ເປັນຫຍັງຜູ້ຍິງຄວນຍອມຢູ່ໃຕ້ສິດອຳນາດຂອງຜົວ?
“ຜູ້ຊາຍເປັນຜູ້ນຳຂອງຜູ້ຍິງ.”—1ກຣ. 11:3
1, 2. (ກ) ອັກຄະສາວົກໂປໂລຂຽນໄວ້ແນວໃດກ່ຽວກັບການຈັດກຽມຂອງພະເຢໂຫວາໃນເລື່ອງຕຳແໜ່ງຜູ້ນຳແລະການຢູ່ໃຕ້ອຳນາດ? (ຂ) ເຮົາຈະເບິ່ງຄຳຖາມຫຍັງໃນບົດນີ້?
ພະເຢໂຫວາໄດ້ຈັດລຳດັບໄວ້ຢ່າງເປັນລະບຽບຕາມທີ່ອັກຄະສາວົກໂປໂລໄດ້ບອກໄວ້ເມື່ອລາວຂຽນວ່າ: “ພະຄລິດເປັນຜູ້ນຳຂອງຜູ້ຊາຍທຸກຄົນ” ແລະ “ພະເຈົ້າເປັນຜູ້ນຳຂອງພະຄລິດ.” (1ກຣ. 11:3) ໃນບົດກ່ອນບອກວ່າພະເຢຊູຍິນດີ ແລະຖືເປັນສິດທິພິເສດທີ່ຈະຢູ່ໃຕ້ອຳນາດພະເຢໂຫວາພະເຈົ້າທີ່ເປັນຜູ້ນຳຂອງເພິ່ນ ແລະພະເຢຊູເປັນຜູ້ນຳຂອງຜູ້ຊາຍຄລິດສະຕຽນ. ພະເຢຊູມີຄວາມກະລຸນາ ສຸພາບອ່ອນໂຍນ ເຫັນອົກເຫັນໃຈ ແລະ ບໍ່ເຫັນແກ່ໂຕເມື່ອເພິ່ນຕິດຕໍ່ພົວພັນກັບຄົນອື່ນ. ຜູ້ຊາຍໃນປະຊາຄົມກໍຕ້ອງປະຕິບັດແບບນັ້ນຕໍ່ຄົນອື່ນ ໂດຍສະເພາະຕໍ່ເມຍຂອງໂຕເອງ.
2 ແຕ່ສຳລັບຜູ້ຍິງເດ? ໃຜເປັນຜູ້ນຳຂອງລາວ? ໂປໂລຂຽນວ່າ: “ຜູ້ຊາຍເປັນຜູ້ນຳຂອງຜູ້ຍິງ.” ຜູ້ຍິງຄວນມີທັດສະນະແນວໃດຕໍ່ຄຳເວົ້ານີ້ທີ່ຂຽນໂດຍການດົນໃຈຈາກພະເຈົ້າ? ຫຼັກການນີ້ຍັງໃຊ້ໄດ້ບໍໃນກໍລະນີທີ່ຜົວມີຄວາມເຊື່ອບໍ່ຄືກັບເຮົາ? ການຍອມຮັບການເປັນຜູ້ນຳຂອງຜູ້ຊາຍໝາຍຄວາມວ່າເມຍຕ້ອງເປັນຄູ່ຊີວິດທີ່ມິດຢູ່ເຊິ່ງບໍ່ມີບົດບາດແລະບໍ່ສາມາດສະແດງຄວາມຄິດເຫັນເມື່ອຕ້ອງຕັດສິນໃຈໃນເລື່ອງຕ່າງໆບໍ? ຜູ້ຍິງຕ້ອງເຮັດຫຍັງເພື່ອຈະໄດ້ຮັບຄຳຊົມເຊີຍ?
“ເຮົາຈະສ້າງຜູ້ຊ່ວຍໃຫ້ລາວຄົນໜຶ່ງ”
3, 4. ເປັນຫຍັງການຈັດກຽມເລື່ອງຕຳແໜ່ງຜູ້ນຳໃນຊີວິດຄູ່ຈຶ່ງເປັນປະໂຫຍດ?
3 ການຈັດກຽມກ່ຽວກັບຕຳແໜ່ງຜູ້ນຳມາຈາກພະເຢໂຫວາ. ຫຼັງຈາກສ້າງອາດາມແລ້ວ ພະເຢໂຫວາເວົ້າວ່າ: “ຖ້າຈະໃຫ້ຜູ້ຊາຍຄົນນັ້ນຢູ່ຜູ້ດຽວມັນກໍບໍ່ດີ ເຮົາຈະສ້າງຜູ້ຊ່ວຍເພື່ອໃຫ້ເປັນຄູ່ຂອງລາວ.” ເມື່ອພະເຢໂຫວາສ້າງເອວາ ອາດາມດີໃຈຫຼາຍທີ່ມີຄູ່ແລະຜູ້ຊ່ວຍຈົນເຖິງເວົ້າອອກມາວ່າ: “ກະດູກຂອງລາວກໍມາຈາກກະດູກຂອງເຮົາຕົ໋ວນິ ແລະເນື້ອໜັງຂອງລາວກໍແມ່ນເນື້ອໜັງຂອງເຮົາຕົ໋ວນິ.” (ປຖກ. 2:18-24) ອາດາມກັບເອວາມີໂອກາດດີແທ້ໆທີ່ຈະໄດ້ເປັນພໍ່ແມ່ຂອງມະນຸດທຸກຄົນທີ່ເປັນຄົນສົມບູນແບບເຊິ່ງຈະມີຊີວິດຕະຫຼອດໄປຢ່າງມີຄວາມສຸກໃນໂລກທີ່ງາມໆ.
