ເລື່ອງຊີວິດຈິງ
ພະເຢໂຫວາຊ່ວຍເຮົາໃຫ້ປັບໂຕໄດ້ແລະມີຄວາມສຸກບໍ່ວ່າເຮົາຈະຢູ່ໃສ
ຄຳແນະນຳທີ່ວ່າ “ໃຫ້ປັບໂຕແລະມີຄວາມສຸກບໍ່ວ່າເຈົ້າຈະຢູ່ໃສ” ເບິ່ງຄືວ່າເປັນຄຳແນະນຳທີ່ແປກ.ແຕ່ຜົວເມຍຄູ່ໜຶ່ງທີ່ເປັນຄົນສະວີເດນຊື່ແມັດສ໌ກັບແອນ-ແຄັດທຣິນຖືກກະຕຸ້ນໃຫ້ມີຄວາມສຸກກັບວຽກມອບໝາຍຂອງເຂົາເຈົ້າ. ເຖິງວ່າທັງສອງໄດ້ຮັບວຽກມອບໝາຍຫຼາຍແບບ ແຕ່ເຂົາເຈົ້າກໍມີຄວາມສຸກ.ເປັນແນວນັ້ນໄດ້ຈັ່ງໃດ ແລະຄຳແນະນຳນັ້ນຊ່ວຍເຂົາເຈົ້າແນວໃດ?
ພີ່ນ້ອງແມັດສ໌ກັບພີ່ນ້ອງແອນ-ແຄັດທຣິນເຂົ້າໂຮງຮຽນກິລຽດປີ 1979 ແລະໃນຫຼາຍປີຜ່ານມາ ເຂົາເຈົ້າຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ອີຣານ ໂມຣິດ ມຽນມາ ທານຊາເນຍ ອູການດາ ແລະຊາອີ. ຢູ່ໂຮງຮຽນກິລຽດ ເຂົາເຈົ້າໄດ້ຟັງຄຳແນະນຳຈາກພີ່ນ້ອງແຈັກ ເລດຟອດທີ່ເປັນຄູສອນ ເຊິ່ງແນະນຳເຂົາເຈົ້າໃຫ້ພ້ອມທີ່ຈະປັບໂຕແລະໃຫ້ມີຄວາມສຸກບໍ່ວ່າຈະຖືກສົ່ງໄປໃສ.ຄຳແນະນຳນັ້ນຊ່ວຍເຂົາເຈົ້າທຸກເທື່ອທີ່ໄດ້ຮັບມອບໝາຍໃຫ້ໄປຊ່ວຍບ່ອນໃໝ່ເຊິ່ງມັນເກີດຂຶ້ນຫຼາຍເທື່ອ. ໃຫ້ເຮົາມາຟັງສິ່ງທີ່ເຂົາເຈົ້າຈະເລົ່າ.
ຂໍເລົ່າໃຫ້ຟັງໄດ້ບໍວ່າພວກເຈົ້າຮູ້ຈັກຄວາມຈິງໄດ້ແນວໃດ?
ແມັດສ໌: ໃນໄລຍະສົງຄາມໂລກຄັ້ງທີ 2 ພໍ່ຂອງຂ້ອຍຢູ່ປະເທດໂປໂລຍ. ເພິ່ນໄດ້ເຫັນຄວາມໜ້າຊື່ໃຈຄົດຂອງສາສະໜາກາໂຕລິກ. ຫຼາຍເທື່ອພໍ່ມັກເວົ້າວ່າ: “ມັນຕ້ອງມີສາສະໜາແທ້ຢູ່ບ່ອນໃດບ່ອນໜຶ່ງໃນໂລກນີ້!” ທີ່ຈິງ ຂ້ອຍຮູ້ສຶກວ່າພໍ່ເວົ້າຖືກ. ຂ້ອຍຊື້ປຶ້ມມືສອງຫຼາຍຫົວມາອ່ານ ແລະມີປຶ້ມຫົວໜຶ່ງໜ້າປົກສີຟ້າຊື່ວ່າຄວາມຈິງທີ່ນຳໄປສູ່ຊີວິດຕະຫຼອດໄປ. ຊື່ປຶ້ມຫົວນີ້ດຶງດູດຄວາມສົນໃຈຂ້ອຍແທ້ໆ ຂ້ອຍຈຶ່ງອ່ານໝົດຫົວໃນຄືນນັ້ນເລີຍ. ເມື່ອຮອດຕອນເຊົ້າ ຂ້ອຍຮູ້ເລີຍວ່າຂ້ອຍໄດ້ເຈິຄວາມຈິງແລ້ວ!
