ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | 2 ໂກລິນໂທ 11-13
ໂປໂລ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ”
ໃນຄຳພີໄບເບິນມັກໃຊ້ສ້ຽນຫຼືໜາມເພື່ອປຽບທຽບກັບຄົນຫຼືສິ່ງຂອງທີ່ເຮັດໃຫ້ເກີດອັນຕະລາຍແລະມີບັນຫາ. (ຈົດເຊັນ. 33:55; ສຸພາ. 22:5; ເອເຊກ. 28:24) ເມື່ອໂປໂລຂຽນເລື່ອງທີ່ລາວ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ” ລາວອາດໝາຍເຖິງພວກສາວົກປອມແລະຄົນອື່ນໆທີ່ຕຳໜິການເປັນອັກຄະສາວົກແລະວຽກຂອງລາວ. ຂໍ້ພະຄຳພີທາງລຸ່ມນີ້ບອກແນວໃດວ່າໂປໂລອາດ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ” ຢ່າງອື່ນນຳອີກ?
ເຈົ້າ “ມີສ້ຽນເປັນທີ່ປະທານໃນເນື້ອໜັງ” ຫຍັງ?
ເຈົ້າໝາຍເພິ່ງພະເຢໂຫວາແນວໃດເພື່ອຊ່ວຍເຈົ້າໃຫ້ອົດທົນ?