ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 57 points 1-5
  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮັດ​ຜິດ​ຮ້າຍ​ແຮງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮັດ​ຜິດ​ຮ້າຍ​ແຮງ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຜູ້​ເບິ່ງແຍງ​ຈະ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ແນວ​ໃດ​ຕໍ່​ຄົນ​ທີ່​ເຮັດ​ຜິດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ມີ​ການ​ຈັດ​ລະບຽບ​ປະຊາຄົມ​ຕ່າງໆ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 57 points 1-5
ບົດ​ທີ 57. ຢູ່​ຫໍປະຊຸມ ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ໄດ້​ເຮັດ​ຜິດ​ຮ້າຍ​ແຮງ​ກຳລັງ​ສາລະພາບ​ຄວາມ​ຜິດ​ຂອງ​ລາວ​ກັບ​ຜູ້​ເບິ່ງແຍງ 2 ຄົນ.

ບົດ​ທີ 57

ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮັດ​ຜິດ​ຮ້າຍ​ແຮງ?

ສະບັບພິມ
ສະບັບພິມ
ສະບັບພິມ

ເຖິງ​ເຈົ້າ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ຕັ້ງໃຈ​ຈະ​ບໍ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ ແຕ່​ບາງ​ເທື່ອ​ເຈົ້າ​ກໍ​ອາດ​ເຮັດ​ຜິດ​ພາດ. ຄວາມ​ຜິດ​ບາງ​ຢ່າງ​ກໍ​ເປັນ​ພຽງ​ເລື່ອງ​ເລັກໆ​ນ້ອຍໆ ແຕ່​ບາງ​ຢ່າງ​ກໍ​ເປັນ​ຄວາມ​ຜິດ​ຮ້າຍ​ແຮງ. (1 ໂກຣິນໂທ 6:9, 10) ເຖິງ​ວ່າ​ເຈົ້າ​ຈະ​ເຮັດ​ຜິດ​ຮ້າຍ​ແຮງ ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ເຈົ້າ ເພິ່ນ​ພ້ອມ​ຈະ​ໃຫ້​ອະໄພ​ແລະ​ຊ່ວຍ​ເຫຼືອ​ເຈົ້າ.

1. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ?

ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຄື​ຊິ​ຮູ້ສຶກ​ເສຍໃຈ​ຫຼາຍ​ເມື່ອ​ເຂົາເຈົ້າ​ເຮັດ​ຜິດ​ຮ້າຍ​ແຮງ. ແຕ່​ເຂົາເຈົ້າ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ໄວ້​ກັບ​ຄົນ​ຂອງ​ເພິ່ນ ທີ່​ບອກ​ວ່າ: “ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເປັນ​ສີ​ແດງ​ຄື​ກັບ​ເລືອດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ມັນ​ຂາວ​ຄື​ກັບ​ຫິມະ.” (ເອຊາຢາ 1:18) ຖ້າ​ເຮົາ​ກັບໃຈ​ແທ້ໆ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ແນ່ນອນ. ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ແດ່​ເພື່ອ​ສະແດງ​ວ່າ​ເຮົາ​ກັບໃຈ? ເຮົາ​ຕ້ອງ​ຮູ້ສຶກ​ເສຍໃຈ​ແທ້ໆ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລະ​ເຊົາ​ເຮັດ​ສິ່ງ​ນັ້ນ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ. ຈາກ​ນັ້ນ ເຮົາ​ຕ້ອງ​ພະຍາຍາມ​ປ່ຽນ​ຄວາມ​ຄິດ​ຫຼື​ນິດໄສ​ທີ່​ບໍ່​ດີ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ກັບ​ໄປ​ເຮັດ​ຜິດ​ອີກ ແລະ​ເຮົາ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ.—ອ່ານ​ເອຊາຢາ 55:6, 7

2. ພະ​ເຢໂຫວາ​ໃຫ້​ຜູ້​ເບິ່ງແຍງ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ເຮັດ​ຜິດ?

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ພະ​ເຢໂຫວາ​ບອກ​ເຮົາ​ໃຫ້ “ເອີ້ນ​ພວກ​ຜູ້​ເບິ່ງແຍງ​ປະຊາຄົມ​ໃຫ້​ມາ​ຫາ.” (ອ່ານ​ຢາໂກໂບ 5:14, 15) ຜູ້​ເບິ່ງແຍງ​ເຫຼົ່າ​ນີ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ທີ່​ຮັບໃຊ້​ເພິ່ນ. ເຂົາເຈົ້າ​ໄດ້​ຮັບ​ການ​ຝຶກ​ຢ່າງ​ດີ​ເພື່ອ​ຈະ​ຮູ້​ວິທີ​ຊ່ວຍ​ເຮົາ​ໃຫ້​ກັບ​ມາ​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້​ອີກ.—ຄາລາເຕຍ 6:1

