ບົດທີ 5
ຂ້ອຍຈະຮັບມືກັບການແຕ່ງດອງໃໝ່ຂອງພໍ່ (ແມ່) ໄດ້ແນວໃດ?
ພໍ່ (ແມ່) ຂອງເຈົ້າອາດມີຄວາມສຸກຫຼາຍ ໃນມື້ທີ່ເພິ່ນແຕ່ງດອງໃໝ່. ແຕ່ ເຈົ້າອາດຮູ້ສຶກວ່າບໍ່ມີຄວາມສຸກຈັກໜ້ອຍເລີຍ! ຍ້ອນຫຍັງ? ການແຕ່ງດອງໃໝ່ຂອງພໍ່ (ແມ່) ທຳລາຍຄວາມຫວັງທີ່ວ່າພໍ່ແມ່ຄີງໆຂອງເຈົ້າຈະກັບມາຄືນດີກັນອີກ. ໃນອີກດ້ານໜຶ່ງ ການແຕ່ງດອງໃໝ່ສາມາດເປັນສິ່ງທີ່ເຈັບປວດໂດຍສະເພາະຖ້າຈັດຂຶ້ນບໍ່ດົນພາຍຫຼັງການເສຍຊີວິດຂອງພໍ່ຫຼືແມ່ທີ່ເຈົ້າຮັກ.
ເຈົ້າຮູ້ສຶກແນວໃດເມື່ອພໍ່ (ແມ່) ຂອງເຈົ້າແຕ່ງດອງໃໝ່? ໃຫ້ໝາຍ ✔ ໃສ່ປ່ອງທີ່ອະທິບາຍຂໍ້ໃດກໍໄດ້ເຊິ່ງໃຊ້ໄດ້ກັບເຈົ້າ.
ຂ້ອຍຮູ້ສຶກ . . .
◻ ມີຄວາມສຸກ
◻ ບໍ່ປອດໄພ
◻ ຖືກທໍລະຍົດ
◻ ອິດສາພໍ່ນ້າຫຼືແມ່ນ້າ
◻ ຜິດເພາະຂ້ອຍເລີ່ມຮັກພໍ່ນ້າຫຼືແມ່ນ້າ
ການຕອບສະໜອງອັນສຸດທ້າຍອາດແມ່ນຍ້ອນຄວາມສັດຊື່ທີ່ເຈົ້າມີຕໍ່ພໍ່ຫຼືແມ່ຄີງທີ່ບໍ່ໄດ້ຢູ່ນຳແລ້ວ. ບໍ່ວ່າຈະເປັນຍ້ອນເຫດຜົນອັນໃດກໍຕາມ ຄວາມຮູ້ສຶກຕ່າງໆທີ່ກ່າວໄວ້ຂ້າງເທິງນັ້ນອາດເຮັດໃຫ້ເຈົ້າສະແດງຄວາມເຈັບປວດທາງດ້ານອາລົມໃນແນວທາງຕ່າງໆທີ່ກໍ່ຄວາມເສຍຫາຍ.
ຕົວຢ່າງເຊັ່ນ ເຈົ້າອາດເຮັດໃຫ້ຊີວິດຫຍຸ້ງຍາກສຳລັບພໍ່ນ້າຫຼືແມ່ນ້າຕະຫຼອດເວລາ. ເຈົ້າແມ່ນແຕ່ອາດພະຍາຍາມສ້າງບັນຫາລະຫວ່າງພໍ່/ແມ່ກັບພໍ່ນ້າ/ແມ່ນ້າ ໂດຍຫວັງວ່າຈະໃຫ້ພວກເພິ່ນແຍກທາງກັນ. ແນວໃດກໍຕາມ ຄຳສຸພາສິດທີ່ສະຫຼາດສຸຂຸມເຕືອນວ່າ: “ຜູ້ທີ່ໃຫ້ຄອບຄົວແຫ່ງຕົນວຸ່ນວາຍໄປຈະໄດ້ຮັບແຕ່ລົມເປັນມູນ” ນັ້ນຄືລາວຈະບໍ່ໄດ້ຮັບຫຍັງເລີຍ. (ສຸພາສິດ 11:29) ເຈົ້າບໍ່ຈຳເປັນຕ້ອງຕົກໃນບ້ວງແຮ້ວນັ້ນ. ເຈົ້າສາມາດຮັບມືກັບອາລົມຄວາມຮູ້ສຶກທີ່ວຸ່ນວາຍສັບສົນໃນແນວທາງທີ່ໃຫ້ຜົນທີ່ດີກວ່າ. ຂໍໃຫ້ພິຈາລະນາຈັກສອງສາມຕົວຢ່າງ.
