ວັນທີ 6-12 ມິຖຸນາ
ຄຳເພງ 34-37
ເພງ 95 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
‘ຈົ່ງປົງໃຈໃນພະເຢໂຫວາແລະເຮັດຄວາມດີ’: (10 ນາທີ)
ເພງ. 37:1, 2—ຈົດຈໍ່ຢູ່ທີ່ການຮັບໃຊ້ພະເຢໂຫວາ ບໍ່ແມ່ນຄວາມສຳເລັດຂອງຄົນຊົ່ວ (ຫ 1/12/03 ໜ້າ 9-10 ຫຍໍ້ໜ້າ 3-6)
ເພງ. 37:3-6—ວາງໃຈພະເຢໂຫວາ ເຮັດຄວາມດີ ແລະຈະໄດ້ຮັບພະພອນ (ຫ 1/12/03 ໜ້າ 10-12 ຫຍໍ້ໜ້າ 7-15)
ເພງ. 37:7-11—ອົດທົນຄອຍຖ້າໃຫ້ພະເຢໂຫວາກຳຈັດຄວາມຊົ່ວໃຫ້ໝົດໄປ (ຫ 1/12/03 ໜ້າ 13 ຫຍໍ້ໜ້າ 16-20)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ເພງ. 34:18—ພະເຢໂຫວາປະຕິບັດແນວໃດຕໍ່ຄົນທີ່ “ໃຈຂາດ [ຫົວໃຈແຕກສະຫຼາຍ]” ແລະ “ເສຍໃຈ [ທໍ້ແທ້ສິ້ນຫວັງ]”? (ຫ 1/6/11 ໜ້າ 19)
ເພງ. 34:20—ຄຳພະຍາກອນນີ້ສຳເລັດເປັນຈິງໃນພະເຍຊູແນວໃດ? (ຫ 15/12/13 ໜ້າ 21 ຫຍໍ້ໜ້າ 19)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ມີຈຸດໃດແດ່ທີ່ຂ້ອຍຈະເອົາໄປໃຊ້ໃນວຽກປະກາດ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ເພງ. 35:19-36:12
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ກຽມຕົວສຳລັບການສະເໜີໃນເດືອນນີ້: (15 ນາທີ) ພິຈາລະນາ ຖາມ-ຕອບ. ເປີດແຕ່ລະວິດີໂອຕົວຢ່າງການສະເໜີແລະທົບທວນຈຸດສຳຄັນ. ສະໜັບສະໜູນຜູ້ປະກາດໃຫ້ຄິດວິທີການສະເໜີເປັນຂອງຕົວເອງ.
ຊີວິດຄລິດສະຕຽນ
ເພງ 93
“ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ໃຊ້ວິດີໂອໃນການສອນ”: (15 ນາທີ) ພິຈາລະນາ ຖາມ-ຕອບ. ອະທິບາຍຈຸດທີ່ຢູ່ພາຍໃຕ້ຫົວຂໍ້ຍ່ອຍ “ສິ່ງທີ່ຄວນເຮັດ”. ໃຊ້ວິດີໂອໃຜເປັນຜູ້ປະພັນຄຳພີໄບເບິນ? [jw.org/th (ພາສາໄທ) ເບິ່ງຫົວຂໍ້ ສິ່ງພິມແລະມັລຕິມີເດຍ > ປຶ້ມແລະຈຸນລະສານ. ຈາກນັ້ນ ໄປທີ່ຈຸນລະສານຂ່າວດີ. ວິດີໂອນີ້ຈະຢູ່ກ້ອງບົດທີ່ຊື່ວ່າ: “ຂ່າວດີມາຈາກພະເຈົ້າແທ້ໆບໍ?”]
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລບ ບົດ 17 ຫຍໍ້ໜ້າ 1-13
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດໜ້າ (3 ນາທີ)
ເພງ 61 ແລະຄຳອະທິດຖານ