ຢ່າໃຫ້ຂໍ້ບົກພ່ອງຂອງຄົນອື່ນເຮັດໃຫ້ເຈົ້າສະດຸດ
‘ຍົກໂທດໃຫ້ກັນແລະກັນຢ່າງໃຈກວ້າງຕໍ່ໆໄປ.’—ໂກໂລດ 3:13
ເພງ: 121, 75
1, 2. ຄຳພີໄບເບິນໄດ້ບອກລ່ວງໜ້າວ່າແນວໃດກ່ຽວກັບການເພີ່ມຂຶ້ນຂອງປະຊາຊົນຂອງພະເຢໂຫວາ?
ຢູ່ທົ່ວໂລກ ມີອົງການໜຶ່ງທີ່ປະກອບດ້ວຍຜູ້ຄົນທີ່ຮັກພະເຢໂຫວາແລະຕ້ອງການທີ່ຈະຮັບໃຊ້ພະອົງ. ຄົນເຫຼົ່ານັ້ນແມ່ນພະຍານພະເຢໂຫວາ. ເຖິງວ່າເຂົາເຈົ້າມີຂໍ້ບົກພ່ອງແລະເຮັດຜິດພາດ ແຕ່ພະເຢໂຫວາໄດ້ຊີ້ນຳປະຊາຊົນຂອງພະອົງດ້ວຍພະລັງບໍລິສຸດ. ຂໍໃຫ້ເຮົາເບິ່ງວິທີຕ່າງໆທີ່ພະອົງໄດ້ອວຍພອນເຂົາເຈົ້າ.
2 ໃນປີ 1914 ມີພຽງບໍ່ເທົ່າໃດຄົນທີ່ນະມັດສະການພະເຢໂຫວາ. ແຕ່ພະອົງໄດ້ອວຍພອນວຽກປະກາດ ຜົນກໍຄື ຫຼາຍລ້ານຄົນໄດ້ຮຽນຮູ້ຄວາມຈິງໃນຄຳພີໄບເບິນແລະໄດ້ເຂົ້າມາເປັນພະຍານພະເຢໂຫວາ. ພະເຢໂຫວາໄດ້ບອກເຖິງການເພີ່ມຂຶ້ນຢ່າງໜ້າງຶດງໍ້ນີ້ ເມື່ອພະອົງກ່າວວ່າ: ‘ຄົນເລັກນ້ອຍຈະບັງເກີດຂຶ້ນຈົນ 1.000 ຄົນແລະຜູ້ນ້ອຍທີ່ສຸດຈະເປັນຊາວປະເທດອັນມີແຮງ. ຝ່າຍເຮົາພະເຢໂຫວາເຮົາຈະຟ້າວສ້າງການນັ້ນໃນເວລາທີ່ເໝາະສົມ.’ (ເອຊາອີ 60:22) ໃນທຸກມື້ນີ້ ເຮົາສາມາດເຫັນໄດ້ແຈ້ງວ່າຄຳພະຍາກອນນີ້ກຳລັງສຳເລັດເປັນຈິງ. ປະຊາຊົນຂອງພະເຢໂຫວາເປັນຄືກັບຊາດໃຫຍ່ຊາດໜຶ່ງ. ທີ່ຈິງ ໃນທົ່ວໂລກມີຫຼາຍປະເທດທີ່ມີຈຳນວນພົນລະເມືອງໜ້ອຍກວ່າຈຳນວນລວມຂອງປະຊາຊົນຂອງພະເຢໂຫວາ.
3. ຜູ້ຮັບໃຊ້ຂອງພະເຢໂຫວາສະແດງຄວາມຮັກໂດຍວິທີໃດ?
3 ໃນໄລຍະສະໄໝສຸດທ້າຍນີ້ ພະເຢໂຫວາໄດ້ຊ່ວຍປະຊາຊົນຂອງພະອົງໃຫ້ເສີມສ້າງຄວາມຮັກທີ່ມີຕໍ່ກັນແລະກັນໃຫ້ເຂັ້ມແຂງຂຶ້ນ. ເນື່ອງຈາກ “ພະເຈົ້າເປັນຄວາມຮັກ” ດັ່ງນັ້ນເຂົາເຈົ້າຈຶ່ງຮຽນແບບພະອົງ. (1 ໂຢຮັນ 4:8) ພະເຍຊູສັ່ງໃຫ້ຜູ້ທີ່ຕິດຕາມພະອົງໃຫ້ “ຮັກກັນແລະກັນ.” ພະອົງຍັງບອກເຂົາເຈົ້າວ່າ: “ຄົນທັງປວງຈະຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.” (ໂຢຮັນ 13:34, 35) ໃນປັດຈຸບັນນີ້ ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ສະແດງຄວາມຮັກແບບນີ້ຕໍ່ກັນແລະກັນ ເຖິງວ່າຊາດຕ່າງໆໄດ້ເຮັດສົງຄາມກັນ. ຕົວຢ່າງເຊັ່ນ: ໃນສົງຄາມໂລກຄັ້ງທີສອງ ມີປະມານ 55 ລ້ານຄົນຖືກຂ້າ. ແຕ່ປະຊາຊົນຂອງພະເຢໂຫວາບໍ່ໄດ້ຂ້າຈັກຄົນໃນສົງຄາມນັ້ນ. (ອ່ານມີເກ 4:1, 3) ການສະແດງຄວາມຮັກແບບນີ້ໄດ້ຊ່ວຍເຂົາເຈົ້າໃຫ້ “ເສາະໃສຈາກເລືອດແຫ່ງຄົນທັງປວງ” ສະເໝີ.—ກິດຈະການ 20:26
4. ເປັນຫຍັງຈຳນວນທີ່ເພີ່ມຂຶ້ນຂອງປະຊາຊົນຂອງພະເຢໂຫວາຈຶ່ງເປັນສິ່ງທີ່ສຳຄັນ?