4 ຍ້ອນພໍ່ແມ່ຄູ່ທຳອິດຂອງເຮົາບໍ່ເຊື່ອຟັງ ສະພາບທີ່ສົມບູນແບບໃນສວນເອເດັນຈຶ່ງສູນເສຍໄປ. (ອ່ານໂຣມ 5:12 ) ແຕ່ການຈັດກຽມກ່ຽວກັບຕຳແໜ່ງຜູ້ນຳຍັງໃຊ້ໄດ້ຈົນຮອດທຸກມື້ນີ້. ເມື່ອຜົວໃຊ້ອຳນາດຂອງໂຕເອງຢ່າງຖືກຕ້ອງແລະເມື່ອເມຍຍອມຢູ່ໃຕ້ອຳນາດນັ້ນ ມັນກໍຈະເປັນປະໂຫຍດຫຼາຍແລະເຮັດໃຫ້ຊີວິດຄູ່ມີຄວາມສຸກແທ້ໆ. ຜົນທີ່ໄດ້ຮັບຈະຄ້າຍຄືກັບທີ່ພະເຢຊູຮູ້ສຶກກ່ຽວກັບການຢູ່ໃຕ້ອຳນາດພະເຢໂຫວາຜູ້ນຳຂອງເພິ່ນ. ກ່ອນຈະມາເກີດເປັນມະນຸດ ພະເຢຊູ “ມີຄວາມສຸກຕະຫຼອດເວລາທີ່ໄດ້ຢູ່ນຳ [ພະເຢໂຫວາ].” (ສພສ. 8:30) ຍ້ອນຄວາມບໍ່ສົມບູນແບບ ຜູ້ຊາຍຈຶ່ງບໍ່ສາມາດເປັນຜູ້ນຳທີ່ດີພ້ອມອີກຕໍ່ໄປ ແລະຜູ້ຍິງກໍບໍ່ສາມາດຢູ່ໃຕ້ອຳນາດໄດ້ຢ່າງຄົບຖ້ວນ. ແຕ່ເມື່ອຜົວແລະເມຍພະຍາຍາມເຕັມທີຕໍ່ໆໄປເທົ່າທີ່ຈະເຮັດໄດ້ ການຈັດກຽມນີ້ຈະກໍ່ຜົນເປັນຄວາມຍິນດີຫຼາຍແທ້ໆເທົ່າທີ່ຈະເປັນໄປໄດ້ໃນຊີວິດຄູ່ຕອນນີ້.
5. ເປັນຫຍັງຜົວແລະເມຍຄວນສົນໃຈຄຳແນະນຳໃນໂຣມ 12:10?
5 ສິ່ງສຳຄັນທີ່ຊ່ວຍໃຫ້ຊີວິດຄູ່ປະສົບຜົນສຳເລັດແມ່ນ ການທີ່ຜົວແລະເມຍໃຊ້ຄຳແນະນຳໃນຄຳພີໄບເບິນທີ່ບອກວ່າ: “ໃຫ້ຮັກກັນແບບພີ່ນ້ອງ. ໃຫ້ເປັນຝ່າຍເລີ່ມໃຫ້ກຽດຄົນອື່ນກ່ອນ.” (ຣມ. 12:10) ນອກຈາກນັ້ນ ທັງຜົວແລະເມຍຄວນພະຍາຍາມ “ເມດຕາກັນ ເຫັນອົກເຫັນໃຈກັນ ໃຫ້ອະໄພກັນຢ່າງໃຈກວ້າງ.”—ອຟຊ. 4:32
ເມື່ອຜົວມີຄວາມເຊື່ອບໍ່ຄືກັບເຮົາ
6, 7. ອາດເກີດຜົນດີແນວໃດຖ້າເມຍທີ່ເປັນຄລິດສະຕຽນຍອມຢູ່ໃຕ້ອຳນາດຂອງຜົວທີ່ບໍ່ມີຄວາມເຊື່ອ?
6 ຖ້າຜົວຫຼືເມຍຂອງເຮົາບໍ່ໄດ້ເປັນຜູ້ຮັບໃຊ້ພະເຢໂຫວາເດ? ຫຼາຍເທື່ອ ຜົວເປັນຝ່າຍທີ່ບໍ່ມີຄວາມເຊື່ອ. ຄຳພີໄບເບິນໃຫ້ຄຳຕອບວ່າ: “ໃຫ້ເຈົ້າທີ່ເປັນເມຍຍອມເຊື່ອຟັງຜົວ. ເຖິງວ່າຜົວບໍ່ເຊື່ອຟັງຖ້ອຍຄຳຂອງພະເຈົ້າ ແຕ່ການປະພຶດຂອງເຈົ້າກໍອາດຊະນະໃຈລາວໄດ້ໂດຍບໍ່ຕ້ອງໃຊ້ຄຳເວົ້າ ຍ້ອນລາວເຫັນວ່າເຈົ້າປະພຶດດີແລະນັບຖືລາວຈາກໃຈ.”—1ປຕ. 3:1, 2
7 ຄຳພີໄບເບິນບອກເມຍໃຫ້ຍອມຢູ່ໃຕ້ອຳນາດຂອງຜົວທີ່ບໍ່ມີຄວາມເຊື່ອ. ການປະພຶດທີ່ດີຂອງເມຍອາດສົ່ງຜົນໃຫ້ຜົວຄິດວ່າອັນໃດເຮັດໃຫ້ເມຍປະພຶດດີແບບນັ້ນ. ຜົນກໍຄື ຜົວອາດສົນໃຈຄວາມເຊື່ອຂອງເມຍແລະໃນທີ່ສຸດກໍຍອມຮຽນຄຳພີໄບເບິນ.
