບາອານ​ພະເຈົ້າ​ຂອງ​ຄົນ​ການາອານ.

ລາວ​ເຮັດ​ຫຍັງ? ລາຊີນີ​ເຢເຊເບນ​ຂົ່ມເຫງ​ຄົນ​ອື່ນ ໂຫດຫ້ຽມ ແລະ​ໃຊ້​ຄວາມ​ຮຸນແຮງ. ລາວ​ສົ່ງເສີມ​ການ​ນະມັດສະການ​ພະ​ບາອານ​ແລະ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ນັ້ນ. ຂະນະ​ດຽວ​ກັນ ລາວ​ພະຍາຍາມ​ກວາດ​ລ້າງ​ການ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້.—1 ກະສັດ 18:4, 13; 19:1-3

ເຢເຊເບນ​ຕົວະ​ແລະ​ຂ້າ​ຄົນ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ລາວ​ຕ້ອງການ. (1 ກະສັດ 21:8-16) ສຸດທ້າຍ​ລາວ​ຕາຍ​ຢ່າງ​ໂຫດ​ຮ້າຍ ແລະ​ບໍ່​ມີ​ຄົນ​ຝັງ​ສົບ​ລາວ​ຄື​ກັບ​ທີ່​ພະເຈົ້າ​ບອກ​ໄວ້​ລ່ວງ​ໜ້າ.—1 ກະສັດ 21:23; 2 ກະສັດ 9:10, 32-37

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເຢເຊເບນ? ເຢເຊເບນ​ເປັນ​ຕົວຢ່າງ​ທີ່​ບໍ່​ຄວນ​ເຮັດ​ຕາມ. ລາວ​ເປັນ​ຜູ້​ຍິງ​ທີ່​ບໍ່​ມີ​ສິນລະທຳ​ແລະ​ຍອມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ຕ້ອງການ. ຊື່​ຂອງ​ລາວ​ກາຍ​ເປັນ​ສັນຍະລັກ​ຂອງ​ຜູ້​ຍິງ​ທີ່​ບໍ່​ມີ​ຢາງ​ອາຍ ບໍ່​ມີ​ສິນລະທຳ ແລະ​ບໍ່​ສົນໃຈ​ວ່າ​ສິ່ງ​ທີ່​ເຮັດ​ນັ້ນ​ຈະ​ຖືກ​ຫຼື​ຜິດ.

ເລອາ

ເລອາ

ເລອາ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຄົນ​ທຳອິດ​ຂອງ​ຢາໂຄບ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຈົ້າ. ຣາເຄນ​ນ້ອງ​ສາວ​ຂອງ​ລາວ​ກໍ​ເປັນ​ເມຍ​ອີກ​ຄົນ​ໜຶ່ງ​ຂອງ​ຢາໂຄບ.—ປະຖົມມະການ 29:20-29

ລາວ​ເຮັດ​ຫຍັງ? ເລອາ​ກັບ​ຢາໂຄບ​ມີ​ລູກ​ຊາຍ​ນຳ​ກັນ 6 ຄົນ. (ນາງ​ຣຸດ 4:11) ຕອນ​ທຳອິດ ຢາໂຄບ​ຕັ້ງໃຈ​ຈະ​ແຕ່ງດອງ​ກັບ​ຣາເຄນ​ບໍ່​ແມ່ນ​ເລອາ. ແຕ່​ລາບານ​ພໍ່​ຂອງ​ເລອາ​ໄດ້​ໃຫ້​ເລອາ​ແຕ່ງດອງ​ກັບ​ຢາໂຄບ ແທນ​ທີ່​ຈະ​ເປັນ​ຣາເຄນ. ເມື່ອ​ຢາໂຄບ​ຮູ້​ວ່າ​ຖືກ​ຕົວະ​ໃຫ້​ແຕ່ງດອງ​ກັບ​ເລອາ ລາວ​ກໍ​ໄປ​ເວົ້າ​ກັບ​ລາບານ. ລາບານ​ກໍ​ອ້າງ​ວ່າ​ຢູ່​ນີ້​ບໍ່​ມີ​ທຳນຽມ​ໃຫ້​ນ້ອງ​ແຕ່ງດອງ​ກ່ອນ​ເອື້ອຍ. ອາທິດ​ຕໍ່​ມາ ຢາໂຄບ​ກໍ​ແຕ່ງດອງ​ກັບ​ຣາເຄນ.—ປະຖົມມະການ 29:26-28

ຢາໂຄບ​ຮັກ​ຣາເຄນ​ຫຼາຍ​ກວ່າ​ເລອາ. (ປະຖົມມະການ 29:30) ຍ້ອນ​ແນວ​ນີ້ ເລອາ​ຈຶ່ງ​ອິດສາ​ນ້ອງ​ສາວ​ທີ່​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ສົນໃຈ​ຈາກ​ຢາໂຄບ. ພະເຈົ້າ​ຮູ້​ວ່າ​ເລອາ​ຮູ້ສຶກ​ແນວ​ໃດ ເພິ່ນ​ຈຶ່ງ​ອວຍພອນ​ໃຫ້​ລາວ​ມີ​ລູກ​ຊາຍ 6 ຄົນ ແລະ​ລູກ​ສາວ 1 ຄົນ.—ປະຖົມມະການ 29:31

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລອາ? ເລອາ​ເພິ່ງ​ພະເຈົ້າ​ໂດຍ​ການ​ອະທິດຖານ ເຖິງ​ວ່າ​ຈະ​ມີ​ບັນຫາ​ໃນ​ຄອບຄົວ ແຕ່​ລາວ​ກໍ​ຍັງ​ຂອບໃຈ​ພະເຈົ້າ. (ປະຖົມມະການ 29:32-35; 30:20) ເລື່ອງ​ຊີວິດ​ຂອງ​ລາວ​ເຮັດ​ໃຫ້​ເຫັນ​ຜົນ​ເສຍ​ຂອງ​ການ​ມີ​ເມຍ​ຫຼາຍ​ຄົນ ເຊິ່ງ​ເປັນ​ສິ່ງ​ທີ່​ພະເຈົ້າ​ຍອມ​ໃຫ້​ເກີດຂຶ້ນ​ຢູ່​ໄລຍະ​ໜຶ່ງ. ມາດຕະຖານ​ການ​ແຕ່ງດອງ​ທີ່​ເພິ່ນ​ຍອມຮັບ​ແມ່ນ​ໃຫ້​ຜົວ​ເມຍ​ມີ​ຄູ່​ແຕ່ງດອງ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ.—ມັດທາຍ 19:4-6

  • ▸ ອ່ານ​ເລື່ອງ​ເພີ່ມເຕີມ​ຂອງ​ເລອາ​ໄດ້​ໃນ​ບົດ​ຄວາມ “ສອງ​ນ້ອງ​ເອື້ອຍ​ຜູ້​ມີ​ຄວາມ​ທຸກ​ເຊິ່ງ​ໄດ້ ‘ສ້າງ​ວົງ​ຕະກູນ​ຂອງ​ອິດສະຣາເອນ’”

  • ▸ ເພື່ອ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ໃນ​ສະໄໝ​ບູຮານ​ມີ​ເມຍ​ຫຼາຍ​ຄົນ ໃຫ້​ເບິ່ງ​ບົດ​ຄວາມ “ພະເຈົ້າ​ເຫັນດີ​ກັບ​ການ​ມີ​ເມຍ​ຫຼາຍ​ຄົນ​ບໍ?”

