ບົດຄວາມສຶກສາທີ 45
ເພງທີ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
ໃຫ້ມີຄວາມສຸກສະເໝີເຖິງວ່າຕ້ອງເບິ່ງແຍງຄົນອື່ນ
“ຄົນທີ່ຫວ່ານແນວປູກໄປຮ້ອງໄຫ້ໄປຈະເກັບກ່ຽວຜົນລະປູກດ້ວຍຄວາມຍິນດີ.”—ພສ. 126:5
ຈຸດສຳຄັນ
ໃນບົດນີ້ຈະມີຄຳແນະນຳບາງຢ່າງທີ່ຈະຊ່ວຍຜູ້ທີ່ເບິ່ງແຍງຜູ້ເຖົ້າຫຼືຄົນທີ່ເຈັບປ່ວຍໃຫ້ຮູ້ວິທີຮັບມືກັບຂໍ້ທ້າທາຍຕ່າງໆແລະຍັງມີຄວາມສຸກຢູ່ສະເໝີ.
1-2. ພະເຢໂຫວາຮູ້ສຶກແນວໃດຕໍ່ຜູ້ທີ່ກຳລັງເບິ່ງແຍງຄົນອື່ນ? (ສຸພາສິດ 19:17) (ເບິ່ງຮູບນຳ)
ພີ່ນ້ອງຊາຍຄົນໜຶ່ງຈາກເກົາຫຼີຊື່ຈິນຢອນເວົ້າວ່າ: “ຂ້ອຍກັບເມຍແຕ່ງດອງກັນຫຼາຍກວ່າ 32 ປີແລ້ວ. ໃນໄລຍະ 5 ປີມານີ້ ລາວບໍ່ສະບາຍແຮງ ແລະຂ້ອຍຕ້ອງໄດ້ເບິ່ງແຍງລາວ. ລາວເປັນພະຍາດພາກິນສັນ (ພະຍາດເສັ້ນປະສາດກະຕຸກເຊິ່ງເກີດຈາກການເສື່ອມຂອງສະໝອງ) ແລະລາວເຄື່ອນໄຫວໄປມາລຳບາກ. ຂ້ອຍຮັກແລະເຫັນຄ່າເມຍຂອງຂ້ອຍຫຼາຍແລະມີຄວາມສຸກທີ່ໄດ້ເບິ່ງແຍງລາວ. ທຸກຄືນ ລາວຈະນອນຢູ່ຕຽງໂຮງໝໍທີ່ຢູ່ເຮືອນຂອງເຮົາ ແລະຂ້ອຍຈະນອນຢູ່ທາງຂ້າງລາວ ແລະເຮົານອນຈັບມືກັນ.”
2 ຕອນນີ້ເຈົ້າກຳລັງເບິ່ງແຍງຄົນທີ່ເຈົ້າຮັກຢູ່ບໍ ເຊັ່ນ: ພໍ່ແມ່ ຜົວຫຼືເມຍ ລູກ ຫຼືໝູ່? ຖ້າແມ່ນ ເຈົ້າກໍຄືຊິມີຄວາມສຸກທີ່ໄດ້ເບິ່ງແຍງເຂົາເຈົ້າຢ່າງໃກ້ຊິດຍ້ອນເຈົ້າຮັກເຂົາເຈົ້າ. ການທີ່ເຈົ້າເບິ່ງແຍງຄົນເຫຼົ່ານັ້ນສະແດງໃຫ້ເຫັນວ່າເຈົ້າຮັກພະເຢໂຫວາ. (1ຕມ. 5:4, 8; ຢກບ. 1:27) ເຖິງຈະເປັນແນວນັ້ນ ເຈົ້າກໍກຳລັງເຈິກັບບັນຫາທີ່ບໍ່ມີໃຜຮູ້. ບາງເທື່ອເຈົ້າອາດເຖິງຂັ້ນຮູ້ສຶກວ່າຄືຊິມີແຕ່ເຈົ້າຄົນດຽວທີ່ເຈິກັບເລື່ອງໜັກໆແບບນີ້. ເບິ່ງທາງນອກເຈົ້າອາດຍິ້ມແຍ້ມແຈ່ມໃສ ແຕ່ຕອນທີ່ຢູ່ຄົນດຽວເຈົ້າອາດຮ້ອງໄຫ້. (ພສ. 6:6) ເຖິງວ່າຄົນອື່ນອາດຈະບໍ່ຮູ້ວ່າເຈົ້າກຳລັງເຈິກັບຫຍັງຢູ່ ແຕ່ພະເຢໂຫວາຮູ້. (ສົມທຽບກັບອົບພະຍົບ 3:7) ນ້ຳຕາແລະການເສຍສະລະຂອງເຈົ້າມີຄ່າຫຼາຍຕໍ່ເພິ່ນ. (ພສ. 56:8; 126:5) ພະເຢໂຫວາເຫັນທຸກສິ່ງທີ່ເຈົ້າເຮັດເພື່ອເບິ່ງແຍງຄົນທີ່ເຈົ້າຮັກ. ເພິ່ນຖືວ່າເພິ່ນເປັນໜີ້ເຈົ້າ ແລະເພິ່ນຈະຕອບແທນເຈົ້າແນ່ນອນ.—ອ່ານສຸພາສິດ 19:17
ເຈົ້າກຳລັງເບິ່ງແຍງຄົນທີ່ເຈົ້າຮັກບໍ? (ເບິ່ງຂໍ້ 2)
3. ເປັນຫຍັງອາດຍາກສຳລັບອັບຣາຮາມແລະຊາຣາທີ່ຕ້ອງເບິ່ງແຍງເຕຣາ?
