ຈົ່ງຕັ້ງເປົ້າໝາຍທາງຄວາມເຊື່ອເພື່ອສັນລະເສີນພະຜູ້ສ້າງຂອງເຈົ້າ
ເພື່ອສັນລະເສີນພະເຈົ້າຜູ້ສ້າງເຮົາ
“ເມື່ອເຮົາບໍ່ຮູ້ວ່າຈະເອົາເຮືອໄປຈອດຢູ່ທ່າເຮືອໃດ ລົມຈະພັດໄປທາງໃດກໍບໍ່ສຳຄັນ.” ຄຳເວົ້ານີ້ເຊື່ອກັນວ່ານັກປັດຊະຍາຄົນໂຣມໃນສະຕະວັດທຳອິດເວົ້າເຖິງຄວາມຈິງທີ່ວ່າ ເພື່ອຊີວິດຈະມີຈຸດມຸ່ງໝາຍ ເປົ້າໝາຍເປັນສິ່ງທີ່ສຳຄັນ.
ໃນຄຳພີໄບເບິນມີຕົວຢ່າງຂອງຄົນທີ່ຕັ້ງເປົ້າໝາຍໃຫ້ໂຕເອງ. ໂນອາໃຊ້ເຫື່ອແຮງຂອງລາວເປັນເວລາປະມານ 50 ປີໃນການ “ສ້າງເຮືອເພື່ອຊ່ວຍຄົນໃນຄອບຄົວໃຫ້ລອດ.” ຜູ້ພະຍາກອນໂມເຊ “ຕັ້ງໃຈລໍຖ້າລາງວັນທີ່ຈະໄດ້ຮັບ.” (ເຮັບເຣີ 11:7, 26) ໂຢຊວຍທີ່ເປັນຜູ້ສືບຕຳແໜ່ງຕໍ່ຈາກໂມເຊຖືກພະເຢໂຫວາມອບໝາຍໃຫ້ໄປຍຶດເອົາແຜ່ນດິນການາອານ.—ພະບັນຍັດ 3:21, 22, 28; ໂຢຊວຍ 12:7-24
ໃນສະຕະວັດທຳອິດ ແນ່ນອນວ່າເປົ້າໝາຍທາງຄວາມເຊື່ອຂອງອັກຄະສາວົກໂປໂລໄດ້ຮັບອິດທົນພົນຫຼາຍຈາກຄຳເວົ້າຂອງພະເຢຊູທີ່ວ່າ “ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ ເພື່ອໃຫ້ຄົນທຸກຊາດມີໂອກາດໄດ້ຍິນ ແລ້ວຈຸດຈົບກໍຈະມາຮອດ.” (ມັດທາຍ 24:14) ໂດຍໄດ້ຮັບການກະຕຸ້ນຈາກຂ່າວສານທີ່ໄດ້ຮັບເປັນສ່ວນໂຕແລະນິມິດຈາກພະເຢຊູລວມທັງວຽກມອບໝາຍທີ່ໃຫ້ “ປະກາດຊື່ຂອງ [ພະເຢຊູ] ໃຫ້ຄົນຕ່າງຊາດ” ໂປໂລຈຶ່ງມີບົດບາດສຳຄັນໃນການກໍ່ຕັ້ງປະຊາຄົມຄລິດສະຕຽນຢູ່ຫຼາຍບ່ອນທົ່ວອາຊີໄມເນີແລະໄປຈົນຮອດເອີຣົບ.—ກິດຈະການ 9:15; ໂກໂລຊາຍ 1:23
ທີ່ຈິງ ຜູ້ຮັບໃຊ້ຂອງພະເຢໂຫວາໃນທຸກຍຸກທຸກສະໄໝໄດ້ຕັ້ງເປົ້າທີ່ດີຫຼາຍແລະເຮັດຕາມເປົ້າໝາຍນັ້ນຈົນສຳເລັດເພື່ອເຮັດໃຫ້ພະເຢໂຫວາໄດ້ຮັບກຽດ. ໃນທຸກມື້ນີ້ ເຮົາຈະຕັ້ງເປົ້າໝາຍທາງຄວາມເຊື່ອໄດ້ແນວໃດ? ມີເປົ້າໝາຍຫຍັງແດ່ທີ່ເຮົາຄວນພະຍາຍາມເຮັດໃຫ້ສຳເລັດ ແລະມີຂັ້ນຕອນຫຍັງແດ່ທີ່ເຮົາສາມາດເຮັດໄດ້ເພື່ອຊ່ວຍເຮົາໃຫ້ເຮັດຕາມເປົ້າໝາຍນັ້ນໄດ້ສຳເລັດ?