ມາທາ

ມາທາ

ມາທາ​ແມ່ນ​ໃຜ? ລາວ​ເປັນ​ເອື້ອຍ​ຂອງ​ລາຊະໂຣ​ກັບ​ມາຣິອາ. ເຂົາເຈົ້າ​ຢູ່​ບ້ານ​ເບທະນີ​ໃກ້​ກັບ​ເມືອງ​ເຢຣູຊາເລັມ.

ລາວ​ເຮັດ​ຫຍັງ? ມາທາ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢຊູ ເພິ່ນ “ຮັກ​ມາທາ​ກັບ​ມາຣິອາ​ລວມ​ທັງ​ລາຊະໂຣ​ນຳ.” (ໂຢຮັນ 11:5) ມາທາ​ເປັນ​ຜູ້​ຍິງ​ທີ່​ມີ​ນ້ຳໃຈ​ມັກ​ຕ້ອນຮັບ​ແຂກ. ມີ​ເທື່ອ​ໜຶ່ງ​ເມື່ອ​ພະ​ເຢຊູ​ມາ​ຢາມ​ຢູ່​ເຮືອນ​ຂອງ​ລາວ ມາຣິອາ​ເລືອກ​ທີ່​ຈະ​ນັ່ງ​ຟັງ​ພະ​ເຢຊູ​ເວົ້າ ສ່ວນ​ມາທາ​ຫຍຸ້ງ​ຢູ່​ກັບ​ການ​ເຮັດ​ວຽກ​ເຮືອນ. ມາທາ​ຈົ່ມ​ກັບ​ພະ​ເຢຊູ​ວ່າ​ມາຣິອາ​ບໍ່​ໄດ້​ຊ່ວຍ​ວຽກ​ເຮືອນ​ລາວ. ພະ​ເຢຊູ​ເລີຍ​ແກ້ໄຂ​ຄວາມ​ຄິດ​ຂອງ​ມາທາ​ດ້ວຍ​ຄວາມ​ກະລຸນາ.—ລູກາ 10:38-42

ຕອນ​ທີ່​ລາຊະໂຣ​ບໍ່​ສະບາຍ ມາທາ​ກັບ​ມາຣິອາ​ສົ່ງ​ຄົນ​ໄປ​ບອກ​ພະ​ເຢຊູ​ຍ້ອນ​ໝັ້ນໃຈ​ວ່າ​ເພິ່ນ​ປິ່ນປົວ​ລາຊະໂຣ​ໄດ້. (ໂຢຮັນ 11:3, 21) ແຕ່​ສຸດທ້າຍ​ລາຊະໂຣ​ກໍ​ຕາຍ ສິ່ງ​ທີ່​ມາທາ​ເວົ້າ​ກັບ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ ລາວ​ໝັ້ນໃຈ​ໃນ​ຄຳ​ສັນຍາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ລາວ​ກໍ​ໝັ້ນໃຈ​ວ່າ​ພະ​ເຢຊູ​ສາມາດ​ເຮັດ​ໃຫ້​ນ້ອງ​ຊາຍ​ຂອງ​ລາວ​ກັບ​ມາ​ມີ​ຊີວິດ​ອີກ​ໄດ້.—ໂຢຮັນ 11:20-27

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ມາທາ? ມາທາ​ພະຍາຍາມ​ຕ້ອນຮັບ​ແຂກ​ຢ່າງ​ດີ. ລາວ​ເຕັມໃຈ​ຍອມຮັບ​ຄຳ​ແນະນຳ. ລາວ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ແລະ​ຄວາມ​ເຊື່ອ​ຂອງ​ລາວ​ຢ່າງ​ເປີດເຜີຍ.

  • ▸ ອ່ານ​ເລື່ອງ​ຂອງ​ມາທາ​ເພີ່ມເຕີມ​ໄດ້​ໃນ​ບົດ​ຄວາມ “ຂ້ອຍ​ເຊື່ອ.”

ມາຣິອາ (ແມ່​ຂອງ​ພະ​ເຢຊູ)

ມາຣິອາ (ແມ່​ຂອງ​ພະ​ເຢຊູ)

ມາຣິອາ​ແມ່ນ​ໃຜ? ລາວ​ເປັນ​ຜູ້​ຍິງ​ຄົນ​ຢິວ​ແລະ​ຍັງ​ບໍລິສຸດ​ຢູ່​ຕອນ​ທີ່​ເກີດ​ພະ​ເຢຊູ. ລາວ​ຖືພາ​ລູກ​ຂອງ​ພະເຈົ້າ​ໂດຍ​ການ​ອັດສະຈັນ.

ລາວ​ເຮັດ​ຫຍັງ? ມາຣິອາ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ. ລາວ​ໝັ້ນ​ກັບ​ໂຢເຊັບ​ແລ້ວ​ຕອນ​ທີ່​ທູດສະຫວັນ​ມາ​ຫາ​ແລະ​ບອກ​ວ່າ​ລາວ​ຊິ​ຖືພາ ແລະ​ເກີດ​ລູກ​ຊາຍ​ຜູ້​ທີ່​ຈະ​ມາ​ເປັນ​ເມຊີອາ​ທີ່​ພວກ​ຢິວ​ລໍ​ຖ້າ​ມາ​ດົນ. (ລູກາ 1:26-33) ລາວ​ເຕັມໃຈ​ຍອມຮັບ​ເອົາ​ໜ້າທີ່​ນີ້. ຫຼັງ​ຈາກ​ທີ່​ພະ​ເຢຊູ​ເກີດ ມາຣິອາ​ກັບ​ໂຢເຊັບ​ກໍ​ມີ​ລູກ​ຊາຍ​ນຳ​ກັນ 4 ຄົນ ແລະ​ມີ​ລູກ​ສາວ​ຢ່າງ​ໜ້ອຍ 2 ຄົນ. ລາວ​ບໍ່​ໄດ້​ເປັນ​ສາວ​ບໍລິສຸດ​ອີກ​ຕໍ່​ໄປ. (ມັດທາຍ 13:55, 56) ເຖິງ​ວ່າ​ລາວ​ໄດ້​ຮັບ​ສິດທິ​ພິເສດ​ບໍ່​ຄື​ໃຜ ແຕ່​ລາວ​ກໍ​ບໍ່​ເຄີຍ​ຢາກ​ໄດ້​ຄຳ​ສັນລະເສີນ​ແລະ​ການ​ປະຕິບັດ​ແບບ​ພິເສດ. ບໍ່​ວ່າ​ຈະ​ໃນ​ໄລຍະ​ທີ່​ພະ​ເຢຊູ​ຮັບໃຊ້​ຢູ່​ໂລກ ຫຼື​ຕອນ​ທີ່​ລາວ​ເປັນ​ສະມາຊິກ​ຂອງ​ປະຊາຄົມ​ຄລິດສະຕຽນ​ສະຕະວັດ​ທຳອິດ.

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ມາຣິອາ? ມາຣິອາ​ເປັນ​ຜູ້​ຍິງ​ທີ່​ສັດຊື່ ລາວ​ເຕັມໃຈ​ເຮັດ​ວຽກ​ທີ່​ສຳຄັນ​ທີ່​ໄດ້​ຮັບ​ມອບໝາຍ. ມາຣິອາ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຢ່າງ​ດີ. ເບິ່ງ​ຄື​ວ່າ​ລາວ​ຍົກ​ຂໍ້​ຄຳພີ​ປະມານ 20 ເທື່ອ​ໃນ​ຄຳເວົ້າ​ຂອງ​ລາວ​ຢູ່​ລູກາ 1:46-55

  • ▸ ອ່ານ​ເລື່ອງ​ຂອງ​ມາຣິອາ​ເພີ່ມເຕີມ​ໃນ​ບົດ​ຄວາມ “ຕົວຢ່າງ​ຂອງ​ມາຣິອາ​ສອນ​ຫຍັງ​ເຮົາ.”

