ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ26 ມັງກອນ ໜ້າ 14-16
  • ວັນ​ທີ 23 ກຸມພາ–1 ມີນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 23 ກຸມພາ–1 ມີນາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2026
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2026
ຄມປ26 ມັງກອນ ໜ້າ 14-16

ວັນ​ທີ 23 ກຸມພາ–1 ມີນາ

ເອຊາຢາ 38-40

ເພງ​ທີ 4 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

ຄົນ​ລ້ຽງ​ແກະ​ທັງ​ອູ້ມ​ທັງ​ກອດ​ແກະ​ນ້ອຍ​ຂອງ​ລາວ​ດ້ວຍ​ຄວາມ​ຮັກ.

ຄົນ​ລ້ຽງ​ແກະ​ໃນ​ອິດສະຣາເອນ​ບູຮານ​ທັງ​ອູ້ມ​ທັງ​ກອດ​ແກະ​ຂອງ​ລາວ

1. “ເພິ່ນ​ຈະ​ເບິ່ງແຍງ​ແກະ​ຂອງ​ເພິ່ນ​ຄື​ກັບ​ຄົນ​ລ້ຽງ​ແກະ”

(10 ນາທີ)

ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ ແລະ​ເພິ່ນ​ປົກປ້ອງ​ປຶ້ມ​ນີ້​ໄວ້​ເພື່ອ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ເພິ່ນ (ອຊຢ 40:8; ຫ23.02 ໜ້າ 2-3 ຂໍ້ 3-4)

ເພິ່ນ​ເບິ່ງແຍງ​ເອົາໃຈໃສ່​ເຮົາ​ດ້ວຍ​ຄວາມ​ອ່ອນໂຍນ (ອຊຢ 40:11; ຂກ ໜ້າ 70 ຂໍ້ 7)

ເພິ່ນ​ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ​ແລະ​ຊ່ວຍ​ເຮົາ​ໃຫ້​ຮັບມື​ກັບ​ບັນຫາ​ຕ່າງໆ (ອຊຢ 40:26-29; ຫ18.01 ໜ້າ 4-5 ຂໍ້ 4-6)

ຜູ້​ເບິ່ງແຍງ​ສອງ​ຄົນ​ມາ​ຢາມ​ພີ່ນ້ອງ​ຍິງ​ກັບ​ລູກ​ຂອງ​ລາວ​ສອງ​ຄົນ​ຢູ່​ເຮືອນ.

ສຳລັບ​ຄິດ​ຕຶກຕອງ: ຄຳ​ອະທິບາຍ​ກ່ຽວກັບ​ຄົນ​ລ້ຽງ​ແກະ​ທີ່​ເວົ້າ​ໃນ​ເອຊາຢາ 40:11 ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ພະ​ເຢໂຫວາ?

2. ຊອກ​ຫາ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ

(10 ນາທີ)

  • ອຊຢ 40:3—ຂໍ້​ຄຳພີ​ນີ້​ເກີດຂຶ້ນ​ແທ້​ແນວ​ໃດ​ໃນ​ສະຕະວັດ​ທຳອິດ? (ip-1-E ໜ້າ 400 ຂໍ້ 7)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ອຊຢ 40:21-31 (ອສ ບົດ​ຮຽນ​ທີ 11)

ຝຶກ​ເປັນ​ຜູ້​ສອນ​ຄຳ​ຂອງ​ພະເຈົ້າ​ໃຫ້​ເກັ່ງ​ຂຶ້ນ

4. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຕອນ​ທີ່​ລົມ​ກັນ ຫາ​ໂອກາດ​ບອກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ວ່າ​ເຈົ້າ​ໄດ້​ຮຽນ​ຫຍັງ​ແດ່​ຢູ່​ການ​ປະຊຸມ​ເມື່ອ​ບໍ່​ດົນ​ມາ​ນີ້. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 3)

5. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຕອນ​ທີ່​ລົມ​ກັນ ຫາ​ໂອກາດ​ບອກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ວ່າ​ວຽກ​ທີ່​ເຈົ້າ​ເຮັດ​ແມ່ນ​ການ​ສອນ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 4)

