ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/10 ໜ້າ 27
  • “ຈົ່ງ​ນັບຖື​ຄົນ​ຢ່າງ​ນັ້ນ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຈົ່ງ​ນັບຖື​ຄົນ​ຢ່າງ​ນັ້ນ”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເລື່ອງທີ່ຄ້າຍກັນ
  • ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ແມ່ນ​ໃຜ?
    ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
  • ໃຜກຳລັງນຳໜ້າປະຊາຊົນຂອງພະເຈົ້າໃນທຸກມື້ນີ້?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຄະນະ​ກຳມະການ​ປົກຄອງ​ເຮັດ​ວຽກ​ແນວ​ໃດ​ໃນ​ທຸກ​ມື້​ນີ້
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
  • “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/10 ໜ້າ 27
ຮູບ​ທີ່​ເປັນ​ເງົາ​ດຳ​ກ່ຽວ​ກັບ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ຂອງ​ຄະນະ​ກຳມະການ​ປົກຄອງ

“ຈົ່ງ​ນັບຖື​ຄົນ​ຢ່າງ​ນັ້ນ”

ນັບ​ຕັ້ງ​ແຕ່​ປີ 1992 ຄະນະ​ກຳມະການ​ປົກຄອງ​ໄດ້​ແຕ່ງ​ຕັ້ງ​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ແລະ​ອາວຸໂສ​ໃຫ້​ຊ່ວຍ​ເຫຼືອ​ຄະນະ​ກຳມະການ​ຕ່າງໆເພື່ອ​ໃຫ້​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ສຳເລັດ.a (ເບິ່ງ​ໄຂເງື່ອນ) ຜູ້​ຊ່ວຍ​ເຫຼົ່າ​ນີ້​ທີ່​ເປັນ “ແກະ​ອື່ນ” ໄດ້​ໃຫ້​ການ​ສະໜັບສະໜູນ​ທີ່​ມີ​ຄ່າ​ຕໍ່​ຄະນະ​ກຳມະການ​ປົກຄອງ. (ໂຢຮັນ 10:16) ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ອາທິດ​ຂອງ​ຄະນະ​ກຳມະການ​ທີ່​ຕົນ​ເອງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ນຳ. ໜ້າ​ທີ່​ຂອງ​ຜູ້​ຊ່ວຍ​ແມ່ນ​ຈັດ​ຫາ​ຂໍ້​ມູນ​ຕ່າງໆທີ່​ຕ້ອງການ​ແລະ​ສະເໜີ​ຄຳ​ຄິດ​ເຫັນ​ໃຫ້​ກັບ​ຄະນະ​ຂອງ​ເຂົາ​ເຈົ້າ. ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ຈະ​ເປັນ​ຜູ້ຕັດສິນ​ໃຈ​ຂັ້ນ​ສຸດ​ທ້າຍ ແລະ​ຈາກ​ນັ້ນ​ຜູ້​ຊ່ວຍ​ເຫຼົ່າ​ນັ້ນ​ກໍ​ຈະ​ເບິ່ງ​ວ່າ​ມີ​ການ​ເຮັດ​ສອດຄ່ອງ​ຕາມ​ທີ່​ໄດ້​ຕັດສິນ​ໃຈ​ໄປ​ແລ້ວ. ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ເຕັມ​ໃຈ​ເຮັດ​ທຸກໆວຽກ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ. ເຂົາ​ເຈົ້າ​ເດີນ​ທາງ​ໄປ​ກັບ​ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ​ພິເສດ​ແລະ​ການ​ປະຊຸມ​ນາໆຊາດ. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ອາດ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄປ​ຢ້ຽມ​ຢາມ​ສຳນັກງານ​ສາຂາ​ຕ່າງໆໃນ​ຖານະ​ເປັນ​ຕົວ​ແທນ​ຈາກ​ສຳນັກງານ​ໃຫຍ່.