8, 9. ເມຍທີ່ເປັນຄລິດສະຕຽນເຮັດຫຍັງໄດ້ຖ້າຜົວທີ່ບໍ່ມີຄວາມເຊື່ອບໍ່ຕອບຮັບຕໍ່ການປະພຶດທີ່ດີຂອງລາວ?
8 ແຕ່ຖ້າຜົວທີ່ບໍ່ມີຄວາມເຊື່ອບໍ່ຕອບຮັບຕໍ່ການປະພຶດທີ່ດີຂອງເມຍເດ? ພະຄຳພີສະໜັບສະໜູນເມຍທີ່ມີຄວາມເຊື່ອໃຫ້ສະແດງຄຸນລັກສະນະຕາມຫຼັກການໃນຄຳພີໄບເບິນຕະຫຼອດເວລາບໍ່ວ່າການເຮັດແບບນີ້ອາດເປັນເລື່ອງຍາກສ່ຳໃດກໍຕາມ. ຕົວຢ່າງເຊັ່ນ: ໃນ 1 ໂກຣິນໂທ 13:4 ບອກວ່າ: “ຄວາມຮັກອົດທົນແລະເມດຕາ.” ເມຍທີ່ເປັນພະຍານພະເຢໂຫວາຄວນ “ເປັນຄົນຖ່ອມແລະອ່ອນໂຍນ ມີຄວາມອົດທົນ” ຕໍ່ໆໄປ ແລະອົດທົນກັບສະຖານະການນັ້ນດ້ວຍຄວາມຮັກ. (ອຟຊ. 4:2) ດ້ວຍຄວາມຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຢໂຫວາ ເຮົາສາມາດຮັກສາຄຸນລັກສະນະແບບຄລິດສະຕຽນເຖິງວ່າຢູ່ໃນສະຖານະການທີ່ລຳບາກ.
9 ໂປໂລຂຽນວ່າ: “ຂ້ອຍມີກຳລັງອົດທົນໄດ້ທຸກສິ່ງຍ້ອນພະເຈົ້າໃຫ້ກຳລັງຂ້ອຍ.” (ຟລປ. 4:13) ພະລັງບໍລິສຸດຂອງພະເຈົ້າຊ່ວຍຄູ່ຜົວເມຍທີ່ເປັນພະຍານໃຫ້ສາມາດເຮັດຫຼາຍສິ່ງທີ່ເຮັດບໍ່ໄດ້ຖ້າບໍ່ໄດ້ຮັບການຊ່ວຍເຫຼືອຈາກພະລັງນັ້ນ. ຕົວຢ່າງເຊັ່ນ: ເມື່ອຜົວຫຼືເມຍປະຕິບັດຢ່າງໂຫດຮ້າຍ ເຮົາອາດຖືກຍົວະໃຫ້ຢາກແກ້ແຄ້ນ. ແຕ່ຄຳພີໄບເບິນບອກເຮົາທຸກຄົນວ່າ: “ຖ້າມີຄົນເຮັດຊົ່ວຕໍ່ພວກເຈົ້າ ຢ່າເຮັດຊົ່ວໃສ່ເຂົາເຈົ້າຄືນ...ພະຄຳພີບອກໄວ້ວ່າ: ‘ພະເຢໂຫວາບອກວ່າ “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາຈະເປັນຜູ້ຕອບແທນເອງ.”’” (ຣມ. 12:17-19) ຄ້າຍຄືກັນ 1 ເທຊະໂລນິກ 5:15 ແນະນຳເຮົາວ່າ: “ໃຫ້ລະວັງສະເໝີ ຢ່າໃຫ້ຜູ້ໃດເຮັດຊົ່ວຕອບແທນຄວາມຊົ່ວຕໍ່ຜູ້ໃດ ແຕ່ໃຫ້ພະຍາຍາມເຮັດດີຕໍ່ກັນແລະຕໍ່ຄົນອື່ນນຳ.” ເມື່ອເຮົາໄດ້ຮັບການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຢໂຫວາ ເຮົາສາມາດເຮັດສິ່ງທີ່ເຮົາບໍ່ສາມາດເຮັດໄດ້ດ້ວຍກຳລັງຂອງເຮົາເອງ. ສະນັ້ນຈຶ່ງເປັນເລື່ອງເໝາະສົມແທ້ໆທີ່ເຮົາຕ້ອງອະທິດຖານຂໍໃຫ້ພະລັງບໍລິສຸດຂອງພະເຈົ້າໃຫ້ໃນສິ່ງທີ່ເຮົາຍັງຂາດຢູ່.
