ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 141
  • ໂລກ​ຈະ​ຖືກ​ທຳລາຍ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂລກ​ຈະ​ຖືກ​ທຳລາຍ​ບໍ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ
  • ມະນຸດ​ຈະ​ທຳລາຍ​ໂລກ​ບໍ?
  • ໂລກ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ​ເປັນ​ຄຳສອນ​ໃນ​ຄຳພີ​ໄບເບິນ​ບໍ?
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 141
ໂລກ​ແຕກ​ອອກ​ເປັນ​ອັນ​ນ້ອຍ​ໆ

ໂລກ​ຈະ​ຖືກ​ທຳລາຍ​ບໍ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

ບໍ່. ໂລກ​ຈະ​ບໍ່​ມີ​ມື້​ຖືກ​ທຳລາຍ ບໍ່​ຖືກ​ໄຟ​ເຜົາ ຫຼື ຖືກ​ແທນ​ທີ່​ດ້ວຍ​ດາວ​ດວງ​ອື່ນ ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ສ້າງ​ໂລກ​ໃຫ້​ຢູ່​ຕະຫຼອດ​ໄປ

  • “ຄົນ​ດີ​ຈະ​ໄດ້​ຢູ່​ໃນ​ໂລກ ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ໂລກ​ຕະຫຼອດ​ໄປ.”—ຄຳເພງ 37:29, ລ.ມ

  • “ພະອົງ​ໃຫ້​ໂລກ​ມີ​ຮາກ​ຖານ​ທີ່​ໝັ້ນຄົງ ໂລກ​ຈະ​ບໍ່​ເຄື່ອນ​ອອກ​ຈາກ​ທີ່​ຂອງ​ມັນ​ຕະຫຼອດ​ໄປ.”—ຄຳເພງ 104:5, ລ.ມ

  • “ໂລກ​ນີ້​ຄົງ​ຢູ່​ຕະຫຼອດ​ໄປ.”—ຜູ້​ເທສະໜາ​ປ່າວ​ປະກາດ 1:4, ລ.ມ

  • “ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ຟ້າ. ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້.ເພິ່ນ​ເປັນ​ຜູ້​ສ້າງ​ໂລກ​ແລະ​ເຮັດ​ໃຫ້​ໂລກ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ. ເພິ່ນ​ບໍ່​ໄດ້​ສ້າງ​ໂລກ​ໄວ້​ຊື່​ໆ ແຕ່​ສ້າງ​ເພື່ອ​ໃຫ້​ຄົນ​ອາໄສ​ຢູ່.”—ເອຊາຢາ 45:18, ລ.ມ

ມະນຸດ​ຈະ​ທຳລາຍ​ໂລກ​ບໍ?

ພະເຈົ້າ​ຈະ​ບໍ່​ຍອມ​ໃຫ້​ມະນຸດ​ທຳລາຍ​ໂລກ​ໃຫ້​ເສຍຫາຍ​ຢ່າງ​ຖາວອນ ບໍ່​ວ່າ​ຈະ​ໂດຍ​ທາງ​ມົນ​ລະ​ພິດ​ຫຼື​ສົງຄາມ. ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ ເພິ່ນ​ຈະ “ທຳລາຍ​ຜູ້​ຄົນ​ທີ່​ທຳລາຍ​ໂລກ​ນີ້.” (ພະ​ນິມິດ 11:18) ພະອົງ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ພະເຈົ້າ​ຈະ​ຈັດ​ໃຫ້​ມີ​ການ​ປົກຄອງ​ໃນ​ສະຫວັນ​ທີ່​ສົມບູນແບບ​ມາ​ແທນ​ທີ່​ການ​ປົກຄອງ​ຕ່າງ​ໆ​ຂອງ​ມະນຸດ​ທີ່​ບໍ່​ສາມາດ​ປົກປ້ອງ​ເບິ່ງແຍງ​ໂລກ​ຂອງ​ເຮົາ​ໄດ້. (ດານີເອນ 2:44; ມັດທາຍ 6:9, 10) ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມີ​ພະ​ເຢຊູ​ຄລິດ​ລູກ​ຂອງ​ພະອົງ​ເປັນ​ຜູ້​ປົກຄອງ. (ເອຊາຢາ 9:6, 7) ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ອຳນາດ​ເໜືອ​ທຳມະຊາດ. (ມາຣະໂກ 4:35-41) ຖານະ​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ສາມາດ​ຄວບຄຸມ​ທຸກ​ຢ່າງ​ໃນ​ໂລກ​ໄດ້. ພະ​ເຢຊູ​ສາມາດ​ສ້າງ​ຫຼື​ແປງ​ໂລກ​ທີ່​ເປັນ​ຢູ່​ໃນ​ຕອນນີ້​ໃຫ້​ກັບ​ມາ​ດີ​ຄື​ກັບ​ໂລກ​ໃນ​ສະໄໝ​ທີ່​ຍັງ​ມີ​ສວນ​ເອເດນ​ໄດ້.—ມັດທາຍ 19:28; ລູກາ 23:43

ໂລກ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ​ເປັນ​ຄຳສອນ​ໃນ​ຄຳພີ​ໄບເບິນ​ບໍ?