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ເຮົາ​ແນວ​ໃດ? ອາດ​ມີ​ການ​ມອບໝາຍ​ຜູ້​ເບິ່ງແຍງ​ສອງ​ຫຼື​ສາມ​ຄົນ​ໃຫ້​ຊ່ວຍ​ເຮົາ. ເຂົາເຈົ້າ​ຈະ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ແລະ​ກະຕຸ້ນ​ໃຫ້​ເຮົາ​ປ່ຽນແປງ​ໂຕເອງ​ເພື່ອ​ເຮົາ​ຈະ​ບໍ່​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ. ຖ້າ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ບໍ່​ກັບໃຈ ຜູ້​ເບິ່ງແຍງ​ຈະ​ຕ້ອງ​ຕັດ​ລາວ​ອອກ​ຈາກ​ປະຊາຄົມ​ເພື່ອ​ບໍ່​ໃຫ້​ລາວ​ມີ​ອິດທິພົນ​ທີ່​ບໍ່​ດີ​ຕໍ່​ພີ່ນ້ອງ​ຄົນ​ອື່ນໆ​ໃນ​ປະຊາຄົມ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ເຮົາ​ຈະ​ເຂົ້າໃຈ​ແລະ​ເຫັນຄ່າການ​ຊ່ວຍ​ເຫຼືອ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ.

3. ເຮົາ​ຈະ​ກັບ​ມາ​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້​ອີກ​ຖ້າ​ເຮົາສາລະພາບ​ຄວາມ​ຜິດ

ຖ້າ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ. ດັ່ງນັ້ນ ເຮົາ​ຕ້ອງ​ຂ້ຽວ​ສາລະພາບ​ຄວາມ​ຜິດ​ຕໍ່​ເພິ່ນ​ທັນທີ. ອ່ານ​ເພງ​ສັນລະເສີນ 32:1-5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ແທນ​ທີ່​ຈະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ຂອງ​ເຮົາ ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ດີ​ທີ່​ເຮົາ​ຈະ​ຂ້ຽວ​ສາລະພາບ​ຄວາມ​ຜິດ​ຕໍ່​ພະ​ເຢໂຫວາ?

ນອກ​ຈາກ​ການ​ສາລະພາບ​ຄວາມ​ຜິດ​ຕໍ່​ພະ​ເຢໂຫວາ​ແລ້ວ​ອີກ​ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ດີ​ຂຶ້ນ​ກໍ​ຄື ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: “ພະ​ເຢໂຫວາ​ຮັກ​ຜູ້​ໃດ ພະອົງ​ຈຶ່ງ​ຕີ​ສອນ​ຜູ້​ນັ້ນ” (3:01)

  • ໃນ​ວິດີໂອ ຜູ້​ເບິ່ງແຍງ​ຊ່ວຍ​ເຄັນນ໋ອນ​ແນວ​ໃດ​ໃຫ້​ກັບ​ມາ​ຫາພະ​ເຢໂຫວາ?

ຜູ້​ເບິ່ງແຍງ​ພ້ອມ​ຈະ​ຊ່ວຍ​ເຮົາ. ດັ່ງນັ້ນ ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ໃຫ້​ເຮົາ​ບອກ​ຄວາມ​ຈິງ​ທັງໝົດ​ກັບ​ຜູ້​ເບິ່ງແຍງ. ອ່ານ​ຢາໂກໂບ 5:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຈຶ່ງ​ຊ່ວຍ​ເຮົາ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ບອກ​ຄວາມ​ຈິງ​ທັງໝົດ​ກັບ​ເຂົາເຈົ້າ?

ຮູບ: 1. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ເສຍໃຈ​ຫຼາຍ ລາວ​ນັ່ງ​ກົ້ມ​ຫົວ​ແລະ​ເອົາ​ມື​ປິດ​ໜ້າ​ໄວ້. 2. ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ. 3. ລາວ​ໂທ​ລົມ​ກັບ​ຜູ້​ເບິ່ງແຍງ​ຄົນ​ໜຶ່ງ. 4. ລາວ​ໄປ​ພົບ​ກັບ​ຜູ້​ເບິ່ງແຍງ 3 ຄົນ ແລະ​ເລົ່າ​ເລື່ອງ​ທັງໝົດ​ໃຫ້​ຜູ້​ເບິ່ງແຍງ​ຟັງ. 5. ລາວ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ​ແລະ​ຍິ້ມ​ໄດ້​ເພາະ​ຕອນນີ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ​ບໍ່​ໄດ້​ລົບກວນ​ລາວ​ອີກ​ແລ້ວ.

ສາລະພາບ​ຄວາມ​ຜິດ​ຂອງ​ເຈົ້າ ເລົ່າ​ຄວາມ​ຈິງ​ທັງໝົດ​ໃຫ້​ຜູ້​ເບິ່ງແຍງ​ຟັງ ແລະ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພາະ​ເພິ່ນ​ຮັກ​ເຈົ້າ

4. ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ເຮັດ​ຜິດ

ຖ້າ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ບໍ່​ຍອມ​ກັບໃຈ​ແລະ​ບໍ່​ຍອມ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ລາວ​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແລະ​ເຮົາ​ກໍ​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ລາວ. ອ່ານ 1 ໂກຣິນໂທ 5:6, 11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄື​ກັບ​ເຊື້ອ​ເຂົ້າຈີ່​ທີ່​ເຮັດ​ໃຫ້​ແປ້ງ​ຟູ​ຂຶ້ນ ການ​ຫຍຸ້ງ​ກ່ຽວ​ຫຼື​ຄົບຫາ​ກັບ​ຄົນ​ທີ່​ເຮັດ​ຜິດ​ແຕ່​ບໍ່​ຍອມ​ກັບໃຈ ຈະ​ມີ​ຜົນ​ແນວ​ໃດ​ຕໍ່​ປະຊາຄົມ?

