ການປົກຄອງຂອງພະເຈົ້າເປັນພຽງແຕ່ສິ່ງທີ່ຢູ່ໃນໃຈເຮົາບໍ?
ຄຳຕອບຈາກຄຳພີໄບເບິນ
ບໍ່ ການປົກຄອງຂອງພະເຈົ້າບໍ່ໄດ້ເປັນພຽງແຕ່ສິ່ງທີ່ຢູ່ໃນໃຈເຮົາ.a ແຕ່ການປົກຄອງນີ້ຢູ່ໃນສະຫວັນ ເພາະຄຳພີໄບເບິນໃຊ້ຄຳວ່າ “ການປົກຄອງທີ່ຢູ່ໃນສະຫວັນ.” (ມັດທາຍ 4:17) ຄຳພີໄບເບິນບອກຢ່າງຈະແຈ້ງວ່າການປົກຄອງນີ້ເປັນລັດຖະບານແທ້ໆທີ່ປົກຄອງຈາກສະຫວັນ. ຂໍໃຫ້ເຮົາມາເບິ່ງນຳກັນ.
ການປົກຄອງຂອງພະເຈົ້າມີຜູ້ປົກຄອງ ປະຊາຊົນ ກົດໝາຍ ແລະອຳນາດເພື່ອເຮັດໃຫ້ທຸກສິ່ງທີ່ພະເຈົ້າຕ້ອງການສຳເລັດໃນສະຫວັນແລະໂລກ.—ມັດທາຍ 6:10; ພະນິມິດ 5:10
ການປົກຄອງຂອງພະເຈົ້າຈະປົກຄອງຄົນຈາກ “ທຸກຊາດແລະທຸກພາສາ” ໃນໂລກ. (ດານຽນ 7:13, 14, ລ.ມ.) ອຳນາດໃນການປົກຄອງມາຈາກພະເຈົ້າໂດຍກົງ ບໍ່ໄດ້ມາຈາກປະຊາຊົນ.—ຄຳເພງ 2:4-6; ເອຊາຢາ 9:7
ພະເຢຊູບອກອັກຄະສາວົກທີ່ສັດຊື່ວ່າເຂົາເຈົ້າຈະໄດ້ “ນັ່ງຢູ່ເທິງບັນລັງ” ຮ່ວມປົກຄອງກັບເພິ່ນໃນສະຫວັນ.—ລູກາ 22:28, 30
ການປົກຄອງນີ້ມີສັດຕູທີ່ຈະຕ້ອງທຳລາຍ.—ຄຳເພງ 2:1, 2, 8, 9; 110:1, 2; 1 ໂກຣິນໂທ 15:25, 26
ຄຳພີໄບເບິນບໍ່ໄດ້ສອນວ່າການປົກຄອງໃນສະຫວັນຢູ່ໃນໃຈເຮົາໃນແງ່ທີ່ວ່າການປົກຄອງນີ້ປົກຄອງຢູ່ໃນໃຈເຮົາ ແຕ່ຄຳພີໄບເບິນບອກວ່າ: “ຂ່າວສານເລື່ອງການປົກຄອງ” ຫຼື “ຂ່າວດີເລື່ອງການປົກຄອງ” ສາມາດມີຜົນກະທົບຕໍ່ຫົວໃຈຂອງເຮົາ ແລະຄວນກະຕຸ້ນເຮົາໃຫ້ເຮັດຕາມສິ່ງທີ່ຄຳພີໄບເບິນສອນ.—ມັດທາຍ 13:19; 24:14
ການປົກຄອງຂອງພະເຈົ້າ “ຢູ່ໃນທ່າມກາງພວກເຈົ້າ” ໝາຍຄວາມວ່າແນວໃດ?
ເມື່ອອ່ານຂໍ້ຄຳພີໃນລູກາ 17:21 ໃນສະບັບແປຫຼາຍສະບັບ ບາງຄົນສັບສົນວ່າການປົກຄອງຂອງພະເຈົ້າຕັ້ງຢູ່ໃສ. ຕົວຢ່າງເຊັ່ນ: ສະບັບຄິງເຈມ ບອກວ່າ: “ອານາຈັກຂອງພະເຈົ້າຢູ່ພາຍໃນທ່ານທັງຫຼາຍ.” ແຕ່ເຮົາຕ້ອງເຂົ້າໃຈເລື່ອງລາວກ່ອນເພື່ອຈະເຂົ້າໃຈຂໍ້ຄຳພີນີ້.