ບໍ່. ຄຳສອນ​ທີ່​ບໍ່​ຖືກຕ້ອງ​ນີ້​ມັກ​ມາ​ຈາກ​ຄວາມ​ເຂົ້າໃຈ​ຜິດ​ຈາກ​ຂໍ້​ຄຳພີ​ທີ່ 2 ເປໂຕ 3:7 ທີ່​ບອກ​ວ່າ: “ຟ້າ​ສະຫວັນ​ກັບ​ໂລກ​ທີ່​ຢູ່​ຕອນນີ້​ຈຶ່ງ​ຖືກ​ເກັບ​ໄວ້​ເພື່ອ​ໃຫ້​ຖືກ​ທຳລາຍ​ດ້ວຍ​ໄຟ.” ໃຫ້​ເຮົາ​ມາ​ເບິ່ງ​ຈຸດ​ສຳຄັນ 2 ຈຸດ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຂໍ້​ຄຳພີ​ນີ້​ນຳ​ກັນ.

  1. ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ຟ້າ​ສະຫວັນ” “ໂລກ” ແລະ “ໄຟ” ເພື່ອ​ອ້າງອີງ​ເຖິງ​ບາງ​ສິ່ງ. ຕົວຢ່າງ​ເຊັ່ນ ໃນ​ພາສາ​ເດີມ​ທີ່​ປະຖົມມະການ 11:1 ບອກ​ໄວ້​ວ່າ: ໂລກ “ເວົ້າ​ພາສາ​ດຽວ​ກັນ​ໝົດ.” ຄຳ​ວ່າ “ໂລກ” ໃນ​ທີ່​ນີ້​ອ້າງອີງ​ເຖິງ​ສັງຄົມ​ມະນຸດ ບໍ່​ແມ່ນ​ໜ່ວຍໂລກ.

  2. ເນື້ອ​ເລື່ອງ​ທີ່ 2 ເປໂຕ 3:7 ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ ມີ​ການ​ໃຊ້​ຄຳ​ວ່າ “ຟ້າ​ສະຫວັນ” “ໂລກ” ແລະ “ໄຟ” ເພື່ອ​ອ້າງອີງ​ເຖິງ​ອັນ​ໃດ. ໃນ​ຂໍ້ 5​ແລະ 6 ເວົ້າ​ເຖິງ​ສະໄໝ​ຂອງ​ໂນອາ​ທີ່​ມີ​ເຫດການ​ນ້ຳ​ຖ້ວມ​ໂລກ. ເທື່ອ​ໜຶ່ງ ໂລກ​ໃນ​ສະໄໝ​ບູຮານ​ເຄີຍ​ຖືກ​ທຳລາຍ ແຕ່​ໂລກ​ກໍ​ບໍ່​ໄດ້​ຫາຍ​ໄປ​ໃສ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ນ້ຳ​ໄດ້​ຖ້ວມ​ກວາດ​ທຳລາຍ​ສັງຄົມ​ມະນຸດ ຫຼື​ໂລກ​ທີ່​ຊົ່ວ​ຮ້າຍ​ອອກ​ໄປ. (ປະຖົມມະການ 6:11) ແລະ​ຍັງ​ທຳລາຍ “ຟ້າ​ສະຫວັນ” ຫຼື​ຄົນ​ທີ່​ປົກຄອງ​ສັງຄົມ​ມະນຸດ​ໄປ​ນຳ ດັ່ງນັ້ນ ຄົນ​ຊົ່ວ​ຈຶ່ງ​ຖືກ​ທຳລາຍ ບໍ່​ແມ່ນ​ໂລກ​ຂອງ​ເຮົາ. ໂນອາ​ແລະ​ຄອບຄົວ​ລອດ​ຈາກ​ການ​ທຳລາຍ​ລ້າງ​ເທື່ອ​ນັ້ນ ເຂົາ​ເຈົ້າ​ມີ​ຊີວິດ​ຢູ່​ເທິງ​ໂລກ​ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ.—ປະຖົມມະການ 8:15-18

ຄ້າຍຄື​ກັນ​ກັບ​ນ້ຳ​ທີ່​ມາ​ຖ້ວມ​ທຳລາຍ​ໃນ​ສະໄໝ​ກ່ອນ “ໄຟ” ທີ່​ເວົ້າ​ເຖິງ​ໃນ 2 ເປໂຕ 3:7 ກໍ​ຈະ​ທຳລາຍ​ໂລກ​ຊົ່ວ​ໃນ​ສະໄໝ​ນີ້ ບໍ່​ໄດ້​ທຳລາຍ​ໜ່ວຍໂລກ. ພະເຈົ້າ​ສັນຍາ​ວ່າ​ຈະ​ມີ “ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່” ເຊິ່ງ​ບ່ອນ​ນັ້ນ “ຈະ​ມີ​ຄວາມ​ຍຸຕິທຳ” (2 ເປໂຕ 3:13) “ຟ້າ​ສະຫວັນ​ໃໝ່” ຫຼື​ການ​ປົກຄອງ​ໃໝ່​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ “ໂລກ​ໃໝ່​” ເຊິ່ງ​ກໍ​ຄື​ສັງຄົມ​ມະນຸດ​ໃໝ່​ທີ່​ມີ​ແຕ່​ຄົນ​ດີ. ການ​ປົກຄອງ​ນີ້​ໂລກ​ຈະ​ເຮັດ​ໃຫ້​ໂລກ​ກາຍ​ເປັນ​ສວນ​ອຸທິຍານ​ທີ່​ສະຫງົບສຸກ.—ພະ​ນິມິດ 21:1-4

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