3 ໃນຄຳພີໄບເບິນມີເລື່ອງຂອງຫຼາຍຄົນທີ່ຕ້ອງເບິ່ງແຍງຄົນອື່ນ. ໃຫ້ເຮົາມາເບິ່ງເລື່ອງຂອງອັບຣາຮາມແລະຊາຣານຳກັນ. ຕອນທີ່ອອກຈາກເມືອງອູເຣ ເຕຣາພໍ່ຂອງອັບຣາຮາມມີອາຍຸປະມານ 200 ປີ. ເຖິງວ່າຈະອາຍຸຫຼາຍແລ້ວ ແຕ່ລາວກໍຍັງເດີນທາງໄປກັບອັບຣາຮາມແລະຊາຣາ. ເຂົາເຈົ້າເດີນທາງ 960 ກິໂລແມັດເພື່ອໄປເມືອງຮາຣານ. (ປຖກ. 11:31, 32) ອັບຣາຮາມກັບຊາຣາຮັກເຕຣາຫຼາຍ ແຕ່ການເບິ່ງແຍງຜູ້ເຖົ້າຕອນທີ່ເດີນທາງບໍ່ແມ່ນເລື່ອງງ່າຍ. ເຂົາເຈົ້າຄືຊິເດີນທາງດ້ວຍໂຕອູດຫຼືໂຕລາ ເຊິ່ງອາດຈະຍາກຫຼາຍສຳລັບເຕຣາທີ່ຕ້ອງນັ່ງຢູ່ຫຼັງສັດແລະເດີນທາງໄກ. ເປັນເລື່ອງປົກກະຕິທີ່ອັບຣາຮາມກັບຊາຣາຈະຮູ້ສຶກເມື່ອຍແລະອາດເຖິງຂັ້ນໝົດແຮງ. ບໍ່ວ່າຈະເປັນແນວໃດ ພະເຢໂຫວາໄດ້ໃຫ້ກຳລັງເຂົາເຈົ້າຕາມທີ່ເຂົາເຈົ້າຕ້ອງການແນ່ນອນ. ຄືກັບທີ່ພະເຢໂຫວາໄດ້ຊ່ວຍອັບຣາຮາມແລະຊາຣາ ເພິ່ນກໍຈະຊ່ວຍເຈົ້າແລະໃຫ້ເຈົ້າມີກຳລັງຄືກັນ.—ພສ. 55:22
4. ເຮົາຈະຮຽນຫຍັງໃນບົດນີ້?
4 ຖ້າເຈົ້າມີຄວາມສຸກຢູ່ສະເໝີ ມັນກໍຈະງ່າຍຂຶ້ນທີ່ຈະເບິ່ງແຍງຄົນທີ່ເຈົ້າຮັກໄດ້ຕໍ່ໆໄປ. (ສພສ. 15:13) ຂໍໃຫ້ຈື່ໄວ້ວ່າເຈົ້າສາມາດມີຄວາມສຸກຢູ່ສະເໝີບໍ່ວ່າສະພາບການຈະເປັນແນວໃດ. (ຢກບ. 1:2, 3) ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ວິທີໜຶ່ງແມ່ນເພິ່ງພະເຢໂຫວາໂດຍການອະທິດຖານແລະຂໍໃຫ້ເພິ່ນຊ່ວຍເຈົ້າໃຫ້ມີຄວາມຄິດໃນແງ່ບວກສະເໝີ. ໃນບົດນີ້ ເຮົາຈະເບິ່ງວ່າມີຫຍັງແດ່ທີ່ຈະຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນໃຫ້ມີຄວາມສຸກຢູ່ສະເໝີ ແລະເຮົາຍັງຈະເບິ່ງວ່າຄົນອື່ນຈະຊ່ວຍເຂົາເຈົ້າໄດ້ແນວໃດ. ທຳອິດ ເຮົາຈະເບິ່ງວ່າເປັນຫຍັງຜູ້ທີ່ເບິ່ງແຍງຄົນອື່ນຕ້ອງມີຄວາມສຸກຢູ່ສະເໝີ ແລະອັນໃດອາດເຮັດໃຫ້ຍາກສຳລັບເຂົາເຈົ້າ.
ອັນໃດອາດເຮັດໃຫ້ຍາກທີ່ຈະມີຄວາມສຸກຢູ່ສະເໝີຕອນທີ່ເບິ່ງແຍງຄົນອື່ນ
5. ເປັນຫຍັງຜູ້ທີ່ເບິ່ງແຍງຄົນອື່ນຕ້ອງມີຄວາມສຸກຢູ່ສະເໝີ?
5 ຖ້າຜູ້ທີ່ເບິ່ງແຍງຄົນອື່ນຮູ້ສຶກບໍ່ມີຄວາມສຸກ ເຂົາເຈົ້າກໍຈະໝົດແຮງໄດ້ງ່າຍ. (ສພສ. 24:10) ເມື່ອເຂົາເຈົ້າເມື່ອຍ ເຂົາເຈົ້າອາດປະຕິບັດບໍ່ດີປານໃດແລະເຮັດບໍ່ເຕັມທີຕາມທີ່ຕັ້ງໃຈໄວ້. ມີຫຍັງແດ່ທີ່ອາດເຮັດໃຫ້ຜູ້ທີ່ເບິ່ງແຍງຄົນອື່ນບໍ່ມີຄວາມສຸກ?