ແຮງກະຕຸ້ນທີ່ຖືກຕ້ອງເປັນສິ່ງສຳຄັນ
ໃນທຸກສິ່ງທີ່ເຮົາເຮັດໃນຊີວິດອາດມີການຕັ້ງເປົ້າໝາຍໃນເກືອບທຸກເລື່ອງ ແລະໃນໂລກນີ້ກໍມີຜູ້ຄົນຕັ້ງເປົ້າໝາຍໃຫ້ໂຕເອງຄືກັນ. ແນວໃດກໍຕາມ ເປົ້າໝາຍທາງຄວາມເຊື່ອບໍ່ຄືກັບເປົ້າໝາຍຂອງຄົນໃນໂລກທີ່ທະເຍີທະຍານ. ແຮງກະຕຸ້ນສຳຄັນທີ່ເຮັດໃຫ້ຄົນໃນໂລກຕັ້ງເປົ້າໝາຍແມ່ນການຢາກລວຍ ຢາກມີຕຳແໜ່ງ ແລະຢາກມີອຳນາດທີ່ບໍ່ຮູ້ຈັກພໍ. ຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງແທ້ໆທີ່ຈະມຸ່ງຕິດຕາມເປົ້າໝາຍທີ່ເຮັດໃຫ້ໄດ້ຊື່ສຽງແລະອຳນາດ! ເປົ້າໝາຍທີ່ຢາກເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນກ່ຽວຂ້ອງໂດຍກົງກັບການນະມັດສະການຂອງເຮົາ ແລະກ່ຽວຂ້ອງກັບສິ່ງທີ່ເຮົາເຮັດເພື່ອສະໜັບສະໜູນການປົກຄອງຂອງພະເຢໂຫວາ. (ມັດທາຍ 6:33) ເປົ້າໝາຍແບບນີ້ເກີດຈາກຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະຄົນອື່ນ ແລະການເຊື່ອຟັງພະເຈົ້າສຸດຫົວໃຈ.—ມັດທາຍ 22:37-39; 1 ຕີໂມທຽວ 4:7
ເມື່ອເຮົາຕັ້ງເປົ້າໝາຍໃນເລື່ອງວຽກຮັບໃຊ້ແລະເຮັດຕາມເປົ້າໝາຍນັ້ນ ຂໍໃຫ້ແຮງກະຕຸ້ນຂອງເຮົາເປັນແບບທີ່ຖືກຕ້ອງບໍ່ວ່າເປົ້າໝາຍຂອງເຮົາແມ່ນເພື່ອໄດ້ຮັບສິດທິພິເສດໃນວຽກຮັບໃຊ້ເພີ່ມຂຶ້ນຫຼືເພື່ອເຮັດຄວາມກ້າວໜ້າທາງຄວາມເຊື່ອເປັນສ່ວນໂຕ. ເຖິງຈະເປັນແນວນັ້ນ ແມ່ນແຕ່ເປົ້າໝາຍທີ່ມາຈາກແຮງກະຕຸ້ນທີ່ຖືກຕ້ອງບາງເທື່ອກໍອາດບໍ່ປະສົມຜົນສຳເລັດ. ເຮົາຈະຕັ້ງເປົ້າໝາຍແລະເຮັດໃຫ້ເປົ້າໝາຍນັ້ນສຳເລັດໄດ້ແນວໃດ?
