ວັນທີ 1-7 ເມສາ
ເພງສັນລະເສີນ 23-25
ເພງທີ 4 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. “ພະເຢໂຫວາເບິ່ງແຍງຂ້ອຍຄືກັບຜູ້ລ້ຽງແກະ”
(10 ນາທີ)
ພະເຢໂຫວາຊີ້ນຳພວກເຮົາ (ພສ 23:1-3; w11-SI 1/5 ໜ້າ 31 ຫຍໍ້ໜ້າ 3)
ພະເຢໂຫວາປົກປ້ອງພວກເຮົາ (ພສ 23:4; w11-SI 1/5 ໜ້າ 31 ຫຍໍ້ໜ້າ 4)
ພະເຢໂຫວາລ້ຽງພວກເຮົາ (ພສ 23:5; w11-SI 1/5 ໜ້າ 31 ຫຍໍ້ໜ້າ 5)
ພະເຢໂຫວາເບິ່ງແຍງຜູ້ຮັບໃຊ້ຂອງເພິ່ນຄືກັບຜູ້ລ້ຽງແກະເບິ່ງແຍງແກະຂອງລາວດ້ວຍຄວາມຮັກ.
ໃຫ້ຖາມໂຕເອງວ່າ: ‘ພະເຢໂຫວາເບິ່ງແຍງຂ້ອຍເປັນສ່ວນໂຕແນວໃດ?’
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ພສ 23:3—ແມ່ນຫຍັງຈະຊ່ວຍເຮົາໃຫ້ຢູ່ໃນ “ທາງທີ່ຖືກຕ້ອງ” ຕໍ່ໆໄປ? (w11-SI 15/2 ໜ້າ 24 ຂໍ້ 1-3)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ພສ 23:1–24:10 (ອສ ບົດຮຽນທີ 5)
4. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. ເມື່ອຄົນທີ່ເຈົ້າລົມນຳບອກວ່າລາວເປັນຫ່ວງເລື່ອງສິ່ງແວດລ້ອມ ກໍໃຫ້ເວົ້າເຖິງຂໍ້ຄຳພີທີ່ໃຫ້ກຳລັງໃຈກ່ຽວກັບເລື່ອງນີ້ສູ່ລາວຟັງ. (ສດຮ ບົດຮຽນທີ 2 ຈຸດທີ 5)
5. ຕິດຕາມ
(4 ນາທີ) ຕາມບ້ານເຮືອນ. ສາທິດການສຶກສາຄຳພີໄບເບິນໃຫ້ຄົນທີ່ຮັບປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! (ສດຮ ບົດຮຽນທີ 9 ຈຸດທີ 3)
6. ສອນຄົນໃຫ້ເປັນລູກສິດ
(5 ນາທີ) ຊສຕ ບົດທີ 14 ຂໍ້ 4 (ສດຮ ບົດຮຽນທີ 11 ຈຸດທີ 3)
ເພງທີ 54
7. ພວກເຮົາບໍ່ຟັງສຽງຂອງຄົນແປກໜ້າ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ແກະຮູ້ຈັກສຽງຂອງຜູ້ທີ່ລ້ຽງມັນແລະນຳຫຼັງລາວໄປ. ແຕ່ມັນຈະແລ່ນໜີຄົນແປກໜ້າທີ່ມັນບໍ່ຄຸ້ນສຽງ. (ຢຮ 10:5) ຄ້າຍຄືກັນ ເຮົາຟັງສຽງຂອງພະເຢໂຫວາແລະພະເຢຊູຜູ້ທີ່ລ້ຽງເຮົາທີ່ເຮົາຮັກແລະໄວ້ໃຈໄດ້. (ພສ 23:1; ຢຮ 10:11) ແຕ່ເຮົາຈະບໍ່ຟັງສຽງຂອງຄົນແປກໜ້າທີ່ພະຍາຍາມເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງໂດຍ “ໃຊ້ຄຳເວົ້າຫຼອກລວງ.”—2ປຕ 2:1, 3
ປະຖົມມະການບົດ 3 ເວົ້າເຖິງສຽງຂອງຄົນແປກໜ້າເທື່ອທຳອິດທີ່ມີຢູ່ໃນໂລກ. ຊາຕານມາຫາເອວາ ແລະເພື່ອພະຍາຍາມປິດບັງບໍ່ໃຫ້ເອວາຮູ້ວ່າມັນແມ່ນໃຜ ມັນຈຶ່ງໃຊ້ງູເວົ້ານຳເອວາ. ຊາຕານທຳທ່າເປັນໝູ່ກັບເອວາ. ມັນບິດເບືອນຄຳເວົ້າແລະເຈຕະນາຂອງພະເຢໂຫວາ. ເປັນເລື່ອງທີ່ເສົ້າໃຈຫຼາຍທີ່ເອວາຟັງຊາຕານແລະເຮັດໃຫ້ລາວກັບຄອບຄົວເຈິຄວາມທຸກລຳບາກຫຼາຍ.
ທຸກມື້ນີ້ ຊາຕານພະຍາຍາມເຮັດໃຫ້ເຮົາສົງໄສກ່ຽວກັບພະເຢໂຫວາແລະອົງການຂອງເພິ່ນໂດຍແພ່ເລື່ອງທີ່ຄົນອື່ນເວົ້າກ່ຽວກັບພະຍານພະເຢໂຫວາໃນທາງທີ່ບໍ່ດີ ແພ່ເລື່ອງຕົວະ ເລື່ອງທີ່ເປັນຄວາມຈິງແດ່ແລະຄວາມຕົວະແດ່ປົນກັນ ຖ້າເຮົາໄດ້ຍິນສຽງຂອງຄົນແປກໜ້າແບບນີ້ ເຮົາຕ້ອງໜີທັນທີໂລດ! ພຽງແຕ່ເຮົາຟັງແຕ່ໜ້ອຍດຽວກໍເປັນອັນຕະລາຍຫຼາຍ. ລອງຄິດເບິ່ງ ຊາຕານໃຊ້ຄຳເວົ້າບໍ່ຈັກຄຳກໍຕົວະເອວາໄດ້ແລ້ວທັງໆທີ່ລົມກັນບຶດດຽວ. (ປຖກ 3:1, 4, 5) ແຕ່ຖ້າຄົນທີ່ເຮົາຮູ້ຈັກເຊິ່ງຮັກແລະຫວັງດີກັບເຮົາຢາກສົ່ງຂໍ້ມູນໃນແງ່ລົບກ່ຽວກັບອົງການຂອງພະເຢໂຫວາໃຫ້ເຮົາ ເຮົາຈະເຮັດແນວໃດ?
ເປີດວິດີໂອ ບໍ່ຟັງ “ສຽງຂອງຄົນແປກໜ້າ” ແລ້ວຖາມວ່າ:
ເຈົ້າໄດ້ຮຽນຫຍັງຈາກວິທີທີ່ເຈດີ້ຮັບມືຕອນທີ່ແມ່ຢາກໃຫ້ລາວເບິ່ງຂໍ້ມູນໃນແງ່ລົບກ່ຽວກັບອົງການຂອງພະເຢໂຫວາ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 8 ຂໍ້ 1-4 ແລະຂອບໜ້າ 61-62