ຕາຕະລາງສຳລັບອາທິດເລີ່ມຕົ້ນວັນທີ 27 ເມສາ
ອາທິດເລີ່ມຕົ້ນວັນທີ 27 ເມສາ
ເພງ 1 ແລະອະທິດຖານ
ການສຶກສາຄຳພີປະຈຳປະຊາຄົມ
ຂກ ບົດ 23 ຫຍໍ້ໜ້າ 19-23 ຂອບໜ້າ 239 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ຊາເມືອນ 26–31 (8 ນາທີ)
ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ (20 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ດຳເນີນຊີວິດແບບຄົນມີປັນຍາ “ໃຊ້ທຸກໂອກາດໃຫ້ເກີດປະໂຫຍດຫຼາຍທີ່ສຸດ.”—ເອເຟ 5:15, 16, ລ.ມ.
ເພງ 66
7 ນາທີ: “ການແຈກໃບເຊີນ” ຖາມ-ຕອບ. ເມື່ອຮອດຂໍ້ທີ 3 ໃຫ້ມີການສາທິດສັ້ນໆວິທີໃຫ້ໃບເຊີນ.
10 ນາທີ: “ຂໍ້ເຕືອນໃຈສຳລັບການປະຊຸມພາກ.” ບັນລະຍາຍແລະຖາມຄວາມຄິດເຫັນໂດຍເລຂາຂອງປະຊາຄົມ. ໃຫ້ເນັ້ນຫຼັກການຈາກຄຳພີໄບເບິນແລະວິທີນຳເອົາໄປໃຊ້ໃນເວລາທີ່ມີການປະຊຸມພາກປີ 2015. ເວົ້າເຖິງຈຸດທີ່ເໝາະສົມຈາກຈົດໝາຍເຖິງທຸກປະຊາຄົມວັນທີ 3 ສິງຫາ 2013 ເລື່ອງການຄິດເຖິງຄວາມປອດໄພເມື່ອເຂົ້າຮ່ວມການປະຊຸມຕ່າງໆ.
13 ນາທີ: “ໃຫ້ພະຄຳຂອງພະເຈົ້າມີພະລັງໃນວຽກປະກາດຂອງເຮົາ.” ພິຈາລະນາແລະຖາມຄວາມຄິດເຫັນ. ຈາກນັ້ນໃຫ້ມີການສາທິດສອງສາກແບບສັ້ນໆ. ສາກທຳອິດ ໃຫ້ຜູ້ປະກາດແນະນຳຈຸນລະສານຂ່າວດີ ໃຫ້ເຈົ້າຂອງເຮືອນໂດຍເວົ້າຂໍ້ຄວາມຈາກ 2 ຕີໂມເຕ 3:16, 17 ໂດຍບໍ່ໄດ້ອ່ານຈາກຄຳພີໄບເບິນ. ໃນສາກທີ 2 ຜູ້ປະກາດສະເໜີຈຸນລະສານຄືເກົ່າ ແຕ່ເທື່ອນີ້ລາວອ່ານຈາກຄຳພີໄບເບິນໂດຍກົງ. ເຊີນພີ່ນ້ອງໃຫ້ອອກຄວາມເຫັນວ່າເປັນຫຍັງການສາທິດໃນສາກທີ 2 ຈຶ່ງໄດ້ຜົນດີຫຼາຍກວ່າ.
ເພງ 124 ແລະອະທິດຖານ