ຊີວິດຄລິດສະຕຽນ
ພະຍາຍາມເຂົ້າໃຈພາບລວມທັງໝົດ
ຕອນທີ່ອ່ານເລື່ອງຕ່າງໆໃນຄຳພີໄບເບິນ ໃຫ້ພະຍາຍາມເຂົ້າໃຈພາບລວມທັງໝົດ. ຮຽນຮູ້ກ່ຽວກັບແວດບົດ ຄົນທີ່ກ່ຽວຂ້ອງ ແລະເຫດຜົນທີ່ພວກເຂົາເຮັດແບບນັ້ນ. ໃຊ້ຈິນຕະນາການເພື່ອໃຫ້ເຫັນເຫດການ ໄດ້ຍິນສຽງ ໄດ້ກິ່ນ ແລະຮັບຮູ້ເຖິງຄວາມຮູ້ສຶກຂອງຜູ້ຄົນ.
ເບິ່ງວິດີໂອສັ້ນປັບປຸງຄຸນນະພາບການອ່ານພະຄຳພີ ແລ້ວຕອບຄຳຖາມຕໍ່ໄປນີ້:
ມີຫຍັງແດ່ທີ່ອາດເຮັດໃຫ້ພວກອ້າຍມີບັນຫາກັບໂຢເຊັບ?
ສິ່ງໃດອາດເຮັດໃຫ້ພວກອ້າຍຂອງໂຢເຊັບລົງມືເຮັດດ້ວຍຄວາມໃຈຮ້ອນແລະບໍ່ຄິດເຖິງຜົນທີ່ຕາມມາ?
ຄຳພີໄບເບິນຊ່ວຍເຮົາໃຫ້ເຂົ້າໃຈກ່ຽວກັບຢາໂຄບພໍ່ຂອງໂຢເຊັບແນວໃດ?
ຢາໂຄບໃຫ້ບົດຮຽນທີ່ດີຫຍັງກັບພວກລູກຊາຍເພື່ອແກ້ໄຂຂໍ້ຂັດແຍ່ງ?
ເຈົ້າໄດ້ຮັບປະໂຫຍດຫຍັງຈາກວິດີໂອນີ້?