6. ເປັນຫຍັງບາງຄົນທີ່ເບິ່ງແຍງຄົນອື່ນຈຶ່ງຮູ້ສຶກໝົດແຮງ?
6 ຜູ້ທີ່ເບິ່ງແຍງຄົນອື່ນອາດຮູ້ສຶກໝົດແຮງ. ພີ່ນ້ອງຍິງທີ່ຊື່ເລອາເວົ້າວ່າ: “ການເບິ່ງແຍງຄົນອື່ນເຮັດໃຫ້ໝົດແຮງໄດ້ເຖິງວ່າຈະເປັນມື້ທີ່ທຸກຢ່າງໄປໄດ້ດີ. ເມື່ອຮອດຕອນແລງ ຂ້ອຍກໍຮູ້ສຶກເມື່ອຍແລະໝົດແຮງ. ບາງເທື່ອຂ້ອຍບໍ່ມີອາລົມຮອດຊິຕອບຂໍ້ຄວາມ.” ສ່ວນບາງຄົນກໍບໍ່ໄດ້ພັກຜ່ອນພຽງພໍຫຼືບໍ່ມີເວລາພັກເລີຍ. ພີ່ນ້ອງຍິງຊື່ອີເນດສ໌ເວົ້າວ່າ: “ຂ້ອຍເກືອບບໍ່ໄດ້ນອນເລີຍ. ຕອນກາງຄືນຂ້ອຍຕ້ອງຕື່ນທຸກໆ 2 ຊົ່ວໂມງເພື່ອເບິ່ງແຍງແມ່ຍ່າ. ຂ້ອຍກັບຜົວບໍ່ມີໂອກາດໄດ້ໄປທ່ຽວໃສມາຫຼາຍປີແລ້ວ.” ບາງຄົນຕ້ອງໄດ້ປະຕິເສດເມື່ອໝູ່ຊວນໄປກິນເຂົ້າຫຼືໄປສັງສັນ ຫຼືຕ້ອງໄດ້ປະຕິເສດວຽກມອບໝາຍຂອງອົງການຍ້ອນຕ້ອງເບິ່ງແຍງຄົນທີ່ເຂົາເຈົ້າຮັກຕະຫຼອດເວລາ. ເມື່ອເປັນແບບນີ້ ເຂົາເຈົ້າອາດຮູ້ສຶກເຫງົາແລະເສົ້າຍ້ອນໄປໃສມາໃສບໍ່ໄດ້ຫຼືບໍ່ສາມາດເຮັດສິ່ງທີ່ເຂົາເຈົ້າຢາກເຮັດ.
7. ເປັນຫຍັງບາງຄົນທີ່ເບິ່ງແຍງຄົນອື່ນຕ້ອງຕໍ່ສູ້ກັບຄວາມຮູ້ສຶກຜິດຫຼືຮູ້ສຶກເສົ້າໃຈ?
7 ຜູ້ທີ່ເບິ່ງແຍງຄົນອື່ນອາດຕ້ອງຕໍ່ສູ້ກັບຄວາມຮູ້ສຶກຜິດຫຼືຮູ້ສຶກເສົ້າໃຈ. ພີ່ນ້ອງຍິງທີ່ຊື່ເຈດຊິກ້າເວົ້າວ່າ: “ຂ້ອຍມັກຄິດຕະຫຼອດວ່າຂ້ອຍຄວນເອົາໃຈໃສ່ເບິ່ງແຍງພໍ່ຫຼາຍກວ່ານີ້. ເມື່ອຂ້ອຍພັກຜ່ອນ ຂ້ອຍຮູ້ສຶກຜິດຍ້ອນມັນເປັນຄືກັບວ່າຂ້ອຍເຫັນແກ່ໂຕ.” ບາງຄົນຮູ້ສຶກຫງຸດຫງິດທີ່ຕ້ອງເບິ່ງແຍງຄົນອື່ນ ແຕ່ຕໍ່ມາລາວກໍເສຍໃຈທີ່ຮູ້ສຶກແບບນັ້ນ. ສ່ວນບາງຄົນອາດຮູ້ສຶກບໍ່ດີຍ້ອນຄິດວ່າເຂົາເຈົ້າເບິ່ງແຍງຄົນທີ່ເຂົາເຈົ້າຮັກໄດ້ບໍ່ດີພໍ. ນອກຈາກນັ້ນ ບາງຄົນຮູ້ສຶກຜິດຍ້ອນວ່າຕອນທີ່ເມື່ອຍເຂົາເຈົ້າອາດຈະເວົ້າຫຼືເຮັດສິ່ງທີ່ບໍ່ດີໃຫ້ຄົນທີ່ເຂົາເຈົ້າເບິ່ງແຍງ. (ຢກບ. 3:2) ບາງຄົນກໍຮູ້ສຶກເສົ້າໃຈເມື່ອເຫັນສຸຂະພາບຂອງຄົນທີ່ເຂົາເຈົ້າຮັກຊຸດໂຊມລົງເລື້ອຍໆ. ພີ່ນ້ອງຍິງຊື່ບາບາຣ້າເວົ້າວ່າ: “ສິ່ງທີ່ຂ້ອຍຮັບໄດ້ຍາກທີ່ສຸດແມ່ນການເຫັນຄົນທີ່ຂ້ອຍຮັກຊຸດໂຊມລົງທຸກໆມື້.”
