ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພໜສ ບົດຄວາມ 42
  • ເວົ້າ​ຄຳ​ຫຍາບ​ຄາຍ​ບໍ່​ດີ​ບ່ອນ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເວົ້າ​ຄຳ​ຫຍາບ​ຄາຍ​ບໍ່​ດີ​ບ່ອນ​ໃດ?
  • ໜຸ່ມ​ສາວ​ຖາມ​ວ່າ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຖາມ​ທົດສອບ
  • ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?
  • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?
  • ເຈົ້າ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເປັນ​ຫຍັງ​ພວກ​ຜູ້​ສາວ​ຈຶ່ງ​ບໍ່​ມັກ​ຂ້ອຍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ວິທີ​ທີ່​ເຈົ້າ​ເວົ້າ​ເປັນ “ຕົວຢ່າງ​ທີ່​ດີ” ໃຫ້​ຄົນ​ອື່ນ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ໜຸ່ມ​ສາວ​ຖາມ​ວ່າ
ວຊພໜສ ບົດຄວາມ 42
ໄວລຸ້ນ​ຊາຍ​ຄົນ​ໜຶ່ງ​ໄດ້​ຍິນ​ໄວລຸ້ນ​ຍິງ​ກຸ່ມ​ໜຶ່ງ​ລົມ​ກັນ​ດ້ວຍ​ຄຳເວົ້າ​ທີ່​ບໍ່​ສຸພາບ.

ໜຸ່ມ​ສາວ​ຖາມ​ວ່າ

ເວົ້າ​ຄຳ​ຫຍາບ​ຄາຍ​ບໍ່​ດີ​ບ່ອນ​ໃດ?

“ຂ້ອຍ​ໄດ້​ຍິນ​ຄຳ​ຫຍາບ​ຄາຍ​ເລື້ອຍ​ໆ​ຈົນ​ລຶ້ງ​ແລ້ວ. ຕອນນີ້​ຂ້ອຍ​ຮູ້ສຶກ​ວ່າ​ມັນ​ເປັນ​ເລື່ອງ​ທຳມະດາ.”—ຄລິດສ໌ໂຕເຟີ້ ອາຍຸ 17 ປີ

“ຕອນ​ຂ້ອຍ​ຍັງ​ນ້ອຍ ຂ້ອຍ​ເວົ້າ​ຄຳ​ຫຍາບ​ຄາຍ​ຕະຫຼອດ​ຈົນ​ເປັນ​ນິດໄສ. ມັນ​ເປັນ​ນິດໄສ​ທີ່​ຕິດ​ງ່າຍ ແຕ່​ເຊົາ​ຍາກ.”—ເຣເບກກາ ອາຍຸ 19 ປີ

  • ຄຳ​ຖາມ​ທົດສອບ

  • ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

  • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

  • ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ?

ຄຳ​ຖາມ​ທົດສອບ

  • ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຄົນ​ອື່ນ​ເວົ້າ​ຄຳ​ຫຍາບ​ຄາຍ?

    • ບໍ່​ຮູ້ສຶກ​ຫຍັງ​ຍ້ອນ​ວ່າ​ລຶ້ງ​ແລ້ວ

    • ບໍ່​ມັກ​ປານ​ໃດ ແຕ່​ກໍ​ພໍ​ຮັບ​ໄດ້

    • ຮັບ​ບໍ່​ໄດ້ ຟັງ​ຈັກ​ເທື່ອ​ກໍ​ບໍ່​ມັກ

  • ເຈົ້າ​ເວົ້າ​ຄຳ​ຫຍາບ​ຄາຍ​ເລື້ອຍ​ໆ​ບໍ?

    • ບໍ່​ເຄີຍ

    • ບາງ​ເທື່ອ

    • ເລື້ອຍ​ໆ

  • ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ເວົ້າ​ຄຳ​ຫຍາບ​ຄາຍ?

    • ທຳມະດາ

    • ບໍ່​ຄວນ​ເວົ້າ

ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

ເຈົ້າ​ຄິດ​ວ່າ​ການ​ເວົ້າ​ຄຳ​ຫຍາບ​ຄາຍ​ເປັນ​ເລື່ອງ​ທີ່​ຮ້າຍ​ແຮງ​ບໍ? ເຈົ້າ​ອາດ​ຄິດ​ວ່າ: ‘ກະ​ບໍ່​ແມ່ນ​ເລື່ອງ​ໃຫຍ່​ຫຍັງ​ດອກ. ໃນ​ໂລກ​ນີ້​ມີ​ບັນຫາ​ທີ່​ເປັນ​ຕາ​ຫ່ວງ​ຫຼາຍ​ກວ່າ​ນີ້​ອີກ. ນອກ​ຈາກ​ນັ້ນ ທຸກ​ຄົນ​ກໍ​ເວົ້າ​ຄຳ​ຫຍາບ​ຄາຍ​ໝົດ​ຫັ້ນ​ແຫຼະ!’ ແຕ່​ເປັນ​ແບບ​ນັ້ນ​ແທ້​ໆ​ບໍ?

