ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 8 ມິຖຸນາ
ອາທິດເລີ່ມຕົ້ນວັນທີ 8 ມິຖຸນາ
ເພງ 6 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ຂກ ບົດ 25 ຫຍໍ້ໜ້າ 17-21 ຂອບໜ້າ 259 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 2 ຊາເມືອນ 19-21 (8 ນາທີ)
ທີ 1: 2 ຊາເມືອນ 19:24-37 (ບໍ່ເກີນ 3 ນາທີ)
ທີ 2: ເຮົາຈະມີຄວາມສຸກແທ້ໆໄດ້ແນວໃດ?—ມຮຈ ໜ້າ 22 ຫຍໍ້ໜ້າ 1-3 (5 ນາທີ)
ທີ 3: ກາອີເຟ—ຜູ້ຕໍ່ຕ້ານຄວາມຈິງທີ່ເຮັດໃຫ້ເລືອດຕົກຈະບໍ່ມີທາງໄດ້ໄຊຊະນະ—ຫ 15/12/05 ໜ້າ 21-22 ຫຍໍ້ໜ້າ 10-12 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: “ຈົ່ງຈື່ຄາວແຕ່ບູຮານ.”—ບັນຍັດ. 32:7
ເພງ 90
10 ນາທີ: “ຈົ່ງຈື່ຄາວແຕ່ບູຮານ.” ບັນລະຍາຍກ່ຽວກັບຫົວເລື່ອງຫຼັກຂອງເດືອນນີ້. ອ່ານແລະຖາມຄວາມຄິດເຫັນໃນພະບັນຍັດ 4:9; 32:7 ແລະ ຄຳເພງ 71:15-18. ອະທິບາຍວ່າຜູ້ປະກາດທຸກມື້ນີ້ຈະໄດ້ປະໂຫຍດແນວໃດຈາກເລື່ອງແລະເຫດການໃນປະຫວັດສາດຂອງອົງການ. ແນະນຳໃຫ້ພິຈາລະນາບົດຄວາມ “ຈົດໝາຍເຫດຂອງເຮົາ” ຈາກຫໍສັງເກດການ (ພາສາໄທ) ໃນການນະມັດສະການປະຈຳຄອບຄົວ. ແນະນຳສັ້ນໆໃນສ່ວນຕ່າງໆຂອງການປະຊຸມເພື່ອການຮັບໃຊ້ໃນເດືອນນີ້ວ່າກ່ຽວຂ້ອງກັບຫົວເລື່ອງຫຼັກແນວໃດ.
20 ນາທີ: “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ເລີ່ມການສຶກສາຄຳພີໄບເບິນຢູ່ໜ້າບ້ານໂດຍໃຊ້ຈຸນລະສານຂ່າວດີຈາກພະເຈົ້າ!” ບັນລະຍາຍໂດຍຜູ້ດູແລການຮັບໃຊ້. ທົບທວນຕົວເລກຈາກລາຍງານຂອງປະຊາຄົມເພື່ອຊີ້ໃຫ້ເຫັນວ່າອາດຈະມີການນຳການສຶກສາຫຼາຍຂຶ້ນ. ໃຫ້ພີ່ນ້ອງທີ່ມີປະສົບການສາທິດວິທີເລີ່ມການສຶກສາຢູ່ໜ້າບ້ານໂດຍເຮັດຕາມຕົວຢ່າງທີ່ຢູ່ໃນຂອບ. ກະຕຸ້ນພີ່ນ້ອງໃຫ້ເລີ່ມສຶກສາຄຳພີໄບເບິນຢູ່ໜ້າບ້ານ.
ເພງ 29 ແລະການອະທິດຖານ.