ມີຄວາມຕ້ອງການແທ້ໆທີ່ຈະໃຫ້ເປົ້າໝາຍນັ້ນສຳເລັດ
ໃຫ້ເຮົາມາເບິ່ງວິທີທີ່ພະເຢໂຫວາສ້າງເອກະພົບຈົນບັນລຸຜົນສຳເລັດ. ຄຳເວົ້າທີ່ວ່າ: “ມີເວລາຄ່ຳແລະມີເວລາແຈ້ງ” ພະເຢໂຫວາໄດ້ກຳນົດຊ່ວງເວລາທີ່ຕໍ່ເນື່ອງກັນໃນການສ້າງໂລກ. (ປະຖົມມະການ 1:5, 8, 13, 19, 23, 31) ໃນຕອນເລີ່ມຕົ້ນຂອງແຕ່ລະຊ່ວງເວລາ ເພິ່ນຮູ້ເປົ້າໝາຍຫຼືຈຸດປະສົງຂອງຊ່ວງນັ້ນເວລານັ້ນຢ່າງຈະແຈ້ງ ແລະເພິ່ນເຮັດໃຫ້ຈຸດປະສົງຂອງເພິ່ນໃນເລື່ອງການສ້າງສິ່ງຕ່າງໆບັນລຸຜົນສຳເລັດ. (ພະນິມິດ 4:11) ໂຢບໄດ້ເວົ້າວ່າ: “ຖ້າ [ພະເຢໂຫວາ] ຕັ້ງໃຈເຮັດຫຍັງ ໃຜຈະຂັດຂວາງເພິ່ນໄດ້? ເພິ່ນຢາກເຮັດຫຍັງ ເພິ່ນກໍເຮັດ.” (ໂຢບ 23:13) ພະເຢໂຫວາພໍໃຈຫຼາຍທີ່ໄດ້ເຫັນ “ທຸກສິ່ງທຸກຢ່າງທີ່ເພິ່ນສ້າງ” ແລະເວົ້າວ່າ: “ດີຫຼາຍ”!—ປະຖົມມະການ 1:31
ເພື່ອເປົ້າໝາຍຂອງເຮົາຈະເປັນຈິງໄດ້ ເຮົາຕ້ອງມີຄວາມຕ້ອງການແທ້ໆທີ່ຈະໃຫ້ເປົ້າໝາຍນັ້ນສຳເລັດ. ອັນໃດຈະຊ່ວຍເຮົາໃຫ້ມີຄວາມຕ້ອງການແບບນັ້ນ? ແມ່ນແຕ່ຕອນທີ່ໂລກຍັງວ່າງເປົ່າຢູ່ ພະເຢໂຫວາກໍເຫັນລ່ວງໜ້າວ່າໂລກຈະເປັນແນວໃດໃນຕອນທ້າຍ ນັ້ນຄື: ມັນຈະເປັນເພັດນິນຈິນດາທີ່ສວຍງາມໃນຈັກກະວານເຊິ່ງຈະເຮັດໃຫ້ພະເພິ່ນໄດ້ຮັບຄຳສັນລະເສີນ. ຄ້າຍຄືກັນ ການຄິດຕຶກຕອງເຖິງຜົນທີ່ໄດ້ຮັບແລະປະໂຫຍດຂອງການບັນລຸເປົ້າໝາຍນັ້ນຈະຊ່ວຍເຮົາໃຫ້ຢາກເຮັດຕາມເປົ້າໝາຍທີ່ຕັ້ງໄວ້ໃຫ້ສຳເລັດ. ນີ້ແມ່ນປະສົບການຂອງໂທນີ້ອາຍຸ 19 ປີ. ລາວບໍ່ເຄີຍລືມຄວາມປະທັບໃຈເທື່ອທຳອິດທີ່ໄດ້ໄປເບິ່ງສຳນັກງານສາຂາຂອງພະຍານພະເຢໂຫວາໃນເອີຣົບຕາເວັນຕົກ. ຕັ້ງແຕ່ນັ້ນມາ ຄຳຖາມທີ່ຢູ່ໃນໃຈຂອງໂທນີ້ແມ່ນ ‘ຈະເປັນແນວໃດຖ້າຢູ່ແລະຮັບໃຊ້ຢູ່ຫັ້ນ?’ ໂທນີ້ຄິດຢູ່ສະເໝີວ່າເຖິງຄວາມເປັນໄປໄດ້ ແລະລາວພະຍາຍາມຕໍ່ໆໄປເພື່ອໄປໃຫ້ເຖິງເປົ້າໝາຍນັ້ນ. ລາວມີຄວາມສຸກຫຼາຍແທ້ໆທີ່ຫຼາຍປີຕໍ່ມາໃບສະໝັກຂອງລາວທີ່ຈະຮັບໃຊ້ຢູ່ເບເທນໄດ້ຮັບການອະນຸມັດ!