ເຊື່ອ​ບໍ​ວ່າ​ມີ​ຫຼາຍ​ຄົນ​ທີ່​ບໍ່​ເວົ້າ​ຄຳ​ຫຍາບ​ຄາຍ​ຍ້ອນ​ເຂົາເຈົ້າ​ມີ​ເຫດຜົນ​ທີ່​ດີ​ທີ່​ບາງ​ຄົນ​ອາດ​ຈະ​ຄິດ​ບໍ່​ພໍ້. ຕົວຢ່າງ​ເຊັ່ນ:

  • ການ​ເວົ້າ​ຄຳ​ຫຍາບ​ຄາຍ​ບໍ່​ໄດ້​ເປັນ​ພຽງ​ຄຳເວົ້າ​ຊື່​ໆ. ຄຳເວົ້າ​ຈະ​ບົ່ງ​ບອກ​ໃຫ້​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ແນວ​ໃດ. ຖ້າ​ເຈົ້າ​ໃຊ້​ຄຳ​ຫຍາບ​ຄາຍ​ກໍ​ສະແດງ​ວ່າ​ເຈົ້າ​ບໍ່​ສົນໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ເຈົ້າ​ເປັນ​ຄົນ​ແບບ​ນັ້ນ​ແທ້​ໆ​ບໍ?

    ຄຳພີ​ໄບເບິນ​ບອກ​ວ່າ: “ສິ່ງ​ທີ່​ອອກ​ຈາກ​ປາກ​ກໍ​ມາ​ຈາກ​ໃຈ.”—ມັດທາຍ 15:18

    ໄວລຸ້ນ​ກຸ່ມ​ໜຶ່ງ​ຖອຍ​ອອກ​ຈາກ​ໄວລຸ້ນ​ຊາຍ​ຄົນ​ໜຶ່ງ​ຢ່າງ​ລັງກຽດ. ໄວລຸ້ນ​ຊາຍ​ຄົນ​ນັ້ນ​ເວົ້າ​ຄຳ​ຫຍາບ​ຄາຍ​ອອກ​ມາ​ເປັນ​ຊຸດ​ຄື​ກັບ​ຄວັນ​ພິດ​ຈາກ​ໂຮງງານ.

    ຄຳເວົ້າ​ຫຍາບ​ຄາຍ​ເປັນ​ຄື​ກັບ​ມົນ​ລະ​ພິດ. ເປັນ​ຫຍັງ​ເຮົາ​ຕ້ອງ​ດົມ​ມົນ​ລະ​ພິດ​ນີ້​ຈາກ​ຄົນ​ອື່ນ ຫຼື​ເປັນ​ຄົນ​ທີ່​ແພ່​ມົນ​ລະ​ພິດ​ນີ້​ເອງ?

  • ການ​ເວົ້າ​ຄຳ​ຫຍາບ​ຄາຍ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ເຮົາ​ບໍ່​ດີ. ປຶ້ມ​ເຊົາ​ເວົ້າ​ຫຍາບ​ຄາຍ (ພາສາ​ອັງກິດ) ບອກ​ວ່າ: “ວິທີ​ທີ່​ເຮົາ​ເວົ້າ​ຈະ​ເປັນ​ໂຕ​ກຳນົດ​ວ່າ​ໃຜ​ຈະ​ເປັນ​ໝູ່​ຂອງ​ເຮົາ ເຮົາ​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ໜ້ອຍ​ສ່ຳ​ໃດ​ຈາກ​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ​ເປັນ​ແນວ​ໃດ ເຮົາ​ຈະ​ສາມາດ​ຊະນະ​ໃຈ​ຄົນ​ຫຼາຍ​ໜ້ອຍ​ສ່ຳ​ໃດ ເຮົາ​ຈະ​ໄດ້​ວຽກ​ເຮັດ​ຫຼື​ໄດ້​ຕຳແໜ່ງ​ສູງ​ຂຶ້ນ​ບໍ ແລະ​ຄົນ​ທີ່​ເຮົາ​ບໍ່​ຮູ້​ຈັກ​ຈະ​ມີ​ທ່າທີ​ຕໍ່​ເຮົາ​ແນວ​ໃດ.” ປຶ້ມ​ຫົວ​ນີ້​ຍັງ​ເວົ້າ​ຕື່ມ​ວ່າ: “ໃຫ້​ຖາມ​ໂຕເອງ​ວ່າ ຖ້າ​ເຈົ້າ​ເຊົາ​ເວົ້າ​ຄຳ​ຫຍາບ​ຄາຍ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ຄົນ​ອື່ນ​ຈະ​ດີ​ຂຶ້ນ​ບໍ?”

