ວັນທີ 9-15 ມິຖຸນາ
ສຸພາສິດ 17
ເພງທີ 157 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
ຜົວເມຍຄົນອິດສະຣາເອນກຳລັງກິນເຂົ້ານຳກັນດ້ວຍອາຫານງ່າຍໆໃນບັນຍາກາດທີ່ສະຫງົບສຸກ
1. ມີຄວາມສະຫງົບສຸກໃນຄອບຄົວ
(10 ນາທີ)
ການຮັກສາຄວາມສະຫງົບສຸກໃນຄອບຄົວບໍ່ງ່າຍ ແຕ່ມັນກໍຄຸ້ມຄ່າ (ສພສ 17:1; ເບິ່ງໜ້າປົກ)
ຢ່າຜິດຖຽງກັນໃນເລື່ອງເລັກໆນ້ອຍໆ (ສພສ 17:9; g-SI 9/14 ໜ້າ 11 ຫຍໍ້ໜ້າ 2)
ຄວບຄຸມອາລົມຂອງເຈົ້າໃຫ້ໄດ້ (ສພສ 17:14; w08-SI 1/5 ໜ້າ 10 ຫຍໍ້ໜ້າ 6-ໜ້າ 11 ຫຍໍ້ໜ້າ 1)
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ສພສ 17:19, ໄຂເງື່ອນ—“ຄົນທີ່ເຮັດທາງເຂົ້າສູງໆກໍຊອກຄວາມຈິບຫາຍມາໃຫ້ໂຕເອງ” ໝາຍຄວາມວ່າແນວໃດ? (w93-SI 15/5 ໜ້າ 30)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 17:1-17 (ອສ ບົດຮຽນ 10)
4. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. (ສດຮ ບົດຮຽນທີ 3 ຈຸດທີ 5)
5. ເລີ່ມລົມ
(4 ນາທີ) ໃນບ່ອນສາທາລະນະ. ຊວນຄົນທີ່ເຈົ້າລົມນຳໃຫ້ສຶກສາຄຳພີໄບເບິນ. (ສດຮ ບົດຮຽນທີ 6 ຈຸດທີ 4)
6. ບັນລະຍາຍ
(5 ນາທີ) ເລື່ອງ: ສຸພາສິດ 17:17 ມີຄວາມໝາຍວ່າແນວໃດ?—ijwbv-SI ບົດຄວາມ 60 (ອສ ບົດຮຽນ 13)
ເພງທີ 113
7. ສົ່ງເສີມໃຫ້ຄົນໃນຄອບຄົວເວົ້ານຳກັນດີໆສະເໝີ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ການລົມກັນດີໆເປັນສິ່ງສຳຄັນທີ່ເຮັດໃຫ້ຄອບຄົວມີຄວາມສຸກ. ເມື່ອແຕ່ລະຄົນໃນຄອບຄົວເປີດໃຈລົມກັນ ເຂົາເຈົ້າກໍຈະຊ່ວຍເຫຼືອແລະຮ່ວມມືກັນຢ່າງດີໃນເວລາທີ່ເຈິກັບຄວາມຍາກລຳບາກ. (ສພສ 15:22) ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອສົ່ງເສີມໃຫ້ຄົນໃນຄອບຄົວເວົ້ານຳກັນດີໆ?
ໃຊ້ເວລານຳກັນ. (ພບຍ 6:6, 7) ເມື່ອຄົນໃນຄອບຄົວເຮັດວຽກນຳກັນ ໄປປະຊຸມກັບໄປຮັບໃຊ້ນຳກັນ ແລະເຮັດແນວມ່ວນໆນຳກັນ ເຂົາເຈົ້າກໍຈະຮັກແລະໄວ້ໃຈກັນຫຼາຍຂຶ້ນ. ນອກຈາກນັ້ນ ເຂົາເຈົ້າກໍຈະມີໂອກາດໄດ້ລົມກັນຫຼາຍຂຶ້ນໃນແບບທີ່ຜ່ອນຄາຍ. ບາງເທື່ອ ເຈົ້າອາດຈະຕ້ອງໄດ້ສະລະຄວາມມັກສ່ວນໂຕເພື່ອຈະເຮັດສິ່ງທີ່ຄົນໃນຄອບຄົວມັກ ແຕ່ການເຮັດແນວນັ້ນກໍຄຸ້ມຄ່າຫຼາຍ. (ຟລປ 2:3, 4) ຄັນຊັ້ນ ເຈົ້າຈະໃຊ້ເວລານຳຄອບຄົວແນວໃດໃຫ້ຄຸ້ມຄ່າທີ່ສຸດ?—ອຟຊ 5:15, 16
ເປີດວິດີໂອ ວິທີເຮັດໃຫ້ຄອບຄົວມີສັນຕິສຸກ—ປັບປຸງວິທີເວົ້າລົມກັນໃຫ້ດີຂຶ້ນ ແລ້ວຖາມວ່າ:
ການໃຊ້ເຄື່ອງມືເອເລັກໂຕຣນິກແບບຜິດໆເປັນອຸປະສັກແນວໃດໃນການເວົ້າລົມກັນໃນຄອບຄົວ?
ໃນວິດີໂອນີ້ ເຈົ້າໄດ້ບົດຮຽນຫຍັງອີກໃນເລື່ອງການເວົ້າລົມກັນ?
ເປັນຜູ້ຟັງທີ່ດີ. (ຢກບ 1:19) ເບິ່ງຄືວ່າລູກຈະກ້າສະແດງຄວາມຮູ້ສຶກອອກມາໄດ້ຫຼາຍຂຶ້ນ ຖ້າເຂົາເຈົ້າບໍ່ໄດ້ຢ້ານວ່າຊິຖືກພໍ່ແມ່ຮ້າຍຫຼືຖືກເຂົ້າໃຈຜິດ. ດັ່ງນັ້ນ ຢ່າຟ້າວໃຈຮ້າຍຖ້າລູກເວົ້າກ່ຽວກັບເລື່ອງທີ່ເຈົ້າເປັນຫ່ວງ. (ສພສ 17:27) ແທນທີ່ຈະເປັນແນວນັ້ນ ໃຫ້ຟັງດ້ວຍຄວາມເຫັນໃຈ. ພະຍາຍາມເຂົ້າໃຈຄວາມຄິດແລະຄວາມຮູ້ສຶກຂອງລາວ ແລະເຮັດໃຫ້ລາວໝັ້ນໃຈວ່າເຈົ້າຮັກລາວແລະຢາກຊ່ວຍລາວແທ້ໆ.
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 27 ຂໍ້ 19-22 ແລະຂອບໜ້າ 212