ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 15 ມິຖຸນາ
ອາທິດເລີ່ມຕົ້ນວັນທີ 15 ມິຖຸນາ
ເພງ 77 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 26 ຫຍໍ້ໜ້າ 1-9 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 2 ຊາເມືອນ 22-24 (8 ນາທີ)
ທີ 1: 2 ຊາເມືອນ 22:21-32 (ບໍ່ເກີນ 3 ນາທີ)
ທີ 2: ກາອີນ—ທ່າທີທີ່ເຮົາສະແດງອອກເມື່ອໄດ້ຮັບຄຳແນະນຳບອກຫຼາຍຢ່າງກ່ຽວກັບຕົວເຮົາ—ຫ 15/10/08 ໜ້າ 5 ຫຍໍ້ໜ້າ 10-11 (5 ນາທີ)
ທີ 3: ຄວາມຮັກແລະການເຊື່ອຟັງເຮັດໃຫ້ມີຄວາມສຸກ—ມຮຈ ໜ້າ 22 ຫຍໍ້ໜ້າ 4-6 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ຈົ່ງຈື່ຄາວແຕ່ບູຮານ.”—ບັນຍັດ. 32:7
ເພງ 88
12 ນາທີ: ເຈົ້າມັກໃຜຫຼາຍທີ່ສຸດໃນຄຳພີໄບເບິນ? ສຳພາດແລະບັນລະຍາຍ. ສຳພາດເດັກນ້ອຍໃນປະຊາຄົມ 2-3 ຄົນວ່າ: ເຈົ້າມັກໃຜຫຼາຍທີ່ສຸດໃນຄຳພີໄບເບິນ? ຕາມບັນທຶກໃນຄຳພີໄບເບິນລາວໄດ້ເຮັດຫຍັງ? ເຈົ້າຢາກຮຽນແບບລາວໃນເລື່ອງໃດ? ຈາກນັ້ນ ບັນລະຍາຍວິທີທີ່ເດັກນ້ອຍຈະໄດ້ຮັບປະໂຫຍດຈາກຮູບບຸກຄົນໃນຄຳພີໄບເບິນທີ່ມີໃນເວັບໄຊ jw.org/th ພາສາໄທ (ເຂົ້າໄປທີ່ ຄຳສອນຂອງຄຳພີໄບເບິນ > ເດັກນ້ອຍ) ຮູບແຕ່ລະໃບປະກອບມີຮູບ ປະຫວັດຫຍໍ້ ແຜນທີ່ ແຜນວາດສະແດງໄລຍະເວລາຕອນທີ່ມີຊີວິດ ແລະຄຳຖາມສາມຂໍ້ກັບຄຳຕອບກ່ຽວກັບບຸກຄົນນັ້ນ. ເຊິ່ງແຕ່ລະຮູບສາມາດພິມອອກແລະເກັບສະສົມໄວ້ໄດ້. ກະຕຸ້ນພໍ່ແມ່ທີ່ມີລູກນ້ອຍໃຫ້ໃຊ້ເຄື່ອງມືນີ້ສອນລູກຂອງເຂົາເຈົ້າກ່ຽວກັບ “ຄາວແຕ່ບູຮານ.”— ບັນຍັດ. 32:7
18 ນາທີ: “ຮຽນຮູ້ຈາກຜູ້ປະກາດທີ່ມີປະສົບການຫຼາຍກວ່າ.” ບັນລະຍາຍແລະຖາມຄວາມຄິດເຫັນ. ເມື່ອພິຈາລະນາຫຍໍ້ໜ້າທີສອງ ໃຫ້ເຊີນພີ່ນ້ອງເລົ່າວ່າເຂົາເຈົ້າໄດ້ຮັບປະໂຫຍດແນວໃດຈາກການໄດ້ເຮັດວຽກຮັບໃຊ້ກັບຜູ້ປະກາດທີ່ມີປະສົບການ.
ເພງ 4 ແລະການອະທິດຖານ