ຊີວິດຄລິດສະຕຽນ
ເຈົ້າສາມາດເອົາຊະນະໄດ້ເຖິງວ່າຈະ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ”!
ໃນສະໄໝສຸດທ້າຍທີ່ຍາກລຳບາກນີ້ ບັນຫາທີ່ຫຍຸ້ງຍາກຫຼາຍຢ່າງເຮັດໃຫ້ຜູ້ຮັບໃຊ້ຂອງພະເຈົ້າຕ້ອງເຈິກັບຄວາມລຳບາກ. (2 ຕີໂມ. 3:1) ເຈົ້າສາມາດໝາຍເພິ່ງພະເຢໂຫວາແລະຮັບມືກັບບັນຫາຕ່າງໆໄດ້ແນວໃດ? ເບິ່ງວິດີໂອ “ຄົນຕາບອດຈະເບິ່ງເຫັນ” ເພື່ອເບິ່ງສິ່ງທີ່ທາລິທາ ອັນນາຊິ ແລະພໍ່ແມ່ຂອງລາວຮັບມືກັບບັນຫາ ແລ້ວຕອບຄຳຖາມຕໍ່ໄປນີ້:
ທາລິທາ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ” ອັນໃດ?
ຄຳສັນຍາຫຍັງໃນຄຳພີໄບເບິນທີ່ຊ່ວຍໃຫ້ທາລິທາແລະພໍ່ແມ່ຂອງລາວຮັກສາຄວາມຄິດໃນແງ່ບວກ?
ພໍ່ແມ່ຂອງທາລິທາສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າວາງໃຈພະເຢໂຫວາຫຼັງຈາກທີ່ທາລິທາຜ່າຕັດໄດ້ບໍ່ດົນ?
ພໍ່ແມ່ຂອງທາລິທາໄດ້ໃຊ້ສິ່ງທີ່ອົງການຈັດກຽມແນວໃດເພື່ອຊ່ວຍໃຫ້ທາລິທາຮັກພະເຈົ້າ?
ທາລິທາສະແດງໃຫ້ເຫັນແນວໃດວ່າລາວໃກ້ຊິດກັບພະເຢໂຫວາເຖິງວ່າຈະ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ”?
ຕົວຢ່າງຂອງທາລິທາໃຫ້ກຳລັງໃຈເຈົ້າແນວໃດ?