ມາຣິອາ (ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ)

ມາຣິອາ (ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ)

ມາຣິອາ​ແມ່ນ​ໃຜ? ລາວ​ເປັນ​ເອື້ອຍ​ຂອງ​ລາຊະໂຣ​ແລະ​ເປັນ​ນ້ອງ​ສາວ​ຂອງ​ມາທາ. ມາຣິອາ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢຊູ.

ລາວ​ເຮັດ​ຫຍັງ? ມາຣິອາ​ສະແດງ​ຫຼາຍ​ເທື່ອ​ວ່າ​ລາວ​ໝັ້ນໃຈ​ວ່າ​ພະ​ເຢຊູ​ເປັນ​ລູກ​ຊາຍ​ຂອງ​ພະເຈົ້າ. ລາວ​ເວົ້າ​ດ້ວຍ​ຄວາມ​ເຊື່ອ​ວ່າ​ພະ​ເຢຊູ​ຈະ​ຊ່ວຍ​ລາຊະໂຣ​ນ້ອງ​ຊາຍ​ຂອງ​ລາວ​ບໍ່​ໃຫ້​ຕາຍ​ໄດ້ ແລະ​ລາວ​ຢູ່​ນຳ​ຕອນ​ທີ່​ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ. ມາທາ​ເວົ້າ​ໃຫ້​ມາຣິອາ​ທີ່​ມົວ​ແຕ່​ຟັງ​ພະ​ເຢຊູ​ເວົ້າ ແທນ​ທີ່​ຈະ​ມາ​ຊ່ວຍ​ເຮັດ​ວຽກ​ເຮືອນ. ແຕ່​ພະ​ເຢຊູ​ຊົມເຊີຍ​ມາຣິອາ​ທີ່​ລາວ​ໃຫ້​ຄວາມ​ຈິງ​ຂອງ​ພະເຈົ້າ​ສຳຄັນ​ກວ່າ​ສິ່ງ​ອື່ນ.—ລູກາ 10:38-42

ອີກ​ເຫດການ​ໜຶ່ງ ມາຣິອາ​ສະແດງ​ນ້ຳໃຈ​ຕໍ່​ພະ​ເຢຊູ​ເມື່ອ​ລາວ​ເທ “ນ້ຳມັນ​ຫອມ​ລາຄາ​ແພງ” ໃສ່​ຫົວ​ແລະ​ໃສ່​ຕີນ​ຂອງ​ພະ​ເຢຊູ. (ມັດທາຍ 26:6, 7) ຄົນ​ອື່ນ​ໆ​ທີ່​ຢູ່​ຫັ້ນ​ກໍ​ເວົ້າ​ໃຫ້​ລາວ​ວ່າ​ເທ​ນ້ຳມັນ​ເສຍ​ຖິ້ມ​ລ້າ​ໆ ແຕ່​ພະ​ເຢຊູ​ປົກປ້ອງ​ລາວ. ເພິ່ນ​ບອກ​ວ່າ: “ຂ່າວ​ດີ​ປະກາດ​ໄປ​ຮອດ​ບ່ອນ​ໃດ​ໃນ​ໂລກ ສິ່ງ​ທີ່​ຜູ້​ຍິງ​ຄົນ​ນີ້​ເຮັດ​ກໍ​ຈະ​ຮູ້​ໄປ​ຮອດ​ບ່ອນ​ນັ້ນ ແລະ​ຄົນ​ຈະ​ບໍ່​ລືມ​ລາວ.”—ມັດທາຍ 24:14; 26:8-13

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ມາຣິອາ? ມາຣິອາ​ປູກ​ຝັງ​ຄວາມ​ເຊື່ອ​ທີ່​ເລິກ​ເຊິ່ງ. ລາວ​ໃຫ້​ການ​ນະມັດສະການ​ພະເຈົ້າ​ມາ​ກ່ອນ​ເລື່ອງ​ອື່ນ​ໆ. ລາວ​ອ່ອນນ້ອມ​ແລະ​ຍິນດີ​ສະລະ​ເງິນ​ຈຳນວນ​ຫຼາຍ​ເພື່ອ​ໃຫ້​ກຽດ​ພະ​ເຢຊູ.

ມາຣິອາ​ຄົນ​ມັກດາເລນ

ມາຣິອາ​ຄົນ​ມັກດາເລນ

ມາຣິອາ​ຄົນ​ມັກດາເລນ​ແມ່ນ​ໃຜ? ລາວ​ເປັນ​ລູກສິດ​ທີ່​ສັດຊື່​ຂອງ​ພະ​ເຢຊູ.

ລາວ​ເຮັດ​ຫຍັງ? ມາຣິອາ​ຄົນ​ມັກດາເລນ​ເປັນ​ໜຶ່ງ​ໃນ​ຜູ້​ຍິງ​ຫຼາຍ​ຄົນ​ທີ່​ເດີນທາງ​ຮ່ວມ​ກັບ​ພະ​ເຢຊູ​ກັບ​ພວກ​ລູກສິດ. ລາວ​ສະແດງ​ນ້ຳໃຈ​ໂດຍ​ໃຊ້​ເງິນ​ຂອງ​ລາວ​ເພື່ອ​ຊ່ວຍ​ໃຫ້​ລູກສິດ​ມີ​ສິ່ງ​ຈຳເປັນ. (ລູກາ 8:1-3) ລາວ​ຕິດຕາມ​ພະ​ເຢຊູ​ຈົນ​ຮອດ​ມື້​ສຸດທ້າຍ​ຂອງ​ຊີວິດ​ເພິ່ນ ແລະ​ຕອນ​ທີ່​ພະ​ເຢຊູ​ຖືກ​ປະຫານ​ຊິ​ວິດ ລາວ​ກໍ​ຢູ່​ຫັ້ນ. ລາວ​ເປັນ​ຄົນ​ໜຶ່ງ​ທີ່​ມີ​ສິດທິ​ພິເສດ​ໄດ້​ເຫັນ​ພະ​ເຢຊູ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ.—ໂຢຮັນ 20:11-18

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ມາຣິອາ​ຄົນ​ມັກດາເລນ? ມາຣິອາ​ຄົນ​ມັກດາເລນ​ສະໜັບສະໜູນ​ການ​ຮັບໃຊ້​ຂອງ​ພະ​ເຢຊູ​ຢ່າງ​ໃຈ​ກວ້າງ ແລະ​ລາວ​ເປັນ​ລູກສິດ​ທີ່​ສັດຊື່​ຕະຫຼອດ​ຊີວິດ.

ມີຣີອາມ

ມີຣີອາມ

ມີຣີອາມ​ແມ່ນ​ໃຜ? ລາວ​ເປັນ​ເອື້ອຍ​ຂອງ​ໂມເຊ​ກັບ​ອາໂຣນ ແລະ​ເປັນ​ຄົນ​ທຳອິດ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ​ຜູ້​ພະຍາກອນ​ຍິງ.