8. ບາງຄົນຮູ້ສຶກແນວໃດເມື່ອມີຄົນຂອບໃຈໃນສິ່ງທີ່ເຂົາເຈົ້າເຮັດ?
8 ບາງຄົນທີ່ເບິ່ງແຍງຄົນອື່ນອາດຮູ້ສຶກວ່າບໍ່ມີໃຜເຫັນຄ່າສິ່ງທີ່ເຂົາເຈົ້າເຮັດ. ຍ້ອນຫຍັງ? ຍ້ອນວ່າບໍ່ຄ່ອຍມີໃຜຂອບໃຈຫຼືຊົມເຊີຍທີ່ເຂົາເຈົ້າເສຍສະຫຼະແລະເຮັດວຽກໜັກ. ຄຳຂອບໃຈພຽງບໍ່ເທົ່າໃດຄຳສາມາດເຮັດໃຫ້ມີກຳລັງໃຈ. (1ທຊ. 5:18) ພີ່ນ້ອງຍິງຊື່ເມລິຊ້າເວົ້າວ່າ: “ບາງເທື່ອຂ້ອຍຮ້ອງໄຫ້ຍ້ອນຮູ້ສຶກເມື່ອຍແລະທໍ້ໃຈຫຼາຍ. ແຕ່ເມື່ອຄົນທີ່ຂ້ອຍເບິ່ງແຍງບອກຂ້ອຍວ່າ: ‘ຂອບໃຈສຳລັບທຸກສິ່ງທີ່ເຈົ້າເຮັດເພື່ອຂ້ອຍ.’ ມັນເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ! ຄຳເວົ້າເຫຼົ່ານີ້ເຮັດໃຫ້ຂ້ອຍມີແຮງຕື່ນຂຶ້ນມາແລະພ້ອມທີ່ຈະເບິ່ງແຍງເຂົາເຈົ້າຕໍ່ໄປ.” ພີ່ນ້ອງຊາຍທີ່ຊື່ອາມາດູເລົ່າວ່າຄຳຂອບໃຈຊ່ວຍລາວແນວໃດ. ລາວກັບເມຍຕ້ອງເບິ່ງແຍງຫຼານສາວທີ່ຢູ່ເຮືອນນຳເຂົາເຈົ້າເຊິ່ງເປັນພະຍາດບ້າໝູ. ລາວເວົ້າວ່າ: “ເຖິງວ່າຫຼານສາວຂອງເຮົາອາດຈະພໍຮູ້ວ່າເຮົາເສຍສະລະຫຍັງແດ່ເພື່ອເບິ່ງແຍງລາວ ແຕ່ເຮົາຮູ້ສຶກດີໃຈຫຼາຍເມື່ອລາວເວົ້າຂອບໃຈເຮົາ ຫຼືເມື່ອລາວຂຽນບອກວ່າ ‘ລາວຮັກເຮົາ.’”
ຈະມີຄວາມສຸກຢູ່ສະເໝີໄດ້ແນວໃດ
9. ຜູ້ທີ່ເບິ່ງແຍງຄົນອື່ນຈະເປັນຄົນຈຽມໂຕໄດ້ແນວໃດ?
9 ໃຫ້ເປັນຄົນຈຽມໂຕ. (ສພສ. 11:2) ເຮົາທຸກຄົນມີຂີດຈຳກັດໃນເລື່ອງເວລາແລະກຳລັງ. ສະນັ້ນ ເຈົ້າຕ້ອງກຳນົດຂອບເຂດໃນສິ່ງທີ່ເຈົ້າເຮັດໄດ້ແລະເຮັດບໍ່ໄດ້ ແລະບາງເທື່ອເຈົ້າອາດຕ້ອງປະຕິເສດທີ່ຈະບໍ່ເຮັດບາງຢ່າງ. ເມື່ອຕ້ອງປະຕິເສດ ເຈົ້າກໍບໍ່ຕ້ອງຮູ້ສຶກບໍ່ດີ. ການເຮັດແບບນີ້ສະແດງວ່າເຈົ້າເປັນຄົນຈຽມໂຕ. ຖ້າມີຄົນສະເໜີທີ່ຈະຊ່ວຍເຈົ້າ ໃຫ້ຍອມຮັບຄວາມຊ່ວຍເຫຼືອ. ພີ່ນ້ອງຊາຍທີ່ຊື່ເຈເວົ້າວ່າ: “ໃນແຕ່ລະມື້ເຮົາຈະເຮັດເທົ່າທີ່ເຮົາເຮັດໄດ້ຕາມເວລາແລະກຳລັງຂອງເຮົາ. ການຮູ້ຂີດຈຳກັດຂອງໂຕເອງແລະບໍ່ເຮັດກາຍຂອບເຂດຈະຊ່ວຍເຮົາໃຫ້ມີຄວາມສຸກຢູ່ສະເໝີ.”
