ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ລືກາ 6-7
ຈົ່ງປະທານໃຫ້ຢ່າງໃຈກວ້າງ
ຄົນທີ່ໃຈກວ້າງຍິນດີໃຊ້ເວລາ ເຫື່ອແຮງ ຊັບສິນເພື່ອຊ່ວຍແລະໃຫ້ກຳລັງໃຈຄົນອື່ນ.
ຄຳກຳມະໃນພາສາເກັຣກທີ່ແປວ່າ “ໃຫ້ມີນິດໄສມັກແບ່ງປັນ” ເປັນການກະທຳທີ່ຕໍ່ເນື່ອງ.
ຖ້າເຮົາມີນິດໄສມັກແບ່ງປັນ ຄົນອື່ນກໍຈະຖອກໃສ່ກະເປົາຂອງເຮົາ “ຈົນເຕັມ ກົດແລະສັ່ນ ແລ້ວໃສ່ໃຫ້ອີກຈົນລົ້ນ, ລ.ມ.” ຄຳເວົ້ານີ້ອາດເຮັດໃຫ້ຄິດເຖິງວິທີທີ່ພໍ່ຄ້າຍັດເຄື່ອງທີ່ລູກຄ້າຊື້ແລ້ວໃສ່ໄວ້ໃນເສື້ອຊັ້ນນອກທີ່ລາວພັບຂຶ້ນມາ.