ລາວ​ເຮັດ​ຫຍັງ? ໃນ​ຖານະ​ຜູ້​ພະຍາກອນ​ຍິງ ລາວ​ມີ​ໜ້າທີ່​ບອກ​ຂ່າວ​ສານ​ຂອງ​ພະເຈົ້າ​ໃຫ້​ຄົນ​ອື່ນ​ຮູ້. ລາວ​ຍິນດີ​ຮັບ​ເອົາ​ໜ້າທີ່​ສຳຄັນ​ໃນ​ອິດສະຣາເອນ ແລະ​ຮ່ວມ​ຮ້ອງ​ເພງ​ສະຫຼອງ​ໄຊ​ຊະນະ​ກັບ​ພວກ​ຜູ້​ຊາຍ​ຫຼັງ​ຈາກ​ທີ່​ພະເຈົ້າ​ທຳລາຍ​ກອງທັບ​ເອຢິບ​ໃນ​ທະເລ​ແດງ.—ອົບພະຍົບ 15:1, 20, 21

ຕໍ່​ມາ ຄວາມ​ຍິ່ງ​ແລະ​ຄວາມ​ອິດສາ​ເຮັດ​ໃຫ້​ມີຣີອາມ​ກັບ​ອາໂຣນ​ຕຳໜິ​ໂມເຊ. ພະເຈົ້າ “ໄດ້​ຍິນ” ແລະ​ຕໍ່​ວ່າ​ເຂົາເຈົ້າ​ແຮງ​ໆ. (ຈົດເຊັນ​ບັນຊີ 12:1-9) ຈາກ​ນັ້ນ ພະເຈົ້າ​ກໍ​ເຮັດ​ໃຫ້​ມີຣີອາມ​ເປັນ​ພະຍາດ​ຂີ້ທູດ​ຍ້ອນ​ລາວ​ເປັນ​ຄົນ​ເລີ່ມ​ເວົ້າ​ໃນ​ແງ່​ລົບ. ໂມເຊ​ຂໍຮ້ອງ​ພະເຈົ້າ​ໃຫ້​ຊ່ວຍ​ລາວ ແລ້ວ​ເພິ່ນ​ກໍ​ໄດ້​ເຮັດ​ແບບ​ນັ້ນ. ຫຼັງ​ຈາກ​ທີ່​ຖືກ​ກັກ​ໂຕ 7 ມື້ ມີຣີອາມ​ກໍ​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ມາ​ຢູ່​ໃນ​ຄ້າຍ​ຂອງ​ພວກ​ອິດສະຣາເອນ​ອີກ.—ຈົດເຊັນ​ບັນຊີ 12:10-15

ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ມີຣີອາມ​ຍອມ​ຟັງ​ຄຳ​ຕັກ​ເຕືອນ. ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະເຈົ້າ​ເວົ້າ​ເຖິງ​ສິດທິ​ພິເສດ​ທີ່​ມີຣີອາມ​ໄດ້​ຮັບ​ຕອນ​ທີ່​ເພິ່ນ​ເຕືອນ​ພວກ​ອິດສະຣາເອນ​ວ່າ: “ເຮົາ​ນິແຫຼະ​ທີ່​ສົ່ງ​ໂມເຊ ອາໂຣນ ແລະ​ມີຣີອາມ​ໄປ​ຊ່ວຍ​ພວກ​ເຈົ້າ.”—ມີກາ 6:4

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ມີຣີອາມ? ເລື່ອງ​ຂອງ​ມີຣີອາມ​ເຮັດ​ໃຫ້​ເຫັນ​ວ່າ ພະ​ເຢໂຫວາ​ສົນໃຈ​ສິ່ງ​ທີ່​ຜູ້​ນະມັດສະການ​ຂອງ​ເພິ່ນ​ເວົ້າ​ບໍ່​ວ່າ​ຈະ​ເປັນ​ຕໍ່​ໜ້າ​ຫຼື​ລັບ​ຫຼັງ. ເຮົາ​ຍັງ​ໄດ້​ຮຽນ​ວ່າ​ເພື່ອ​ຈະ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ ເຮົາ​ຕ້ອງ​ບໍ່​ເປັນ​ຄົນ​ຍິ່ງ​ແລະ​ອິດສາ​ຍ້ອນ​ນິດໄສ​ແບບ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ເວົ້າ​ບາງ​ຢ່າງ​ທີ່​ທຳລາຍ​ຊື່​ສຽງ​ຂອງ​ຄົນ​ອື່ນ​ໄດ້.

ຣາເຄນ

ຣາເຄນ

ຣາເຄນ​ແມ່ນ​ໃຜ? ລາວ​ເປັນ​ລູກ​ສາວ​ຂອງ​ລາບານ ແລະ​ເປັນ​ເມຍ​ຄົນ​ທີ່​ຢາໂຄບ​ບັນພະບຸລຸດ​ຂອງ​ພວກ​ອິດສະຣາເອນ​ຮັກ​ຫຼາຍ​ທີ່​ສຸດ.

ລາວ​ເຮັດ​ຫຍັງ? ຣາເຄນ​ແຕ່ງດອງ​ກັບ​ຢາໂຄບ​ແລະ​ໄດ້​ລູກ​ຊາຍ 2 ຄົນ. ຕໍ່​ມາ ລູກ​ຊາຍ​ສອງ​ຄົນ​ຂອງ​ລາວ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕົ້ນ​ຕະກູນ​ຂອງ​ພວກ​ອິດສະຣາເອນ ເຊິ່ງ​ມີ 12 ຕະກູນ. ຣາເຄນ​ເຈິ​ກັບ​ຢາໂຄບ​ຕອນ​ທີ່​ລາວ​ເບິ່ງແຍງ​ຝູງ​ແກະ​ຂອງ​ພໍ່. (ປະຖົມມະການ 29:9, 10) ລາວ “ເປັນ​ຄົນ​ງາມ” ຫຼາຍ​ກວ່າ​ເລອາ​ເອື້ອຍ​ຂອງ​ລາວ.—ປະຖົມມະການ 29:17

ຢາໂຄບ​ຮັກ​ຣາເຄນ​ແລະ​ຍອມ​ເຮັດ​ວຽກ 7 ປີ ເພື່ອ​ຈະ​ໄດ້​ແຕ່ງດອງ​ກັບ​ລາວ. (ປະຖົມມະການ 29:18) ແຕ່​ລາບານ​ຕົວະ​ໃຫ້​ຢາໂຄບ​ແຕ່ງດອງ​ກັບ​ເລອາ​ກ່ອນ. ຈາກ​ນັ້ນ ລາບານ​ຈຶ່ງ​ອະນຸຍາດ​ໃຫ້​ຢາໂຄບ​ແຕ່ງດອງ​ກັບ​ຣາເຄນ.—ປະຖົມມະການ 29:25-27

ຢາໂຄບ​ຮັກ​ຣາເຄນ​ແລະ​ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ລາວ​ຫຼາຍ​ກວ່າ​ເລອາ​ແລະ​ລູກ. (ປະຖົມມະການ 37:3; 44:20, 27-29) ນີ້​ເຮັດ​ໃຫ້​ເຂົາເຈົ້າ​ຊີງ​ດີ​ຊີງ​ເດັ່ນ​ກັນ.—ປະຖົມມະການ 29:30; 30:1, 15