6. ຕິດຕາມ

(2 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 5)

7. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ຊສຕ ບົດ​ທີ 18 ສ່ວນ​ສະຫຼຸບ ຄຳ​ຖາມ​ທົບທວນ ແລະ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ໃຊ້​ບົດ​ຄວາມ​ໃນ​ສ່ວນ “ເບິ່ງ​ເພີ່ມເຕີມ” ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມ​ຮັກ​ທີ່​ພະຍານ​ພະ​ເຢໂຫວາ​ມີ​ຕໍ່​ກັນ. (ສດຮ ບົດ​ຮຽນ​ທີ 11 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ​ທີ 160

8. ລາຍງານ​ວຽກ​ຮັບໃຊ້​ປະຈຳ​ປີ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຫຼັງ​ຈາກ​ອ່ານ​ຈົດໝາຍ​ຈາກ​ສຳນັກງານ​ສາຂາ​ທີ່​ເວົ້າ​ເຖິງ​ລາຍງານ​ວຽກ​ຮັບໃຊ້​ປະຈຳ​ປີ​ແລ້ວ ໃຫ້​ພີ່ນ້ອງ​ອອກ​ຄວາມ​ຄິດ​ເຫັນ​ໃນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ລາຍງານ​ປີ​ການ​ຮັບໃຊ້ 2025 ຂອງ​ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ. ສຳພາດ​ພີ່ນ້ອງ​ບາງ​ຄົນ​ທີ່​ເລືອກ​ໄວ້​ເຊິ່ງ​ມີ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ປີ​ການ​ຮັບໃຊ້​ທີ່​ຜ່ານ​ມາ.

ຮູບ: ພີ່ນ້ອງ​ທົ່ວ​ໂລກ​ທັງ​ຊາຍ​ແລະ​ຍິງ​ເຮັດ​ວຽກ​ປະກາດ. 1. ພີ່ນ້ອງ​ຍິງ​ກຳລັງ​ສອນ​ຄຳພີ​ໄບເບິນ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ໂດຍ​ໃຊ້​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” 2. ພີ່ນ້ອງ​ຄູ່​ໜຶ່ງ​ອ່ານ​ຄຳພີ​ໄບເບິນ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ຟັງ​ຕອນ​ທີ່​ປະກາດ​ຕາມ​ບ້ານ​ເຮືອນ. 3. ພີ່ນ້ອງ​ຍິງ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ. 4. ຕອນ​ຢູ່​ເທິງ​ລົດເມ ພີ່​ນ້ອງ​ຍິງ​ໄດ້​ເອົາ​ນາມ​ບັດ jw.org ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ທາງ​ຂ້າງ​ລາວ. 5. ພີ່ນ້ອງ​ຄູ່​ໜຶ່ງ​ກຳລັງ​ສອນ​ຄຳພີ​ໄບເບິນ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ໂດຍ​ໃຊ້​ຈຸນລະສານ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!” 6. ພີ່ນ້ອງ​ຍິງ​ເປີດ​ວິດີໂອ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ເບິ່ງ. 7. ພີ່ນ້ອງ​ຄູ່​ໜຶ່ງ​ກຳລັງ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ໂດຍ​ໃຊ້​ພາສາ​ມື​ແລະ​ວິດີໂອ.

ໜ້າ 15: Based on NASA/Visible Earth imagery

ໃນ​ປີ 2025 ພະຍານ​ພະ​ເຢໂຫວາ​ຍັງ​ປະກາດ​ຕາມ​ບ້ານ​ເຮືອນ​ແລະ​ສອນ​ຄຳພີ​ໄບເບິນ​ຢ່າງ​ກະຕືລືລົ້ນ​ຄື​ກັບ​ທີ່​ເຮັດ​ຜ່ານ​ມາ

  •  ເຈົ້າ​ປະທັບໃຈ​ຫຍັງ​ຈາກ​ລາຍງານ​ປີ​ການ​ຮັບໃຊ້ 2025?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ລຈຄ ບົດ​ທີ 64-65

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 161 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