ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຄຳເພງ 34-37
ຈົ່ງປົງໃຈໃນພະເຢໂຫວາແລະເຮັດຄວາມດີ
“ຢ່າອິດສາຄົນເຮັດຜິດ, ລ.ມ.”
ຢ່າຍອມໃຫ້ຄວາມສຳເລັດຊົ່ວຄາວຂອງຄົນຊົ່ວເຮັດໃຫ້ເຈົ້າຫັນເຫອອກຈາກການຮັບໃຊ້ພະເຢໂຫວາ. ຂໍໃຫ້ເຈົ້າຈົດຈໍ່ຢູ່ທີ່ພະພອນແລະເປົ້າໝາຍທາງດ້ານຄວາມເຊື່ອ.
‘ຈົ່ງປົງໃຈໃນພະເຢໂຫວາແລະເຮັດຄວາມດີ’
ການວາງໃຈພະເຢໂຫວາຈະຊ່ວຍເຈົ້າໃຫ້ເອົາຊະນະຄວາມກັງວົນແລະຂໍ້ສົງໄສໃດໆທີ່ເຈົ້າມີ. ພະອົງຈະຊ່ວຍເຈົ້າໃຫ້ຮັກສາຄວາມສັດຊື່.
ໃຫ້ຫຍຸ້ງຢູ່ກັບການປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ.
“ຈົ່ງຫາຄວາມສະໜຸກຂອງເຈົ້າໃນພະເຢໂຫວາ”
ຈັດຕາຕະລາງການອ່ານພະຄຳພີແລະຄິດຕຶກຕອງໃນສິ່ງທີ່ອ່ານໂດຍມີເປົ້າໝາຍທີ່ຈະຮູ້ຈັກພະເຢໂຫວາໃຫ້ຫຼາຍຂຶ້ນ.
‘ຈົ່ງມອບທາງຂອງເຈົ້າໄວ້ກັບພະເຢໂຫວາ’
ການວາງໃຈພະເຢໂຫວາຢ່າງເຕັມທີຈະຊ່ວຍເຈົ້າໃຫ້ຮັບມືກັບບັນຫາຕ່າງໆໄດ້.
ຮັກສາການປະພຶດທີ່ດີເຖິງແມ່ນຖືກຕໍ່ຕ້ານ ຖືກຂົ່ມເຫງ ຫຼືຖືກໃສ່ຮ້າຍ.
“ຈົ່ງຢູ່ສະຫງັດງຽບເພິ່ງພະເຢໂຫວາແລະຄອງຫາພະອົງ”
ຫຼີກລ່ຽງການກະທຳທີ່ເຮັດໃຫ້ເຈົ້າສູນເສຍຄວາມຍິນດີແລະຄວາມປອດໄພທາງດ້ານຄວາມເຊື່ອ.
“ຄົນທັງຫຼາຍທີ່ມີໃຈອ່ອນຫວານຈະມີແຜ່ນດິນໄວ້”
ຊອກຫາຄວາມອ່ອນນ້ອມແລະຄອຍຖ້າພະເຢໂຫວາກຳຈັດສິ່ງທີ່ບໍ່ຍຸຕິທຳທັງໝົດທີ່ເຈົ້າປະສົບ.
ຊ່ວຍເຫຼືອເພື່ອນຮ່ວມຄວາມເຊື່ອແລະປອບໂຍນຄົນທີ່ໂສກເສົ້າດ້ວຍຄຳສັນຍາຂອງພະເຈົ້າເລື່ອງໂລກໃໝ່ທີ່ຫຍັບເຂົ້າມາໃກ້ແລ້ວ.
ລາຊະອານາຈັກເມຊີຈະນຳໄປສູ່ພະພອນຢ່າງລົ້ນເຫຼືອ