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຣາເຄນ? ຣາເຄນ​ອົດທົນ​ກັບ​ບັນຫາ​ທີ່​ເກີດຂຶ້ນ​ໃນ​ຄອບຄົວ. ລາວ​ຫວັງ​ສະເໝີ​ວ່າ​ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ລາວ. (ປະຖົມມະການ 30:22-24) ເລື່ອງ​ຂອງ​ລາວ​ເຮັດ​ໃຫ້​ເຫັນ​ວ່າ​ການ​ມີ​ເມຍ​ຫຼາຍ​ຄົນ​ເຮັດ​ໃຫ້​ຄອບຄົວ​ບໍ່​ມີ​ຄວາມ​ສຸກ. ປະສົບການ​ຂອງ​ຣາເຄນ​ສະແດງ​ໃຫ້​ເຫັນ​ສະຕິ​ປັນຍາ​ຂອງ​ພະເຈົ້າ​ທີ່​ຕັ້ງ​ມາດຕະຖານ​ເລື່ອງ​ຊີວິດ​ຄູ່​ວ່າ​ໃຫ້​ຜູ້​ຊາຍ​ມີ​ເມຍ​ແຕ່​ຄົນ​ດຽວ.—ມັດທາຍ 19:4-6

  • ▸ ອ່ານ​ເລື່ອງ​ຂອງ​ຣາເຄນ​ເພີ່ມເຕີມ​ໃນ​ບົດ​ຄວາມ “ສອງ​ເອື້ອຍ​ນ້ອງ​ຜູ້​ມີ​ຄວາມ​ທຸກ​ເຊິ່ງ ‘ພວກ​ອິດສະຣາເອນ​ເກີດ​ມາ​ຈາກ​ເຂົາເຈົ້າ’”

  • ▸ ເພື່ອ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ໃນ​ສະໄໝ​ບູຮານ​ມີ​ເມຍ​ຫຼາຍ​ຄົນ ໃຫ້​ເບິ່ງ​ບົດ​ຄວາມ “ພະເຈົ້າ​ເຫັນດີ​ກັບ​ການ​ມີ​ເມຍ​ຫຼາຍ​ຄົນ​ບໍ?”

ຣາຮາບ

ຣາຮາບ

ຣາຮາບ​ແມ່ນ​ໃຜ? ລາວ​ເປັນ​ໂສເພນີ ອາໄສ​ຢູ່​ເມືອງ​ເຢຣິໂກ​ແຜ່ນດິນ​ການາອານ ແລະ​ໄດ້​ມາ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ.

ລາວ​ເຮັດ​ຫຍັງ? ຣາຮາບ​ເຊື່ອງ​ພວກ​ອິດສະຣາເອນ 2 ຄົນ​ທີ່​ໄປ​ສອດແນມ​ຢູ່​ເມືອງ​ເຢຣິໂກ. ລາວ​ເຮັດ​ແບບ​ນັ້ນ​ຍ້ອນ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ປົດ​ປ່ອຍ​ປະຊາຊົນ​ຂອງ​ເພິ່ນ​ຈາກ​ເອຢິບ ແລະ​ຕໍ່​ມາ​ກໍ​ໄດ້​ຍິນ​ເລື່ອງ​ການ​ໂຈມຕີ​ຕະກູນ​ໜຶ່ງ​ທີ່​ເອີ້ນ​ວ່າ​ອາໂມ.

ຣາຮາບ​ຊ່ວຍ​ເຫຼືອ​ຄົນ​ສອດແນມ​ແລະ​ຂໍຮ້ອງ​ເຂົາເຈົ້າ​ບໍ່​ໃຫ້​ຂ້າ​ລາວ​ກັບ​ຄົນ​ໃນ​ຄອບຄົວ​ຕອນ​ທີ່​ພວກ​ອິດສະຣາເອນ​ທຳລາຍ​ເມືອງ​ເຢຣິໂກ. ເຂົາເຈົ້າ​ຕົກ​ລົງ ແຕ່​ຣາຮາບ​ຕ້ອງ​ເຮັດ​ບາງ​ຢ່າງ. ລາວ​ຈະ​ຕ້ອງ​ບໍ່​ບອກ​ເລື່ອງ​ນີ້​ໃຫ້​ຄົນ​ອື່ນ​ຮູ້. ລາວ​ກັບ​ຄອບຄົວ​ຈະ​ຕ້ອງ​ຢູ່​ແຕ່​ໃນ​ເຮືອນ​ຕອນ​ທີ່​ພວກ​ອິດສະຣາເອນ​ມາ​ໂຈມຕີ​ແລະ​ຈະ​ຕ້ອງ​ມັດ​ເຊືອກ​ສີ​ແດງ​ສົດ​ໄວ້​ຢູ່​ປ່ອງ​ຢ້ຽມ​ເພື່ອ​ໃຫ້​ຮູ້​ວ່າ​ເຮືອນ​ຂອງ​ລາວ​ຢູ່​ບ່ອນ​ໃດ. ຣາຮາບ​ເຊື່ອຟັງ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທຸກ​ຢ່າງ. ລາວ​ກັບ​ຄອບຄົວ​ຈຶ່ງ​ລອດ​ຊີວິດ​ຕອນ​ທີ່​ພວກ​ອິດສະຣາເອນ​ທຳລາຍ​ເມືອງ​ເຢຣິໂກ.

ຕໍ່​ມາ ຣາຮາບ​ກໍ​ແຕ່ງດອງ​ກັບ​ຄົນ​ອິດສະຣາເອນ ແລະ​ກະສັດ​ດາວິດ​ແລະ​ພະ​ເຢຊູ​ກໍ​ໄດ້​ເກີດ​ມາ​ທາງ​ລູກ​ຫຼານ​ຂອງ​ລາວ.—ໂຢຊວຍ 2:1-24; 6:25; ມັດທາຍ 1:5, 6, 16

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຣາຮາບ? ຄຳພີ​ໄບເບິນ​ເວົ້າ​ເຖິງ​ຣາຮາບ​ວ່າ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ເຊື່ອ. (ເຮັບເຣີ 11:30, 31; ຢາໂກໂບ 2:25) ເລື່ອງ​ຂອງ​ຣາຮາບ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະເຈົ້າ​ໃຫ້​ອະໄພ​ການ​ກະທຳ​ທີ່​ບໍ່​ດີ​ໃນ​ອະດີດ ແລະ​ເພິ່ນ​ບໍ່​ລຳອຽງ​ໂດຍ​ອວຍພອນ​ທຸກ​ຄົນ​ທີ່​ໄວ້ໃຈ​ໃນ​ເພິ່ນ​ບໍ່​ວ່າ​ຄົນ​ນັ້ນ​ຈະ​ມາ​ຈາກ​ຊາດ​ໃດ.

  • ▸ ອ່ານ​ເລື່ອງ​ຂອງ​ຣາຮາບ​ເພີ່ມ​ຕື່ມ​ໃນ​ບົດ​ຄວາມ “ພະເຈົ້າ​ຖື​ວ່າ​ລາວ ‘ເປັນ​ຄົນ​ຊອບທຳ​ຍ້ອນ​ການ​ກະທຳ’”

ເຣເບກາ

ເຣເບກາ

ເຣເບກາ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ອີຊາກ. ລາວ​ມີ​ລູກ​ຊາຍ​ຝາແຝດ 2 ຄົນ​ຊື່​ຢາໂຄບ​ກັບ​ເອຊາວ.