4 ເຖິງວ່າປະຊາຊົນຂອງພະເຢໂຫວາມີສັດຕູທີ່ມີລິດອຳນາດຫຼາຍກໍຕາມ ແຕ່ເຂົາເຈົ້າກໍມີຈຳນວນເພີ່ມຂຶ້ນເລື້ອຍໆ. ສັດຕູໂຕນັ້ນແມ່ນຊາຕານ ມັນເປັນ ‘ພະເຈົ້າຂອງໂລກນີ້.’ (2 ໂກລິນໂທ 4:4) ມັນຄວບຄຸມອົງການທາງດ້ານການເມືອງຂອງໂລກນີ້ ພ້ອມທັງຄວບຄຸມສື່ມວນຊົນນຳອີກ ແລະມັນໃຊ້ສິ່ງເຫຼົ່ານີ້ເພື່ອພະຍາຍາມເຮັດໃຫ້ການປະກາດຂ່າວດີຢຸດສະຫງັດ. ແຕ່ມັນບໍ່ສາມາດຢຸດວຽກນີ້ໄດ້. ຢ່າງໃດກໍຕາມ ຊາຕານຮູ້ວ່າມັນຍັງມີເວລາເຫຼືອພຽງແຕ່ໜ້ອຍດຽວ ດັ່ງນັ້ນ ມັນຈຶ່ງພະຍາຍາມຕໍ່ໆໄປທີ່ຈະເຮັດໃຫ້ເຮົາເຊົານະມັດສະການພະເຢໂຫວາ.—ຄຳປາກົດ 12:12
ເຈົ້າຈະເປັນຄົນທີ່ພັກດີບໍເມື່ອຄົນອື່ນເຮັດຜິດພາດ?
5. ເປັນຫຍັງໃນບາງຄັ້ງຄົນອື່ນອາດເຮັດໃຫ້ເຮົາເສຍໃຈ? (ເບິ່ງຮູບທຳອິດ)
5 ຜູ້ຮັບໃຊ້ຂອງພະເຢໂຫວາໄດ້ຮຽນຮູ້ວ່າເປັນສິ່ງສຳຄັນຫຼາຍທີ່ຈະຮັກພະເຢໂຫວາແລະຮັກຄົນອື່ນ. ພະເຍຊູກ່າວວ່າ: “‘ເຈົ້າຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າ ເຈົ້າຈົ່ງຮັກດ້ວຍສຸດໃຈແລະດ້ວຍສຸດຈິດ [ຊີວິດ] ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ ຂໍ້ນີ້ເປັນຂໍ້ອັນຕົ້ນແລະຂໍ້ອັນໃຫຍ່. ແລະຂໍ້ທີ 2 ກໍສະເໝີກັນ ‘ເຈົ້າຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.’” (ມັດທາຍ 22:35-39) ຢ່າງໃດກໍຕາມ ຄຳພີໄບເບິນສະແດງໃຫ້ເຫັນວ່າມະນຸດທຸກຄົນທີ່ເກີດມາເປັນຄົນທີ່ບໍ່ສົມບູນແບບເຊິ່ງເປັນຜົນມາຈາກບາບຂອງອາດາມ. (ອ່ານໂລມ 5:12, 19) ຍ້ອນແນວນັ້ນ ບາງຄັ້ງຈຶ່ງມີບາງຄົນໃນປະຊາຄົມອາດຈະເວົ້າຫຼືເຮັດໃນສິ່ງທີ່ເຮັດໃຫ້ເຮົາຮູ້ສຶກເສຍໃຈ. ເມື່ອເລື່ອງນີ້ເກີດຂຶ້ນ ເຮົາຈະເຮັດແນວໃດ? ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຍັງຈະໝັ້ນຄົງຢູ່ບໍ? ເຮົາຈະຍັງພັກດີຕໍ່ພະອົງແລະປະຊາຊົນຂອງພະອົງບໍ? ຄຳພີໄບເບິນບອກເຮົາກ່ຽວກັບຜູ້ຮັບໃຊ້ບາງຄົນຂອງພະເຈົ້າ ເຊິ່ງໄດ້ເວົ້າຫຼືເຮັດສິ່ງຕ່າງໆທີ່ເຮັດໃຫ້ຄົນອື່ນເສຍໃຈ. ຂໍໃຫ້ເຮົາເບິ່ງສິ່ງທີ່ເຮົາສາມາດຮຽນຮູ້ຈາກສິ່ງທີ່ໄດ້ເກີດຂຶ້ນກັບເຂົາເຈົ້າ.