10. ພະເຢຊູປະຕິບັດແນວໃດເມື່ອຄົນອື່ນເວົ້າແລະເຮັດບໍ່ດີຕໍ່ເພິ່ນ?
10 ພະເຢຊູໄດ້ວາງຕົວຢ່າງທີ່ດີແທ້ໆໃນການປະຕິບັດຕໍ່ຄົນທີ່ເວົ້າຫຼືເຮັດບໍ່ດີຕໍ່ເພິ່ນ. ໃນ 1 ເປໂຕ 2:23 ບອກວ່າ: “ເມື່ອຖືກດ່າ ເພິ່ນກໍບໍ່ໄດ້ດ່າຄືນ. ເມື່ອທົນທຸກທໍລະມານ ເພິ່ນກໍບໍ່ໄດ້ຂູ່ຜູ້ໃດ ແຕ່ຝາກໂຕເອງໄວ້ກັບພະເຈົ້າທີ່ຕັດສິນຢ່າງຍຸຕິທຳ.” ເຮົາຖືກກະຕຸ້ນໃຫ້ເຮັດຕາມແບບຢ່າງທີ່ດີຂອງເພິ່ນ. ຢ່າເຮັດໃຫ້ການປະພຶດທີ່ບໍ່ດີຂອງຄົນອື່ນເຮັດໃຫ້ເຮົາໃຈຮ້າຍ. ສະນັ້ນ ເຮົາທຸກຄົນໄດ້ຮັບຄຳແນະນຳໃຫ້ “ອີ່ຕົນກັນ ແລະຖ່ອມໂຕ. ຢ່າເຮັດຊົ່ວຕອບແທນຊົ່ວແລະຢ່າດ່າຄືນ.”—1ປຕ. 3:8, 9
ເປັນຄູ່ຊີວິດທີ່ມິດຢູ່ເຊິ່ງບໍ່ມີບົດບາດບໍ?
11. ພີ່ນ້ອງຍິງບາງຄົນຈະມີສ່ວນຮ່ວມໃນສິດທິພິເສດຫຍັງ?
11 ການທີ່ຜູ້ຍິງຢູ່ໃຕ້ອຳນາດຂອງຜົວໝາຍຄວາມວ່າລາວເປັນຄູ່ຊີວິດທີ່ມິດຢູ່ເຊິ່ງບໍ່ມີບົດບາດໃນຄອບຄົວຫຼືໃນເລື່ອງອື່ນໆບໍ? ບໍ່ແມ່ນແບບນັ້ນ. ພະເຢໂຫວາໃຫ້ສິດທິພິເສດຫຼາຍຢ່າງກັບທັງຜູ້ຊາຍ ແລະຜູ້ຍິງ. ໃຫ້ຄິດເຖິງກຽດອັນຍິ່ງໃຫຍ່ທີ່ 144.000 ຄົນມີໃນຖານະເປັນກະສັດແລະປະໂລຫິດໃນສະຫວັນພາຍໃຕ້ການຊີ້ນຳຂອງພະເຢຊູເມື່ອເພິ່ນປົກຄອງໂລກນີ້! ໃນຄົນຈຳນວນນີ້ມີຜູ້ຍິງຮ່ວມຢູ່ນຳ. (ຄລຕ. 3:26-29) ເຫັນໄດ້ແຈ້ງວ່າພະເຢໂຫວາໄດ້ໃຫ້ຜູ້ຍິງມີບົດບາດໃນການຈັດກຽມຂອງເພິ່ນ.
12, 13. ມີຕົວຢ່າງຫຍັງທີ່ສະແດງວ່າຜູ້ຍິງບາງຄົນເປັນຜູ້ພະຍາກອນ.
12 ຕົວຢ່າງເຊັ່ນ: ໃນສະໄໝທີ່ຂຽນຄຳພີໄບເບິນມີ ຜູ້ຍິງບາງຄົນເປັນຜູ້ພະຍາກອນ. ໂຢເອນ 2:28, 29 ບອກລ່ວງໜ້າວ່າ: “ເຮົາຈະເອົາພະລັງຂອງເຮົາໃຫ້ຄົນທຸກປະເພດ. ພວກລູກຊາຍແລະລູກສາວຂອງເຈົ້າຈະພະຍາກອນ. . . . ແມ່ນແຕ່ທາດຜູ້ຊາຍແລະທາດຜູ້ຍິງຂອງເຮົາ ເຮົາກໍຈະເອົາພະລັງຂອງເຮົາໃຫ້ເຂົາເຈົ້າ.”