ການຄົບຫາກັບຄົນທີ່ເຮັດຕາມເປົ້າໝາຍບາງຢ່າງໄດ້ສຳເລັດ ຈະຊ່ວຍເຮົາໃຫ້ຢາກເຮັດຕາມເປົ້າໝາຍຂອງເຮົາໃຫ້ສຳເລັດຄືກັນ. ເຈສັນທີ່ຕອນນີ້ອາຍຸ 30 ປີ ບໍ່ມັກໄປປະກາດປານໃດຕອນທີ່ລາວເປັນໄວລຸ້ນ. ແຕ່ຫຼັງຈາກຮຽນຈົບມັດທະຍົມຕອນປາຍ ລາວກະຕືລືລົ້ນຫຼາຍທີ່ຢາກຮັບໃຊ້ເປັນໄພໂອເນຍ. ສະນັ້ນ ລາວຈຶ່ງເຮັດວຽກປະກາດເຕັມເວລາ. ອັນໃດຊ່ວຍເຈສັນໃຫ້ປູກຝັງຄວາມຕ້ອງການທີ່ຈະເປັນໄພໂອເນຍ? ລາວບອກວ່າ: “ການລົມກັບຄົນທີ່ເປັນໄພໂອເນຍແລະເຮັດວຽກຮັບໃຊ້ນຳກັນກັບເຂົາເຈົ້າສົ່ງຜົນທີ່ດີຕໍ່ລາວຫຼາຍ.”
ການຂຽນເປົ້າໝາຍສາມາດຊ່ວຍໄດ້
ຄວາມຄິດທີ່ຢູ່ໃນໃຈຈະແຈ້ງຂຶ້ນແລະເປັນຕົວເປັນຕົນຂຶ້ນຖ້າເຮົາຂຽນຄວາມຄິດນັ້ນອອກມາເປັນຄຳເວົ້າ. ໂຊໂລໂມນເວົ້າວ່າ ຄຳເວົ້າທີ່ເໝາະສົມເປັນຄືກັບເຫຼັກກະຕັກທີ່ໃຊ້ຊີ້ນຳຊີວິດ. (ປັນຍາຈານ 12:11) ເມື່ອຂຽນຄຳເວົ້າເຫຼົ່ານັ້ນອອກມາ ມັນຈະຝັງແໜ້ນຢູ່ໃນຈິດໃຈແລະຫົວໃຈເຮົາ. ຈະມີເຫດຜົນອື່ນອີກບໍທີ່ພະເຢໂຫວາສັ່ງໃຫ້ພວກກະສັດອິດສະຣາເອນຄັດລອກກົດໝາຍຂອງໂມເຊເປັນສະບັບສ່ວນໂຕ? (ພະບັນຍັດ 17:18) ສະນັ້ນ ເຮົາອາດຢາກຂຽນເປົ້າໝາຍຂອງເຮົາແລະວິທີທີ່ຈະເຮັດຕາມເປົ້າໝາຍເຫຼົ່ານັ້ນເປັນລາຍລັກອັກສອນ ຈົດອຸປະສັກຕ່າງໆທີ່ເຮົາຄິດວ່າຈະມີ ລວມທັງວິທີທີ່ຈະເອົາຊະນະ. ນອກຈາກນີ້ ຈະເປັນປະໂຫຍດຄືກັນທີ່ຈະຂຽນວ່າເຮົາຕ້ອງການຈະມີຄວາມຮູ້ຄວາມເຂົ້າໃຈເລື່ອງໃດ ຄວາມສາມາດແບບທີ່ເຮົາຕ້ອງມີ ແລະຜູ້ທີ່ຈະຊ່ວຍແລະສະໜັບສະໜູນເຮົາໄດ້.
