ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ມັງກອນ ໜ້າ 2
  • ສິດທິພິເສດໃນການສ້າງແລະບຳລຸງຮັກສາສະຖານທີ່ນະມັດສະການແທ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສິດທິພິເສດໃນການສ້າງແລະບຳລຸງຮັກສາສະຖານທີ່ນະມັດສະການແທ້
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຮົາ​ມີ​ສ່ວນ​ຮ່ວມ​ໄດ້​ໂດຍ . . .
  • ນີ້​ແມ່ນ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ວຽກ​ກໍ່​ສ້າງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ເຮົາ​ສາມາດ​ຊ່ວຍ​ແນວ​ໃດ​ໃນ​ການ​ເບິ່ງ​ແຍງ​ຫໍ​ປະຊຸມ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
  • ເພາະ​ເຫດ​ໃດ​ແລະ​ໂດຍ​ວິທີ​ໃດ​ທີ່​ເຮົາ​ສ້າງ​ຫໍ​ປະຊຸມ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ມັງກອນ ໜ້າ 2

ຊີວິດ​ຄລິດສະຕຽນ

ສິດທິ​ພິເສດ​ໃນ​ການ​ສ້າງ​ແລະ​ບຳລຸງ​ຮັກສາ​ສະຖານ​ທີ່​ນະມັດສະການ​ແທ້

ການ​ກໍ່​ສ້າງ​ວິຫານ​ຂອງ​ຊາວ​ອິດສະລາແອນ​ຕ້ອງ​ໃຊ້​ກຳລັງ​ຄົນ​ແລະ​ຄ່າ​ໃຊ້​ຈ່າຍ​ຈຳນວນ​ຫຼາຍ. ແຕ່​ເຂົາ​ເຈົ້າ​ກໍ​ເຕັມ​ໃຈ​ສະໜັບສະໜູນ​ໂຄງການ​ນີ້. (1 ຂ່າວ. 29:2-9; 2 ຂ່າວ. 6:7, 8) ຫຼັງ​ຈາກ​ສ້າງ​ແລ້ວ ວິຫານ​ນີ້​ຈະ​ຢູ່​ໃນ​ສະພາບ​ທີ່​ດີ​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ສະພາບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ (2 ກະ. 22:3-6; 2 ຂ່າວ. 28:24; 29:3) ໃນ​ທຸກ​ມື້​ນີ້ ຄລິດສະຕຽນ​ທຸ່ມ​ເທ​ເວລາ​ແລະ​ກຳລັງ​ຫຼາຍ​ໃນ​ການ​ກໍ່​ສ້າງ ອະນາໄມ ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ລາຊະອານາຈັກ​ແລະ​ຫໍ​ປະຊຸມ​ໃຫຍ່. ການ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ແບບ​ນີ້​ຖື​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຮັບໃຊ້​ອັນ​ສັກສິດ.—ເພງ. 127:1; ຄຳ​ປ. 7:15.

ເຮົາ​ມີ​ສ່ວນ​ຮ່ວມ​ໄດ້​ໂດຍ . . .

  • ອະນາໄມ​ບໍລິເວນ​ບ່ອນ​ທີ່​ເຈົ້າ​ນັ່ງ​ຢູ່​ຫໍ​ປະຊຸມ

    ອະນາໄມ​ຫຼັງ​ຈາກ​ເລີກ​ປະຊຸມ​ທຸກ​ຄັ້ງ. ຖ້າ​ເຈົ້າ​ມີ​ຂີດ​ຈຳກັດ​ກໍ​ໃຫ້​ອະນາໄມ​ໃນ​ບໍລິເວນ​ທີ່​ເຈົ້າ​ນັ່ງ.

  • ການ​ອະນາໄມ​ຫໍ​ປະຊຸມ

    ອະນາໄມ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ຕາມ​ເວນ​ທີ່​ກຳນົດ​ໄວ້. ຖ້າ​ມີ​ຫຼາຍ​ຄົນ​ຊ່ວຍ​ກັນ​ກໍ​ເຮັດ​ໃຫ້​ວຽກ​ມ່ວນ​ຊື່ນ​ແລະ​ບໍ່​ໜັກ​ເກີນ​ໄປ.—ຮພ ໜ້າ 92 ຫຍໍ້​ໜ້າ 18.

  • ໃສ່​ເງິນ​ບໍລິຈາກ​ໃນ​ກ່ອງ

    ສະໜັບສະໜູນ​ໂດຍ​ການ​ບໍລິຈາກ. ພະ​ເຢໂຫວາ​ພໍ​ໃຈ​ເງິນ​ບໍລິຈາກ​ພຽງ​ແຕ່ “ຫຼຽນ​ທອງແດງ​ສອງ​ອັດ​ທີ່​ມີ​ຄ່າ​ໜ້ອຍ​ທີ່​ສຸດ, ທ.ປ” ທີ່​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ.—ມໂກ. 12:41-44.

  • ການ​ບຳລຸງ​ຮັກສາ​ສະຖານ​ທີ່​ນະມັດສະການ

    ເຈົ້າ​ສາມາດ​ເປັນ​ອາສາ​ສະໝັກ​ກໍ່​ສ້າງ​ແລະ​ປັບ​ປຸງ​ສ້ອມ​ແປງ​ອາຄານ​ຕ່າງໆຂອງ​ອົງການ ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ມີ​ປະສົບການ​ໃນ​ການ​ກໍ່​ສ້າງ​ກໍ​ໄດ້.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