ນັບຕັ້ງແຕ່ເດືອນເມສາ ປີ 1972 ຂ້ອຍໄດ້ອ່ານປຶ້ມຫຼາຍຫົວຂອງພະຍານພະເຢໂຫວາແລະຂ້ອຍໄດ້ຄຳຕອບສຳລັບຄຳຖາມຕ່າງໆກ່ຽວກັບຄຳພີໄບເບິນ. ຂ້ອຍຮູ້ສຶກຄືກັບພໍ່ຄ້າທີ່ຢູ່ໃນຕົວຢ່າງປຽບທຽບຂອງພະເຢຊູ. ຫຼັງຈາກເຈິໄຂ່ມຸກເມັດໜຶ່ງທີ່ມີຄ່າຫຼາຍ ລາວໄດ້ຂາຍທຸກສິ່ງທີ່ລາວມີເພື່ອໄປຊື້ໄຂ່ມຸກເມັດນັ້ນ. ຂ້ອຍໄດ້ປະຖິ້ມເປົ້າໝາຍທີ່ຈະໄປຮຽນມະຫາວິທະຍາໄລເພື່ອເປັນທ່ານໝໍ ແລະຕັດສິນໃຈທີ່ຈະຮັບໃຊ້ພະເຢໂຫວາແທນ. (ມທ. 13:45, 46) ຂ້ອຍຮັບບັບເຕມາວັນທີ 10 ທັນວາ 1972.
ໃນປີດຽວກັນນັ້ນ ພໍ່ແມ່ກັບນ້ອງຊາຍຂອງຂ້ອຍກໍໄດ້ຮຽນຄຳພີໄບເບິນຄືກັນແລະຮັບບັບເຕມາ. ໃນເດືອນກໍລະກົດ ປີ 1973 ຂ້ອຍເລີ່ມເປັນໄພໂອເນຍປະຈຳ. ໃນບັນດາໄພໂອເນຍທີ່ກະຕືລືລົ້ນໃນປະຊາຄົມຂອງເຮົາ ມີພີ່ນ້ອງຍິງທີ່ໜ້າຮັກຄົນໜຶ່ງຊື່ແອນ-ແຄັດທຣິນ. ລາວຮັກພະເຢໂຫວາຫຼາຍ. ເຮົາຕົກຫຼຸມຮັກກັນແລະແຕ່ງດອງໃນປີ 1975. ສີ່ປີຈາກນັ້ນເຮົາອາໄສຢູ່ເມືອງສະຕຣາມຊັນເຊິ່ງເປັນເມືອງທີ່ງາມຫຼາຍຢູ່ປະເທດສະວີເດນ ແລະຢູ່ຫັ້ນມີຫຼາຍຄົນຢາກຮຽນຄຳພີໄບເບິນ.
ແອນ-ແຄັດທຣິນ: ພໍ່ຂ້ອຍຮຽນຄຳພີໄບເບິນຕອນທີ່ເພິ່ນໃກ້ຈະຈົບມະຫາວິທະຍາໄລຢູ່ເມືອງສະຕັອກໂຮມ. ຕອນນັ້ນຂ້ອຍອາຍຸ 3 ປີ ແຕ່ພໍ່ພາຂ້ອຍໄປປະຊຸມແລະໄປປະກາດນຳ. ແມ່ບໍ່ມັກແລະພະຍາຍາມພິສູດວ່າພະຍານພະເຢໂຫວາສອນບໍ່ຖືກ. ແຕ່ແມ່ກໍບໍ່ສາມາດພິສູດໄດ້. ຕໍ່ມາ ເພິ່ນກໍຮັບບັບເຕມາຄືກັນ. ຂ້ອຍຮັບບັບເຕມາຕອນອາຍຸ 13 ປີ ແລະເລີ່ມເປັນໄພໂອເນຍຕອນອາຍຸ 16 ປີ. ຫຼັງຈາກຮັບໃຊ້ຢູ່ເມືອງອູເມວເຊິ່ງເປັນບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ ຂ້ອຍຖືກມອບໝາຍໃຫ້ເປັນໄພໂອເນຍພິເສດ.
ຫຼັງຈາກທີ່ຂ້ອຍກັບແມັດສ໌ແຕ່ງດອງກັນ ເຮົາມີຄວາມສຸກຫຼາຍທີ່ໄດ້ຊ່ວຍຫຼາຍຄົນໃຫ້ຮຽນຮູ້ຄວາມຈິງ. ຜູ້ໜຶ່ງທີ່ເຮົາຊ່ວຍແມ່ນຜູ້ຍິງໄວລຸ້ນຄົນໜຶ່ງຊື່ເມເວີ. ລາວເຊົາເປັນນັກກິລາເພື່ອຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ລາວຮັບໃຊ້ເປັນໄພໂອເນຍຄູ່ກັບນ້ອງສາວຂອງຂ້ອຍ. ທັງສອງເຂົ້າໂຮງຮຽນກິລຽດປີ 1984 ແລະຕອນນີ້ເຂົາເຈົ້າຮັບໃຊ້ເປັນມິດຊັນນາຣີຢູ່ປະເທດເອກົວດໍ.