ການຕັ້ງເປົ້າໝາຍທາງຄວາມເຊື່ອໃຫ້ໂຕເອງມີສ່ວນເຮັດໃຫ້ພີ່ນ້ອງເຈຟຣີທີ່ເປັນໄພໂອເນຍພິເສດຫຼາຍປີໃນເຂດໂດດດ່ຽວໃນປະເທດແຖວອາຊີຕັ້ງໝັ້ນຄົງຢູ່ໄດ້. ເປັນຕາໜ້າເສົ້າໃຈ ເມຍຂອງລາວຕາຍແບບກະທັນຫັນ. ຫຼັງຈາກໃຊ້ເວລາປັບໂຕໄລຍະໜຶ່ງ ພີ່ນ້ອງເຈຟຣີຕັດສິນໃຈທີ່ຈະຍຶດຢູ່ກັບການຮັບໃຊ້ເປັນໄພໂອເນຍຢ່າງເຕັມທີໂດຍການຕັ້ງເປົ້າໝາຍ. ຫຼັງຈາກຂຽນແຜນການໃສ່ເຈ້ຍ ລາວອະທິດຖານໃນເລື່ອງການຕັ້ງເປົ້າໝາຍທີ່ຈະເລີ່ມສຶກສາພະຄຳພີກັບ 3 ຄົນເມື່ອຮອດທ້າຍເດືອນ. ໃນແຕ່ລະມື້ ລາວເບິ່ງຄືນໃນສິ່ງທີ່ລາວເຮັດໃນມື້ນັ້ນ ແລະກວດເບິ່ງຄວາມກ້າວໜ້າຂອງໂຕເອງໃນທຸກໆ 10 ມື້. ລາວບັນລຸເປົ້າໝາຍບໍ? ແມ່ນແລ້ວ. ທີ່ຈິງ ລາວເລີ່ມສຶກສາພະຄຳພີກັບ 4 ຄົນ ແລະເລື່ອງນີ້ເຮັດໃຫ້ລາວມີຄວາມສຸກຫຼາຍ.
ຕັ້ງເປົ້າໝາຍໄລຍະສັ້ນໃຫ້ເປັນຄືກັບເຄື່ອງໝາຍທີ່ປັກໄວ້ຕາມທາງ
ໃນຕອນທຳອິດ ເປົ້າໝາຍບາງຢ່າງອາດຍາກໂພດທີ່ຈະບັນລຸໄດ້. ຄືກັບໂທນີ້ທີ່ເວົ້າເຖິງກ່ອນໜ້ານີ້ ການຮັບໃຊ້ຢູ່ໃນສຳນັກງານສາຂາຂອງພະຍານພະເຢໂຫວາເບິ່ງຄືເປັນຄວາມຝັນ. ມັນເປັນແບບນັ້ນຍ້ອນລາວເຄີຍໃຊ້ຊີວິດແບບເສເພ ແລະຍັງບໍ່ໄດ້ອຸທິດໂຕໃຫ້ພະເຢໂຫວາຊ້ຳ. ແຕ່ໂທນີ້ຕັດສິນໃຈທີ່ຈະເຮັດໃຫ້ຊີວິດຂອງລາວສອດຄ່ອງກັບແນວທາງຂອງພະເຢໂຫວາ ແລະຕັ້ງເປົ້າໝາຍທີ່ຈະເຮັດໃຫ້ໂຕເອງມີຄຸນສົມບັດເພື່ອຈະຮັບບັບເຕມາ. ເມື່ອບັນລຸເປົ້າໝາຍນັ້ນແລ້ວ ລາວກໍຕັ້ງເປົ້າໝາຍເປັນໄພໂອເນຍສົມທົບແລະໄພໂອເນຍປະຈຳໂດຍໝາຍວັນທີທີ່ຈະເລີ່ມເປັນໄພໂອເນຍໄວ້ໃນປະຕິທິນ. ຫຼັງຈາກເປັນໄພໂອເນຍໄດ້ໄລຍະໜຶ່ງ ການຮັບໃຊ້ຢູ່ສຳນັກງານສາຂາກໍເບິ່ງຄືວ່າເປັນເປົ້າໝາຍທີ່ຈະເຮັດໄດ້.
