ໃຫ້ຮັກສາຄວາມ “ເປັນນ້ຳໜຶ່ງໃຈດຽວກັນດ້ວຍພະລັງຂອງພະເຈົ້າ”
ອັກຄະສາວົກໂປໂລກະຕຸ້ນຄລິດສະຕຽນໃນເມືອງເອເຟໂຊໃຫ້ “ອົດທົນຕໍ່ກັນແລະກັນດ້ວຍຄວາມຮັກ ພະຍາຍາມແທ້ໆທີ່ຈະເປັນນ້ຳໜຶ່ງໃຈດຽວກັນດ້ວຍພະລັງຂອງພະເຈົ້າ ແລະມີສັນຕິສຸກທີ່ຜູກພັນຄົນເຮົາໃຫ້ເປັນອັນໜຶ່ງອັນດຽວກັນ.”—ອຟຊ. 4:2, 3
ຄວາມ “ເປັນນ້ຳໜຶ່ງໃຈດຽວກັນ” ທີ່ເຮົາມີແມ່ນມາຈາກ “ພະລັງຂອງພະເຈົ້າ.” ນີ້ໝາຍຄວາມວ່າຄວາມເປັນນ້ຳໜຶ່ງໃຈດຽວກັນມີຢູ່ໄດ້ກໍຍ້ອນພະລັງບໍລິສຸດຂອງພະເຈົ້າ. ແຕ່ຄືກັບທີ່ໂປໂລເວົ້າ ມັນຕ້ອງໄດ້ອອກຄວາມພະຍາຍາມແທ້ໆເພື່ອຈະຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນ. ໃຜທີ່ຕ້ອງເຮັດແບບນີ້? ທີ່ຈິງແລ້ວ ເຮົາທຸກຄົນຕ້ອງຊ່ວຍກັນເພື່ອຈະຮັກສາຄວາມ “ເປັນນ້ຳໜຶ່ງໃຈດຽວກັນ.”
ສົມມຸດວ່າມີຄົນເອົາລົດໃຫຍ່ໃໝ່ໆຄັນໜຶ່ງໃຫ້ເຈົ້າ. ໃຜມີໜ້າທີ່ຮັບຜິດຊອບທີ່ຈະເບິ່ງແຍງລົດໃຫ້ຢູ່ໃນສະພາບທີ່ດີ? ກະແມ່ນເຈົ້າ. ເຈົ້າບໍ່ສາມາດໂທດຜູ້ທີ່ເອົາລົດໃຫ້ເຈົ້າຖ້າລົດເພຍ້ອນເຈົ້າບໍ່ໄດ້ເບິ່ງແຍງມັນດີໆ.
ຄ້າຍຄືກັນ ຄວາມເປັນນ້ຳໜຶ່ງໃຈດຽວກັນຂອງເຮົາເປັນສິ່ງທີ່ພະເຢໂຫວາເອົາໃຫ້ເຮົາ ແຕ່ເຮົາແຕ່ລະຄົນຕ້ອງແນ່ໃຈວ່າເຮົາເຮັດສຸດຄວາມສາມາດທີ່ຈະຮັກສາມັນເອົາໄວ້. ຖ້າເຮົາບໍ່ມີສາຍສຳພັນທີ່ສະຫງົບສຸກກັບພີ່ນ້ອງຮ່ວມຄວາມເຊື່ອ ເຮົາຕ້ອງຖາມໂຕເອງວ່າ: ‘ຂ້ອຍເຮັດດີທີ່ສຸດແລ້ວບໍເພື່ອຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໂດຍແກ້ໄຂບັນຫາຕ່າງໆທີ່ມີກັບພີ່ນ້ອງ?’
ໃຫ້ ‘ພະຍາຍາມແທ້ໆ’ ທີ່ຈະຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນ
ຄືກັບທີ່ໂປໂລເວົ້າ ບາງເທື່ອມັນຍາກແທ້ໆທີ່ຈະຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນຢູ່ສະເໝີໂດຍສະເພາະຖ້າພີ່ນ້ອງຜູ້ໃດຜູ້ໜຶ່ງເຮັດໃຫ້ເຮົາເສຍໃຈ. ຖ້າເປັນແນວນັ້ນເຮົາຕ້ອງໄປລົມກັບລາວທຸກເທື່ອບໍ? ບໍ່. ໃຫ້ຖາມໂຕເອງວ່າ: ‘ຖ້າຂ້ອຍໄປລົມກັບລາວມັນຈະເປັນການຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນ ຫຼືມັນຈະເຮັດໃຫ້ເລື່ອງຮ້າຍແຮງກວ່າເກົ່າ?’ ບາງເທື່ອດີທີ່ສຸດແມ່ນເບິ່ງຂ້າມເລື່ອງນັ້ນ ລືມມັນໄປ ແລະຍົກໂທດໃຫ້ລາວ.—ສພສ. 19:11; ມຣກ. 11:25
ໃຫ້ຖາມໂຕເອງວ່າ: ‘ຖ້າຂ້ອຍໄປລົມກັບລາວມັນຈະເປັນການຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນ ຫຼືມັນຈະເຮັດໃຫ້ເລື່ອງຮ້າຍແຮງກວ່າເກົ່າ?’