ໃນການເປັນມິດຊັນນາຣີຢູ່ຫຼາຍບ່ອນ ອັນໃດຊ່ວຍພວກເຈົ້າໃຫ້ປັບໂຕໄດ້ແລະຍັງມີຄວາມສຸກໃນວຽກມອບໝາຍ?
ແມັດສ໌: ເຮົາຖືກຂໍໃຫ້ຍ້າຍໄປບ່ອນໃໝ່ເລື້ອຍໆ. ແຕ່ສິ່ງໜຶ່ງທີ່ຊ່ວຍເຮົາໃຫ້ປັບໂຕໄດ້ແມ່ນພະຍາຍາມເຕັມທີສະເໝີທີ່ຈະຮຽນແບບພະເຢຊູ ໂດຍສະເພາະໃນເລື່ອງຄວາມຖ່ອມ. (ກລຊ. 2:6, 7) ຕົວຢ່າງເຊັ່ນ: ແທນທີ່ຈະຄາດໝາຍໃຫ້ພີ່ນ້ອງທ້ອງຖິ່ນປັບໂຕໃຫ້ເຂົ້າກັບເຮົາ ເຮົາພະຍາຍາມຮຽນຮູ້ວ່າເປັນຫຍັງເຂົາເຈົ້າຈຶ່ງເຮັດແບບນັ້ນ. ເຮົາຢາກເຂົ້າໃຈວິທີຄິດແລະວັດທະນະທຳຂອງເຂົາເຈົ້າ. ເມື່ອເຮົາຮຽນແບບພະເຢຊູ ມັນກໍງ່າຍຂຶ້ນສຳລັບເຮົາທີ່ຈະປັບໂຕແລະມີຄວາມສຸກຕໍ່ໆໄປໃນວຽກມອບໝາຍຂອງເຮົາ.—ພສ. 1:2, 3
ການເດີນທາງໄປຢາມປະຊາຄົມຕ່າງໆເປັນເລື່ອງປົກກະຕິສຳລັບເຮົາ
ແອນ-ແຄັດທຣິນ: ເມື່ອຖືກຍ້າຍໄປບ່ອນໃໝ່ ເຮົາກໍເປັນຄືກັບຕົ້ນໄມ້ທີ່ຫາກໍຖືກປູກເຊິ່ງຕ້ອງການແສງແດດທີ່ອົບອຸ່ນເພື່ອຈະເຕີບໃຫຍ່ໄດ້. ພະເຢໂຫວາພິສູດໃຫ້ເຫັນສະເໝີວ່າເພິ່ນເປັນ “ຕາເວັນ” ສຳລັບເຮົາ. (ພສ. 84:11) ພະເຢໂຫວາໃຫ້ເຮົາມີພີ່ນ້ອງທີ່ມີຄວາມຮັກແລະຄວາມອົບອຸ່ນ. ຕົວຢ່າງເຊັ່ນ: ໃນປະຊາຄົມນ້ອຍໆຂອງເຮົາຢູ່ເທຣານປະເທດອີຣານ ພີ່ນ້ອງມີນ້ຳໃຈຕ້ອນຮັບແຂກແລະມີຄວາມເອື້ອເຟື້ອຄືກັບບາງຄົນທີ່ເຮົາອ່ານໃນຄຳພີໄບເບິນ. ເຮົາຢາກຢູ່ອີຣານຕໍ່ໄປ ແຕ່ໃນເດືອນກໍລະກົດ ປີ 1980 ລັດຖະບານສັ່ງຫ້າມວຽກຂອງພະຍານພະເຢໂຫວາຢ່າງເປັນທາງການ ແລະເຮົາໄດ້ຮັບແຈ້ງໃຫ້ອອກຈາກປະເທດພາຍໃນ 48 ຊົ່ວໂມງ. ເຮົາຖືກມອບໝາຍໄປຊາອີ (ປັດຈຸບັນແມ່ນກົງໂກ) ຢູ່ອາຟຣິກາ.