    ຄຳພີ​ໄບເບິນ​ບອກ​ວ່າ: “[ໃຫ້] ກຳຈັດ...ການ​ເວົ້າ​ດູຖູກ.”—ເອເຟໂຊ 4:31

  • ຄຳ​ຫຍາບ​ຄາຍ​ອາດ​ບໍ່​ໄດ້​ເຮັດ​ໃຫ້​ເຈົ້າ​ເທ້​ແບບ​ທີ່​ຄິດ. ດຣ. ອາເລັກຊ໌ ແພັກເກີ້ ຂຽນ​ໃນ​ປຶ້ມ​ຝຶກ​ມາລະຍາດ (ພາສາ​ອັງກິດ) ວ່າ: “ບໍ່​ມີ​ໃຜ​ຢາກ​ຟັງ​ຄົນ​ທີ່​ເວົ້າ​ຄຳ​ຫຍາບ​ຄາຍ​ຕະຫຼອດ​ເວລາ.” ລາວ​ຍັງ​ບອກ​ອີກ​ວ່າ​ພາສາ​ທີ່​ຫຍາບ​ຄາຍ “ບໍ່​ໄດ້​ຖ່າຍ​ທອດ​ຄວາມ​ເຂົ້າໃຈ ສະຕິ​ປັນຍາ ໄຫວພິບ ຫຼື​ຄວາມ​ເຫັນອົກເຫັນໃຈ. ຖ້າ​ເຈົ້າ​ເວົ້າ​ແບບ​ທີ່​ບໍ່​ໄດ້​ໃຊ້​ຄວາມ​ຄິດ​ດີ​ໆ ຄຸມ​ເຄືອ​ແລະ​ບໍ່​ມີ​ແນວ​ຄິດ​ສ້າງ​ສັນ ສະຕິ​ປັນຍາ​ຂອງ​ເຈົ້າ​ກໍ​ຈະ​ດ້ອຍ​ໄປ​ນຳ.”

    ຄຳພີ​ໄບເບິນ​ບອກ​ວ່າ: “ຢ່າ​ໃຫ້​ຄຳ​ຫຍາບ​ຄາຍ​ອອກ​ມາ​ຈາກ​ປາກ​ຂອງ​ພວກ​ເຈົ້າ.”—ເອເຟໂຊ 4:29

ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

  • ຕັ້ງ​ເປົ້າໝາຍ. ລອງ​ບໍ່​ເວົ້າ​ຄຳ​ຫຍາບ​ຄາຍ​ຈັກ 1 ເດືອນ​ຫຼື​ໜ້ອຍ​ກວ່າ​ນັ້ນ. ໃຫ້​ຈົດ​ໃສ່​ປຶ້ມ​ຫຼື​ປະຕິທິນ​ວ່າ​ເຈົ້າ​ບໍ່​ໄດ້​ເວົ້າ​ຄຳ​ຫຍາບ​ຄາຍ​ຈັກ​ມື້​ແລ້ວ. ແຕ່​ເພື່ອ​ຈະ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ແທ້​ໆ ເຈົ້າ​ອາດ​ຈະ​ຕ້ອງ​ເຮັດ​ບາງ​ຢ່າງ​ນຳ​ອີກ ເຊັ່ນ:

  • ຫຼີກລ່ຽງ​ຄວາມ​ບັນເທີງ​ທີ່​ເຮັດ​ໃຫ້​ສະໝອງ​ຂອງ​ເຈົ້າ​ມີ​ແຕ່​ຄຳ​ຫຍາບ​ຄາຍ. ຄຳພີ​ໄບເບິນ​ບອກ​ວ່າ: “ການ​ຄົບຫາ​ກັບ​ຄົນ​ທີ່​ບໍ່​ດີ​ເຮັດ​ໃຫ້​ນິດໄສ​ດີ​ໆ​ເສຍ​ໄປ.” (1 ໂກຣິນໂທ 15:33) “ການ​ຄົບຫາ” ບໍ່​ໄດ້​ມີ​ແຕ່​ກັບ​ຄົນ ແຕ່​ຍັງ​ລວມ​ເຖິງ​ຄວາມ​ບັນເທີງ​ນຳ ເຊັ່ນ: ໜັງ​ທີ່​ເຈົ້າ​ເບິ່ງ ເກມ​ທີ່​ເຈົ້າ​ຫຼິ້ນ ແລະ​ເພງ​ທີ່​ເຈົ້າ​ຟັງ. ເຄັນເນັດ​ອາຍຸ 17 ປີ​ບອກ​ວ່າ: “ເມື່ອ​ໄດ້​ຍິນ​ເພງ​ທີ່​ມັກ ເຈົ້າ​ອາດ​ຈະ​ຮ້ອງ​ໄປ​ນຳ​ໂດຍ​ທີ່​ບໍ່​ໄດ້​ສົນໃຈ​ວ່າ​ມັນ​ມີ​ຄຳ​ຫຍາບ​ຄາຍ​ຢູ່ ຍ້ອນ​ທຳນອງ​ມັນ​ມ່ວນ.”

  • ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ເປັນ​ຜູ້​ໃຫຍ່. ບາງ​ຄົນ​ຄິດ​ວ່າ​ການ​ໃຊ້​ຄຳ​ຫຍາບ​ຄາຍ​ເຮັດ​ໃຫ້​ລາວ​ເບິ່ງ​ຄື​ເປັນ​ຜູ້​ໃຫຍ່. ແຕ່​ທີ່​ຈິງ​ແລ້ວ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ ຜູ້​ໃຫຍ່​ຈະ “ໃຊ້​ຄວາມ​ຄິດ​ຈົນ​ແຍກ​ອອກ​ໄດ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.” (ເຮັບເຣີ 5:14) ເຂົາເຈົ້າ​ຈະ​ບໍ່​ຍອມ​ຫຼຸດ​ມາດຕະຖານ​ຂອງ​ໂຕເອງ​ພຽງ​ເພື່ອ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບໃຈ.

ທີ່​ຈິງ​ແລ້ວ ຄຳເວົ້າ​ຫຍາບ​ຄາຍ​ມີ​ແຕ່​ຈະ​ເຮັດ​ໃຫ້​ຄວາມ​ຄິດ​ແລະ​ຈິດ​ໃຈ​ເປິ​ເປື້ອນ ແລະ​ຍັງ​ທຳລາຍ​ບັນຍາກາດ​ທີ່​ດີ​ຄື​ກັບ​ອາກາດ​ທີ່​ເປັນ​ພິດ! ປັດຈຸບັນ​ກໍ​ມີ​ຄົນ​ແບບ​ນີ້​ຫຼາຍ​ພໍ​ຢູ່​ແລ້ວ. ປຶ້ມ​ວິທີ​ເຊົາ​ເວົ້າ​ຄຳ​ຫຍາບ​ຄາຍ​ບອກ​ວ່າ: “ຢ່າ​ເພີ່ມ​ສິ່ງ​ທີ່​ເປິ​ເປື້ອນ​ດ້ວຍ​ຄຳເວົ້າ​ທີ່​ຫຍາບ​ຄາຍ ແຕ່​ໃຫ້​ໃຊ້​ຄຳເວົ້າ​ທີ່​ດີ​ທີ່​ຈະ​ເຮັດ​ໃຫ້​ບັນຍາກາດ​ສົດ​ຊື່ນ. ໂຕ​ເຈົ້າ​ເອງ​ຈະ​ຮູ້ສຶກ​ດີ ແລະ​ຄົນ​ອື່ນ​ກໍ​ຈະ​ຮັກ​ເຈົ້າ​ຫຼາຍ​ຂຶ້ນ.”

ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ?

ຈາເຣດ

“ພາສາ​ທີ່​ຫຍາບ​ຄາຍ​ເຮັດ​ໃຫ້​ເຈົ້າ​ຖືກ​ເບິ່ງ​ບໍ່​ດີ. ຖ້າ​ທຸກ​ເທື່ອ​ທີ່​ເຈົ້າ​ເວົ້າ​ມີ​ແຕ່​ຄຳ​ຫຍາບ​ຄາຍ ຄົນ​ອື່ນ​ກໍ​ຈະ​ເຫັນ​ວ່າ​ເຈົ້າ​ເວົ້າ​ເປັນ​ແຕ່​ບໍ່​ເທົ່າ​ໃດ​ຄຳ.”—ຈາເຣດ

ເຈນນິເຟີ້

“ເຮົາ​ທຸກ​ຄົນ​ເລືອກ​ໄດ້​ວ່າ​ຈະ​ເວົ້າ​ຫຍັງ. ເຖິງ​ມັນ​ຈະ​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ເຮົາ​ກໍ​ຕ້ອງ​ຄິດ​ກ່ອນ​ເວົ້າ. ການ​ເວົ້າ​ຄຳ​ຫຍາບ​ຄາຍ​ເປັນ​ນິດໄສ​ທີ່​ບໍ່​ດີ​ທີ່​ເຊົາ​ໄດ້.”—ເຈນນິເຟີ້

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