10. ເມື່ອຕ້ອງເບິ່ງແຍງບາງຄົນ ເປັນຫຍັງຈຶ່ງສຳຄັນທີ່ຕ້ອງເປັນຄົນທີ່ມີຄວາມເຂົ້າໃຈ? (ສຸພາສິດ 19:11)
10 ໃຫ້ເປັນຄົນທີ່ມີຄວາມເຂົ້າໃຈ. (ອ່ານສຸພາສິດ 19:11) ຖ້າເຈົ້າເປັນຄົນທີ່ມີຄວາມເຂົ້າໃຈ ເຈົ້າກໍຍັງຈະໃຈເຢັນເມື່ອຄົນທີ່ເຈົ້າຮັກເວົ້າຫຼືເຮັດບາງຢ່າງທີ່ບໍ່ດີຕໍ່ເຈົ້າ. ຄົນທີ່ມີຄວາມເຂົ້າໃຈຈະພະຍາຍາມເຂົ້າໃຈວ່າເປັນຫຍັງຄົນທີ່ລາວເບິ່ງແຍງຈຶ່ງເຮັດແບບນັ້ນ. ພະຍາດຮ້າຍແຮງບາງຢ່າງສາມາດເຮັດໃຫ້ຄົນເຮົາເຮັດໃນສິ່ງທີ່ຕາມປົກກະຕິແລ້ວລາວຈະບໍ່ເຮັດ. (ປຍຈ. 7:7) ຕົວຢ່າງເຊັ່ນ: ບາງຄົນທີ່ປົກກະຕິແລ້ວເປັນຄົນໃຈດີແລະຄິດຫາຄົນອື່ນອາດກາຍເປັນຄົນທີ່ມັກຜິດມັກຖຽງຫຼືສູ້ຄືນ ຫຼືລາວອາດຈະກາຍເປັນຄົນມັກຮຽກຮ້ອງ ມັກຈົ່ມ ຫຼືເຮັດຫຍັງໃຫ້ກໍບໍ່ຖືກໃຈ. ຖ້າເຈົ້າຊ່ວຍບາງຄົນທີ່ເປັນພະຍາດຮ້າຍແຮງອາດເປັນປະໂຫຍດທີ່ເຈົ້າຈະຊອກຂໍ້ມູນກ່ຽວກັບພະຍາດທີ່ລາວເປັນ. ແຮ່ງເຈົ້າເຂົ້າໃຈກ່ຽວກັບພະຍາດຂອງລາວ ເຈົ້າກໍແຮ່ງຈະເຂົ້າໃຈວ່າລາວເປັນແບບນັ້ນຍ້ອນພະຍາດນັ້ນບໍ່ແມ່ນລາວເປັນຄົນຈັ່ງຊັ້ນ.—ສພສ. 14:29
11. ໃນແຕ່ລະມື້ ຜູ້ທີ່ເບິ່ງແຍງຄົນອື່ນຄວນຈັດເວລາໄວ້ເພື່ອຈະເຮັດສິ່ງທີ່ສຳຄັນຫຍັງແດ່? (ເພງສັນລະເສີນ 132:4, 5)
11 ຈັດເວລາໄວ້ເພື່ອເຮັດໃຫ້ສາຍສຳພັນຂອງເຈົ້າກັບພະເຢໂຫວາແໜ້ນແຟ້ນຂຶ້ນ. ບາງເທື່ອເຈົ້າຕ້ອງປະບາງຢ່າງໄວ້ກ່ອນເພື່ອຈະເຮັດສິ່ງທີ່ “ສຳຄັນກວ່າ.” (ຟລປ. 1:10) ສິ່ງສຳຄັນຢ່າງໜຶ່ງແມ່ນເຮັດໃຫ້ສາຍສຳພັນຂອງເຈົ້າກັບພະເຢໂຫວາແໜ້ນແຟ້ນຂຶ້ນ. ກະສັດດາວິດຈັດໃຫ້ການນະມັດສະການພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ອ່ານເພງສັນລະເສີນ 132:4, 5) ຄ້າຍຄືກັນ ເຖິງວ່າໃນແຕ່ລະມື້ເຈົ້າຫຍຸ້ງຫຼາຍ ແຕ່ເຈົ້າຕ້ອງຈັດເວລາໄວ້ເພື່ອອ່ານຄຳພີໄບເບິນແລະອະທິດຖານ. ພີ່ນ້ອງຍິງທີ່ຊື່ເອລີຊາເວົ້າວ່າ: “ເມື່ອຂ້ອຍອະທິດຖານຫາພະເຢໂຫວາ ອ່ານປຶ້ມເພງສັນລະເສີນແລະຄິດຕຶກຕອງກ່ຽວກັບຄຳເວົ້າທີ່ໃຫ້ກຳລັງໃຈທີ່ຂ້ອຍໄດ້ອ່ານ ຂ້ອຍກໍຮູ້ສຶກສະຫງົບໃຈແລະມີຄວາມສຸກຢູ່ສະເໝີ. ການອະທິດຖານເປັນສິ່ງທີ່ຊ່ວຍຂ້ອຍໄດ້ຫຼາຍທີ່ສຸດ. ໃນມື້ໜຶ່ງຂ້ອຍອະທິດຖານຫາພະເຢໂຫວາຫຼາຍເທື່ອເພື່ອຂໍໃຫ້ເພິ່ນຊ່ວຍຂ້ອຍໃຫ້ໃຈເຢັນລົງ.”
12. ເປັນຫຍັງຜູ້ທີ່ເບິ່ງແຍງຄົນອື່ນຕ້ອງຈັດເວລາໄວ້ເພື່ອເບິ່ງແຍງສຸຂະພາບຂອງໂຕເອງ?