ລາວ​ເຮັດ​ຫຍັງ? ເຣເບກາ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ເຖິງ​ວ່າ​ການ​ກະທຳ​ແບບ​ນັ້ນ​ຈະ​ບໍ່​ງ່າຍ. ຕອນ​ທີ່​ລາວ​ຕັກ​ນ້ຳ​ຢູ່​ນ້ຳ​ສ້າງ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຂໍ​ກິນ​ນ້ຳ​ນຳ ເຣເບກາ​ກໍ​ຟ້າວ​ເອົາ​ນ້ຳ​ໃຫ້​ລາວ​ກິນ ແລະ​ສະເໜີ​ທີ່​ຈະ​ຕັກ​ນ້ຳ​ໃຫ້​ຝູງ​ອູດ​ກິນ​ນຳ. (ປະຖົມມະການ 24:15-20) ຜູ້​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ. ລາວ​ເດີນທາງ​ໄກ​ເພື່ອ​ໄປ​ຊອກ​ຫາ​ເມຍ​ໃຫ້​ອີຊາກ ລູກ​ຊາຍ​ຂອງ​ອັບຣາຮາມ. (ປະຖົມມະການ 24:2-4) ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ໃນ​ເລື່ອງ​ນີ້. ເມື່ອ​ລາວ​ເຫັນ​ຄວາມ​ດຸ​ໝັ່ນ​ແລະ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ​ຂອງ​ເຣເບກາ ລາວ​ຮູ້​ເລີຍ​ວ່າ​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ແລ້ວ. ຜູ້​ຍິງ​ຄົນ​ນີ້​ແຫຼະ​ທີ່​ພະເຈົ້າ​ເລືອກ​ໃຫ້​ເປັນ​ເມຍ​ຂອງ​ອີຊາກ.—ປະຖົມມະການ 24:10-14, 21, 27

ເມື່ອ​ຮູ້​ເຫດຜົນ​ທີ່​ຄົນ​ຮັບໃຊ້​ມາ ເຣເບກາ​ກໍ​ຍອມ​ໄປ​ກັບ​ລາວ​ແລະ​ແຕ່ງດອງ​ກັບ​ອີຊາກ. (ປະຖົມມະການ 24:57-59) ໃນ​ທີ່​ສຸດ ເຣເບກາ​ກໍ​ເກີດ​ລູກ​ຊາຍ​ຝາແຝດ. ພະເຈົ້າ​ບອກ​ເຣເບກາ​ວ່າ​ເອຊາວ​ຜູ້​ເປັນ​ອ້າຍ​ຈະ​ຮັບໃຊ້​ຢາໂຄບ​ຜູ້​ເປັນ​ນ້ອງ​ຊາຍ. (ປະຖົມມະການ 25:23) ເມື່ອ​ອີຊາກ​ກຽມ​ຈະ​ອວຍພອນ​ໃຫ້​ເອຊາວ​ໃນ​ຖານະ​ລູກກົກ ເຣເບກາ​ກໍ​ເຮັດ​ບາງ​ຢ່າງ​ເພື່ອ​ໃຫ້​ຢາໂຄບ​ໄດ້​ຮັບ​ພອນ​ນັ້ນ​ແທນ​ຍ້ອນ​ລາວ​ຢາກ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.—ປະຖົມມະການ 27:1-17

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເຣເບກາ? ເຣເບກາ​ເປັນ​ຄົນ​ຈຽມ​ໂຕ ດຸ​ໝັ່ນ ແລະ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ. ຄຸນລັກສະນະ​ເຫຼົ່າ​ນີ້​ເຮັດ​ໃຫ້​ລາວ​ປະສົບ​ຄວາມ​ສຳເລັດ​ໃນ​ການ​ເປັນ​ເມຍ ເປັນ​ແມ່ ແລະ​ຜູ້​ນະມັດສະການ​ພະເຈົ້າ​ທ່ຽງແທ້.

  • ▸ ອ່ານ​ເລື່ອງ​ຂອງ​ເຣເບກາ​ເພີ່ມເຕີມ​ໃນ​ບົດ​ຄວາມ ‘ຂ້ອຍ​ຈະ​ໄປ.’

ຣຸດ

ຣຸດ

ຣຸດ​ແມ່ນ​ໃຜ? ລາວ​ເປັນ​ຄົນ​ໂມອາບ​ທີ່​ຖິ້ມ​ພະເຈົ້າ​ຂອງ​ລາວ ແລະ​ຖິ້ມ​ບ້ານ​ເກີດ​ເພື່ອ​ໄປ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ໃນ​ແຜ່ນດິນ​ອິດສະຣາເອນ.

ລາວ​ເຮັດ​ຫຍັງ? ຣຸດ​ສະແດງ​ຄວາມ​ຮັກ​ຕໍ່​ນາໂອມີ​ທີ່​ເປັນ​ແມ່​ຍ່າ. ນາໂອມີ​ເດີນທາງ​ໄປ​ໂມອາບ​ພ້ອມ​ກັບ​ຜົວ​ແລະ​ລູກ​ຊາຍ 2 ຄົນ​ຍ້ອນ​ຕອນ​ນັ້ນ​ເກີດ​ການ​ຂາດແຄນ​ອາຫານ​ໃນ​ອິດສະຣາເອນ. ລູກ​ຊາຍ​ຂອງ​ລາວ​ແຕ່ງດອງ​ກັບ​ຣຸດ​ແລະ​ໂອປາ​ຜູ້​ຍິງ​ຄົນ​ໂມອາບ. ແຕ່​ຕໍ່​ມາ ຜົວ​ແລະ​ລູກ​ຊາຍ​ຂອງ​ລາວ​ກໍ​ຕາຍ ເຮັດ​ໃຫ້​ທັງ​ສາມ​ຄົນ​ຢູ່​ນຳ​ກັນ​ໂດຍ​ບໍ່​ມີ​ຜົວ.

ນາໂອມີ​ຕັດສິນໃຈ​ເດີນທາງ​ກັບ​ໄປ​ອິດສະຣາເອນ ເຊິ່ງ​ຕອນນີ້​ບໍ່​ແຫ້ງ​ແລ້ງ​ອີກ​ແລ້ວ. ຣຸດ​ແລະ​ໂອປາ​ກໍ​ເລືອກ​ທີ່​ຈະ​ເດີນທາງ​ໄປ​ກັບ​ນາໂອມີ ແຕ່​ນາໂອມີ​ບອກ​ໃຫ້​ເຂົາເຈົ້າ​ກັບ​ໄປ​ຫາ​ຍາດ​ຕິ​ພີ່ນ້ອງ. ໂອປາ​ກໍ​ເຮັດ​ຕາມ. (ນາງ​ຣຸດ 1:1-6, 15) ແຕ່​ຣຸດ​ຢືນຢັນ​ວ່າ​ຈະ​ຢູ່​ກັບ​ແມ່​ຍ່າ. ລາວ​ຮັກ​ນາໂອມີ​ແລະ​ຢາກ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ນາໂອມີ.—ນາງ​ຣຸດ 1:16, 17; 2:11

ຍ້ອນ​ຣຸດ​ພັກດີ​ຕໍ່​ແມ່​ຍ່າ​ແລະ​ແລະ​ເຮັດ​ວຽກ​ໜັກ ບໍ່​ດົນ​ລາວ​ກໍ​ມີ​ຊື່​ສຽງ​ທີ່​ດີ​ໃນ​ເມືອງ​ເບັດເລເຮັມ ບ້ານ​ເກີດ​ຂອງ​ນາໂອມີ. ໂບອາດ​ເຈົ້າ​ຂອງ​ທົ່ງ​ນາ​ທີ່​ຮັ່ງມີ​ປະທັບໃຈ​ຣຸດ. ລາວ​ຊ່ວຍ​ຣຸດ​ກັບ​ນາໂອມີ​ໃຫ້​ມີ​ເຂົ້າ​ກິນ. (ນາງ​ຣຸດ 2:5-7, 20) ຕໍ່​ມາ ຣຸດ​ໄດ້​ແຕ່ງດອງ​ກັບ​ໂບອາດ ແລະ​ໃນ​ທີ່​ສຸດ ກະສັດ​ດາວິດ​ແລະ​ພະ​ເຢຊູ​ໄດ້​ເກີດ​ມາ​ທາງ​ລູກ​ຫຼານ​ຂອງ​ລາວ.—ມັດທາຍ 1:5, 6, 16

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຣຸດ? ຍ້ອນ​ຣຸດ​ຮັກ​ນາໂອມີ​ແລະ​ພະ​ເຢໂຫວາ ຣຸດ​ຈຶ່ງ​ເຕັມໃຈ​ປະ​ບ້ານ​ເກີດ​ແລະ​ຄອບຄົວ. ລາວ​ເປັນ​ຄົນ​ດຸ​ໝັ່ນ ທຸ່ມເທ ແລະ​ພັກດີ ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ.

