ຕາຕະລາງອາທິດເລີ່ມຕົ້ນວັນທີ 7 ທັນວາ
ອາທິດເລີ່ມຕົ້ນວັນທີ 7 ທັນວາ
ເພງ 86 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ລບ ບົດ 4 ຫຍໍ້ໜ້າ 1-15 ຂອບໜ້າ 45 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 2 ຂ່າວຄາວ 10-14 (8 ນາທີ)
ທີ 1: 2 ຂ່າວຄາວ 13:13-22 (ບໍ່ເກີນ 3 ນາທີ)
ທີ 2: ເອປາໂຟດີດ—ນັບຖືຄົນທີ່ໄວ້ໃຈໄດ້—ຖຖ ຂອບໜ້າ 212 (5 ນາທີ)
ທີ 3: “ເຊຊາ” ໝາຍຄວາມວ່າຫຍັງ?—ຫ 1/7/11 ໜ້າ 29 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ‘ເຮົາທັງຫຼາຍຕ້ອງຖືກຄວາມທຸກຫຼາຍປະການຈຶ່ງຈະເຂົ້າໄປໃນລາຊະອານາຈັກຂອງພະເຈົ້າ.’— ກິດ. 14:22
ເພງ 85
10 ນາທີ: ‘ເຮົາທັງຫຼາຍຕ້ອງຖືກຄວາມທຸກຫຼາຍປະການຈຶ່ງຈະເຂົ້າໄປໃນລາຊະອານາຈັກຂອງພະເຈົ້າ.’ ບັນລະຍາຍໂດຍໃຊ້ຫົວເລື່ອງຫຼັກຂອງເດືອນນີ້. ອ່ານແລະພິຈາລະນາກິດຈະການ 14:21, 22 ແລະ 1 ເປໂຕ 4:12-14. (ເບິ່ງຫໍສັງເກດການ 15 ກັນຍາ 2014 ໜ້າ 13 ຫຍໍ້ໜ້າ 3-6) ແນະນຳສ່ວນຕ່າງໆຂອງການປະຊຸມສັ້ນໆວ່າກ່ຽວຂ້ອງກັບຫົວເລື່ອງຫຼັກແນວໃດ. ບອກພີ່ນ້ອງເບິ່ງວິດີໂອ ‘ດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມສິ່ງທີ່ເຫັນ’ (ພາສາໄທ) ເພື່ອກຽມຕົວໃນການປະຊຸມອາທິດໜ້າ.
10 ນາທີ: “ເຈົ້າຈະຕອບແນວໃດ?” (ໂກໂລ. 4:6) ບັນລະຍາຍໂດຍໃຊ້ປຶ້ມໂຮງຮຽນການຮັບໃຊ້ ໜ້າ 69 ຫຍໍ້ໜ້າ 1-3. ໃຫ້ສາທິດ 2 ແບບ. ທຳອິດ ຜູ້ປະກາດຕອບທັນທີເມື່ອເຈົ້າຂອງເຮືອນເວົ້າຫຍາບຄາຍໃສ່ ຜົນກໍຄືລາວບໍ່ຕອບຮັບ. ທີສອງ ເຈົ້າຂອງເຮືອນເວົ້າແບບເກົ່າ ແຕ່ຜູ້ປະກາດຢຸດບຶດໜຶ່ງແລະຕອບຢ່າງອ່ອນໂຍນ ສຸດທ້າຍລາວກໍຕອບຮັບ.
10 ນາທີ: “ຈົ່ງຮຽນແບບພວກຜູ້ພະຍາກອນ—ຫາບາກຸກ.” ຖາມ-ຕອບ.
ເພງ 74 ແລະການອະທິດຖານ