ຖ້າເຈົ້າມີຊີວິດຢູ່ໃນປະເທດອິດສະລາແອນໃນສະໄໝດຽວກັບເອລີແລະລູກຊາຍຂອງລາວ ເຈົ້າຈະຕອບສະໜອງແນວໃດ? (ເບິ່ງຂໍ້ 6)
6. ໃນຄວາມໝາຍໃດທີ່ເອລີຜິດພາດໃນການສັ່ງສອນລູກຊາຍຂອງລາວ?
6 ຕົວຢ່າງເຊັ່ນ: ເອລີເປັນປະໂລຫິດໃຫຍ່ຂອງປະເທດອິດສະລາແອນ ແຕ່ລູກຊາຍສອງຄົນຂອງລາວບໍ່ໄດ້ເຊື່ອຟັງກົດໝາຍຂອງພະເຢໂຫວາ. ຄຳພີໄບເບິນກ່າວວ່າ: ‘ລູກຊາຍທັງສອງຂອງທ່ານເອລີເປັນຄົນຊົ່ວຮ້າຍ ພວກເຂົາບໍ່ໄດ້ນັບຖືພະເຢໂຫວາ.’ (1 ຊາເມືອນ 2:12) ເອລີຮູ້ວ່າລູກຊາຍຂອງລາວໄດ້ເຮັດສິ່ງທີ່ຊົ່ວຫຼາຍແທ້ໆ. ແຕ່ລາວກໍບໍ່ໄດ້ສັ່ງສອນເຂົາເຈົ້າຕາມຄວາມເໝາະສົມຕາມຄວາມຜິດນັ້ນ. ໃນທີ່ສຸດພະເຢໂຫວາໄດ້ລົງໂທດເອລີແລະລູກຊາຍທັງສອງຄົນ. ຕໍ່ມາພະອົງກໍບໍ່ໄດ້ອະນຸຍາດໃຫ້ເຊື້ອສາຍຂອງເອລີຮັບໃຊ້ໃນຖານະເປັນປະໂລຫິດໃຫຍ່ອີກຕໍ່ໄປ. (1 ຊາເມືອນ 3:10-14) ຖ້າເຈົ້າມີຊີວິດຢູ່ໃນສະໄໝຂອງເອລີແລະຮູ້ວ່າລາວປ່ອຍໃຫ້ລູກຊາຍຂອງຕົວເອງເຮັດສິ່ງທີ່ຊົ່ວຮ້າຍຫຼາຍ ເຈົ້າຈະສະດຸດບໍ? ສະພາບການແບບນີ້ຈະເຮັດໃຫ້ຄວາມເຊື່ອທີ່ເຈົ້າມີຕໍ່ພະເຢໂຫວາອ່ອນລົງແລະສົ່ງຜົນໃຫ້ເຈົ້າເຊົາຮັບໃຊ້ພະອົງບໍ?
7. ດາວິດໄດ້ເຮັດຜິດທີ່ຮ້າຍແຮງຄືແນວໃດ ແລະພະເຢໂຫວາໄດ້ເຮັດຫຍັງກ່ຽວກັບເລື່ອງນັ້ນ?
7 ດາວິດມີຄຸນລັກສະນະທີ່ດີເລີດຫຼາຍຢ່າງ ແລະດ້ວຍເຫດນັ້ນພະເຢໂຫວາຈຶ່ງຮັກລາວຫຼາຍ. (1 ຊາເມືອນ 13:13, 14; ກິດຈະການ 13:22) ແຕ່ດາວິດກໍໄດ້ເຮັດສິ່ງທີ່ບໍ່ດີຫຼາຍ. ຕອນທີ່ອຶລີໄປຕໍ່ສູ້ໃນສົງຄາມ ດາວິດໄດ້ນອນກັບບາດເຊບາທີ່ເປັນເມຍຂອງອຶລີ ແລະບາດເຊບາໄດ້ຖືພາ. ດາວິດບໍ່ຕ້ອງການໃຫ້ຄົນຮູ້ໃນສິ່ງທີ່ລາວໄດ້ເຮັດ. ດັ່ງນັ້ນ ດາວິດຈຶ່ງເອີ້ນອຶລີມາພົບແລະພະຍາຍາມເກ້ຍກ່ອມລາວໃຫ້ເມືອເຮືອນໂດຍຫວັງວ່າອຶລີຈະນອນກັບບາດເຊບາເພື່ອທີ່ຄົນອື່ນຈະຄິດວ່າອຶລີເປັນພໍ່ຂອງແອນ້ອຍນັ້ນ. ແຕ່ອຶລີບໍ່ໄດ້ເມືອເຮືອນ. ດັ່ງນັ້ນ ດາວິດຈຶ່ງເຮັດໃຫ້ອຶລີຖືກຂ້າໃນສະໜາມຮົບ. ເນື່ອງຈາກວ່າດາວິດໄດ້ເຮັດຜິດຮ້າຍແຮງ ລາວແລະຄອບຄົວຈຶ່ງປະສົບກັບຄວາມເສຍຫາຍຫຼາຍແທ້ໆ. (2 ຊາເມືອນ 12:9-12) ເຖິງຢ່າງນັ້ນກໍຕາມ ພະເຢໂຫວາໄດ້ສະແດງຄວາມເມດຕາແລະຍົກໂທດໃຫ້ດາວິດ ເພາະພະອົງຮູ້ວ່າລາວຕ້ອງການເຮັດສິ່ງທີ່ຖືກຕ້ອງ. (1 ກະສັດ 9:4) ຖ້າເຈົ້າມີຊີວິດໃນສະໄໝນັ້ນ ເຈົ້າຈະຮູ້ສຶກແນວໃດກ່ຽວກັບສິ່ງທີ່ດາວິດໄດ້ເຮັດ? ເຈົ້າຈະເຊົາຮັບໃຊ້ພະເຢໂຫວາບໍ?