12 ຈັດເວລາໄວ້ເພື່ອເບິ່ງແຍງສຸຂະພາບຂອງໂຕເອງ. ຜູ້ທີ່ເບິ່ງແຍງຄົນອື່ນອາດຈະຫຍຸ້ງຫຼາຍຈຶ່ງຍາກສຳລັບເຂົາເຈົ້າທີ່ຈະກິນອາຫານທີ່ດີຕໍ່ສຸຂະພາບຍ້ອນບໍ່ມີເວລາທີ່ຈະໄປຊື້ອາຫານສົດມາແຕ່ງຂອງກິນ. ການກິນອາຫານທີ່ດີແລະການອອກກຳລັງກາຍເປັນປະໂຫຍດຕໍ່ຮ່າງກາຍແລະຈິດໃຈ. ສະນັ້ນ ເຖິງວ່າເຈົ້າບໍ່ມີເວລາຫຼາຍ ແຕ່ການກິນອາຫານທີ່ເປັນປະໂຫຍດແລະການອອກກຳລັງກາຍເປັນປະຈຳເປັນສິ່ງທີ່ສຳຄັນ. (ອຟຊ. 5:15, 16) ນອກຈາກນັ້ນ ໃຫ້ພະຍາຍາມນອນໃຫ້ພຽງພໍ. (ປຍຈ. 4:6) ການວິໄຈຕ່າງໆຢືນຢັນວ່າການນອນຊ່ວຍກຳຈັດສານພິດອອກຈາກສະໝອງໄດ້. ບົດຄວາມທາງການແພດບົດຄວາມໜຶ່ງທີ່ຊື່ “ການນອນສົ່ງຜົນແນວໃດຕໍ່ຄວາມເຄັ່ງຕຶງ” ເວົ້າວ່າ ການນອນໃຫ້ພຽງພໍຊ່ວຍຫຼຸດຜ່ອນຄວາມກັງວົນແລະຊ່ວຍເຮົາໃຫ້ຮັບມືກັບຄວາມເຄັ່ງຕຶງໄດ້. ນອກຈາກນັ້ນ ເຈົ້າຄວນຈັດເວລາໄວ້ເພື່ອການພັກຜ່ອນຢ່ອນໃຈນຳ. (ປຍຈ. 8:15) ພີ່ນ້ອງຍິງຄົນໜຶ່ງທີ່ເບິ່ງແຍງຄົນອື່ນເວົ້າເຖິງສິ່ງທີ່ຊ່ວຍລາວໃຫ້ມີຄວາມສຸກຢູ່ສະເໝີ. ລາວເວົ້າວ່າ: “ໃນມື້ທີ່ອາກາດດີໆ ຂ້ອຍຈະອອກໄປທາງນອກເພື່ອຝີງແດດ. ຢ່າງໜ້ອຍເດືອນລະເທື່ອ ຂ້ອຍຈັດເວລາໄວ້ເພື່ອຈະເຮັດສິ່ງທີ່ຂ້ອຍກັບໝູ່ມັກເຮັດ.”
13. ການຫົວດີແນວໃດ? (ສຸພາສິດ 17:22)
13 ໃຫ້ເປັນຄົນອາລົມດີຢູ່ສະເໝີ. (ອ່ານສຸພາສິດ 17:22; ປຍຈ. 3:1, 4) ການຫົວດີຕໍ່ຮ່າງກາຍແລະຈິດໃຈຍ້ອນມັນຈະເຮັດໃຫ້ເຈົ້າເຄັ່ງຕຶງໜ້ອຍລົງ. ຕອນທີ່ເຈົ້າເບິ່ງແຍງຜູ້ໃດຜູ້ໜຶ່ງ ຫຼາຍເທື່ອສິ່ງຕ່າງໆອາດບໍ່ໄດ້ເປັນໄປຕາມທີ່ວາງແຜນໄວ້. ແຕ່ແທນທີ່ເຈົ້າຈະຫງຸດຫງິດ ໃຫ້ເບິ່ງວ່າມັນເປັນເລື່ອງຕະຫຼົກ. ຖ້າເຈົ້າກັບຄົນທີ່ເຈົ້າເບິ່ງແຍງຫົວໃນບາງເລື່ອງນຳກັນກໍຈະເຮັດໃຫ້ພວກເຈົ້າຮັກແລະສະໜິດກັນຫຼາຍຂຶ້ນ.
14. ການລົມກັບໝູ່ສະໜິດຊ່ວຍເຈົ້າແນວໃດ?
14 ໃຫ້ລົມກັບໝູ່ສະໜິດ. ເຖິງວ່າເຈົ້າພະຍາຍາມເຕັມທີແລ້ວທີ່ຈະມີຄວາມສຸກຢູ່ສະເໝີ. ແຕ່ບາງເທື່ອເຈົ້າອາດຈະຍັງຮູ້ສຶກກັງວົນຢູ່. ເມື່ອຮູ້ສຶກແບບນັ້ນ ໃຫ້ເຈົ້າລົມກັບໝູ່ສະໜິດຜູ້ທີ່ຈະບໍ່ເຮັດໃຫ້ເຈົ້າຮູ້ສຶກບໍ່ດີກ່ຽວກັບສິ່ງທີ່ເຈົ້າເວົ້າ. (ສພສ. 17:17) ແຕ່ລາວຈະຟັງແລະໃຫ້ກຳລັງໃຈເຈົ້າ ແລະນັ້ນອາດເປັນສິ່ງທີ່ເຈົ້າຕ້ອງການເພື່ອເຈົ້າຈະມີຄວາມສຸກຢູ່ສະເໝີ.—ສພສ. 12:25
15. ການລົມກັນກ່ຽວກັບຊີວິດໃນໂລກໃໝ່ຈະເຮັດໃຫ້ເຈົ້າມີຄວາມສຸກໄດ້ແນວໃດ?