ຄວາມຊົງຈຳດີໆກ່ຽວກັບວຽກມອບໝາຍຂອງເຮົາຢູ່ຊາອີ ປີ 1982
ເມື່ອຮູ້ວ່າຖືກມອບໝາຍໃຫ້ໄປອາຟຣິກາ ຂ້ອຍນັ່ງໄຫ້ຍ້ອນຂ້ອຍໄດ້ຍິນວ່າຢູ່ຫັ້ນມີງູຫຼາຍແລະມີພະຍາດຫຼາຍຊະນິດ. ສິ່ງເຫຼົ່ານີ້ເຮັດໃຫ້ຂ້ອຍຢ້ານຫຼາຍ. ແຕ່ຜົວເມຍຄູ່ໜຶ່ງທີ່ເປັນໝູ່ສະໜິດຂອງເຮົາເຊິ່ງຮັບໃຊ້ຢູ່ຫັ້ນດົນແລ້ວບອກເຮົາວ່າ: “ບໍ່ຕ້ອງຢ້ານ! ເຈົ້າຍັງບໍ່ເຄີຍໄປອາຟຣິກາຈັກເທື່ອ ແຕ່ເຮົາຮູ້ວ່າເຈົ້າຈະມັກ.” ແລ້ວຂ້ອຍກໍມັກແທ້ໆ! ພີ່ນ້ອງມີຄວາມຮັກແລະຄວາມອົບອຸ່ນ. ທີ່ຈິງ ເມື່ອເຮົາຕ້ອງອອກຈາກຊາອີໃນ 6 ປີຕໍ່ມາຍ້ອນລັດຖະບານສັ່ງຫ້າມວຽກຂອງພະຍານພະເຢໂຫວາ ຂ້ອຍກໍຍິ້ມຍ້ອນຂ້ອຍຫາກໍອະທິດຖານບອກພະເຢໂຫວາວ່າ “ພະເຢໂຫວາເອີ້ຍ ຂໍໃຫ້ພວກລູກໄດ້ຢູ່ອາຟຣິກາຕໍ່!”
ພວກເຈົ້າມີປະສົບການດີໆຫຍັງແດ່ໃນຫຼາຍປີຜ່ານມາ?
“ຫ້ອງນອນ” ຂອງເຮົາຢູ່ທານຊາເນຍ ປີ 1988
ແມັດສ໌: ຍ້ອນວຽກມອບໝາຍຂອງເຮົາ ເຮົາຈຶ່ງສະໜິດກັບມິດຊັນນາຣີຄົນອື່ນໆທີ່ມາຈາກຫຼາຍເຊື້ອຊາດແລະຫຼາຍພູມຫຼັງ. ໃນບາງວຽກມອບໝາຍ ເຮົາມີຄວາມສຸກຫຼາຍທີ່ໄດ້ສຶກສາຄຳພີໄບເບິນກັບຫຼາຍຄົນ. ບາງເທື່ອເຮົາແຕ່ລະຄົນມີນັກສຶກສາປະມານ 20 ຄົນ! ນອກຈາກນັ້ນ ຂ້ອຍຈະບໍ່ມີວັນລືມຄວາມຮັກແລະຄວາມເອື້ອເຟື້ອຂອງພີ່ນ້ອງຢູ່ອາຟຣິກາ. ຕອນທີ່ໄປຢາມປະຊາຄົມຕ່າງໆຢູ່ທານຊາເນຍ ເຮົາຈະນອນໃນລົດຕູ້ຂອງເຮົາເຊິ່ງຈອດໄວ້ທາງຂ້າງເຮືອນຂອງພີ່ນ້ອງ ແລະພີ່ນ້ອງຫຼາຍຄົນໄດ້ສະແດງຄວາມເອື້ອເຟື້ອຕໍ່ພວກເຮົາ “ເກີນຄວາມສາມາດ [ຂອງເຂົາເຈົ້າ] ຊ້ຳ” ເຖິງວ່າເຂົາເຈົ້າທຸກຫຼາຍ. (2ກຣ. 8:3) ມີສິ່ງໜຶ່ງທີ່ພິເສດຫຼາຍສຳລັບເຮົາເຊິ່ງເຮົາເອີ້ນວ່າໂມງເລົ່າເລື່ອງ. ໃນຕອນແລງຂອງແຕ່ລະມື້ ເຮົາຈະນັ່ງລົມກັນກ່ຽວກັບສິ່ງທີ່ເກີດຂຶ້ນໃນມື້ນັ້ນແລະຂອບໃຈພະເຢໂຫວາທີ່ຢູ່ກັບເຮົາ.
