ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຕົ້ນເດີມ 42-43
ໂຢເຊັບຄວບຄຸມຕົວເອງຫຼາຍແທ້ໆ
ເຈົ້ານຶກພາບອອກບໍວ່າໂຢເຊັບຈະຮູ້ສຶກແນວໃດເມື່ອເຈິກັບພວກອ້າຍໂດຍບໍ່ຄາດຄິດ? ລາວອາດຈະບອກພວກອ້າຍທັນທີວ່າລາວເປັນໃຜ ແລະຈາກນັ້ນກໍກອດພວກເຂົາຫຼືບໍ່ກໍແກ້ແຄ້ນເລີຍ. ແຕ່ລາວບໍ່ໄດ້ເຮັດແບບນັ້ນ. ຖ້າເຈົ້າຖືກປະຕິບັດແບບບໍ່ຍຸຕິທຳຈາກຄົນໃນຄອບຄົວຫຼືຄົນອື່ນ ເຈົ້າຈະເຮັດແນວໃດ? ຕົວຢ່າງຂອງໂຢເຊັບສອນເຮົາວ່າການຄວບຄຸມຕົວເອງແລະໃຈເຢັນມີປະໂຫຍດຫຼາຍກວ່າການເຮັດຕາມຄວາມບໍ່ສົມບູນແບບຂອງເຮົາແລະຫົວໃຈທີ່ທໍລະຍົດ.
ເຈົ້າຈະຮຽນແບບໂຢເຊັບໄດ້ແນວໃດໃນການຮັບມືກັບສະພາບການທີ່ເຈົ້າເຈິ?