  • ▸ ອ່ານ​ເລື່ອງ​ຂອງ​ຣຸດ​ເພີ່ມເຕີມ​ໃນ​ບົດ​ຄວາມ “ແມ່​ໄປ​ໃສ ລູກ​ກໍ​ຈະ​ໄປ​ນຳ” ແລະ “ຜູ້​ຍິງ​ທີ່​ມີ​ຊື່​ສຽງ​ດີ.”

ຊາຣາ

ຊາຣາ

ຊາຣາ​ແມ່ນ​ໃຜ? ລາວ​ເປັນ​ເມຍ​ຂອງ​ອັບຣາຮາມ​ແລະ​ມີ​ລູກ​ຊາຍ​ຊື່​ອີຊາກ.

ລາວ​ເຮັດ​ຫຍັງ? ລາວ​ຖິ້ມ​ຊີວິດ​ທີ່​ສະດວກ​ສະບາຍ​ໃນ​ເມືອງ​ອູເຣ​ທີ່​ຮຸ່ງ​ເຮືອງ ຍ້ອນ​ລາວ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ທີ່​ພະເຈົ້າ​ບອກ​ກັບ​ອັບຣາຮາມ​ຜົວ​ຂອງ​ລາວ. ພະເຈົ້າ​ບອກ​ອັບຣາຮາມ​ໃຫ້​ອອກ​ຈາກ​ເມືອງ​ອູເຣ​ແລ້ວ​ເດີນທາງ​ໄປ​ການາອານ. ເພິ່ນ​ສັນຍາ​ວ່າ​ຈະ​ອວຍພອນ​ລາວ​ແລະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຊາດ​ໃຫຍ່. (ປະຖົມມະການ 12:1-5) ຕອນ​ນັ້ນ​ຊາຣາ​ອາດ​ຈະ​ມີ​ອາຍຸ 60 ປາຍ​ປີ​ແລ້ວ. ຕັ້ງແຕ່​ນັ້ນ​ມາ ຊາຣາ​ກັບ​ຜົວ​ຂອງ​ລາວ​ກໍ​ໃຊ້​ຊີວິດ​ຢູ່​ເຕັ້ນ​ທີ່​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ.

ເຖິງ​ວ່າ​ການ​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​ຈະ​ເຮັດ​ໃຫ້​ຊາຣາ​ຕ້ອງ​ສ່ຽງ​ອັນຕະລາຍ ແຕ່​ລາວ​ກໍ​ສະໜັບສະໜູນ​ຜົວ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະເຈົ້າ. (ປະຖົມມະການ 12:10, 15) ຊາຣາ​ເປັນ​ໝັນ​ມາ​ຫຼາຍ​ປີ​ແລ້ວ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເສຍໃຈ​ຫຼາຍ. ແຕ່​ພະເຈົ້າ​ສັນຍາ​ວ່າ​ຈະ​ອວຍພອນ​ໃຫ້​ລູກ​ຫຼານ​ຂອງ​ອັບຣາຮາມ. (ປະຖົມມະການ 12:7; 13:15; 15:18; 16:1, 2, 15) ໃນ​ທີ່​ສຸດ ພະເຈົ້າ​ກໍ​ຢືນຢັນ​ວ່າ​ຊາຣາ​ຈະ​ມີ​ລູກ​ໃຫ້​ອັບຣາຮາມ. ລາວ​ມີ​ລູກ​ຕອນ​ທີ່​ກາຍ​ຍາມ​ທີ່​ຈະ​ມີ​ລູກ​ໄດ້. ຕອນ​ທີ່​ມີ​ລູກ ຊາຣາ​ອາຍຸ 90 ປີ ແລະ​ຜົວ​ຂອງ​ລາວ​ອາຍຸ 100 ປີ. (ປະຖົມມະການ 17:17; 21:2-5) ເຂົາເຈົ້າ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ອີຊາກ.

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຊາຣາ? ຈາກ​ຕົວຢ່າງ​ຂອງ​ຊາຣາ ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້​ສະເໝີ. ເຖິງ​ວ່າ​ເລື່ອງ​ນັ້ນ​ເບິ່ງ​ຄື​ຈະ​ເປັນ​ໄປ​ບໍ່​ໄດ້. (ເຮັບເຣີ 11:11) ນອກ​ຈາກ​ນັ້ນ ຕົວຢ່າງ​ຂອງ​ຊາຣາ​ໃນ​ຖານະ​ເປັນ​ເມຍ​ເນັ້ນ​ວ່າ​ການ​ໃຫ້​ຄວາມ​ນັບຖື​ກັນ​ໃນ​ຄອບຄົວ​ເປັນ​ເລື່ອງ​ສຳຄັນ.—1 ເປໂຕ 3:5, 6

  • ▸ ອ່ານ​ເລື່ອງ​ຂອງ​ຊາຣາ​ເພີ່ມເຕີມ​ໃນ​ບົດ​ຄວາມ “ລາວ​ເປັນ​ຄົນ​ງາມ​ຫຼາຍ” ແລະ “ພະເຈົ້າ​ເອີ້ນ​ລາວ​ວ່າ ‘ເຈົ້າ​ຍິງ.’”

ສາວ​ເມືອງ​ຊູເລມ

ສາວ​ເມືອງ​ຊູເລມ

ສາວ​ເມືອງ​ຊູເລມ​ແມ່ນ​ໃຜ? ລາວ​ເປັນ​ສາວ​ງາມ​ທີ່​ຢູ່​ຊົນນະບົດ ແລະ​ເປັນ​ຕົວ​ລະຄອນ​ຫຼັກ​ໃນ​ເພງ​ຂອງ​ໂຊໂລໂມນ ເຊິ່ງ​ເປັນ​ປຶ້ມ​ໜຶ່ງ​ໃນ​ຄຳພີ​ໄບເບິນ. ແຕ່​ບໍ່​ມີ​ບັນທຶກ​ໃນ​ຄຳພີ​ໄບເບິນ​ວ່າ​ລາວ​ຊື່​ຫຍັງ.