15 ໃຫ້ນຶກພາບຊີວິດໃນໂລກໃໝ່ນຳກັນ. ໃຫ້ຈື່ໄວ້ວ່າເຈົ້າຈະບໍ່ໄດ້ເບິ່ງແຍງຜູ້ເຖົ້າຫຼືຄົນເຈັບປ່ວຍຕະຫຼອດໄປ ຍ້ອນມັນບໍ່ແມ່ນວຽກທີ່ພະເຢໂຫວາຢາກໃຫ້ມະນຸດເຮັດ. (2ກຣ. 4:16-18) ແຕ່ໃນອະນາຄົດ. ເຮົາຈະມີຊີວິດແທ້ເຊິ່ງເປັນແບບທີ່ພະເຢໂຫວາຢາກໃຫ້ເປັນ. (1ຕມ. 6:19) ເມື່ອເຈົ້າກັບຄົນທີ່ເຈົ້າເບິ່ງແຍງລົມກັນກ່ຽວກັບສິ່ງທີ່ພວກເຈົ້າຈະເຮັດນຳກັນໃນໂລກໃໝ່ ມັນກໍຈະເຮັດໃຫ້ພວກເຈົ້າທັງສອງມີຄວາມສຸກຫຼາຍ. (ອຊຢ. 33:24; 65:21) ພີ່ນ້ອງຍິງທີ່ຊື່ເຮເທີ້ເວົ້າຈັ່ງຊີ້: “ຂ້ອຍມັກລົມກັບຜູ້ທີ່ຂ້ອຍເບິ່ງແຍງວ່າອີກບໍ່ດົນເຮົາຈະຫຍິບເຄື່ອງນຳກັນ ໄປແລ່ນນຳກັນ ແລະຂີ່ລົດຖີບນຳກັນ. ເຮົາຈະເຮັດເຂົ້າຈີ່ແລະແຕ່ງກິນສຳລັບຄົນທີ່ເຮົາຮັກທີ່ຟື້ນຄືນມາຈາກຕາຍ. ເຮົາຂອບໃຈພະເຢໂຫວານຳກັນສຳລັບຄວາມຫວັງທີ່ດີແບບນີ້.”
ຄົນອື່ນຈະຊ່ວຍໄດ້ແນວໃດ
16. ໃນປະຊາຄົມຂອງເຮົາ ເຮົາອາດຈະຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນໄດ້ແນວໃດ? (ເບິ່ງຮູບນຳ)
16 ຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນໃຫ້ມີເວລາພັກ. ພີ່ນ້ອງໃນປະຊາຄົມສາມາດສະເໜີທີ່ຈະຊ່ວຍຜູ້ທີ່ຕ້ອງໄດ້ຮັບການເບິ່ງແຍງ. ເມື່ອເຮັດແບບນັ້ນ ຜູ້ທີ່ເບິ່ງແຍງຄົນອື່ນກໍຈະໄດ້ພັກຜ່ອນສະໝອງແລະມີເວລາທີ່ຈະເຮັດວຽກສ່ວນໂຕ. (ຄລຕ. 6:2) ບາງຄົນທີ່ເບິ່ງແຍງຄົນອື່ນເຮັດຕາຕະລາງໄວ້ເພື່ອຈະຮູ້ວ່າພີ່ນ້ອງຄົນໃດຈະຊ່ວຍໃນແຕ່ລະອາທິດ. ພີ່ນ້ອງຍິງທີ່ຊື່ນາຕາເລຍທີ່ເບິ່ງແຍງຜົວທີ່ເປັນອຳມະພາດເວົ້າວ່າ: “ພີ່ນ້ອງຊາຍຄົນໜຶ່ງໃນປະຊາຄົມມາໃຊ້ເວລາກັບຜົວຂອງຂ້ອຍອາທິດລະເທື່ອຫຼືອາທິດລະ 2 ເທື່ອ. ເຂົາເຈົ້າໄປປະກາດນຳກັນ ລົມກັນ ແລະບາງເທື່ອກໍເບິ່ງໜັງນຳກັນ. ຜົວຂອງຂ້ອຍມ່ວນຫຼາຍທີ່ໄດ້ໃຊ້ເວລາເຮັດສິ່ງເຫຼົ່ານີ້ກັບພີ່ນ້ອງຄົນນີ້ ແລະເຮັດໃຫ້ຂ້ອຍມີເວລາພັກຜ່ອນ ຫຼືເຮັດສິ່ງທີ່ຂ້ອຍມັກເຮັດ ເຊັ່ນ: ໄປຍ່າງຫຼິ້ນ.” ບາງເທື່ອ ເຈົ້າອາດສະເໜີທີ່ຈະໄປຢູ່ນຳພີ່ນ້ອງທີ່ເບິ່ງແຍງຄົນອື່ນເພື່ອລາວຈະໄດ້ນອນຢ່າງເຕັມທີໃນຕອນກາງຄືນ.
ໃນປະຊາຄົມຂອງເຈົ້າ ເຈົ້າຈະຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນແນວໃດ? (ເບິ່ງຂໍ້ 16)a
17. ເຮົາຈະຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນແນວໃດຕອນທີ່ປະຊຸມ?