ຄືກັບທີ່ໂປໂລໄດ້ຂຽນໄວ້ ໃຫ້ເຮົາ “ອົດທົນຕໍ່ກັນແລະກັນດ້ວຍຄວາມຮັກ” ຕໍ່ໆໄປ. (ອຟຊ. 4:2) ປຶ້ມອ້າງອີງຫົວໜຶ່ງເວົ້າວ່າ ຄຳເວົ້ານີ້ສາມາດແປວ່າ “ໃຫ້ຍອມຮັບເຂົາເຈົ້າໃນແບບທີ່ເຂົາເຈົ້າເປັນ.” ນີ້ໝາຍຄວາມວ່າເຮົາຕ້ອງຍອມຮັບວ່າພີ່ນ້ອງຮ່ວມຄວາມເຊື່ອກໍເຮັດຜິດພາດຄືກັນກັບເຮົາ. ແມ່ນຢູ່ວ່າເຮົາກຳລັງພະຍາຍາມ “ປູກຝັງນິດໄສໃໝ່.” (ອຟຊ. 4:23, 24) ແຕ່ເຮົາແຕ່ລະຄົນບໍ່ມີໃຜສາມາດເຮັດໄດ້ຮ້ອຍເປີເຊັນ. (ຣມ. 3:23) ຖ້າເຮົາຍອມຮັບຄວາມຈິງຂໍ້ນີ້ ມັນກໍຈະງ່າຍຂຶ້ນສຳລັບເຮົາທີ່ຈະອົດທົນຕໍ່ກັນແລະກັນ ໃຫ້ອະໄພກັນ ແລະຮັກສາຄວາມ “ເປັນນ້ຳໜຶ່ງໃຈດຽວກັນ.”
ເຮົາຈະ “ເປັນອັນໜຶ່ງອັນດຽວກັນ” ໃນປະຊາຄົມ ຖ້າເຮົາລືມແລະຍົກໂທດໃຫ້ຄົນອື່ນໃນສິ່ງທີ່ເຂົາເຈົ້າເຮັດໃຫ້ເຮົາເສຍໃຈ. ຄຳພາສາກຣີກທີ່ແປວ່າ “ເປັນອັນໜຶ່ງອັນດຽວກັນ” ໃນເອເຟໂຊ 4:3 ແປວ່າ “ເສັ້ນເອັນ” ໃນໂກໂລຊາຍ 2:19. ເສັ້ນເອັນແມ່ນເນື້ອເຍື່ອທີ່ແຂງແຮງທີ່ເຊື່ອມກະດູກໃຫ້ຕິດກັນ. ຄ້າຍຄືກັນ ຄວາມສະຫງົບສຸກແລະຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຊ່ວຍເຮົາໃຫ້ຮັກສາສາຍສຳພັນທີ່ໃກ້ຊິດກັບເຂົາເຈົ້າເຖິງວ່າບາງເທື່ອເຮົາບໍ່ມັກສິ່ງທີ່ເຂົາເຈົ້າເຮັດ.
ສະນັ້ນ ເມື່ອພີ່ນ້ອງຄົນໃດຄົນໜຶ່ງເຮັດໃຫ້ເຮົາເສຍໃຈ ເຮັດຜິດຕໍ່ເຮົາ ຫຼືເຮັດໃຫ້ເຮົາຮູ້ສຶກຫງຸດຫງິດ ໃຫ້ພະຍາຍາມເຫັນອົກເຫັນໃຈລາວແທນທີ່ຈະຕຳໜິລາວ. (ກລຊ 3:12) ຍ້ອນເຮົາທຸກຄົນບໍ່ສົມບູນແບບ ບາງເທື່ອເຈົ້າກໍອາດເຮັດໃຫ້ຄົນອື່ນເສຍໃຈຄືກັນ. ການຈື່ເລື່ອງນີ້ໄວ້ຈະຊ່ວຍເຈົ້າໃຫ້ຮັກສາຄວາມ “ເປັນນ້ຳໜຶ່ງໃຈດຽວກັນ.”