8. (ກ) ອັກຄະສາວົກເປໂຕບໍ່ສາມາດເຮັດຕາມຄຳເວົ້າຂອງຕົວເອງຄືແນວໃດ (ຂ) ຫຼັງຈາກທີ່ເປໂຕເຮັດຜິດພາດ ເປັນຫຍັງພະເຢໂຫວາຈຶ່ງໃຊ້ລາວຕໍ່ໆໄປ?
8 ອີກຕົວຢ່າງໜຶ່ງທີ່ຢູ່ໃນຄຳພີໄບເບິນແມ່ນອັກຄະສາວົກເປໂຕ. ພະເຍຊູໄດ້ເລືອກລາວໃຫ້ເປັນອັກຄະສາວົກຄົນໜຶ່ງ ທັ່ງໆທີ່ບາງຄັ້ງເປໂຕກໍເວົ້າຫຼືເຮັດສິ່ງທີ່ບໍ່ຖືກຕ້ອງ. ຕົວຢ່າງເຊັ່ນ: ເປໂຕເວົ້າວ່າ ລາວຈະບໍ່ມີວັນປະຖິ້ມພະເຍຊູເຖິງວ່າທຸກໆຄົນຈະປະຖິ້ມພະອົງກໍຕາມ. (ມາລະໂກ 14:27-31, 50) ແຕ່ຫຼັງຈາກທີ່ພະເຍຊູຖືກຈັບ ອັກຄະສາວົກທຸກຄົນເຊິ່ງລວມເຖິງເປໂຕກໍໄດ້ປະຖິ້ມພະອົງ. ຕໍ່ມາມີສາມໂອກາດທີ່ເປໂຕໄດ້ບອກວ່າລາວບໍ່ຮູ້ຈັກພະເຍຊູ. (ມາລະໂກ 14:53, 54, 66-72) ຢ່າງໃດກໍຕາມ ເປໂຕຮູ້ສຶກເສຍໃຈແທ້ໆກ່ຽວກັບສິ່ງທີ່ລາວໄດ້ເຮັດ. ດັ່ງນັ້ນ ພະເຢໂຫວາຈຶ່ງຍົກໂທດໃຫ້ເປໂຕແລະໃຊ້ລາວຕໍ່ໆໄປ. ຖ້າເຈົ້າເປັນລູກສິດຄົນໜຶ່ງໃນສະໄໝນັ້ນແລະຮູ້ສິ່ງທີ່ເປໂຕໄດ້ເຮັດ ເຈົ້າຍັງຈະໄວ້ວາງໃຈໃນພະເຢໂຫວາຕໍ່ໆໄປບໍ?
ເຮົາສາມາດວາງໃຈໄດ້ວ່າພະເຢໂຫວາຈະເຮັດສິ່ງທີ່ຖືກຕ້ອງແລະຍຸຕິທຳສະເໝີ
9. ເປັນຫຍັງເຈົ້າວາງໃຈວ່າພະເຢໂຫວາຍຸຕິທຳສະເໝີ?
9 ຈາກຕົວຢ່າງເຫຼົ່ານີ້ ເຮົາເຫັນວ່າຜູ້ຮັບໃຊ້ບາງຄົນຂອງພະເຢໂຫວາໄດ້ເຮັດສິ່ງທີ່ບໍ່ດີແລະເຮັດໃຫ້ຄົນອື່ນເສຍໃຈແທ້ໆ. ເມື່ອເລື່ອງແບບນີ້ເກີດຂຶ້ນໃນທຸກມື້ນີ້ ເຈົ້າຈະເຮັດແນວໃດ? ເຈົ້າຈະເຊົາໄປການປະຊຸມ ຫຼືແມ່ນແຕ່ປະຖິ້ມພະເຢໂຫວາແລະປະຊາຊົນຂອງພະອົງເລີຍບໍ? ຫຼືເຈົ້າຈະສຳນຶກວ່າພະເຢໂຫວາມີຄວາມເມດຕາແລະພະອົງອາດຄອຍຖ້າໃຫ້ຄົນນັ້ນກັບໃຈ. ແຕ່ອາດມີບາງຄັ້ງທີ່ຜູ້ທີ່ເຮັດຜິດຮ້າຍແຮງບໍ່ໄດ້ຮູ້ສຶກເສຍໃຈກ່ຽວກັບສິ່ງທີ່ລາວໄດ້ເຮັດ. ເຈົ້າຈະວາງໃຈບໍວ່າພະເຢໂຫວາຮູ້ເລື່ອງນີ້ແລະພະອົງຈະລົງມືເຮັດບາງສິ່ງໃນເວລາທີ່ເໝາະສົມ? ພະອົງອາດເຖິງຂັ້ນວ່າໃຫ້ຄົນນັ້ນອອກຈາກປະຊາຄົມກໍໄດ້ເມື່ອເຫັນວ່າຈຳເປັນ. ເຈົ້າເຊື່ອບໍວ່າພະເຢໂຫວາຈະເຮັດສິ່ງທີ່ຖືກຕ້ອງແລະຍຸຕິທຳສະເໝີ?