13 ພວກລູກສິດ 120 ຄົນຂອງພະເຢຊູທີ່ມາລວມກັນຢູ່ຫ້ອງຊັ້ນເທິງໃນເມືອງເຢຣູຊາເລັມໃນວັນເພັນເຕກອດ ປີ 33 ມີທັງຜູ້ຊາຍແລະຜູ້ຍິງ. ພະເຢໂຫວາໄດ້ເທພະລັງບໍລິສຸດຂອງເພິ່ນລົງມາໃສ່ຄົນກຸ່ມນີ້ທັງໝົດ. ຍ້ອນແນວນີ້ ເປໂຕຈຶ່ງຍົກເອົາຄຳເວົ້າຂອງຜູ້ພະຍາກອນໂຢເອນທີ່ບອກໄວ້ລ່ວງໜ້າມາເວົ້າ ແລະໃຊ້ຄຳພະຍາກອນນີ້ກັບທັງຜູ້ຊາຍແລະຜູ້ຍິງ. ເປໂຕເວົ້າວ່າ: “ສິ່ງທີ່ພວກເຈົ້າເຫັນເປັນໄປຕາມທີ່ໂຢເອນພະຍາກອນໄວ້ວ່າ ‘ພະເຈົ້າບອກວ່າ “ໃນສະໄໝສຸດທ້າຍ ເຮົາຈະເອົາພະລັງຂອງເຮົາໃຫ້ຄົນທຸກປະເພດ. ພວກລູກຊາຍແລະລູກສາວຂອງເຈົ້າຈະພະຍາກອນ....ແມ່ນແຕ່ທາດຜູ້ຊາຍແລະທາດຜູ້ຍິງຂອງເຮົາ ເຮົາກໍຈະເອົາພະລັງຂອງເຮົາໃຫ້ເຂົາເຈົ້າໃນມື້ນັ້ນ ແລະເຂົາເຈົ້າຈະພະຍາກອນ.”’”—ກຈກ. 2:16-18
14. ຜູ້ຍິງມີບົດບາດຫຍັງໃນການປະກາດຂ່າວດີໃນສະຕະວັດທຳອິດ?
14 ໃນສະຕະວັດທຳອິດ ຜູ້ຍິງມີບົດບາດສຳຄັນໃນການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໃຫ້ຄົນອື່ນຮູ້ແລະເຮັດສິ່ງຕ່າງໆທີ່ກ່ຽວຂ້ອງກັບວຽກປະກາດ. (ລກ. 8:1-3) ຕົວຢ່າງເຊັ່ນ: ອັກຄະສາວົກໂປໂລເວົ້າເຖິງຟອຍເບວ່າເປັນ “ພີ່ນ້ອງຍິງຂອງເຮົາເຊິ່ງຮັບໃຊ້ຢູ່ໃນປະຊາຄົມທີ່ເມືອງເກັນເຂອາຍ” ແລະເມື່ອຝາກຄວາມຄິດຮອດໄປຫາພີ່ນ້ອງຮ່ວມຄວາມເຊື່ອ ໂປໂລເວົ້າເຖິງພີ່ນ້ອງຍິງທີ່ສັດຊື່ຫຼາຍຄົນລວມທັງ “ຕີຟາຍນາກັບທີໂຟຊາ ພີ່ນ້ອງຍິງທີ່ເຮັດວຽກໜັກເພື່ອຜູ້ເປັນນາຍ.” ລາວຍັງເວົ້າເຖິງ “ເປຊີດາພີ່ນ້ອງຍິງທີ່ຮັກຂອງພວກເຮົາ ຍ້ອນລາວເຮັດວຽກໜັກໃນການຮັບໃຊ້ຜູ້ເປັນນາຍ.”—ຣມ. 16:1, 12
15. ຜູ້ຍິງມີບົດບາດຫຍັງໃນການປະກາດຂ່າວດີໃນທຸກມື້ນີ້?
15 ທຸກມື້ນີ້ ໃນຈຳນວນ 7 ລ້ານກວ່າຄົນທີ່ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າຢູ່ທົ່ວໂລກສ່ວນຫຼາຍເປັນຜູ້ຍິງ ເຊິ່ງມີທັງເດັກນ້ອຍແລະຜູ້ໃຫຍ່. (ມທ. 24:14) ຫຼາຍຄົນເປັນຜູ້ຮັບໃຊ້ເຕັມເວລາ ມິດຊັນນາຣີ ແລະສະມາຊິກຄອບຄົວເບເທນ. ຜູ້ຂຽນເພງສັນລະເສີນຮ້ອງເພງວ່າ: “ພະເຢໂຫວາໃຫ້ຄຳສັ່ງກັບປະຊາຊົນຂອງເພິ່ນ. ພວກຜູ້ຍິງທີ່ປະກາດຂ່າວດີເປັນກອງທັບໃຫຍ່.” (ພສ. 68:11) ຄຳເວົ້ານີ້ເປັນຄວາມຈິງແທ້ໆ! ພະເຢໂຫວາເຫັນຄ່າວຽກທີ່ຜູ້ຍິງເຮັດໃນການປະກາດຂ່າວດີແລະໃນການເຮັດໃຫ້ຄວາມຕ້ອງການຂອງເພິ່ນສຳເລັດ. ແນ່ນອນວ່າການທີ່ພະເຢໂຫວາຢາກໃຫ້ພີ່ນ້ອງຍິງຢູ່ໃຕ້ອຳນາດນັ້ນບໍ່ໄດ້ໝາຍຄວາມວ່າເຂົາເຈົ້າບໍ່ມີບົດບາດຫຍັງເລີຍ.
ຜູ້ຍິງສອງຄົນທີ່ບໍ່ໄດ້ມິດຢູ່
16, 17. ຕົວຢ່າງຂອງຊາຣາສະແດງໃຫ້ເຫັນແນວໃດວ່າຜູ້ຍິງບໍ່ໄດ້ເປັນແຕ່ຄູ່ຊີວິດທີ່ມິດຢູ່ເຊິ່ງບໍ່ມີບົດບາດຫຍັງ?