ຜູ້​ເບິ່ງແຍງ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ທີ່​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ເຮັດ​ຜິດ​ໂດຍ ພະຍາຍາມ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ຫຼາຍ​ຄົນ​ທີ່​ເຄີຍ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ໄດ້​ກັບ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ອີກ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮູ້ສຶກ​ເຈັບ​ປວດ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ແຕ່​ມັນ​ກໍ​ຊ່ວຍ​ເຂົາເຈົ້າ​ໃຫ້​ສຳນຶກ​ຜິດ.—ເພງ​ສັນລະເສີນ 141:5

  • ເປັນ​ຫຍັງ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ຄົນ​ທີ່​ເຮັດ​ຜິດ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ເມດຕາ ຍຸຕິທຳ​ແລະ​ຮັກ​ເຮົາ?

5. ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຖ້າ​ເຮົາ​ກັບໃຈ

ພະ​ເຢຊູ​ເລົ່າ​ຕົວຢ່າງ​ປຽບທຽບ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ໜຶ່ງ​ກັບໃຈ. ອ່ານ​ລູກາ 15:1-7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ?

ອ່ານ​ເອເຊກຽນ 33:11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມຕໍ່​ໄປ​ນີ້:

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ກັບໃຈ​ແທ້ໆ?

ຜູ້​ລ້ຽງ​ແກະ​ກຳລັງ​ພັນ​ບາດ​ແຜ​ໃຫ້​ແກະ​ທີ່​ບາດເຈັບ.

ພະ​ເຢໂຫວາ​ເປັນ​ຄື​ຜູ້​ລ້ຽງ​ແກະ ເພິ່ນ​ຫ່ວງໃຍ​ແກະ​ຂອງ​ເພິ່ນ​ຫຼາຍ

ບາງ​ຄົນ​ເວົ້າ​ວ່າ: “ຂ້ອຍ​ບໍ່​ກ້າ​ບອກ​ຜູ້​ເບິ່ງແຍງ​ດອກ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ ດຽວ​ຊິ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ.”

  • ຖ້າ​ມີ​ຄົນ​ຄິດ​ແບບ​ນີ້ ເຈົ້າ​ຈະ​ເວົ້າ​ກັບ​ລາວ​ແນວ​ໃດ?

ສະຫຼຸບ

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ແຕ່​ເຮົາ​ຮູ້ສຶກ​ເສຍໃຈ​ແທ້ໆ​ແລະ​ຕັ້ງໃຈ​ທີ່​ຈະ​ບໍ່​ເຮັດ​ຜິດ​ອີກ ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ເຮົາ​ຈະ​ສາລະພາບ​ຄວາມ​ຜິດ​ຕໍ່​ພະ​ເຢໂຫວາ?

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ?

  • ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ ເປັນ​ຫຍັງ​ເຮົາ​ຄວນ​ຂໍ​ໃຫ້​ຜູ້​ເບິ່ງແຍງ​ຊ່ວຍ​ເຮົາ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຊາຍ​ຄົນ​ໜຶ່ງ​ແນວ​ໃດ​ຄື​ກັບ​ທີ່​ບອກ​ໄວ້​ໃນ​ເອຊາຢາ 1:18.

ໝັ້ນໃຈ​ໃນ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ (5:02)

ຜູ້​ເບິ່ງແຍງ​ພະຍາຍາມ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ແນວ​ໃດ?

“ຜູ້​ເບິ່ງແຍງ​ຈະ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ແນວ​ໃດ​ຕໍ່​ຄົນ​ທີ່​ເຮັດ​ຜິດ?” (ຫໍສັງເກດການ ເດືອນ​ສິງຫາ ປີ 2024)

ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ຈະ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຕໍ່​ຄົນ​ເຮັດ​ຜິດ​ທີ່​ບໍ່​ກັບໃຈ.

“ຜູ້​ເບິ່ງແຍງ​ຈະ​ຊ່ວຍ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ແນວ​ໃດ?” (ຫໍສັງເກດການ ເດືອນ​ສິງຫາ ປີ 2024)

ອ່ານ​ເລື່ອງ “ຂ້ອຍ​ຕ້ອງ​ກັບ​ໄປ​ຫາພະ​ເຢໂຫວາ” ເພື່ອ​ເບິ່ງ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ອອກ​ໄປ​ຈາກ​ຄວາມ​ຈິງ​ຮູ້ສຶກ​ແນວ​ໃດ​ເມື່ອ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ກັບຄືນມາ​ຫາ​ເພິ່ນ.

“ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ເມສາ 2012)

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