ຂໍ້ທ້າທາຍທີ 1: ຮັບມືກັບສິດອຳນາດຂອງພໍ່ນ້າຫຼືແມ່ນ້າ
ການຢູ່ໃຕ້ສິດອຳນາດຂອງພໍ່ໃໝ່ຫຼືແມ່ໃໝ່ນັ້ນບໍ່ແມ່ນເລື່ອງງ່າຍ. ເມື່ອເຈົ້າຖືກຂໍໃຫ້ເຮັດບາງສິ່ງບາງຢ່າງ ເຈົ້າອາດຢາກເວົ້າໂປ້ງອອກມາວ່າ ‘ເຈົ້າບໍ່ແມ່ນພໍ່/ແມ່ແທ້ໆຂອງຂ້ອຍ!’ ການຕອບແບບນັ້ນອາດເຮັດໃຫ້ເຈົ້າພໍໃຈແວັບໜຶ່ງ ແຕ່ມັນສະແດງອອກວ່າເຈົ້າມີທັດສະນະແບບບໍ່ມີຄວາມເປັນຜູ້ໃຫຍ່.
ໃນອີກດ້ານໜຶ່ງ ການຍອມຮັບສິດອຳນາດຂອງພໍ່ນ້າຫຼືແມ່ນ້າເປັນວິທີໜຶ່ງທີ່ສະແດງໃຫ້ເຫັນວ່າເຈົ້າໃສ່ໃຈຕໍ່ຄຳແນະນຳໃນຄຳພີໄບເບິນທີ່ວ່າ: “ຈົ່ງມີຄວາມຄິດຄວາມເຂົ້າໃຈແບບຜູ້ທີ່ເຕີບໂຕເຕັມທີ.” (1 ໂກລິນໂທ 14:20, ລ.ມ.) ທີ່ຈິງແລ້ວ ພໍ່ນ້າຫຼືແມ່ນ້າປະຕິບັດໜ້າທີ່ຕ່າງໆຂອງພໍ່ຫຼືແມ່ຄີງໆແລະເພິ່ນສົມຄວນໄດ້ຮັບຄວາມນັບຖືຈາກເຈົ້າ.—ສຸພາສິດ 1:8; ເອເຟດ 6:1-4.
ຕາມປົກກະຕິແລ້ວການຕີສອນຈາກພໍ່ນ້າຫຼືແມ່ນ້າສະແດງເຖິງຄວາມຮັກແລະຄວາມເປັນຫ່ວງຂອງເພິ່ນ. (ສຸພາສິດ 13:24) ຍິງສາວຊື່ອີວອນ ອາຍຸ 18 ປີ ເວົ້າວ່າ: “ພໍ່ນ້າຕີສອນພວກເຮົາ ແຕ່ນັ້ນເປັນສິ່ງປົກກະຕິທີ່ພໍ່ຄວນເຮັດ. ຂ້ອຍຮູ້ສຶກວ່າຖ້າຂ້ອຍບໍ່ພໍໃຈກັບຄຳແນະນຳຂອງເພິ່ນ ມັນເປັນຄືກັບຂ້ອຍກຳລັງສະແດງວ່າຂ້ອຍບໍ່ສົນໃຈທີ່ເພິ່ນຈັດຕຽມສິ່ງຝ່າຍວັດຖຸແລະສິ່ງຝ່າຍວິນຍານສຳລັບພວກເຮົາຕະຫຼອດຫຼາຍປີທີ່ຜ່ານມາ. ແລະນັ້ນເປັນການສະແດງຄວາມບໍ່ຮູ້ບຸນຄຸນ.”