16 ໃນເມື່ອພະເຢໂຫວາໃຫ້ສິດທິພິເສດຫຼາຍຢ່າງກັບຜູ້ຍິງ ຜົວຄວນຈະຂໍຄຳຄິດເຫັນຈາກເມຍກ່ອນຕັດສິນໃຈໃນເລື່ອງສຳຄັນບໍ່ແມ່ນບໍ? ເປັນສິ່ງທີ່ດີທີ່ຈະເຮັດແບບນັ້ນ. ຄຳພີໄບເບິນເວົ້າເຖິງຫຼາຍເຫດການທີ່ເມຍເວົ້າແລະເຮັດບາງຢ່າງ ເຖິງວ່າຜົວບໍ່ໄດ້ຂໍໃຫ້ລາວສະແດງຄວາມຄິດເຫັນ. ຂໍໃຫ້ເບິ່ງ 2 ຕົວຢ່າງ.
17 ຊາຣາເມຍຂອງອັບຣາຮາມບອກອັບຣາຮາມຫຼາຍເທື່ອໃຫ້ໄລ່ເມຍຄົນທີ 2 ກັບລູກຊາຍຂອງລາວໜີຍ້ອນເຂົາເຈົ້າຂາດຄວາມນັບຖື. “ອັບຣາຮາມກໍບໍ່ພໍໃຈຫຼາຍ” ແຕ່ພະເຢໂຫວາບໍ່ໄດ້ຮູ້ສຶກແບບນັ້ນ. ເພິ່ນບອກອັບຣາຮາມວ່າ: “ຢ່າໃຈຮ້າຍກັບຄຳເວົ້າຂອງຊາຣາກ່ຽວກັບອິດຊະມາເອນແລະຮາກາ. ໃຫ້ຟັງລາວ.” (ປຖກ. 21:8-12) ອັບຣາຮາມເຊື່ອຟັງພະເຢໂຫວາ ລາວຟັງຊາຣາແລະເຮັດຕາມທີ່ຊາຣາຂໍຮ້ອງ.
18. ອາບີກາຍເລີ່ມເຮັດຫຍັງ?
18 ຂໍໃຫ້ຄິດເຖິງຕົວຢ່າງຂອງອາບີກາຍເມຍຂອງນາບານນຳ. ຕອນທີ່ດາວິດໜີຈາກການໄລ່ລ່າຂອງກະສັດຊາອູນທີ່ອິດສາ ລາວໄດ້ຕັ້ງຄ້າຍຢູ່ໃກ້ໆກັບຝູງແກະຂອງນາບານ. ແທນທີ່ຈະຍາດຊິງເອົາຊັບສິນຕ່າງໆຂອງຜູ້ຊາຍທີ່ຮັ່ງມີຄົນນີ້ ດາວິດແລະຄົນຂອງລາວໄດ້ຊ່ວຍປົກປ້ອງເບິ່ງແຍງຊັບສິນຂອງນາບານ. ນາບານ “ເປັນຄົນຫຍາບຄາຍແລະນິດໄສບໍ່ດີ” ລາວ “ດ່າ” ຄົນຂອງດາວິດ. ລາວເປັນ “ຄົນທີ່ບໍ່ໄດ້ເລື່ອງ” ແລະ “ໂງ່ສົມກັບຊື່ຂອງລາວ.” ເມື່ອຄົນຂອງດາວິດຂໍອາຫານດ້ວຍທ່າທີທີ່ສະແດງຄວາມນັບຖື ນາບານບໍ່ຍອມໃຫ້. ອາບີກາຍເຮັດແນວໃດເມື່ອໄດ້ຍິນສິ່ງທີ່ເກີດຂຶ້ນ? ໂດຍທີ່ບໍ່ໄດ້ບອກນາບານ ລາວ “ຟ້າວກຽມເຂົ້າຈີ່ 200 ກ້ອນ ເຫຼົ້າແວງ 2 ໄຫໃຫຍ່ ແກະທີ່ຂ້າແລະຄົວແລ້ວ 5 ໂຕ ເຂົ້າຂົ້ວ 5 ຊີ ໝາກລະແຊັງແຫ້ງທີ່ປັ້ນເປັນກ້ອນ 100 ກ້ອນ ແລະໝາກເດື່ອແຫ້ງທີ່ປັ້ນເປັນກ້ອນ 200 ກ້ອນ” ແລ້ວກໍເອົາໄປໃຫ້ດາວິດກັບຄົນຂອງລາວ. ສິ່ງທີ່ອາບີກາຍເຮັດຖືກຕ້ອງບໍ? ຄຳພີໄບເບິນບອກວ່າ “ພະເຢໂຫວາກໍລົງໂທດນາບານແລະລາວກໍຕາຍ.” ຕໍ່ມາ ດາວິດໄດ້ແຕ່ງດອງກັບອາບີກາຍ.—1ຊມ. 25:3, 14-19, 23-25, 38-42
‘ຜູ້ຍິງທີ່ໄດ້ຮັບກຽດ’
19, 20. ອັນໃດແມ່ນສິ່ງທີ່ເຮັດໃຫ້ຜູ້ຍິງໄດ້ຮັບຄຳຊົມເຊີຍຢ່າງແທ້ຈິງ?