ຮັກສາຄວາມພັກດີສະເໝີ
10. ພະເຍຊູເຂົ້າໃຈອັນໃດກ່ຽວກັບຂໍ້ບົກພ່ອງຂອງຢູດາອີດສະກາລີໂອດແລະຂອງເປໂຕ?
10 ໃນຄຳພີໄບເບິນ ເຮົາໄດ້ອ່ານເລື່ອງຂອງຫຼາຍຄົນທີ່ຮັກສາຄວາມພັກດີຕໍ່ພະເຢໂຫວາແລະຕໍ່ປະຊາຊົນຂອງພະອົງ ເຖິງວ່າເຂົາເຈົ້າຢູ່ໃນທ່າມກາງຜູ້ຄົນທີ່ເຮັດຜິດພາດຢ່າງຮ້າຍແຮງ. ພະເຍຊູເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງນີ້. ຫຼັງຈາກທີ່ໃຊ້ເວລາໝົດຄືນເພື່ອອະທິດຖານຂໍໃຫ້ພໍ່ຂອງພະອົງຊ່ວຍ ພະອົງໄດ້ເລືອກອັກຄະສາວົກ 12 ຄົນ. ແຕ່ອັກຄະສາວົກຄົນໜຶ່ງທີ່ຊື່ຢູດາອີດສະກາລີໂອດ ໃນເວລາຕໍ່ມາລາວໄດ້ທໍລະຍົດພະອົງ. ນອກຈາກນັ້ນ ອັກຄະສາວົກເປໂຕກໍໄດ້ປະຕິເສດວ່າບໍ່ຮູ້ຈັກພະເຍຊູ. (ລືກາ 6:12-16; 22:2-6, 31, 32) ພະເຍຊູບໍ່ໄດ້ຕຳໜິພະເຢໂຫວາຫຼືພວກລູກສິດຂອງພະອົງເມື່ອເຂົາເຈົ້າບາງຄົນເຮັດໃຫ້ພະອົງຜິດຫວັງ. ພະເຍຊູໄດ້ໃກ້ຊິດກັບພໍ່ຂອງພະອົງສະເໝີແລະຮັບໃຊ້ພໍ່ຢ່າງພັກດີຕໍ່ໆໄປ. ຜົນກໍຄື ພະເຢໂຫວາໄດ້ໃຫ້ລາງວັນແກ່ພະເຍຊູໂດຍການປຸກພະອົງໃຫ້ຟື້ນຄືນມາຈາກຕາຍ ແລະຕໍ່ມາກໍໄດ້ແຕ່ງຕັ້ງໃຫ້ພະເຍຊູເປັນກະສັດຂອງລາຊະອານາຈັກໃນສະຫວັນ.—ມັດທາຍ 28:7, 18-20
11. ຄຳພີໄບເບິນບອກລ່ວງໜ້າໃນເລື່ອງໃດກ່ຽວກັບຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝປັດຈຸບັນ?
11 ຕົວຢ່າງຂອງພະເຍຊູສອນເຮົາໃຫ້ເປັນຄົນທີ່ພັກດີຕໍ່ພະເຢໂຫວາແລະຕໍ່ປະຊາຊົນຂອງພະອົງ ແລະເຮົາກໍມີເຫດຜົນທີ່ດີໃນການເຮັດເຊັ່ນນັ້ນ. ເຮົາສາມາດເຫັນໄດ້ວ່າພະເຢໂຫວາກຳລັງຊີ້ນຳຜູ້ຮັບໃຊ້ຂອງພະອົງໃນສະໄໝສຸດທ້າຍນີ້. ພະອົງກຳລັງຊ່ວຍເຂົາເຈົ້າໃຫ້ປະກາດຄວາມຈິງໄປທົ່ວໂລກ ແລະເຂົາເຈົ້າເປັນຄົນກຸ່ມດຽວເທົ່ານັ້ນທີ່ກຳລັງເຮັດວຽກນີ້. ນອກຈາກນັ້ນ ເຂົາເຈົ້າຍັງເປັນນ້ຳໜຶ່ງໃຈດຽວກັນແລະມີຄວາມສຸກເນື່ອງຈາກທຸກສິ່ງທີ່ພະເຢໂຫວາກຳລັງສອນເຂົາເຈົ້າ. ພະເຢໂຫວາບອກເຖິງເລື່ອງນີ້ເມື່ອພະອົງກ່າວວ່າ: “ນີ້ແນະ ພວກຂ້າໃຊ້ຂອງເຮົາຈະລຳເພງຍິນດີຍ້ອນຄວາມສຸກໃຈຂອງເຂົາ.”—ເອຊາອີ 65:14
ບໍ່ສະຫຼາດແລະບໍ່ຍຸຕິທຳແທ້ໆ ທີ່ຈະປະຖິ້ມພະເຢໂຫວາແລະປະຊາຊົນຂອງພະອົງພຽງເພາະວ່າບາງຄົນໄດ້ເຮັດສິ່ງທີ່ຜິດ
12. ເຮົາຄວນເບິ່ງຂໍ້ບົກພ່ອງຂອງຄົນອື່ນແນວໃດ?