ແອນ-ແຄັດທຣິນ: ສຳລັບຂ້ອຍ ສິ່ງທີ່ເຮັດໃຫ້ມີຄວາມສຸກຫຼາຍທີ່ສຸດແມ່ນການໄດ້ຢູ່ກັບພີ່ນ້ອງຈາກທົ່ວໂລກ. ເຮົາໄດ້ຮຽນພາສາໃໝ່ໆເຊິ່ງລວມເຖິງພາສາຟາຊີ ພາສາຝຣັ່ງ ພາສາລູການດາ ແລະພາສາສະວາອິລິ ແລະເຮົາໄດ້ຮຽນຮູ້ກ່ຽວກັບວັດທະນະທຳຕ່າງໆ. ເຮົາໄດ້ຊ່ວຍຝຶກພີ່ນ້ອງໃໝ່ ໄດ້ໝູ່ທີ່ດີ ແລະຮັບໃຊ້ພະເຢໂຫວາ “ຄຽງບ່າຄຽງໄຫຼ່” ນຳກັນກັບເຂົາເຈົ້າ.—ຊຟຢ. 3:9
ນອກຈາກນັ້ນ ເຮົາຍັງໄດ້ເຫັນສິ່ງງາມໆທີ່ຫຼາກຫຼາຍເຊິ່ງພະເຢໂຫວາສ້າງ. ທຸກເທື່ອທີ່ຮັບເອົາວຽກມອບໝາຍໃໝ່ ເຮົາຮູ້ສຶກຄືກັບວ່າເຮົາກຳລັງເດີນທາງໄປກັບພະເຢໂຫວາແລະເພິ່ນເປັນຜູ້ນຳທາງຂອງເຮົາ. ເພິ່ນໃຫ້ເຮົາເຈິກັບປະສົບການຫຼາຍຢ່າງທີ່ເຮົາຈະບໍ່ມີທາງເຈິດ້ວຍໂຕເອງ.
ປະກາດໃນເຂດຕ່າງໆຢູ່ທານຊາເນຍ
ພວກເຈົ້າເຈິກັບບັນຫາຫຍັງແດ່ແລະອັນໃດຊ່ວຍພວກເຈົ້າໃຫ້ອົດທົນໄດ້?
ແມັດສ໌: ໃນຫຼາຍປີຜ່ານມາ ເຮົາເຄີຍຕິດເຊື້ອພະຍາດເຂດຮ້ອນຫຼາຍຢ່າງລວມທັງໄຂ້ມາລາເລຍນຳ. ແອນ-ແຄັດທຣິນເຄີຍຜ່າຕັດສຸກເສີນສອງສາມເທື່ອ. ນອກຈາກນັ້ນ ເຮົາຍັງເປັນຫ່ວງພໍ່ແມ່ທີ່ເຖົ້າແລ້ວ. ແຕ່ເຮົາຂອບໃຈນ້ອງຊາຍແລະນ້ອງສາວແທ້ໆທີ່ເປັນຫຼັກໃນການເບິ່ງແຍງພໍ່ແມ່. ເຂົາເຈົ້າເບິ່ງແຍງພໍ່ແມ່ດ້ວຍຄວາມອົດທົນ ດ້ວຍຄວາມຍິນດີ ແລະດ້ວຍຄວາມຮັກ. (1ຕມ. 5:4) ເຖິງວ່າເຮົາເຮັດສຸດຄວາມສາມາດເພື່ອຊ່ວຍພໍ່ແມ່ຕອນທີ່ຢູ່ໄກຈາກພວກເພິ່ນ ແຕ່ບາງເທື່ອເຮົາກໍຮູ້ສຶກບໍ່ດີແລະຫວັງວ່າຈະຊ່ວຍພວກເພິ່ນໄດ້ຫຼາຍກວ່ານີ້.
ແອນ-ແຄັດທຣິນ: ໃນປີ 1983 ຕອນທີ່ຮັບໃຊ້ຢູ່ຊາອີ ຂ້ອຍເປັນພະຍາດອະຫິວາ. ທ່ານໝໍບອກແມັດສ໌ວ່າ “ໃຫ້ພາລາວອອກຈາກປະເທດນີ້ພາຍໃນມື້ນີ້!” ມື້ຕໍ່ມາ ເຮົາຂຶ້ນຍົນຂົນສົ່ງສິນຄ້າເຊິ່ງເປັນຖ້ຽວບິນດຽວທີ່ມີເພື່ອໄປສະວີເດນ.