ລາວ​ເຮັດ​ຫຍັງ? ສາວ​ເມືອງ​ຊູເລມ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຊາຍ​ໜຸ່ມ​ຄົນ​ລ້ຽງ​ແກະ. (ເພງ​ຂອງ​ໂຊໂລໂມນ 2:16) ແຕ່​ຄວາມ​ງາມ​ທີ່​ສະດຸດ​ຕາ​ຂອງ​ລາວ​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ຜູ້​ຮັ່ງມີ​ມັກ​ແລະ​ຢາກ​ເອົາ​ຊະນະ​ໃຈ​ລາວ. (ເພງ​ຂອງ​ໂຊໂລໂມນ 7:6) ເຖິງ​ວ່າ​ຄົນ​ອື່ນ​ໆ​ຈະ​ບອກ​ໃຫ້​ລາວ​ເລືອກ​ໂຊໂລໂມນ ແຕ່​ລາວ​ກໍ​ປະຕິເສດ. ສາວ​ເມືອງ​ຊູເລມ​ຮັກ​ຜູ້​ຊາຍ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ທີ່​ຕ່ຳຕ້ອຍ​ແລະ​ບໍ່​ປ່ຽນ​ໃຈ​ໄປ​ຈາກ​ລາວ.—ເພງ​ຂອງ​ໂຊໂລໂມນ 3:5; 7:10; 8:6

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ສາວ​ເມືອງ​ຊູເລມ? ລາວ​ເປັນ​ຄົນ​ງາມ​ແລະ​ມີ​ຫຼາຍ​ຄົນ​ສົນໃຈ ແຕ່​ລາວ​ກໍ​ຈຽມ​ໂຕ. ເຖິງ​ວ່າ​ຖືກ​ກົດ​ດັນ​ຫຼື​ໄດ້​ຮັບ​ຂໍ້​ສະເໜີ​ວ່າ​ຈະ​ເຮັດ​ໃຫ້​ລວຍ​ແລະ​ມີ​ຊື່​ສຽງ ແຕ່​ລາວ​ກໍ​ບໍ່​ເຊົາ​ຮັກ​ຄົນ​ລ້ຽງ​ແກະ. ລາວ​ຄວບຄຸມ​ອາລົມ​ສະເໝີ ແລະ​ຮັກສາ​ຄວາມ​ສະອາດ​ດ້ານ​ສິນລະທຳ.

ເມຍ​ຂອງ​ໂລດ

ເມຍ​ຂອງ​ໂລດ

ເມຍ​ຂອງ​ໂລດ​ແມ່ນ​ໃຜ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ລາວ​ຊື່​ຫຍັງ ແຕ່​ບອກ​ວ່າ​ລາວ​ມີ​ລູກ 2 ຄົນ ແລະ​ລາວ​ກັບ​ຄອບຄົວ​ຢູ່​ເມືອງ​ໂຊໂດມ.—ປະຖົມມະການ 19:1, 15

ລາວ​ເຮັດ​ຫຍັງ? ລາວ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ. ພະເຈົ້າ​ຕັ້ງໃຈ​ຈະ​ທຳລາຍ​ເມືອງ​ໂຊໂດມ​ແລະ​ເມືອງ​ທີ່​ຢູ່​ໃກ້​ຄຽງ​ຍ້ອນ​ຄົນ​ເຫຼົ່າ​ນັ້ນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແຕ່​ເພິ່ນ​ຮັກ​ໂລດ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ຮັກ​ຄອບຄົວ​ຂອງ​ລາວ. ເພິ່ນ​ຈຶ່ງ​ສົ່ງ​ທູດສະຫວັນ 2 ອົງ​ໃຫ້​ມາ​ປົກປ້ອງ​ເຂົາເຈົ້າ​ໃຫ້​ປອດໄພ.—ປະຖົມມະການ 18:20; 19:1, 12, 13

ທູດສະຫວັນ​ບອກ​ຄອບຄົວ​ຂອງ​ໂລດ​ໃຫ້​ໜີ​ອອກ​ຈາກ​ເມືອງ​ນີ້ ແລະ​ຢ່າ​ຫຼຽວ​ຄືນ​ຫຼັງ ຖ້າ​ບໍ່​ຊັ້ນ​ກໍ​ຈະ​ຕາຍ. (ປະຖົມມະການ 19:17) ເມຍ​ຂອງ​ໂລດ “ໄດ້​ຫຼຽວ​ຄືນ​ຫຼັງ​ແລະ​ກາຍ​ເປັນ​ເສົາ​ເກືອ.”—ປະຖົມມະການ 19:26

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເມຍ​ຂອງ​ໂລດ? ເລື່ອງ​ຂອງ​ລາວ​ເນັ້ນ​ອັນຕະລາຍ​ຂອງ​ການ​ຮັກ​ວັດຖຸ​ສິ່ງ​ຂອງ​ຈົນ​ເຮັດ​ໃຫ້​ບໍ່​ເຊື່ອຟັງ​ພະເຈົ້າ. ພະ​ເຢຊູ​ຍົກ​ເລື່ອງ​ເມຍ​ຂອງ​ໂລດ​ມາ​ເປັນ​ຕົວຢ່າງ​ເຕືອນ​ໃຈ. ເພິ່ນ​ບອກ​ວ່າ: “ຈື່​ເລື່ອງ​ເມຍ​ຂອງ​ໂລດ​ໄວ້​ໃຫ້​ດີ.”—ລູກາ 17:32.

ໄລຍະ​ເວລາ​ທີ່​ຜູ້​ຍິງ​ເຫຼົ່າ​ນີ້​ມີ​ຊີວິດ​ຢູ່

  1. ເອວາ

    ເອວາ

  2. ກ່ອນ​ນ້ຳຖ້ວມ​ໂລກ (2370 ກ່ອນ ຄ.ສ)

  3. ຊາຣາ

    ຊາຣາ

  4. ເມຍ​ຂອງ​ໂລດ

    ເມຍ​ຂອງ​ໂລດ

  5. ເຣເບກາ

    ເຣເບກາ

  6. ເລອາ

    ເລອາ

  7. ຣາເຄນ

    ຣາເຄນ

  8. ອົບພະຍົບ (1513 ກ່ອນ ຄ.ສ)

  9. ມີຣີອາມ

    ມີຣີອາມ

  10. ຣາຮາບ

    ຣາຮາບ

  11. ຣຸດ

    ຣຸດ

  12. ເດໂບຣາ

    ເດໂບຣາ

  13. ຢາເອນ

    ຢາເອນ

  14. ເດລີລາ

    ເດລີລາ

  15. ຮັນນາ

    ຮັນນາ

  16. ກະສັດ​ອົງ​ທຳອິດ​ຂອງ​ອິດສະຣາເອນ (1117 ກ່ອນ ຄ.ສ)

  17. ອາບີກາຍ

    ອາບີກາຍ

  18. ສາວ​ເມືອງ​ຊູເລມ

    ສາວ​ເມືອງ​ຊູເລມ

  19. ເຢເຊເບນ

    ເຢເຊເບນ

  20. ເອັດສະເທີ

    ເອັດສະເທີ

  21. ມາຣິອາ (ແມ່​ຂອງ​ພະ​ເຢຊູ)

    ມາຣິອາ (ແມ່​ຂອງ​ພະ​ເຢຊູ)

  22. ພະ​ເຢຊູ​ຮັບ​ບັບເຕມາ (29 ຄ.ສ)

  23. ມາທາ

    ມາທາ

  24. ມາຣິອາ (ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ

    ມາຣິອາ (ນ້ອງ​ຂອງ​ມາທາ​ແລະ​ເອື້ອຍ​ຂອງ​ລາຊະໂຣ)

  25. ມາຣິອາ​ຄົນ​ມັກດາເລນ

    ມາຣິອາ​ຄົນ​ມັກດາເລນ

  26. ພະ​ເຢຊູ​ຕາຍ (33 ຄ.ສ)

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