19 ພະຄຳພີຊົມເຊີຍເມຍທີ່ເຮັດຕາມແນວທາງຂອງພະເຢໂຫວາ. ປຶ້ມສຸພາສິດຍົກຍ້ອງ “ເມຍທີ່ມີຄວາມສາມາດ” ໂດຍເວົ້າວ່າ: “ລາວມີຄ່າຫຼາຍກວ່າປະກາລັງ. ຜົວຂອງລາວໄວ້ໃຈລາວສຸດຫົວໃຈ ແລະຜົວກໍບໍ່ຂາດເຂີນສິ່ງໃດເລີຍ. ຕະຫຼອດຊີວິດຂອງລາວ ລາວເຮັດແຕ່ສິ່ງດີໆໃຫ້ຜົວແລະບໍ່ເຄີຍເຮັດສິ່ງທີ່ບໍ່ດີ.” ນອກຈາກນັ້ນ “ເມື່ອໃດທີ່ລາວເວົ້າ ລາວກໍເວົ້າຢ່າງສະຫຼາດ ແລະເມື່ອລາວສອນ ລາວກໍສອນແບບໃຈດີ. ລາວເບິ່ງແຍງທຸກຢ່າງໃນເຮືອນແລະລາວບໍ່ເຄີຍນັ່ງຢູ່ລ້າໆ. ລູກຂອງລາວລຸກຂຶ້ນແລະຍົກຍ້ອງລາວ. ຜົວຂອງລາວກໍລຸກຂຶ້ນແລະຊົມເຊີຍລາວ.”—ສພສ. 31:10-12, 26-28
20 ອັນໃດເຮັດໃຫ້ຜູ້ຍິງສົມຄວນໄດ້ຮັບຄຳຊົມເຊີຍຢ່າງແທ້ຈິງ? ສຸພາສິດ 31:30 ບອກວ່າ: “ຄວາມງາມແລະສະເໜ່ອາດເປັນສິ່ງຫຼອກຕາ ແຕ່ຜູ້ຍິງທີ່ຢ້ານຢຳພະເຢໂຫວາຈະໄດ້ຮັບກຽດ.” ສິ່ງໜຶ່ງທີ່ລວມຢູ່ໃນຄວາມຢ້ານຢຳພະເຢໂຫວາແມ່ນການທີ່ຜູ້ຍິງເຕັມໃຈຍອມຢູ່ໃຕ້ການຈັດກຽມຂອງພະເຢໂຫວາໃນເລື່ອງຕຳແໜ່ງຜູ້ນຳ. “ຜູ້ຊາຍເປັນຜູ້ນຳຂອງຜູ້ຍິງ” ຄືກັບທີ່ “ພະຄລິດເປັນຜູ້ນຳຂອງຜູ້ຊາຍທຸກຄົນ” ແລະ “ພະເຈົ້າເປັນຜູ້ນຳຂອງພະຄລິດ.”—1ກຣ. 11:3
ສະແດງຄວາມຂອບໃຈສຳລັບຂອງຂວັນຈາກພະເຈົ້າ
21, 22. (ກ) ຄລິດສະຕຽນທີ່ແຕ່ງດອງແລ້ວມີເຫດຜົນຫຍັງແດ່ທີ່ຈະຂອບໃຈສຳລັບການແຕ່ງດອງເຊິ່ງເປັນຂອງຂວັນຈາກພະເຢໂຫວາ? (ຂ) ຍ້ອນຫຍັງເຮົາຄວນສະແດງຄວາມນັບຖືຕໍ່ການຈັດກຽມຂອງພະເຢໂຫວາໃນເລື່ອງອຳນາດແລະຕຳແໜ່ງຜູ້ນຳ? (ເບິ່ງຂອບ)
21 ຄລິດສະຕຽນທີ່ແຕ່ງດອງແລ້ວມີເຫດຜົນຫຼາຍຢ່າງທີ່ຈະສະແດງຄວາມຂອບໃຈຕໍ່ພະພະເຢໂຫວາ. ເຂົາເຈົ້າສາມາດຍ່າງຄຽງຂ້າງກັນໃນຖານະເປັນຜົວເມຍທີ່ມີຄວາມສຸກ. ໂດຍສະເພາະຢ່າງຍິ່ງ ເຂົາເຈົ້າສາມາດຂອບໃຈສຳລັບການແຕ່ງດອງເຊິ່ງເປັນສິ່ງທີ່ດີແລະເປັນຂອງຂວັນຈາກພະເຢໂຫວາຍ້ອນຂອງຂວັນນີ້ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ໃຊ້ຊີວິດເປັນອັນໜຶ່ງອັນດຽວກັນແລະໃຊ້ຊີວິດຕາມແນວທາງຂອງພະເຢໂຫວາ. (ນຣ. 1:9; ມກ. 6:8) ພະເຢໂຫວາທີ່ເປັນຜູ້ກໍ່ຕັ້ງການແຕ່ງດອງຮູ້ດີວ່າຕ້ອງເຮັດຈັ່ງໃດໃນຊີວິດຄູ່ຈຶ່ງຈະມີຄວາມສຸກ. ໃຫ້ເຮັດທຸກສິ່ງຕາມແນວທາງຂອງເພິ່ນສະເໝີ ແລ້ວ “ຄວາມຍິນດີທີ່ໄດ້ຮັບຈາກພະເຢໂຫວາຈະເຮັດໃຫ້ພວກເຈົ້າມີກຳລັງ” ເຖິງວ່າໃນທຸກມື້ນີ້ຈະມີແຕ່ຄວາມຍາກລຳບາກກໍຕາມ.—ນຮຢ. 8:10
22 ພີ່ນ້ອງຊາຍທີ່ຮັກເມຍຄືກັບຮັກໂຕເອງຈະໃຊ້ຕຳແໜ່ງຜູ້ນຳແບບອ່ອນໂຍນແລະຄິດເຖິງຄວາມຮູ້ສຶກຂອງເມຍ. ເມຍທີ່ຢ້ານຢຳພະເຢໂຫວາຈະເປັນຄົນທີ່ໜ້າຮັກແທ້ໆ ຍ້ອນລາວພ້ອມທີ່ຈະສະໜັບສະໜູນແລະສະແດງຄວາມນັບຖືຈາກໃຈຕໍ່ຜົວ. ສຳຄັນທີ່ສຸດແມ່ນ ຊີວິດຄູ່ທີ່ເປັນແບບຢ່າງທີ່ດີຂອງເຂົາເຈົ້າຈະເປັນການສະແດງຄວາມນັບຖືຕໍ່ພະເຢໂຫວາພະເຈົ້າທີ່ເຮົາຄວນຍົກຍ້ອງສັນລະເສີນ.