ແມັດສ໌: ເຮົາຄິດວ່າການຮັບໃຊ້ເປັນມິດຊັນນາຣີຈົບລົງແລ້ວ ເຮົາຈຶ່ງໄຫ້ແທ້ໄຫ້ວ່າ. ເຖິງວ່າທ່ານໝໍຄິດວ່າແອນ-ແຄັດທຣິນຈະບໍ່ດີຂຶ້ນ ແຕ່ລາວພັດດີຂຶ້ນ. ຈາກນັ້ນບໍ່ດົນ ເຮົາກໍກັບໄປຊາອີໄດ້ ແຕ່ເທື່ອນີ້ເຮົາຮັບໃຊ້ຢູ່ປະຊາຄົມນ້ອຍໆທີ່ໃຊ້ພາສາສະວາອິລິໃນເມືອງລູບຸມບາຊີ.
ແອນ-ແຄັດທຣິນ: ຕອນທີ່ຮັບໃຊ້ຢູ່ລູບຸມບາຊີ ຂ້ອຍຫຼຸລູກ. ເຖິງແມ່ນເຮົາບໍ່ໄດ້ວາງແຜນວ່າຈະມີລູກ ແຕ່ຂ້ອຍກໍເສຍໃຈຫຼາຍທີ່ລູກຕາຍ. ໃນຕອນທີ່ໂສກເສົ້າແບບນັ້ນ ພະເຢໂຫວາໄດ້ໃຫ້ຂອງຂວັນເຮົາແບບທີ່ບໍ່ຄາດຄິດ. ເຮົາມີນັກສຶກສາຫຼາຍກວ່າທີ່ເຄີຍມີ. ບໍ່ຮອດໜຶ່ງປີ ປະຊາຄົມທີ່ມີຜູ້ປະກາດ 35 ຄົນເພີ່ມເປັນ 70 ຄົນ ແລະຜູ້ເຂົ້າຮ່ວມການປະຊຸມຈາກ 40 ຄົນເພີ່ມເປັນ 220 ຄົນ. ເຮົາຫຍຸ້ງຫຼາຍກັບວຽກປະກາດ ແລະພະເຢໂຫວາໄດ້ອວຍພອນຄວາມພະຍາຍາມຂອງເຮົາເຊິ່ງເລື່ອງນີ້ເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ. ແຕ່ເຮົາກໍຍັງຄິດຮອດລູກແລະເວົ້າເຖິງລາວຕະຫຼອດ. ເຮົາລໍຖ້າທີ່ຈະເຫັນວິທີທີ່ພະເຢໂຫວາຈະປິ່ນປົວຄວາມເຈັບປວດທາງໃຈຂອງເຮົາໃນໂລກໃໝ່.
ແມັດສ໌: ມີໄລຍະໜຶ່ງ ແອນ-ແຄັດທຣິນຮູ້ສຶກອ່ອນເພຍແລະເມື່ອຍຫຼາຍ. ໃນເວລາດຽວກັນ ທ່ານໝໍກວດພົບວ່າຂ້ອຍເປັນມະເຮັງລຳໄສ້ໃຫຍ່ຂັ້ນ 4 ແລະຕ້ອງໄດ້ຜ່າຕັດໃຫຍ່. ປັດຈຸບັນນີ້ຂ້ອຍສຸຂະພາບແຂງແຮງດີ ແລະແອນ-ແຄັດທຣິນເຮັດເຕັມທີເພື່ອຮັບໃຊ້ພະເຢໂຫວາ.
ເຮົາໄດ້ເຫັນວ່າບໍ່ແມ່ນມີແຕ່ເຮົາເທົ່ານັ້ນທີ່ເຈິບັນຫາ. ໃນປີ 1994 ຫຼັງຈາກເກີດສົງຄາມຢູ່ຣະວັນດາ ເຮົາໄປຢາມພີ່ນ້ອງຫຼາຍຄົນຢູ່ຄ້າຍອົບພະຍົບ. ເມື່ອເຮົາເຫັນຄວາມເຊື່ອ ຄວາມອົດທົນ ແລະຄວາມເອື້ອເຟື້ອຂອງເຂົາເຈົ້າເຖິງວ່າຢູ່ໃນສະພາບການທີ່ຍາກລຳບາກຫຼາຍ ເລື່ອງນີ້ສອນເຮົາວ່າພະເຢໂຫວາມີກຳລັງທີ່ຈະຊ່ວຍຜູ້ຮັບໃຊ້ຂອງເພິ່ນໃຫ້ຜ່ານຄວາມຍາກລຳບາກຕ່າງໆໄປໄດ້.—ພສ. 55:22