17 ຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນຕອນທີ່ປະຊຸມ. ຜູ້ທີ່ເບິ່ງແຍງຄົນອື່ນອາດບໍ່ໄດ້ຟັງການປະຊຸມປະຈຳປະຊາຄົມ ການປະຊຸມໝວດ ແລະການປະຊຸມພາກເຕັມທີ ຍ້ອນເຂົາເຈົ້າຫຍຸ້ງຫຼາຍໃນການເບິ່ງແຍງຄົນໃນຄອບຄົວທີ່ເຖົ້າແລ້ວຫຼືເຈັບປ່ວຍ. ພີ່ນ້ອງໃນປະຊາຄົມສາມາດສະເໜີທີ່ຈະນັ່ງກັບຜູ້ທີ່ຕ້ອງໄດ້ຮັບການເບິ່ງແຍງໃນລະຫວ່າງການປະຊຸມຫຼືບາງສ່ວນຂອງການປະຊຸມເຫຼົ່ານີ້. ຖ້າຜູ້ທີ່ຕ້ອງໄດ້ຮັບການເບິ່ງແຍງຕ້ອງຢູ່ແຕ່ໃນເຮືອນ ພີ່ນ້ອງໃນປະຊາຄົມສາມາດສະເໜີທີ່ຈະໄປເຮືອນລາວແລະນັ່ງປະຊຸມກັບລາວທາງຊູມ ເພື່ອຜູ້ທີ່ເບິ່ງແຍງລາວຈະສາມາດເຂົ້າຮ່ວມການປະຊຸມແບບເຈິໂຕກັນໄດ້.
18. ເຮົາເຮັດຫຍັງໄດ້ອີກເພື່ອຊ່ວຍຜູ້ທີ່ເບິ່ງແຍງຄົນອື່ນ?
18 ຊົມເຊີຍຜູ້ທີ່ເບິ່ງແຍງຄົນອື່ນແລະອະທິດຖານເພື່ອເຂົາເຈົ້າ. ຜູ້ເບິ່ງແຍງຄວນໃຫ້ກຳລັງໃຈຜູ້ທີ່ເບິ່ງແຍງຄົນອື່ນເປັນປະຈຳ. (ສພສ. 27:23) ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດເຮົາທຸກຄົນໃນປະຊາຄົມຄວນບອກຜູ້ທີ່ເບິ່ງແຍງຄົນອື່ນວ່າເຮົາເຫັນຄ່າໃນທຸກສິ່ງທີ່ເຂົາເຈົ້າເຮັດແລະຄວນຊົມເຊີຍເຂົາເຈົ້າເປັນປະຈຳ. ນອກຈາກນັ້ນ ເຮົາຍັງສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ມີກຳລັງຕໍ່ໆໄປແລະຊ່ວຍເຂົາເຈົ້າໃຫ້ມີຄວາມສຸກຢູ່ສະເໝີ.—2ກຣ. 1:11
19. ເຮົາລໍຖ້າຫຍັງໃນອະນາຄົດ?
19 ອີກບໍ່ດົນ ພະເຢໂຫວາຈະເຊັດນ້ຳຕາທຸກຢົດຈາກຕາຂອງທຸກຄົນ. ຄວາມເຈັບປ່ວຍແລະຄວາມຕາຍຈະບໍ່ມີອີກຕໍ່ໄປ. (ພນມ. 21:3, 4) “ຄົນເປັນລ່ອຍຈະໂດດໄດ້ຄືກວາງ.” (ອຊຢ. 35:5, 6) ຄວາມທຸກທໍລະມານທີ່ເກີດຈາກຄວາມເຖົ້າແກ່ແລະຄວາມເຈັບປວດໃຈທີ່ເຫັນຄົນທີ່ເຮົາຮັກເຖົ້າແກ່ລົງຫຼືເຈັບປ່ວຍຈະບໍ່ມີອີກຕໍ່ໄປ ແລະ “ຈະບໍ່ມີໃຜຈື່ສິ່ງທີ່ເຄີຍເກີດຂຶ້ນຜ່ານມາ.” (ອຊຢ. 65:17) ໃນຂະນະທີ່ເຮົາກຳລັງລໍຖ້າໃຫ້ຄຳສັນຍາຂອງພະເຢໂຫວາເກີດຂຶ້ນແທ້ ເຮົາໝັ້ນໃຈໄດ້ວ່າເພິ່ນຈະບໍ່ປະບໍ່ຖິ້ມເຮົາ. ຖ້າເຮົາເພິ່ງກຳລັງຈາກພະເຢໂຫວາ ເພິ່ນຈະຊ່ວຍເຮົາໃຫ້ “ອົດທົນຈົນເຖິງທີ່ສຸດແລະອົດທົນດ້ວຍຄວາມຍິນດີ.”—ກລຊ. 1:11
ເພງທີ 155 ຄວາມສຸກນິລັນ
a ຄຳອະທິບາຍຮູບ: ພີ່ນ້ອງຍິງ 2 ຄົນໄປຢູ່ນຳພີ່ນ້ອງຍິງທີ່ສູງອາຍຸຄົນໜຶ່ງເພື່ອຜູ້ທີ່ເບິ່ງແຍງລາວຈະມີເວລາອອກໄປຍ່າງຫຼິ້ນ.