ນີ້ເປັນຄຳແນະນຳທີ່ດີສຳລັບເຮົາຄືກັນທີ່ຈະແບ່ງເປົ້າໝາຍໄລຍະຍາວອອກເປັນເປົ້າໝາຍໄລຍະສັ້ນສອງສາມຢ່າງ. ເປົ້າໝາຍໄລຍະສັ້ນເຫຼົ່ານີ້ຈະເປັນຄືກັບເຄື່ອງໝາຍທີ່ປັກໄວ້ຕາມທາງທີ່ເຮົາບັນລຸໄດ້ເປັນໄລຍະໆຕອນທີ່ພະຍາຍາມໄປໃຫ້ຮອດເປົ້າໝາຍໄລຍະຍາວ. ການກວດເບິ່ງຄວາມກ້າວໜ້າຂອງເຮົາເປັນປະຈຳໂດຍຄິດເຖິງປ້າຍທີ່ປັກໄວ້ຕາມທາງເຫຼົ່ານັ້ນຈະຊ່ວຍເຮົາໃຫ້ຕັ້ງໃຈຢູ່ສະເໝີ. ນອກຈາກນັ້ນ ການອະທິດຖານຫາພະເຢໂຫວາເລື້ອຍໆກ່ຽວກັບແຜນການຂອງເຮົາຈະຊ່ວຍເຮົາໃຫ້ຢູ່ໃນທາງນັ້ນຕໍ່ໆໄປ. ອັກຄະສາວົກໂປໂລບອກວ່າ: “ໃຫ້ອະທິດຖານເປັນປະຈຳ.”—1 ເທຊະໂລນິກ 5:17
ໃຫ້ຕັ້ງໃຈແທ້ໆແລະອົດທົນ
ເຖິງວ່າເຮົາວາງແຜນໄວ້ຢ່າງດີແລະຕັ້ງໃຈໄວ້ຢ່າງຄັກແນ່ແລ້ວວ່າຈະເຮັດໃຫ້ສຳເລັດ ແຕ່ເປົ້າໝາຍບາງຢ່າງກໍຍັງບໍ່ສາມາດເຮັດໄດ້. ມາຣະໂກຕ້ອງຜິດຫວັງຫຼາຍແທ້ໆເມື່ອໂປໂລບໍ່ໃຫ້ລາວເດີນທາງໄປປະກາດຮອບທີ 2 ນຳ! (ກິດຈະການ 15:37-40) ມາຣະໂກຕ້ອງຮຽນຮູ້ຈາກຄວາມຜິດໃນຄັ້ງນີ້ແລະປັບປ່ຽນເປົ້າໝາຍເພື່ອເຮັດວຽກຮັບໃຊ້ໃຫ້ຫຼາຍຂຶ້ນ. ເຫັນໄດ້ຈະແຈ້ງວ່າລາວໄດ້ເຮັດແບບນັ້ນ. ຕໍ່ມາ ໂປໂລໄດ້ເວົ້າເຖິງມາຣະໂກດ້ວຍຄວາມຮັກ ແລະມາຣະໂກກໍມີຄວາມສຸກກັບການຄົບຫາກັບໂປໂລຢ່າງໃກ້ຊິດຢູ່ບາບີໂລນ. (2 ຕີໂມທຽວ 4:11; 1 ເປໂຕ 5:13) ບາງເທື່ອສິດທິພິເສດທີ່ຍິ່ງໃຫຍ່ຂອງລາວກໍຄືການຂຽນເລື່ອງທີ່ໄດ້ຮັບການດົນໃຈກ່ຽວກັບຊີວິດແລະວຽກຮັບໃຊ້ຂອງພະເຢຊູ.