12 ພວກເຮົາມີຄວາມສຸກແທ້ໆເນື່ອງຈາກວ່າພະເຢໂຫວາໄດ້ຊີ້ນຳແລະຊ່ວຍພວກເຮົາໃຫ້ເຮັດຫຼາຍສິ່ງທີ່ດີ. ກົງກັນຂ້າມ ຜູ້ຄົນຢູ່ໃນໂລກທີ່ຊາຕານປົກຄອງບໍ່ມີຄວາມສຸກແລະບໍ່ມີຄວາມຫວັງແທ້ສຳລັບອະນາຄົດ. ຖືວ່າບໍ່ສະຫຼາດແລະບໍ່ຍຸຕິທຳແທ້ໆທີ່ຈະປະຖິ້ມພະເຢໂຫວາແລະປະຊາຊົນຂອງພະອົງພຽງເພາະວ່າບາງຄົນໃນປະຊາຄົມເວົ້າຫຼືເຮັດສິ່ງທີ່ບໍ່ຖືກຕ້ອງ! ແທນທີ່ຈະເຮັດເຊັ່ນນັ້ນ ເຮົາຕ້ອງຮັກສາຄວາມພັກດີຕໍ່ພະເຢໂຫວາແລະເຮັດຕາມການຊີ້ນຳຂອງພະອົງສະເໝີ. ນອກຈາກນັ້ນ ເຮົາຍັງຕ້ອງຮຽນຮູ້ວິທີທີ່ຈະເບິ່ງແລະຕອບສະໜອງຕໍ່ຂໍ້ບົກພ່ອງຂອງຄົນອື່ນ.
ເຈົ້າຄວນຕອບສະໜອງແນວໃດ?
13, 14. (ກ) ເປັນຫຍັງເຮົາຈຶ່ງຄວນອົດທົນຕໍ່ກັນແລະກັນ? (ຂ) ເຮົາຕ້ອງການທີ່ຈະຈົດຈຳຄຳສັນຍາໃນເລື່ອງໃດ?
13 ເຈົ້າຄວນເຮັດແນວໃດຖ້າພີ່ນ້ອງຄລິດສະຕຽນຄົນໜຶ່ງເວົ້າຫຼືເຮັດບາງສິ່ງທີ່ເຮັດໃຫ້ເຈົ້າເສຍໃຈ? ຄຳພີໄບເບິນໃຫ້ຄຳແນະນຳດັ່ງນີ້ວ່າ: “ຢ່າຊູ່ຟ້າວເຄືອງໃຈ ເຫດວ່າຄວາມເຄືອງໃຈຢູ່ໃນອົກຂອງພວກຄົນໂງ່.” (ຜູ້ເທສະໜາປ່າວປະກາດ 7:9) ພວກເຮົາທຸກຄົນເປັນຄົນທີ່ບໍ່ສົມບູນແບບແລະເຮັດຜິດພາດໄດ້. ດັ່ງນັ້ນ ເຮົາບໍ່ສາມາດຄາດໝາຍໄດ້ວ່າພີ່ນ້ອງຄລິດສະຕຽນຈະເວົ້າຫຼືເຮັດສິ່ງທີ່ຖືກຕ້ອງສະເໝີ ແລະຖ້າເຮົາຄິດເຖິງຄວາມຜິດຂອງເຂົາເຈົ້າຢູ່ເລື້ອຍໆສິ່ງນັ້ນກໍຈະບໍ່ດີຕໍ່ຕົວເຮົາເອງ. ຖ້າເຮົາເຮັດເຊັ່ນນັ້ນ ເຮົາກໍອາດຈະບໍ່ມີຄວາມສຸກອີກຕໍ່ໄປໃນຂະນະທີ່ຮັບໃຊ້ພະເຢໂຫວາ. ຮ້າຍແຮງກວ່ານັ້ນ ຄວາມເຊື່ອຂອງເຮົາທີ່ມີຕໍ່ພະເຢໂຫວາອາດອ່ອນແອ ແລະເຮົາອາດຈະອອກຈາກອົງການຂອງພະອົງ. ຈາກນັ້ນ ເຮົາກໍບໍ່ສາມາດຮັບໃຊ້ພະເຢໂຫວາຫຼືມີຄວາມຫວັງທີ່ຈະໄດ້ຢູ່ໃນໂລກໃໝ່ຂອງພະອົງ.
