ວັນທີ 16-22 ມິຖຸນາ
ສຸພາສິດ 18
ເພງທີ 90 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ໃຊ້ຄຳເວົ້າທີ່ເຮັດໃຫ້ຄົນທີ່ມີບັນຫາສຸຂະພາບສົດຊື່ນ
(10 ນາທີ)
ເມື່ອເຈົ້າເວົ້າໃຫ້ໃຊ້ສະຕິປັນຍາທີ່ມາຈາກພະເຈົ້າ (ສພສ 18:4; ຫ22.10 ໜ້າ 22 ຂໍ້ 17)
ພະຍາຍາມເຂົ້າໃຈວ່າລາວຕ້ອງເຈິຫຍັງແດ່ (ສພສ 18:13; mtr-SI ບົດຄວາມ 19 ເບິ່ງຂອບ)
ເປັນໝູ່ທີ່ພ້ອມຈະຊ່ວຍເຫຼືອແລະອົດທົນ (ສພສ 18:24; wp23.1-SI ໜ້າ 14 ຫຍໍ້ໜ້າ 3-ໜ້າ 15 ຫຍໍ້ໜ້າ 1)
ໃຫ້ຖາມໂຕເອງວ່າ: ‘ຖ້າຄູ່ຂອງຂ້ອຍເຈັບປ່ວຍທາງຮ່າງກາຍຫຼືເຈັບປ່ວຍດ້ານຈິດໃຈ ຂ້ອຍຈະຊ່ວຍຫຍັງລາວໄດ້ແດ່?’
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ສພສ 18:18—ເປັນຫຍັງຈຶ່ງມີການຈົກສະຫຼາກໃນສະໄໝຄຳພີໄບເບິນ? (it-2-E ໜ້າ 271-272)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 18:1-17 (ອສ ບົດຮຽນທີ 11)
4. ເລີ່ມລົມ
(1 ນາທີ) ຕາມບ້ານເຮືອນ. ຄົນທີ່ເຈົ້າລົມນຳເວົ້າພາສາອື່ນ. (ສດຮ ບົດຮຽນທີ 2 ຈຸດທີ 5)
5. ຕິດຕາມ
(3 ນາທີ) ໃນບ່ອນສາທາລະນະ. ເວົ້າສັ້ນໆກັບຄົນທີ່ເຈົ້າລົມນຳຕາມທີ່ລາວຂໍ. (ສດຮ ບົດຮຽນທີ 7 ຈຸດທີ 4)
6. ຕິດຕາມ
(3 ນາທີ) ແບບບໍ່ເປັນທາງການ. ສອນຄົນທີ່ເຈົ້າລົມນຳໃຫ້ຮູ້ຄວາມຈິງທີ່ສຳຄັນກ່ຽວກັບການປົກຄອງຂອງພະເຈົ້າ. (ສດຮ ບົດຮຽນທີ 9 ຈຸດທີ 5)
7. ອະທິບາຍຄວາມເຊື່ອ
(4 ນາທີ) ສາທິດ. ເລື່ອງ: ພະຍານພະເຢໂຫວາບັງຄັບຄົນອື່ນໃຫ້ປ່ຽນສາສະໜາບໍ?—ijwfq-SI ບົດຄວາມ 40 (ສດຮ ບົດຮຽນທີ 5 ຈຸດທີ 5)
ເພງທີ 144
8. ຊ່ວຍຄົນທີ່ເຈົ້າຮັກໃຫ້ໃກ້ຊິດກັບພະເຢໂຫວາໂດຍ “ບໍ່ຕ້ອງໃຊ້ຄຳເວົ້າ”
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ພວກເຮົາຫຼາຍຄົນອາດຮູ້ຈັກບາງຄົນທີ່ຕອນນີ້ບໍ່ໄດ້ຮັບໃຊ້ພະເຢໂຫວາເຊິ່ງອາດຈະແມ່ນຄູ່ຂອງເຮົາ ລູກຂອງເຮົາ ຫຼືໝູ່ທີ່ເຮົາສະໜິດທີ່ໄດ້ອອກໄປຈາກປະຊາຄົມ. ເຈົ້າເຄີຍຮູ້ສຶກວ່າເຈົ້າບັງຄັບຫຼືຊູຊີເຂົາເຈົ້າຫຼາຍໂພດບໍ? ເຮົາອາດມີຄວາມຕັ້ງໃຈດີ ແຕ່ຄຳເວົ້າຂອງເຮົາອາດຈະທຳຮ້າຍຄວາມຮູ້ສຶກຂອງເຂົາເຈົ້າບໍ? (ສພສ 12:18) ຄັນຊັ້ນ ມີທາງອື່ນທີ່ດີກວ່ານີ້ບໍທີ່ຈະຊ່ວຍເຂົາເຈົ້າ?
1 ເປໂຕ 3:1 ອະທິບາຍວ່າເຖິງວ່າຜົວຈະບໍ່ມີຄວາມເຊື່ອ ແຕ່ເມຍ “ອາດຊະນະໃຈລາວໄດ້ໂດຍບໍ່ຕ້ອງໃຊ້ຄຳເວົ້າ.” ແມ່ນແຕ່ຜົວຂອງພີ່ນ້ອງທີ່ບໍ່ຢາກຟັງເລື່ອງຄວາມຈິງກັບເມຍ ແຕ່ລາວຍັງຈະຊ່ວຍຜົວໃຫ້ມາຮູ້ຈັກພະເຢໂຫວາໄດ້ ຖ້າເມຍເຮັດຕາມທີ່ໄດ້ຮຽນໃນຄຳພີໄບເບິນ. ເມື່ອເມຍປະຕິບັດຕໍ່ຜົວດ້ວຍຄວາມຮັກ ຄວາມກະລຸນາ ແລະດ້ວຍວິທີທີ່ສະຫຼາດ ເມຍອາດຈະຊ່ວຍຜົວໃຫ້ຢາກມາຮຽນກ່ຽວກັບພະເຢໂຫວາໄດ້. (ສພສ 16:23) ການປະພຶດແລະຄຳເວົ້າທີ່ກະລຸນາຂອງເຮົາສາມາດສົ່ງຜົນດີຕໍ່ຄົນທີ່ເຮົາຮັກໄດ້ເຖິງວ່າເຂົາເຈົ້າຍັງບໍ່ໄດ້ຮັບໃຊ້ພະເຢໂຫວາເທື່ອ.—w10-SI 15/6 ໜ້າ 20-21 ຂໍ້ 4-6
ເປີດວິດີໂອ ໄດ້ໄຊຊະນະໃນການຕໍ່ສູ້ເພື່ອຄວາມເຊື່ອ—ພີ່ນ້ອງທີ່ຄູ່ແຕ່ງດອງບໍ່ມີຄວາມເຊື່ອ ແລ້ວຖາມວ່າ:
ເຈົ້າໄດ້ບົດຮຽນຫຍັງຈາກປະສົບການຂອງພີ່ນ້ອງສະສະກິ?
ເຈົ້າໄດ້ບົດຮຽນຫຍັງຈາກປະສົບການຂອງພີ່ນ້ອງອິໂຕ?
ເຈົ້າໄດ້ບົດຮຽນຫຍັງຈາກປະສົບການຂອງພີ່ນ້ອງໂອຄະດະ?
9. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 27 ຂໍ້ 23-26 ແລະຂອບໜ້າ 214, 217