ແອນ-ແຄັດທຣິນ: ມີອີກເລື່ອງໜຶ່ງເກີດຂຶ້ນຕອນທີ່ເຮົາເຂົ້າຮ່ວມການອຸທິດສຳນັກງານສາຂາຢູ່ອູການດາໃນປີ 2007. ຫຼັງຈາກຈົບລາຍການ ເຮົາສອງຄົນກັບມິດຊັນນາຣີແລະພີ່ນ້ອງຢູ່ເບເທນເຊິ່ງມີທັງໝົດປະມານ 25 ຄົນເດີນທາງໄປແນໂຣບີປະເທດເຄນຍາ. ກ່ອນຈະໄປຮອດຊາຍແດນປະເທດເຄນຍາ ຢູ່ດີໆກໍມີລົດບັນທຸກຄັນໜຶ່ງແລ່ນສວນທາງມາເລນທີ່ເຮົາຢູ່ແລະຕຳກັບລົດຂອງພວກເຮົາ. ຄົນຂັບລົດໃຫ້ເຮົາກັບໝູ່ຂອງເຮົາອີກ 5 ຄົນຕາຍຄາທີ່ ແລະພີ່ນ້ອງຍິງຄົນໜຶ່ງຕາຍຢູ່ໂຮງໝໍໃນເວລາຕໍ່ມາ. ເຮົາຢາກເຫັນໝູ່ຂອງເຮົາອີກເທື່ອໜຶ່ງແທ້ໆ.—ໂຢບ 14:13-15
ໃນທີ່ສຸດການບາດເຈັບທາງຮ່າງກາຍຂອງຂ້ອຍກໍເຊົາ. ແຕ່ຂ້ອຍກັບແມັດສ໌ແລະພີ່ນ້ອງບາງຄົນຍັງທົນທຸກກັບອາການຕົກໃຈຍ້ອນອຸບັດຕິເຫດເທື່ອນັ້ນ. ສຳລັບຂ້ອຍ ອາການນີ້ເກີດຂຶ້ນຕອນກາງຄືນ ມັນເຮັດໃຫ້ຂ້ອຍຕື່ນແລະຮູ້ສຶກຄືກັບວ່າຫົວໃຈຊິວາຍ. ມັນເປັນຕາຢ້ານແທ້ໆ. ການອະທິດຖານຫາພະເຢໂຫວາພ້ອມທັງອ່ານແລະຄິດເຖິງຂໍ້ຄຳພີຕ່າງໆທີ່ເຮົາມັກຊ່ວຍເຮົາໃຫ້ມີໃຈທີ່ສະຫງົບ. ເຮົາຍັງໄປຫາໝໍນຳເຊິ່ງຊ່ວຍເຮົາໄດ້ຫຼາຍຄືກັນ. ຕອນນີ້ອາການຂອງເຮົາດີຂຶ້ນຫຼາຍ ແລະເຮົາອະທິດຖານຂໍພະເຢໂຫວາຊ່ວຍເຮົາໃຫ້ປອບໂຍນຄົນອື່ນທີ່ກຳລັງຕໍ່ສູ້ກັບອາການຄ້າຍໆກັນກັບເຮົາ.
ເມື່ອເວົ້າເຖິງວິທີທີ່ພວກເຈົ້າອົດທົນກັບບັນຫາຕ່າງໆໄດ້ ພວກເຈົ້າເວົ້າວ່າພະເຢໂຫວາປະຄັບປະຄອງພວກເຈົ້າໄວ້ “ຄືກັບຈັບໄຂ່ດິບ.” ພວກເຈົ້າໝາຍຄວາມວ່າແນວໃດ?
ແມັດສ໌: ມັນເປັນສຳນວນຈາກພາສາສະວາອິລິທີ່ເວົ້າວ່າ: “ເຮົາຖືກຈັບໄວ້ຄືກັບໄຂ່ດິບ.” ຄືກັບຄົນເຮົາຈັບໄຂ່ດິບແບບລະມັດລະວັງເພື່ອບໍ່ໃຫ້ມັນແຕກ ພະເຢໂຫວາໄດ້ຊ່ວຍເຫຼືອເຮົາດ້ວຍຄວາມຮັກໃນວຽກມອບໝາຍແຕ່ລະຢ່າງ. ເຮົາມີສິ່ງຈຳເປັນສະເໝີແລະມີຫຼາຍກວ່າທີ່ເຮົາຕ້ອງການຊ້ຳ. ວິທີໜຶ່ງທີ່ເຮົາຮູ້ສຶກວ່າພະເຢໂຫວາຮັກແລະຊ່ວຍເຫຼືອເຮົາແມ່ນຄວາມເຫັນອົກເຫັນໃຈທີ່ຄະນະກຳມະການປົກຄອງສະແດງຕໍ່ເຮົາ.