14 ດັ່ງນັ້ນ ເມື່ອຄົນອື່ນເຮັດບາງສິ່ງທີ່ລົບກວນໃຈເຈົ້າ ສິ່ງໃດຈະຊ່ວຍເຈົ້າໃຫ້ມີຄວາມສຸກຕໍ່ໆໄປໃນການຮັບໃຊ້ພະເຢໂຫວາ? ຂໍໃຫ້ຈົດຈຳຄຳສັນຍານີ້ທີ່ໃຫ້ກຳລັງໃຈຢູ່ສະເໝີເຊິ່ງພະເຢໂຫວາກ່າວວ່າ: ‘ດັ່ງນີ້ ເຮົານິລະມິດສ້າງຟ້າທັງຫຼາຍໃໝ່ກັບແຜ່ນດິນໂລກໃໝ່ ແລະຈະບໍ່ມີໃຜຈົດຈຳຫຼືນຶກເຖິງສິ່ງທີ່ຜ່ານມາອີກເລີຍ.’ (ເອຊາອີ 65:17; 2 ເປໂຕ 3:13) ພະອົງຈະໃຫ້ສິ່ງທີ່ດີເຫຼົ່ານີ້ແກ່ເຈົ້າ ຖ້າຫາກວ່າເຈົ້າຮັກສາຄວາມພັກດີຕໍ່ພະອົງຕໍ່ໆໄປ.
15. ເມື່ອຄົນອື່ນເຮັດຜິດ ພະເຍຊູເວົ້າວ່າເຮົາຄວນເຮັດຫຍັງ?
15 ແນ່ນອນວ່າເຮົາຍັງບໍ່ທັນຢູ່ໃນໂລກໃໝ່ເທື່ອ. ດັ່ງນັ້ນ ຖ້າມີບາງຄົນເຮັດໃຫ້ເຮົາເສຍໃຈ ເຮົາຈຳເປັນຕ້ອງຄຶດຕຶກຕອງໃນສິ່ງທີ່ພະເຢໂຫວາຕ້ອງການໃຫ້ເຮົາເຮັດ. ຕົວຢ່າງເຊັ່ນ: ພະເຍຊູກ່າວວ່າ: “ຖ້າທ່ານທັງຫຼາຍຍົກຄວາມຜິດຂອງຄົນທັງຫຼາຍ ພະບິດາຂອງທ່ານຜູ້ຢູ່ໃນສະຫວັນຈະຍົກຄວາມຜິດຂອງທ່ານທັງຫຼາຍດ້ວຍ ແຕ່ວ່າຖ້າທ່ານທັງຫຼາຍບໍ່ຍົກຄວາມຜິດຂອງຄົນທັງຫຼາຍ ພະບິດາຂອງທ່ານຈະບໍ່ຍົກຄວາມຜິດຂອງທ່ານດ້ວຍ.” ເມື່ອເປໂຕຖາມພະເຍຊູວ່າເຮົາຄວນໃຫ້ອະໄພ “ເຖິງ 7 ເທື່ອ” ຫຼືບໍ່ ພະເຍຊູໄດ້ຕອບວ່າ: ‘ບໍ່ໃຊ່ເຖິງ 7 ເທື່ອ ແຕ່ວ່າຕ້ອງເຖິງ 77 ເທື່ອ.’ ຕາມຂໍ້ນີ້ພະເຍຊູໄດ້ສອນເຮົາວ່າ ເຮົາຄວນເຕັມໃຈທີ່ຈະໃຫ້ອະໄພຄົນອື່ນຢູ່ສະເໝີ.—ມັດທາຍ 6:14, 15; 18:21, 22
16. ໂຢເຊບເປັນຕົວຢ່າງທີ່ດີໃນເລື່ອງໃດ?