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ຕັ້ງ​ແຕ່​ປີ 1992 ລາວ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ເຮັດ​ວຽກ​ຕາມ​ທີ່​ໄດ້​ຮັບ​ມອບ​ໝາຍ ຄະນະ​ກຳມະການ​ປົກຄອງ​ກໍ​ສາມາດ​ເອົາໃຈໃສ່​ໃນ​ເລື່ອງ​ຕ່າງໆກ່ຽວ​ກັບ​ການ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ໄດ້​ຢ່າງ​ເຕັມທີ​ຫຼາຍ​ຂຶ້ນ.” ພີ່​ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ເປັນ​ຜູ້​ຊ່ວຍ​ໄດ້ 20 ປີ​ແລ້ວ ລາວ​ເວົ້າ​ວ່າ: “ນີ້​ເປັນ​ສິດທິ​ພິເສດ​ທີ່​ເກີນ​ຄວາມ​ຄາດ​ຫວັງ​ຂອງ​ຂ້ອຍ.”

ຄະນະ​ກຳມະການ​ປົກຄອງ​ໄດ້​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ​ໃຫ້​ກັບ​ຜູ້​ຊ່ວຍ​ເຫຼົ່າ​ນັ້ນ​ແລະ​ກໍ​ຮູ້​ຄຸນຄ່າ​ການ​ເຮັດ​ວຽກ​ໜັກ​ຂອງ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ທີ່​ພັກດີ. ຂໍ​ໃຫ້​ເຮົາ​ທຸກ​ຄົນ “ຈົ່ງ​ນັບຖື​ຄົນ​ຢ່າງ​ນັ້ນ.”—ຟີລິບ 2:29

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ທັງ​ຫົກ​ຄະນະ​ຂອງ​ຄະນະ​ກຳມະການ​ປົກຄອງ ຂໍ​ໃຫ້​ເບິ່ງ​ບົດ​ທີ 12 ຂອງ​ປຶ້ມ​ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ! (ພາສາ​ໄທ) ໃນ​ຂອບ “ວິທີ​ທີ່​ຄະນະ​ກຳມະການ​ປົກຄອງ​ດູ​ແລ​ງານ​ຂອງ​ລາຊະອານາຈັກ”.

ຜູ້​ຊ່ວຍ​ໃນ​ຄະນະ​ຕ່າງໆຂອງ​ຄະນະ​ກຳມະການ​ປົກຄອງ

ຄະນະ​ກຳມະການ​ຜູ້​ປະສານ​ງານ

  • ຈອນ ເອກຣານ

  • ໂຣເບີດ ວໍເລັນ

ຄະນະ​ກຳມະການ​ຝ່າຍ​ບຸກຄົນ

  • ເຈີຣາດ ກຣິໂຊ

  • ແພັດທຣິກ ລາ​ຝຣັ່ງ​ໂກ

  • ເດນຽວ ໂມເຄີນ

  • ຣາວ ວໍລ

ຄະນະ​ກຳມະການ​ຝ່າຍ​ການ​ພິມ

  • ດອນ ອາດາມສ

  • ໂຣເບີດ ບັດເລີ

  • ຮາຣອດ ຄ໋ອກເຄີ​ນ

  • ໂດນ໋ອນ ກໍ​ດອນ

  • ໂລເບີດ ລູຊິໂອນິ

  • ອາເລັກສ ຣາຍມິວເລີ

  • ເດວິດ ຊິນ​ແຄ​ລ

ຄະນະ​ກຳມະການ​ຝ່າຍ​ການ​ຮັບໃຊ້

  • ແກຣີ ໂບຣ

  • ໂຈແອວ ແດວລິນເຈີ

  • ເຊັດ ຮາຍແອັດ

  • ຄລິດສະຕົບເຟີ ເມາະເວີ

  • ບາວທາຊາ ເພີລາ ເຈອາຣ.

  • ວິນລຽມ ເທີເນີ ເຈອາຣ.

  • ໂຣເບີດ ວໍເລັນ

  • ລີອອນ ວີເວີ ເຈອາຣ.

ຄະນະ​ກຳມະການ​ຝ່າຍ​ການ​ສອນ

  • ໂຣໂນ ເຄີຊານ

  • ເຄັນເນັດ ຟຣໍດິນ

  • ວິນລຽມ ມາເລນແຟນ

  • ມາກ ນູແມ

  • ເດວິດ ເຊເຟີ

ຄະນະ​ກຳມະການ​ຝ່າຍ​ການ​ຂຽນ

  • ໂຣເບີດ ຊິຣັນໂກ

  • ເຈມສ ມັນສ

  • ອິສັກ ມາເຣສ

  • ຈີນ ສະມໍລີ

  • ຈອນ ວິສຸກ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