ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ26 ມັງກອນ ໜ້າ 12-13
  • ວັນ​ທີ 16-22 ກຸມພາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 16-22 ກຸມພາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2026
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2026
ຄມປ26 ມັງກອນ ໜ້າ 12-13

ວັນ​ທີ 16-22 ກຸມພາ

ເອຊາຢາ 36-37

ເພງ​ທີ 150 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. “ບໍ່​ຕ້ອງ​ຢ້ານ​ຍ້ອນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ”

(10 ນາທີ)

ຣັບຊາເຄ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຢ້ານ (ອຊຢ 36:1, 2; it-E “ເຮເຊກີຢາ” ຈຸດ​ທີ 1 ຫຍໍ້​ໜ້າ 14)

ລາວ​ພະຍາຍາມ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ອ່ອນແອ​ແລະ​ໝົດ​ຫວັງ (ອຊຢ 36:8; ip-1-E ໜ້າ 387 ຂໍ້ 10)

ລາວ​ເຍາະເຍີ້ຍ​ເຂົາເຈົ້າ​ທີ່​ໄວ້ໃຈ​ພະ​ເຢໂຫວາ​ແລະ​ກະສັດ​ເຮເຊກີຢາ (ອຊຢ 36:7, 18-20; ip-1-E ໜ້າ 388 ຂໍ້ 13-14)

ຣັບຊາເຄ​ຮ້ອງ​ສຽງ​ດັງ​ເທິງ​ລົດ​ມ້າ​ຢູ່​ໜ້າ​ກຳແພງ​ເມືອງ​ເຢຣູຊາເລັມ. ພວກ​ທະຫານ​ທີ່​ຢືນ​ຢູ່​ເທິງ​ກຳແພງ​ກໍ​ໄດ້​ຍິນ​ສຽງ​ລາວ.

ຄົນ​ຂອງ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ໄວ້ໃຈ​ພະ​ເຢໂຫວາ.—ອຊຢ 37:6, 7

ສຳລັບ​ນະມັດສະການ​ປະຈຳ​ຄອບຄົວ: ເບິ່ງ​ວິດີໂອ ‘ໂອ້​ພະ​ເຢໂຫວາ . . . ຂ້າ​ນ້ອຍ​ວາງໃຈ​ໃນ​ພະອົງ’ ແລ້ວ​ລົມ​ກັນ​ວ່າ​ແຕ່​ລະ​ຄົນ​ໄດ້​ບົດ​ຮຽນ​ຫຍັງ​ແດ່.

2. ຊອກ​ຫາ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ

(10 ນາທີ)

  • ອຊຢ 37:29—ການ​ທີ່​ພະ​ເຢໂຫວາ​ເອົາ​ເຊືອກ​ຄາດ​ໃສ່​ປາກ​ຂອງ​ກະສັດ​ເຊນນາເກຣິບ​ໝາຍ​ຄວາມ​ວ່າ​ແນວ​ໃດ? (it-E “ເຊືອກ” ຫຍໍ້​ໜ້າ 4)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ອຊຢ 37:14-23 (ອສ ບົດ​ຮຽນ​ທີ 2)

ຝຶກ​ເປັນ​ຜູ້​ສອນ​ຄຳ​ຂອງ​ພະເຈົ້າ​ໃຫ້​ເກັ່ງ​ຂຶ້ນ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ລົມ​ກັບ​ບາງ​ຄົນ​ໂດຍ​ໃຊ້​ເລື່ອງ​ໜຶ່ງ​ໃນ​ພາກ​ຜະໜວກ ກ ທີ່​ຢູ່​ໃນ​ປຶ້ມ​ສອນ​ດ້ວຍ​ຮັກ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 4)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 5)

6. ອະທິບາຍ​ຄວາມ​ເຊື່ອ

(5 ນາທີ) ສາທິດ. ເລື່ອງ: ການ​ຮັບ​ບັບເຕມາ​ແມ່ນ​ຫຍັງ?—ijwbq-SI ບົດ​ຄວາມ​ທີ 110 ຫຍໍ້​ໜ້າ 1-4 (ອສ ບົດ​ຮຽນ​ທີ 17)

ຊີວິດ​ຄລິດສະຕຽນ

ເພງ​ທີ 118

7. “ອັນ​ໃດ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນໃຈ​ຫຼາຍ​ຂະໜາດ​ນີ້?”

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເຄີຍ​ມີ​ໃຜ​ຖາມ​ຫຼື​ເຍາະເຍີ້ຍ​ເຈົ້າ​ບໍ​ທີ່​ເຈົ້າ​ເຊື່ອ​ໃນ​ພະເຈົ້າ ເຊື່ອ​ໃນ​ຄຳພີ​ໄບເບິນ ຫຼື​ທີ່​ເຈົ້າ​ຕັດສິນໃຈ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ? ຖ້າ​ເຄີຍ ເຈົ້າ​ອາດ​ຮູ້ສຶກ​ຢ້ານ​ແລະ​ບໍ່​ຮູ້​ວ່າ​ຊິ​ຕອບ​ແນວ​ໃດ. ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ອາດ​ເຮັດ​ໃຫ້​ເຈົ້າ​ສົງໄສ​ໃນ​ສິ່ງ​ທີ່​ເຈົ້າ​ເຊື່ອ. ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ສົງໄສ?

ອ່ານ​ເອຊາຢາ 36:4 ແລ້ວ​ຖາມ​ວ່າ:

  •  ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ເຮົາ​ເຊື່ອ​ເປັນ​ຄວາມ​ຈິງ?

ເປີດ​ວິດີໂອ ຊີວິດ​ໄວລຸ້ນ—ມີ​ເຫດຜົນ​ບໍ​ທີ່​ຈະ​ເຊື່ອ​ວ່າ​ມີ​ພະເຈົ້າ? ແລ້ວ​ຖາມ​ວ່າ:

  •  ເອລິບໍໂດ​ແລະ​ຄຣິສ໌ຕໍ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຊື່ອ?

  •  ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ພະເຈົ້າ​ມີ​ແທ້?

  •  ມີ​ຂໍ້​ຄຳພີ​ໃດ​ແດ່​ທີ່​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ . . . 

    ພະ​ເຢໂຫວາ​ຮັກ​ເຈົ້າ?

    ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຊ່ວຍ​ເຈົ້າ​ສະເໝີ?

    ພະຍານ​ພະ​ເຢໂຫວາ​ນີ້​ແຫຼະ​ແມ່ນ​ຄົນ​ຂອງ​ພະເຈົ້າ?

ຢູ່​ໂຮງຮຽນ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ໄວລຸ້ນ​ກຳລັງ​ຄິດ​ຕອນ​ທີ່​ອາຈານ​ຈັບ​ຫົວ​ກະໂຫຼກ​ຂອງ​ມະນຸດ​ທີ່​ຜິດ​ຮູບ​ຢູ່​ໜ້າ​ກະດານ. ນັກ​ຮຽນ​ສ່ວນ​ຫຼາຍ​ໃນ​ຫ້ອງ​ພາກັນ​ຍົກ​ມື.

ຂ້ອຍ​ຢາກ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ . . . 

ເຈົ້າ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ລຈຄ ບົດ​ທີ 62-63

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 9 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