ສາລະບານ
November 15, 2015
© 2015 Watch Tower Bible and Tract Society of Pennsylvania
ສະບັບສຶກສາ
28 ທັນວາ 2015-3 ມັງກອນ 2016
ຝຶກສອນລູກທີ່ຍັງນ້ອຍໃຫ້ຮັບໃຊ້ພະເຢໂຫວາ
ໜ້າ 3
4-10 ມັງກອນ 2016
ຝຶກສອນລູກໄວຮຸ່ນໃຫ້ຮັບໃຊ້ພະເຢໂຫວາ
ໜ້າ 9
11-17 ມັງກອນ 2016
ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ
ໜ້າ 16
18-24 ມັງກອນ 2016
ເຈົ້າ “ຮັກເພື່ອນບ້ານເໝືອນຮັກຕົວເອງ” ບໍ?
ໜ້າ 21
25-31 ມັງກອນ 2016
ໜຶ່ງຮ້ອຍປີພາຍໃຕ້ການປົກຄອງຂອງລາຊະອານາຈັກ!
ໜ້າ 27
ບົດຄວາມສຶກສາ
▪ ຝຶກສອນລູກທີ່ຍັງນ້ອຍໃຫ້ຮັບໃຊ້ພະເຢໂຫວາ
▪ ຝຶກສອນລູກໄວຮຸ່ນໃຫ້ຮັບໃຊ້ພະເຢໂຫວາ
ພະເຢໂຫວາໄດ້ມອບໜ້າທີ່ທີ່ສຳຄັນແລະຈິງຈັງໃຫ້ກັບພໍ່ແມ່ ເພາະຕ້ອງການໃຫ້ເຂົາເຈົ້າຝຶກສອນລູກໃຫ້ຮັບໃຊ້ພະອົງ. ສອງບົດຄວາມນີ້ຈະເຮັດໃຫ້ພໍ່ແມ່ເຫັນສິ່ງທີ່ເຂົາເຈົ້າສາມາດຮຽນຮູ້ຈາກວິທີທີ່ພະເຍຊູສອນພວກລູກສິດ ແລະຈາກຕົວຢ່າງຂອງພະອົງໃນການສະແດງຄວາມຮັກ ຄວາມຖ່ອມຕົວ ແລະຄວາມເຂົ້າໃຈທີ່ເລິກເຊິ່ງ.
▪ ພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ
▪ ເຈົ້າ “ຮັກເພື່ອນບ້ານເໝືອນຮັກຕົວເອງ” ບໍ?
ບົດຄວາມທຳອິດເຮັດໃຫ້ເຫັນຢ່າງຈະແຈ້ງວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກ. ບົດຄວາມນີ້ຍັງອະທິບາຍກ່ຽວກັບວິທີທີ່ພະເຢໂຫວາໄດ້ສະແດງຄວາມຮັກຕໍ່ມະນຸດ. ບົດຄວາມທີສອງຈະພິຈາລະນາກ່ຽວກັບວິທີທີ່ຜູ້ຮັບໃຊ້ຂອງພະເຢໂຫວາສະແດງຄວາມຮັກຕໍ່ເພື່ອນບ້ານ.
▪ ໜຶ່ງຮ້ອຍປີພາຍໃຕ້ການປົກຄອງຂອງລາຊະອານາຈັກ!
ບົດຄວາມນີ້ສະແດງໃຫ້ເຫັນສິ່ງທີ່ໄດ້ເຮັດໄປແລ້ວໃນການປະກາດຂ່າວດີໃນລະຫວ່າງການປົກຄອງຂອງລາຊະອານາຈັກໃນໄລຍະ 100 ປີທີ່ຜ່ານມາ. ເຮົາຈະຮຽນຮູ້ກ່ຽວກັບເຄື່ອງມືຈຳນວນໜຶ່ງແລະວິທີການໃໝ່ໆທີ່ໃຊ້ໃນການປະກາດຂອງເຮົາ. ນອກຈາກນັ້ນ ເຮົາຈະພິຈາລະນາກ່ຽວກັບການຝຶກອົບຮົມທີ່ເກີດຜົນດີເຊິ່ງຈັດໃຫ້ສຳລັບຜູ້ປະກາດໃນໄລຍະຫຼາຍປີທີ່ຜ່ານມາ.
ເລື່ອງອື່ນໃນສະບັບນີ້
ໜ້າປົກ: ຜູ້ດູແລໝວດແລະໄພໂອເນຍພິເສດຈຳນວນໜຶ່ງເດີນທາງດ້ວຍເຮືອໃນແຖບປ່າດົງດິບອາມາຊອນ. ເຂົາເຈົ້າມ່ວນໃນການບອກຂ່າວດີກັບຜູ້ຄົນຕາມໝູ່ບ້ານຕ່າງໆເຊິ່ງຕັ້ງຢູ່ເຂດທີ່ຫ່າງໄກສອກຫຼີກຕາມແຄມແມ່ນ້ຳອາມາຊອນແລະຕາມສາຍນ້ຳຕ່າງໆທີ່ໄຫຼລົງສູ່ແມ່ນ້ຳນີ້
ປະເທດເບຣຊິນ
ພົນລະເມືອງ
203.067.835 ຄົນ
ຜູ້ປະກາດ
794.766 ຄົນ
ໄພໂອເນຍ
84.550 ຄົນ
ຜູ້ເຂົ້າຮ່ວມການປະຊຸມອະນຸສອນປີ 2014