ເຖິງຢ່າງນັ້ນກໍຕາມ ເຈົ້າອາດມີເຫດຜົນທີ່ຈະຈົ່ມວ່າ. ຖ້າເປັນເຊັ່ນນັ້ນ ຂໍໃຫ້ພິສູດຕົວເອງວ່າເປັນ ‘ຜູ້ທີ່ເຕີບໂຕແລ້ວ’ ໂດຍການເຮັດແບບທີ່ໂກໂລດ 3:13 ທີ່ກະຕຸ້ນວ່າ: “ຈົ່ງອົດກັ້ນໄວ້ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນຖ້າແມ່ນຜູ້ໃດມີຂໍ້ຄວາມຟ້ອງຕໍ່ຄົນອື່ນ.”
ທາງລຸ່ມນີ້ ຂໍໃຫ້ຂຽນຄຸນລັກສະນະທີ່ດີສອງຢ່າງຫຼືຫຼາຍກວ່ານັ້ນທີ່ພໍ່ນ້າຫຼືແມ່ນ້າມີ.
․․․․․
ການຈົດຈຳຄຸນລັກສະນະທີ່ດີຂອງພໍ່ນ້າຫຼືແມ່ນ້າຊ່ວຍເຈົ້າແນວໃດໃຫ້ນັບຖືເພິ່ນຫຼາຍຂຶ້ນຕື່ມອີກ?
․․․․․
ຂໍ້ທ້າທາຍທີ 2: ຮຽນຮູ້ທີ່ຈະແບ່ງປັນແລະຍອມອ່ອນຂໍ້ຕໍ່ກັນ
ທ້າວ ເອຣອນ ອາຍຸ 24 ປີຈື່ໄດ້ວ່າ: “ພໍ່ຂ້ອຍແຕ່ງດອງໃໝ່ສອງເທື່ອ. ຂ້ອຍຮູ້ສຶກວ່າມັນຍາກທີ່ຈະມີຄວາມຮູ້ສຶກຮັກໄຄ່ຕໍ່ຄອບຄົວໃໝ່ຂອງແມ່ນ້າ. ຕອນທຳອິດ ພວກເຂົາເຈົ້າເປັນພຽງແຕ່ຄົນແປກໜ້າ ແຕ່ຂ້ອຍຖືກບັງຄັບໃຫ້ສະແດງຄວາມຮັກຕໍ່ເຂົາເຈົ້າ. ຂ້ອຍຕົກໃນສະຖານະການທີ່ສັບສົນ.”
ເຈົ້າກໍເຊັ່ນກັນອາດປະເຊີນກັບຂໍ້ທ້າທາຍຕ່າງໆ. ຕົວຢ່າງເຊັ່ນ ເຈົ້າອາດຕ້ອງເສຍສະລະຖານະການເປັນລູກກົກຫຼືລູກໂທນ. ຖ້າເຈົ້າເປັນລູກຊາຍ ເຈົ້າອາດຮູ້ສຶກວ່າຕົນເອງເປັນພໍ່ເຮືອນມາເປັນເວລາດົນນານແລ້ວ ເຊິ່ງບັດນີ້ເປັນບົດບາດຂອງພໍ່ນ້າ. ຫຼືເຈົ້າອາດຕົກຢູ່ໃນສະພາບການຄ້າຍກັບຍິງສາວຊື່ອີວອນ. ລາວເວົ້າວ່າ: “ພໍ່ແທ້ໆຂອງຂ້ອຍບໍ່ເຄີຍໃຫ້ຄວາມສົນໃຈໃດໆຕໍ່ແມ່ເລີຍ. ດັ່ງນັ້ນຂ້ອຍຈຶ່ງລຶ້ງເຄີຍກັບການທີ່ມີແມ່ເປັນຂອງຂ້ອຍຜູ້ດຽວ. ແຕ່ເມື່ອແມ່ແຕ່ງດອງໃໝ່ ພໍ່ນ້າສະແດງຄວາມສົນໃຈໃນຕົວແມ່ຫຼາຍ. ພວກເພິ່ນໃຊ້ເວລານຳກັນແລະເວົ້າລົມກັນ ແລະຂ້ອຍຮູ້ສຶກວ່າພໍ່ນ້າກຳລັງລັກເອົາແມ່ໄປຈາກຂ້ອຍ. ແຕ່ໃນທີ່ສຸດຂ້ອຍກໍສາມາດປັບຕົວໄດ້.”