ໃນການຕິດຕາມເປົ້າໝາຍທາງຄວາມເຊື່ອ ເຮົາກໍອາດເຈິກັບອຸປະສັກບາງຢ່າງຄືກັນ. ແທນທີ່ຈະຍອມແພ້ ເຮົາຕ້ອງທົບທວນແລະຊັ່ງຊາເບິ່ງວ່າເປົ້າໝາຍຂອງເຮົາຍັງມີເຫດມີຜົນຢູ່ບໍ ແລະປັບປ່ຽນເປົ້າໝາຍຖ້າຈຳເປັນ. ເມື່ອມີອຸປະສັກເກີດຂຶ້ນ ເຮົາຕ້ອງພະຍາຍາມກ້າວໜ້າຕໍ່ໄປໂດຍຕັ້ງໃຈແທ້ໆແລະອົດທົນ. ກະສັດໂຊໂລໂມນທີ່ສະຫຼາດຫຼັກແຫຼມຮັບຮອງກັບເຮົາວ່າ: “ບໍ່ວ່າເຈົ້າຈະເຮັດຫຍັງກໍໃຫ້ໄວ້ໃຈພະເຢໂຫວາ ແລ້ວແຜນການຂອງເຈົ້າຈະສຳເລັດ.”—ສຸພາສິດ 16:3
ເຖິງຈະເປັນແນວນັ້ນ ບາງເທື່ອສະພາບການກໍອາດເຮັດໃຫ້ການຕິດຕາມເປົ້າໝາຍບາງຢ່າງບໍ່ກົງກັບສະພາບຄວາມເປັນຈິງ. ຕົວຢ່າງເຊັ່ນ: ສຸຂະພາບທີ່ອ່ອນແອຫຼືໜ້າທີ່ຮັບຜິດຊອບໃນຄອບຄົວອາດເຮັດໃຫ້ເປົ້າໝາຍບາງຢ່າງທີ່ເຮົາຕ້ອງການຈະໄປໃຫ້ຮອດນັ້ນຢູ່ໄກໂພດ. ຂໍໃຫ້ເຮົາຢ່າລືມຄວາມຈິງທີ່ວ່າ ລາງວັນສູງສຸດຂອງເຮົາຄືຊີວິດຕະຫຼອດໄປ ບໍ່ວ່າຈະເປັນຊີວິດໃນສະຫວັນຫຼືໃນໂລກທີ່ງາມໆ. (ລູກາ 23:43; ຟີລິບປອຍ 3:13, 14) ເຮົາຈະໄດ້ມາດ້ວຍວິທີໃດ? ໂຢຮັນຂຽນວ່າ: “ຄົນທີ່ເຮັດຕາມຄວາມຕ້ອງການຂອງພະເຈົ້າຈະຢູ່ຕະຫຼອດໄປ.” (1 ໂຢຮັນ 2:17) ເຖິງວ່າສະພາບການຂອງເຮົາອາດຂັດຂວາງເຮົາບໍ່ໃຫ້ໄປຮອດເປົ້າໝາຍບາງຢ່າງ ແຕ່ເຮົາກໍຍັງສາມາດສະແດງຄວາມ “ຢ້ານຢຳພະເຈົ້າທ່ຽງແທ້ແລະເຮັດຕາມຄຳສັ່ງຂອງເພິ່ນ.” (ປັນຍາຈານ 12:13) ເປົ້າໝາຍຕ່າງໆທາງຄວາມເຊື່ອຊ່ວຍເຮົາໃຫ້ຕັ້ງໃຈທີ່ຈະຈົດຈໍ່ຢູ່ກັບການເຮັດຕາມຄວາມຕ້ອງການຂອງພະເຢໂຫວາຕໍ່ໆໄປ. ສະນັ້ນ ຂໍໃຫ້ເຮົາໃຊ້ເປົ້າໝາຍເຫຼົ່ານີ້ເພື່ອສັນລະເສີນຜູ້ທີ່ສ້າງເຮົາ.
[ຂອບ]
ເປົ້າໝາຍທາງຄວາມເຊື່ອທີ່ຄວນຄິດເຖິງ
○ ອ່ານຄຳພີໄບເບິນທຸກມື້
○ ອ່ານຫໍສັງເກດການແລະຕື່ນເຖີດ! ທຸກສະບັບ
○ ປັບປຸງຄຳອະທິດຖານຂອງເຮົາ
○ ສະແດງຜົນທີ່ເກີດຈາກພະລັງຂອງພະເຈົ້າ
○ ພະຍາຍາມຮັບໃຊ້ໃຫ້ຫຼາຍຂຶ້ນ
○ ເປັນຜູ້ປະກາດແລະຜູ້ສອນທີ່ມີປະສິດທິພາບຫຼາຍຂຶ້ນ
○ ພັດທະນາຄວາມຊຳນານ ເຊັ່ນ: ການປະກາດທາງໂທລະສັບ ການປະກາດແບບບໍ່ເປັນທາງການ ແລະການປະກາດໃນເຂດທຸລະກິດ