ແອນ-ແຄັດທຣິນ: ຂ້ອຍຢາກເວົ້າເຖິງຕົວຢ່າງໜຶ່ງກ່ຽວກັບການຊ່ວຍເຫຼືອຈາກພະເຢໂຫວາ. ມີມື້ໜຶ່ງມີຄົນໂທມາບອກຂ້ອຍວ່າພໍ່ຂອງຂ້ອຍຢູ່ສະວີເດນບໍ່ສະບາຍແຮງແລະຕ້ອງຢູ່ຫ້ອງສຸກເສີນ. ຕອນນັ້ນແມັດສ໌ຍັງເມື່ອຍຫຼາຍຍ້ອນເປັນໄຂ້ມາລາເລຍ. ເຮົາກໍບໍ່ມີເງິນພໍທີ່ຈະຊື້ປີ້ຍົນກັບເມືອບ້ານ ເຮົາຈຶ່ງຕັດສິນໃຈວ່າຕ້ອງຂາຍລົດໃຫຍ່ຂອງເຮົາ. ຈາກນັ້ນກໍມີພີ່ນ້ອງ 2 ຄົນໂທມາຫາເຮົາ. ພີ່ນ້ອງຄູ່ທຳອິດໄດ້ຍິນກ່ຽວກັບເລື່ອງຂອງເຮົາແລະຢາກຈ່າຍຄ່າປີ້ຍົນຊ່ວຍປີ້ໜຶ່ງ. ອີກຜູ້ໜຶ່ງແມ່ນພີ່ນ້ອງຍິງສູງອາຍຸທີ່ໄດ້ທ້ອນເງິນໃສ່ກ່ອງໄວ້ເຊິ່ງລາວຕິດເຈ້ຍໃສ່ກ່ອງວ່າ “ສຳລັບບາງຄົນທີ່ມີຄວາມຈຳເປັນ.” ພາຍໃນບໍ່ເທົ່າໃດນາທີ ພະເຢໂຫວາໄດ້ເຂົ້າມາຊ່ວຍເຮົາ!—ຮຣ. 13:6
ເມື່ອຄິດຄືນຫຼັງໃນການຮັບໃຊ້ເຕັມເວລາ 50 ປີ ພວກເຈົ້າໄດ້ຮຽນຮູ້ຫຍັງ?
ວຽກມອບໝາຍໃໝ່ຂອງເຮົາຢູ່ມຽນມາ
ແອນ-ແຄັດທຣິນ: ຂ້ອຍໄດ້ຮຽນຮູ້ວ່າຄວາມເຂັ້ມແຂງຂອງເຮົາກໍຄື “ເຮັດໃຈໃຫ້ສະຫງົບແລະ [ສະແດງຄວາມ] ໄວ້ວາງໃຈ.” ເມື່ອເຮົາໄວ້ວາງໃຈພະເຢໂຫວາ ເພິ່ນຈະຕໍ່ສູ້ເພື່ອເຮົາ. (ອຊຢ. 30:15; 2ຂຄ. 20:15, 17) ຍ້ອນເຮົາຮັບໃຊ້ພະເຢໂຫວາສຸດຄວາມສາມາດໃນແຕ່ລະວຽກມອບໝາຍ ເຮົາຈຶ່ງໄດ້ຮັບສິ່ງດີໆຫຼາຍກວ່າທີ່ຈະໄດ້ຮັບຈາກການເຮັດແນວອື່ນ.
ແມັດສ໌: ບົດຮຽນສຳຄັນທີ່ຂ້ອຍໄດ້ຮຽນຮູ້ແມ່ນ ໃຫ້ເພິ່ງພະເຢໂຫວາໃນທຸກສະພາບການແລະເບິ່ງວ່າເພິ່ນຈະຊ່ວຍຂ້ອຍແນວໃດ. (ພສ. 37:5) ພະເຢໂຫວາຊ່ວຍຂ້ອຍສະເໝີຄືກັບທີ່ເພິ່ນໄດ້ສັນຍາໄວ້. ເຮົາຍັງເຫັນພະເຢໂຫວາຊ່ວຍເຮົາໃນວຽກມອບໝາຍປັດຈຸບັນຢູ່ເບເທນມຽນມາ.
ເຮົາຫວັງວ່າຫຼາຍຄົນທີ່ຍັງໜຸ່ມທີ່ຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນຈະຮູ້ສຶກເຖິງຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາແບບດຽວກັບທີ່ເພິ່ນໄດ້ສະແດງຕໍ່ເຮົາ. ເຮົາໝັ້ນໃຈວ່າເຂົາເຈົ້າຈະຮູ້ສຶກແບບນັ້ນຖ້າເຂົາເຈົ້າຍອມໃຫ້ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ເຕີບໃຫຍ່ບໍ່ວ່າຈະຖືກມອບໝາຍໃຫ້ໄປໃສກໍຕາມ.