ພະຍາມານມີແທ້ບໍ?
ຄຳຕອບຈາກຄຳພີໄບເບິນ
ພະຍາມານມີແທ້. ມັນເປັນ “ຜູ້ປົກຄອງໂລກ” ເຊິ່ງເປັນກາຍວິນຍານຊົ່ວທີ່ກະບົດຕໍ່ພະເຈົ້າ. (ໂຢຮັນ 14:30; ເອເຟໂຊ 6:11, 12) ຊື່ແລະຄຳພັນລະນາທີ່ຢູ່ໃນຄຳພີໄບເບິນບອກໃຫ້ເຮົາຮູ້ນິດໄສຂອງພະຍາມານ ຕົວຢ່າງເຊັ່ນ:
ຊາຕານ ໝາຍເຖິງ ຜູ້ຕໍ່ຕ້ານ.—ໂຢບ 1:6
ພະຍາມານ ໝາຍເຖິງ ຜູ້ໃສ່ຮ້າຍ.—ພະນິມິດ 12:9
ງູ ຕາມທີ່ໃຊ້ໃນຄຳພີໄບເບິນໝາຍເຖິງ ຜູ້ຫຼອກລວງ.—2 ໂກຣິນໂທ 11:3
ຜູ້ລໍ້ລວງ.—ມັດທາຍ 4:3
ຜູ້ເວົ້າຕົວະ.—ໂຢຮັນ 8:44
ບໍ່ແມ່ນສັນຍະລັກຂອງຄວາມຊົ່ວ
ບາງຄົນຄິດວ່າຊາຕານພະຍາມານເປັນພຽງຄວາມຊົ່ວຮ້າຍທີ່ຢູ່ໃນໂຕມະນຸດ. ແນວໃດກໍຕາມ ຄຳພີໄບເບິນໄດ້ບັນທຶກການສົນທະນາລະຫວ່າງພະເຈົ້າກັບຊາຕານ. ນີ້ໝາຍຄວາມວ່າເພິ່ນກຳລັງສົນທະນາກັບສ່ວນທີ່ຊົ່ວຮ້າຍເຊິ່ງຢູ່ໃນໂຕເພິ່ນບໍ? ບໍ່ແມ່ນແບບນັ້ນ ເພາະວ່າພະເຈົ້າເປັນຜູ້ທີ່ສົມບູນ. (ພະບັນຍັດ 32:4; ໂຢບ 2:1-6) ຊາຕານຍັງໄດ້ລໍ້ລວງພະເຢຊູຜູ້ບໍ່ມີບາບໃນໂຕເພິ່ນນຳ. (ມັດທາຍ 4:8-10; 1 ໂຢຮັນ 3:5) ດັ່ງນັ້ນ ຄຳພີໄບເບິນສະແດງໃຫ້ເຫັນວ່າພະຍາມານມີຢູ່ແທ້ ບໍ່ໄດ້ເປັນພຽງສັນຍາລັກຂອງຄວາມຊົ່ວເທົ່ານັ້ນ.
ເຮົາຄວນແປກໃຈບໍທີ່ຫຼາຍຄົນບໍ່ເຊື່ອວ່າພະຍານມານມີແທ້? ບໍ່ເລີຍ ເພາະຄຳພີໄບເບິນບອກວ່າຊາຕານມັກໃຊ້ກົນອຸບາຍລໍ້ລວງຜູ້ຄົນ. (2 ເທຊະໂລນິກ 2:9, 10) ກົນອຸບາຍຢ່າງໜຶ່ງທີ່ມັນໃຊ້ໄດ້ຜົນຫຼາຍທີ່ສຸດແມ່ນການລໍ້ລວງຜູ້ຄົນໃຫ້ເຊື່ອວ່າມັນບໍ່ມີຕົວຕົນຢູ່ແທ້.—2 ໂກຣິນໂທ 4:4
ຄວາມເຂົ້າໃຈຜິດໆກ່ຽວກັບພະຍາມານ
ຄວາມຈິງແມ່ນ: ຄຳເຮັບເຣີທີ່ພະຄຳພີບາງສະບັບແປວ່າ “ລູຊີເຟີ” ມີຄວາມໝາຍວ່າ ‘ຜູ້ສ່ອງແສງ.’ (ເອຊາຢາ 14:12, ລ.ມ) ຕາມແວດບົດຂອງຂໍ້ນັ້ນສະແດງວ່າຄຳນີ້ເວົ້າເຖິງລາຊະວົງບາບີໂລນ ເຊິ່ງພະເຈົ້າຈະເຮັດໃຫ້ເຂົາເຈົ້າອັບອາຍຂາຍໜ້າຍ້ອນຄວາມຍິ່ງຈອງຫອງ. (ເອຊາອີ 14:4, 13-20) ມີການໃຊ້ຄຳວ່າ ‘ຜູ້ສ່ອງແສງ’ ເພື່ອເຍາະເຍີ້ຍລາຊະວົງບາບີໂລນຫຼັງຈາກທີ່ຖືກໂຄ່ນລົ້ມ.
ຄວາມຈິງແມ່ນ: ພະຍາມານເປັນສັດຕູຂອງພະເຈົ້າ ບໍ່ແມ່ນຜູ້ຮັບໃຊ້ຂອງເພິ່ນ. ຊາຕານພະຍາມານຕໍ່ຕ້ານແລະກ່າວຫາຄົນທີ່ຮັບໃຊ້ພະເຈົ້າ.—1 ເປໂຕ 5:8; ພະນິມິດ 12:10