ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ພຶດສະພາ ໜ້າ 8
  • ໃຫ້ເຮັດຄືກັບໂຢເຊັບໂດຍໜີຈາກການເຮັດຜິດສິນລະທຳ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້ເຮັດຄືກັບໂຢເຊັບໂດຍໜີຈາກການເຮັດຜິດສິນລະທຳ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເລື່ອງ​ເພດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • “ຈົ່ງ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ”
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ບຸກຄົນ​ທີ່​ຄວນ​ຮຽນ​ແບບ—ໂຢເຊັບ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ພະເຢໂຫວາ​ໃຫ້​ເຈົ້າ​ປະສົບ​ຜົນ​ສຳເລັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ພຶດສະພາ ໜ້າ 8
ໂຢເຊັບ​ໜີ​ຈາກ​ເມຍ​ຂອງ​ໂປຕີຟາ​ໃນ​ຂະນະ​ທີ່​ຈັບ​ເສື້ອ​ຄຸມ​ຂອງ​ໂຢເຊັບ​ໄວ້.

ຊີວິດ​ຄລິດສະຕຽນ

ໃຫ້​ເຮັດ​ຄື​ກັບ​ໂຢເຊັບ​ໂດຍ​ໜີ​ຈາກ​ການ​ເຮັດ​ຜິດສິນລະທຳ

ໂຢເຊັບ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ເຮົາ​ເມື່ອ​ເຮົາ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດສິນລະທຳ. ທຸກ​ຄັ້ງ​ທີ່​ເມຍ​ຂອງ​ນາຍ​ພະຍາຍາມ​ຊັກຊວນ​ໂຢເຊັບ​ໃຫ້​ມາ​ນອນ​ນຳ ລາວ​ກໍ​ປະຕິເສດ. (ຕົ້ນ 39:7-10, ລ.ມ.) ລາວ​ເວົ້າ​ວ່າ: “ຈະ​ໃຫ້​ຂ້ອຍ​ເຮັດ​ເລື່ອງ​ຊົ່ວໆແບບ​ນີ້​ໄດ້​ແນວ​ໃດ ມັນ​ເປັນ​ການ​ເຮັດ​ບາບ​ຕໍ່​ພະເຈົ້າ?” ນີ້​ສະແດງ​ວ່າ​ໂຢເຊັບ​ຄິດ​ຄື​ກັບ​ພະ​ເຢໂຫວາ​ວ່າ ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ຈະ​ມີ​ເພດ​ສຳພັນ​ໄດ້​ສະເພາະ​ກັບ​ຄູ່​ຂອງ​ຕົວ​ເອງ​ເທົ່າ​ນັ້ນ. ສິ່ງ​ນີ້​ຊ່ວຍ​ລາວ​ໃຫ້​ຮັບ​ມື​ໄດ້​ເມື່ອ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ອາດ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດສິນລະທຳ. ແທນ​ທີ່​ລາວ​ຈະ​ຍັງ​ຢູ່​ບ່ອນ​ນັ້ນ ແລະ​ຍອມ​ໃຫ້​ຜູ້​ຍິງ​ກົດ​ດັນ​ລາວ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ ລາວ​ໄດ້​ແລ່ນ​ໜີ.—ຕົ້ນ 39:12; 1​ກຣ 6:18

ເບິ່ງ​ວິດີໂອ​ໜີ​ຈາກ​ການ​ເຮັດ​ຜິດສິນລະທຳ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ມີຄະຢອງ​ລົມ​ກັບ​ຈິນ​ຢູ່​ລະບຽງ​ທາງ​ຍ່າງ​ໃນ​ໂຮງ​ຮຽນ.

    ຈິນ​ເຈິ​ກັບ​ສະຖານະການ​ຫຍັງ?

  • ຈິນ​ແນມ​ເບິ່ງ​ມີຄະຢອງ​ໃນ​ຂະນະ​ທີ່​ລາວ​ຄິດ​ກ່ຽວ​ກັບ​ຄຳ​ຂໍ​ຂອງ​ມີຄະຢອງ.

    ຈິນ​ຖາມ​ຕົວ​ເອງ​ແນວ​ໃດ ເມື່ອ​ມີຄະຢອງ​ຂໍ​ໃຫ້​ລາວ​ຊ່ວຍ​ສອນ​ແກ້​ວຽກ​ບ້ານ​ວິຊາ​ເລກ?

  • ຄຳ​ຂໍ​ຂອງ​ມີຄະຢອງ​ສົ່ງ​ຜົນ​ຕໍ່​ຈິນ​ແນວ​ໃດ?

  • ຈິນ​ລົມ​ກັບ​ລຸງ​ຂອງ​ລາວ​ເຊິ່ງ​ເປັນ​ຜູ້​ດູ​ແລ.

    ຈິນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ?

  • ຈິນ​ປະຕິເສດ​ຄຳ​ຂໍ​ເປັນ​ໝູ່​ຈາກ​ມີຄະຢອງ​ໃນ​ໂທລະສັບ.

    ຈິນ​ໄດ້​ເຮັດ​ຫຍັງ​ເພື່ອ​ໜີ​ຈາກ​ການ​ເຮັດ​ຜິດສິນລະທຳ?

  • ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິດີໂອ​ເລື່ອງ​ນີ້?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