16 ຕົວຢ່າງຂອງໂຢເຊບສອນເຮົາກ່ຽວກັບວິທີທີ່ເຮົາຄວນຕອບສະໜອງເມື່ອຄົນອື່ນເຮັດໃຫ້ເຮົາຜິດຫວັງ. ຢາໂຄບກັບລາເຊນມີລູກສອງຄົນຄື: ໂຢເຊບແລະນ້ອງຊາຍອີກຄົນໜຶ່ງ. ຢາໂຄບຍັງມີລູກຊາຍອີກສິບຄົນ ແຕ່ລາວຮັກໂຢເຊບຫຼາຍກວ່າລູກຄົນອື່ນໆ. ເມື່ອເປັນແນວນີ້ພວກອ້າຍຈຶ່ງອິດສາໂຢເຊບຫຼາຍ. ທີ່ຈິງ ເຂົາເຈົ້າຊັງລາວຫຼາຍແທ້ໆຈົນໄດ້ຂາຍລາວໃຫ້ໄປເປັນທາດແລະລາວກໍຖືກພາຕົວໄປຢູ່ປະເທດເອຢິບ. ເມື່ອເວລາຜ່ານໄປຫຼາຍປີ ກະສັດຂອງປະເທດເອຢິບໄດ້ແຕ່ງຕັ້ງໃຫ້ໂຢເຊບເປັນຜູ້ທີ່ມີອຳນາດສູງສຸດໃນປະເທດທີ່ເປັນຮອງຈາກກະສັດ ຍ້ອນວ່າກະສັດປະທັບໃຈໃນວຽກທີ່ໂຢເຊບໄດ້ເຮັດ. ເມື່ອມີການຂາດແຄນອາຫານ ພວກອ້າຍຂອງໂຢເຊບກໍໄດ້ມາປະເທດເອຢິບເພື່ອຊື້ອາຫານ. ຕອນທີ່ພົບກັບໂຢເຊບ ພວກອ້າຍຈື່ລາວບໍ່ໄດ້ ແຕ່ລາວຈື່ເຂົາເຈົ້າໄດ້. ເຖິງວ່າພວກອ້າຍໄດ້ປະຕິບັດຢ່າງຊົ່ວຮ້າຍແທ້ໆຕໍ່ໂຢເຊບ ແຕ່ລາວກໍບໍ່ໄດ້ລົງໂທດເຂົາເຈົ້າ. ແທນທີ່ຈະເຮັດເຊັ່ນນັ້ນ ໂຢເຊບໄດ້ທົດສອບເບິ່ງວ່າພວກອ້າຍໄດ້ປ່ຽນແປງຕົວເອງແທ້ໆຫຼືບໍ່. ເມື່ອໂຢເຊບຮູ້ວ່າພວກອ້າຍໄດ້ປ່ຽນແປງແທ້ໆແລ້ວ ລາວຈຶ່ງບອກວ່າລາວເປັນນ້ອງຊາຍຂອງເຂົາເຈົ້າ. ຈາກນັ້ນໂຢເຊບກໍໄດ້ປອບໃຈເຂົາເຈົ້າແລະໄດ້ເວົ້າວ່າ: ‘ຢ່າຊູ່ຢ້ານ ເຮົາຈະເບິ່ງແຍງເລື່ອງອາຫານການກິນໃຫ້ພວກທ່ານກັບລູກນ້ອຍທັງຫຼາຍຂອງພວກທ່ານຕໍ່ໆໄປ.’—ຕົ້ນເດີມ 50:21
17. ເຈົ້າຕ້ອງການເຮັດຫຍັງເມື່ອຄົນອື່ນເຮັດຜິດພາດ?
17 ຂໍໃຫ້ຈື່ໄວ້ວ່າພວກເຮົາທຸກຄົນມີຂໍ້ບົກພ່ອງ ເຈົ້າກໍອາດຈະເຮັດໃຫ້ຄົນອື່ນບໍ່ພໍໃຈໄດ້ຄືກັນ. ດັ່ງນັ້ນ ຖ້າເຈົ້າສຳນຶກວ່າໄດ້ເຮັດໃຫ້ຄົນອື່ນເສຍໃຈ ຂໍໃຫ້ເຮັດຕາມຄຳແນະນຳໃນຄຳພີໄບເບິນ. ໃຫ້ເຈົ້າຂໍກັບຄົນນັ້ນໃຫ້ຍົກໂທດໃຫ້ເຈົ້າ ແລະພະຍາຍາມທີ່ຈະສ້າງສັນຕິສຸກກັບລາວ. (ອ່ານມັດທາຍ 5:23, 24) ເຮົາມັກໃຫ້ຄົນອື່ນຍົກໂທດໃຫ້ເຮົາ ດັ່ງນັ້ນ ເຮົາກໍຄວນທີ່ຈະຍົກໂທດໃຫ້ເຂົາເຈົ້າເຊັ່ນກັນ. ໂກໂລດ 3:13 ບອກເຮົາວ່າ: ‘ຈົ່ງອົດກັ້ນໄວ້ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນຢ່າງໃຈກວ້າງຕໍ່ໆໄປ ຖ້າແມ່ນຜູ້ໃດມີສາເຫດທີ່ຈະຈົ່ມໃຫ້ຄົນອື່ນ. ພະເຢໂຫວາໄດ້ໂຜດຍົກໂທດຂອງທ່ານທັງຫຼາຍຢ່າງໃດ ທ່ານຈົ່ງກະທຳຢ່າງນັ້ນດ້ວຍ.’ ຖ້າເຮົາຮັກພີ່ນ້ອງຄລິດສະຕຽນແທ້ໆ ເຮົາຈະບໍ່ເກັບຄວາມຮູ້ສຶກເສຍໃຈໄວ້ຕໍ່ໆໄປສຳລັບສິ່ງທີ່ເຂົາເຈົ້າໄດ້ເຮັດໃນອະດີດ. (1 ໂກລິນໂທ 13:5) ຖ້າເຮົາຍົກໂທດໃຫ້ຄົນອື່ນ ພະເຢໂຫວາກໍຈະຍົກໂທດໃຫ້ເຮົາເຊັ່ນກັນ. ດັ່ງນັ້ນ ເມື່ອຄົນອື່ນເຮັດສິ່ງທີ່ຜິດພາດ ຂໍໃຫ້ເຮົາເປັນຄົນທີ່ເມດຕາເຂົາເຈົ້າຄືກັບທີ່ພະເຢໂຫວາຜູ້ເປັນພໍ່ຂອງເຮົາເມດຕາເຮົາ.—ອ່ານຄຳເພງ 103:12-14