ເຈົ້າຈື່ໄດ້ບໍ?
• ພະເຢໂຫວາໄດ້ຈັດກຽມໄວ້ແນວໃດໃນເລື່ອງຕຳແໜ່ງຜູ້ນຳແລະການຢູ່ໃຕ້ອຳນາດ?
• ເປັນຫຍັງຜົວກັບເມຍຄວນໃຫ້ກຽດກັນ?
• ເມຍທີ່ເປັນພະຍານພະເຢໂຫວາຄວນປະຕິບັດແນວໃດຕໍ່ຜົວທີ່ບໍ່ແມ່ນພະຍານ?
• ເປັນຫຍັງຜົວຄວນຂໍຄວາມເຫັນຈາກເມຍກ່ອນຈະຕັດສິນໃຈເລື່ອງທີ່ສຳຄັນ?
[ຂອບ]
ເປັນຫຍັງຄວນນັບຖືຜູ້ມີອຳນາດ?
ພະເຢໂຫວາໄດ້ຕັ້ງຜູ້ມີອຳນາດແລະຕຳແໜ່ງຜູ້ນຳໄວ້ໃນທ່າມກາງສິ່ງທີ່ເພິ່ນສ້າງ. ເພິ່ນໄດ້ຈັດກຽມແບບນີ້ເພື່ອເປັນປະໂຫຍດຕໍ່ສິ່ງທີ່ເພິ່ນສ້າງທີ່ເປັນທູດສະຫວັນແລະມະນຸດ. ການຈັດກຽມນີ້ເຮັດໃຫ້ເຂົາເຈົ້າມີໂອກາດໃຊ້ສິດໃນການເລືອກແລະເຮັດໃຫ້ພະເຢໂຫວາໄດ້ຮັບກຽດຈາກການຮັບໃຊ້ເພິ່ນແບບທີ່ສອດຄ່ອງແລະເປັນນ້ຳໜຶ່ງໃຈດຽວກັນ.—ພສ. 133:1
ພີ່ນ້ອງຜູ້ຖືກເລືອກຍອມຮັບອຳນາດແລະຕຳແໜ່ງຜູ້ນຳຂອງພະເຢຊູຄລິດ. (ອຟຊ. 1:22, 23) ໂດຍການຍອມຮັບສິດອຳນາດຂອງພະເຢໂຫວາ ໃນທີ່ສຸດ “ພະຄລິດທີ່ເປັນລູກກໍຈະຢູ່ໃຕ້ອຳນາດຂອງພະເຈົ້າຜູ້ທີ່ເຮັດໃຫ້ທຸກສິ່ງຢູ່ໃຕ້ອຳນາດເພິ່ນ ແລ້ວພະເຈົ້າຈະເປັນທຸກສິ່ງທຸກຢ່າງສຳລັບທຸກຄົນ.” (1ກຣ. 15:27, 28) ເປັນສິ່ງທີ່ເໝາະສົມແທ້ໆທີ່ຜູ້ທີ່ອຸທິດໂຕໃຫ້ພະເຢໂຫວາຈະຮ່ວມມືກັບການຈັດກຽມໃນເລື່ອງຕຳແໜ່ງຜູ້ນຳໃນປະຊາຄົມແລະໃນຄອບຄົວ. (1ກຣ. 11:3; ຮຣ. 13:17) ໂດຍການເຮັດແບບນີ້ ເຮົາເອງກໍໄດ້ຮັບປະໂຫຍດໃນຖານະເປັນຜູ້ທີ່ໄດ້ຮັບຄວາມພໍໃຈແລະໄດ້ຮັບພອນຈາກພະເຢໂຫວາ.—ອຊຢ. 48:17
[ຮູບພາບ]
ການອະທິດຖານສາມາດຊ່ວຍເມຍໃຫ້ສະແດງຄຸນລັກສະນະແບບພະເຢໂຫວາ
[ຮູບພາບ]
ພະເຢໂຫວາເຫັນຄ່າໃນສິ່ງທີ່ຜູ້ຍິງເຮັດເພື່ອສົ່ງເສີມຜົນປະໂຫຍດຂອງການປົກຄອງຂອງພະເຈົ້າ