ການປົກຄອງຂອງພະເຈົ້າບໍ່ໄດ້ຢູ່ໃນຫົວໃຈທີ່ດື້ດ້ານແລະຊົ່ວຮ້າຍຂອງພວກທີ່ຕໍ່ຕ້ານພະເຢຊູ.
ພະເຢຊູກຳລັງລົມກັບພວກຟາຣີຊາຍຫົວໜ້າສາສະໜາທີ່ຕໍ່ຕ້ານເພິ່ນແລະລວມໂຕກັນວາງແຜນເພື່ອຈະຂ້າເພິ່ນ. (ມັດທາຍ 12:14; ລູກາ 17:20) ການປົກຄອງຈະຢູ່ໃນຫົວໃຈທີ່ດື້ດ້ານຂອງເຂົາເຈົ້າ ບໍ? ພະເຢຊູບອກເຂົາເຈົ້າວ່າ “ສ່ວນທາງໃນ [ພວກເຈົ້າ] ມີແຕ່ຄວາມຫຼອກລວງແລະຄວາມຊົ່ວ.”—ມັດທາຍ 23:27, 28
ຄຳພີໄບເບິນບາງສະບັບແປລູກາ 17:21 ໄດ້ຢ່າງຖືກຕ້ອງແລະຈະແຈ້ງເຊິ່ງຊ່ວຍເຮົາໃຫ້ເຂົ້າໃຈຄຳເວົ້າຂອງພະເຢຊູ. ຕົວຢ່າງເຊັ່ນ ສະບັບແປພະຄຳພີໂດຍຄະນະກຳມະການກາໂຕລິກເພື່ອພະຄຳພີ ບອກວ່າ “ພະອານາຈັກຂອງພະເຈົ້າຢູ່ໃນໝູ່ ທ່ານທັງຫຼາຍ.” (ເຮົາເຮັດໃຫ້ເປັນໂຕເນີ້ງ) ແລະສະບັບພະຄລິດຕະທຳຄຳພີ ສະບັບ 1971 ບອກວ່າ: “ແຜ່ນດິນຂອງພະເຈົ້າ ຢູ່ທ່າມກາງທ່ານທັງຫຼາຍ.” (ເຮົາເຮັດໃຫ້ເປັນໂຕເນີ້ງ) ພະເຢຊູເປັນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດໃນປົກຄອງຂອງພະເຈົ້າ ດັ່ງນັ້ນ ທີ່ບອກວ່າ: “ການປົກຄອງຂອງພະເຈົ້າ “ຢູ່ໃນໝູ່” ຫຼື “ຢູ່ທ່າມກາງ” ພວກຟາຣີຊາຍກໍໝາຍຄວາມວ່າພະເຢຊູຢືນຢູ່ທ່າມກາງເຂົາເຈົ້າ.—ລູກາ 1:32, 33
a ຄລິດຕະຈັກຫຼາຍບ່ອນສອນວ່າການປົກຄອງຂອງພະເຈົ້າຢູ່ໃນໂຕເຮົາຫຼືຢູ່ໃນໃຈເຮົາ ຕົວຢ່າງເຊັ່ນ: ໃນສະຫະລັດອາເມຣິກາ ຄລິດຕະຈັກເຊົາເທິນບັບຕິດ (SBC) ສອນວ່າການປົກຄອງຂອງພະເຈົ້າເປັນ “ການຄອບຄອງຂອງພະເຈົ້າໃນຫົວໃຈແລະຊີວິດຂອງມະນຸດແຕ່ລະຄົນ.” ແລະໃນປຶ້ມ Jesus of Nazareth ຂອງສັນຕະປາປາເບເນດິກທີ 16 ບອກວ່າ “ວ່າການປົກຄອງຂອງພະເຈົ້າຈະມາຢູ່ໃນຫົວໃຈຂອງມະນຸດທີ່ເຊື່ອຟັງພະອົງ.”