ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ24 ມີນາ ໜ້າ 10-11
  • ວັນທີ 8-14 ເມສາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນທີ 8-14 ເມສາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຄມປ24 ມີນາ ໜ້າ 10-11

ວັນ​ທີ 8-14 ເມສາ

ເພງ​ສັນລະເສີນ 26-28

ເພງ​ທີ 34 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະ​ເຈົ້າ

ກະສັດດາວິດອະທິດຖານຢ່າງຈິງຈັງ.

1. ດາວິດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ?

(10 ນາທີ)

ດາວິດ​ຂໍ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເປັນ​ຄົນ​ທີ່​ດີ​ຂຶ້ນ (ພສ 26:1, 2; w04-SI 1/12 ໜ້າ 14 ຂໍ້ 8-9)

ດາວິດ​ບໍ່​ຄົບຫາກັບຄົນ​ທີ່​ເຮັດ​ແນວ​ທີ່​ບໍ່​ດີ (ພສ 26:4, 5; w04-SI 1/12 ໜ້າ 15 ຂໍ້ 12-13)

ດາວິດ​ຮັກ​ການ​ນະມັດສະການ​ພະ​ເຢໂຫວາ (ພສ 26:8; w04-SI 1/12 ໜ້າ 16 ຂໍ້ 17-18)


ເຖິງ​ວ່າ​ດາວິດ​ຈະ​ເຮັດ​ຜິດ ແຕ່​ລາວ​ກໍ​ໃຊ້​ຊີວິດ​ຢ່າງ “ສັດຊື່ . . . ສຸດ​ຫົວໃຈ.” (1ກສ 9:4) ຄົນ​ອື່ນ​ເຫັນ​ໄດ້​ວ່າດາວິດ​ສັດຊື່​ຕໍ່​ພະ​ເຢໂຫວາ​ກໍ​ຍ້ອນ​ລາວ​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 27:10—ຂໍ້​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ຕອນທີ່​ຖືກ​ຄົນ​ໃກ້ຊິດ​ຫັກ​ຫຼັງ? (w06-SI 15/7 ໜ້າ 28 ຂໍ້ 15)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ພສ 27:1-14 (ອສ ບົດ​ຮຽນ​ທີ 2)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ຕາມ​ບ້ານ​ເຮືອນ. ໃຊ້​ແຜ່ນພັບ​ຈາກ​ກ່ອງ​ເຄື່ອງມື​ການ​ສອນ​ຂອງ​ເຮົາ. (ອສ ບົດ​ຮຽນ​ທີ 3)

5. ຕິດ​ຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຢູ່​ຫຼັງ​ແຜ່ນພັບ​ທີ່​ເຈົ້າ​ເອົາ​ໃຫ້​ຜູ້​ສົນໃຈ​ເທື່ອ​ແລ້ວ​ນີ້. ໃຫ້​ລາວ​ເບິ່ງ​ເວັບໄຊ jw.org ແລະ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ຢູ່​ຫັ້ນ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 3)

6. ບັນລະຍາຍ

(5 ນາທີ) ສດຮ ພາກ​ຜະໜວກ ກ ຈຸດ​ທີ 3—ເລື່ອງ: ຈະ​ບໍ່​ມີ​ມົນລະພິດ​ຫຼື​ສະພາບ​ອາກາດ​ທີ່​ຮຸນແຮງ​ອີກ​ຕໍ່​ໄປ ແລະ​ໂລກ​ຈະ​ກາຍ​ເປັນ​ອຸທິຍານ. (ອສ ບົດ​ຮຽນ​ທີ 13)

ຊີວິດ​ຄລິດສະຕຽນ

ເພງ​ທີ 128

7. ໄວລຸ້ນ​ທີ່​ຮັກສາ​ຄວາມ​ສັດຊື່​ທາງ​ດ້ານ​ສິນລະທຳ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ໄວລຸ້ນຜູ້ຊາຍຄົນໜຶ່ງກຳລັງຄິດຕຶກຕອງໃນຂໍ້ຄຳພີທີ່ຫາກໍອ່ານ. ຢູ່ທາງຂ້າງລາວແມ່ນແທັບເລັດທີ່ມີພາບຈາກວິດີໂອຊີວິດໄວລຸ້ນ—ຂ້ອຍຈະ​ຕ້ານທານແຮງກົດດັນໃຫ້ມີເຊັກກ່ອນແຕ່ງດອງໄດ້ແນວໃດ? ເປັນສາກເຫດການທີ່ໂຢເຊັບກຳລັງແລ່ນໜີເມຍຂອງໂປຕີຟາ.

ໄວລຸ້ນ​ຄລິດສະຕຽນ​ຕ້ອງ​ຕໍ່ສູ້​ເພື່ອ​ຈະ​ເປັນ​ຄົນ​ສັດຊື່​ທາງ​ດ້ານ​ສິນລະທຳ. ເຂົາເຈົ້າ​ຕ້ອງ​ຕໍ່ສູ້​ກັບ​ບາບ​ແລະ​ຕໍ່​ສູ້​ເພື່ອ​ຈະ​ຮັກສາ​ຄວາມ​ສະອາດ​ໃນ​ຕອນ​ທີ່​ເປັນ​ໜຸ່ມ​ເປັນ​ສາວ. ໃນ​ໄລຍະ​ນີ້ ໄວລຸ້ນ​ຈະ​ມີ​ຄວາມ​ຮູ້ສຶກ​ທາງ​ເພດ​ຮຸນແຮງ​ຫຼາຍ​ເຊິ່ງ​ຍາກ​ທີ່​ເຂົາເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ຣມ 7:21; 1ກຣ 7:36) ເຂົາເຈົ້າ​ຍັງ​ຕ້ອງ​ຕໍ່​ສູ້​ເລື້ອຍ​ໆ​ກັບ​ແຮງ​ກົດ​ດັນ​ໃຫ້​ມີ​ເພດ​ສຳພັນ​ກັບທັງ​ເພດ​ກົງ​ກັນ​ຂ້າມ​ແລະ​ເພດ​ດຽວ​ກັນ. (ອຟຊ 2:2) ເຮົາ​ພູມໃຈ​ຫຼາຍ​ແທ້​ໆ​ທີ່​ໄວລຸ້ນ​ຍັງ​ຮັກສາ​ຄວາມ​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່​ໆ​ໄປ.

ເປີດ​ວິດີໂອ ຊີວິດ​ໄວລຸ້ນ—ຂ້ອຍ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ໃຫ້​ມີ​ເຊັກ​ກ່ອນ​ແຕ່ງດອງ​ໄດ້​ແນວ​ໃດ? ແລ້ວ​ຖາມ​ວ່າ:

  •  ຄໍຣີ​ແລະ​ແຄມຣິນ​ເຈິ​ຄວາມ​ກົດ​ດັນ​ຈາກ​ຄົນ​ອ້ອມ​ຂ້າງ​ແນວ​ໃດ?

  •  ສິ່ງ​ໃດ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັກສາ​ຄວາມ​ສັດຊື່​ໄດ້?

  •  ໃນ​ຄຳພີ​ໄບເບິນ​ມີ​ຫຼັກການ​ຂໍ້​ໃດ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ຕອນ​ທີ່​ເຈິ​ສະຖານະການ​ທີ່​ຄ້າຍ​ຄື​ກັນ​ນັ້ນ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 8 ຂໍ້ 5-12

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 38 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