ວັນທີ 18-24 ພຶດສະພາ
ຕົ້ນເດີມ 40-41
ເພງ 8 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (1 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ພະເຢໂຫວາຊ່ວຍເຫຼືອໂຢເຊັບ”: (10 ນາທີ)
ຕົ້ນ 41:9-13—ກະສັດຟາໂຣໄດ້ຍິນວ່າໂຢເຊັບແປຄວາມຝັນໄດ້ (w15-SI 1/2 ໜ້າ 14 ຫຍໍ້ໜ້າ 4-5)
ຕົ້ນ 41:16, 29-32—ພະເຢໂຫວາຊ່ວຍໃຫ້ໂຢເຊັບແປຄວາມຝັນຂອງຟາໂຣໄດ້ (w15-SI 1/2 ໜ້າ 14-15)
ຕົ້ນ 41:38-40—ໂຢເຊັບກາຍເປັນຜູ້ປົກຄອງໃນເອຢິບຮອງຈາກຟາໂຣ (w15-SI 1/2 ໜ້າ 15 ຫຍໍ້ໜ້າ 3)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (10 ນາທີ)
ຕົ້ນ 41:14—ເປັນຫຍັງໂຢເຊັບຈຶ່ງແຖໜວດກ່ອນຈະເຂົ້າພົບຟາໂຣ? (w15-SI 1/11 ໜ້າ 9 ຫຍໍ້ໜ້າ 1-3)
ຕົ້ນ 41:33—ເຮົາໄດ້ຮຽນຮູ້ຫຍັງຈາກວິທີທີ່ໂຢເຊັບເວົ້າກັບຟາໂຣ? (w09-SI 15/11 ໜ້າ 28 ຂໍ້ 14)
ເຈົ້າໄດ້ຮັບປະໂຫຍດຫຍັງແດ່ຈາກການອ່ານຄຳພີໄບເບິນໃນອາທິດນີ້ທີ່ກ່ຽວກັບພະເຢໂຫວາ ວຽກປະກາດ ຫຼືເລື່ອງອື່ນໆ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ຕົ້ນ 40:1-23 (ອສ ບົດຮຽນທີ 2)
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ວິດີໂອກັບໄປຢາມເທື່ອທຳອິດ: (5 ນາທີ) ພິຈາລະນາຖາມ-ຕອບ. ເປີດວິດີໂອ ແລ້ວຖາມວ່າ: ສິ່ງໃດສະແດງໃຫ້ເຫັນວ່າພີ່ນ້ອງຄູ່ຜົວເມຍໄດ້ກຽມຕົວນຳກັນໃນການກັບໄປຢາມຄັ້ງນີ້? ພີ່ນ້ອງຊາຍໄດ້ອະທິບາຍຂໍ້ພະຄຳພີໃຫ້ຜູ້ຟັງເຂົ້າໃຈແຈ້ງແນວໃດ?
ກັບໄປຢາມເທື່ອທຳອິດ: (ບໍ່ເກີນ 4 ນາທີ) ໃຊ້ຕົວຢ່າງການສົນທະນາ. (ອສ ບົດຮຽນທີ 11)
ກັບໄປຢາມເທື່ອທຳອິດ: (ບໍ່ເກີນ 5 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ. ສະເໜີສິ່ງພິມຈາກກ່ອງເຄື່ອງມືສຳລັບການສອນ. (ອສ ບົດຮຽນທີ 13)
ຊີວິດຄລິດສະຕຽນ
ໃຫ້ເຮັດຄືກັບໂຢເຊັບໂດຍໃຫ້ອົດທົນຕໍ່ໄປເຖິງວ່າເຈິຄວາມບໍ່ຍຸຕິທຳ: (6 ນາທີ) ເປີດວິດີໂອມາເປັນໝູ່ກັບພະເຢໂຫວານຳກັນ—ອົດທົນຕໍ່ໄປເຖິງວ່າເຈິຄວາມບໍ່ຍຸຕິທຳ. ຈາກນັ້ນ ເຊີນເດັກນ້ອຍໃຫ້ຂຶ້ນເວທີ ແລ້ວຖາມວ່າ: ແຈ໋ກກີ້ກັບໂຊເຟຍເຈິຄວາມບໍ່ຍຸຕິທຳຫຍັງ? ເຈົ້າຄິດວ່າແຈ໋ກກີ້ກັບໂຊເຟຍໄດ້ຮຽນຮູ້ຫຍັງຈາກຕົວຢ່າງຂອງໂຢເຊັບ?
ຄວາມຈຳເປັນຂອງປະຊາຄົມ: (9 ນາທີ)
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) jy-SI ບົດ 115
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (ບໍ່ເກີນ 3 ນາທີ)
ເພງ 124 ແລະຄຳອະທິດຖານ