ເຊັ່ນດຽວກັບອີວອນ ເຈົ້າເອງຈະປັບຕົວໄດ້ແນວໃດ? ຄຳພີໄບເບິນແນະນຳວ່າ: “ຄວາມອ່ອນຫວານ [“ຄວາມມີເຫດຜົນ,” ລ.ມ.] ຂອງທ່ານທັງຫຼາຍຈົ່ງໃຫ້ປາກົດແກ່ຄົນທັງປວງ.” (ຟີລິບ 4:5) ຄຳທີ່ແປວ່າ “ຄວາມມີເຫດຜົນ” ໝາຍເຖິງ “ຍິນຍອມ” ແລະຖ່າຍທອດທັດສະນະຂອງຜູ້ທີ່ບໍ່ຢືນຢັນໃນສິດທິທຸກຢ່າງຂອງຕົນຕາມກົດໝາຍ. ເຈົ້າຈະໃຊ້ຄຳແນະນຳນີ້ແນວໃດ? (1) ຫຼີກລ່ຽງການຄິດເຖິງອະດີດຫຼາຍເກີນໄປ. (ຜູ້ເທສະໜາປ່າວປະກາດ 7:10) (2) ພ້ອມທີ່ຈະແບ່ງປັນກັບພໍ່ນ້າຫຼືແມ່ນ້າ ແລະອ້າຍເອື້ອຍນ້ອງຕ່າງພໍ່ຫຼືຕ່າງແມ່. (1 ຕີໂມເຕ 6:18) (3) ຢ່າປະຕິບັດຕໍ່ເຂົາເຈົ້າຄືກັບເປັນຄົນນອກຄອບຄົວ.
ຈຸດໃດໃນຂ້າງເທິງນີ້ທີ່ເຈົ້າຕ້ອງພະຍາຍາມແກ້ໄຂຫຼາຍທີ່ສຸດ? ․․․․․
ຂໍ້ທ້າທາຍທີ 3: ຮັບມືກັບການປະຕິບັດແບບບໍ່ສະເໝີພາບ
ນາງ ທາຣາ ເວົ້າວ່າ: “ພໍ່ນ້າຂອງຂ້ອຍຮັກລູກຂອງເພິ່ນຫຼາຍກວ່າຮັກຂ້ອຍແລະເອື້ອຍຂອງຂ້ອຍ. ເພິ່ນຈະຊື້ຂອງກິນທີ່ເຂົາເຈົ້າມັກແລະເຊົ່າພາບພະຍົນທີ່ເຂົາເຈົ້າຢາກເບິ່ງ. ເພິ່ນຈະເຮັດສິ່ງໃດກໍຕາມທີ່ຈະເຮັດໃຫ້ເຂົາເຈົ້າພໍໃຈ.” ການປະຕິບັດແບບນັ້ນຍອມຮັບໄດ້ຍາກ. ສິ່ງໃດອາດຊ່ວຍໄດ້? ໃຫ້ພະຍາຍາມເຂົ້າໃຈເຖິງເຫດຜົນທີ່ພໍ່ນ້າຫຼືແມ່ນ້າອາດຮູ້ສຶກຕໍ່ກັບລູກນ້າແມ່ນບໍ່ຄືກັນກັບລູກຄີງໆຂອງຕົນ. ບາງເທື່ອອາດບໍ່ແມ່ນຄວາມຜູກພັນທາງສາຍເລືອດ ແຕ່ເປັນຍ້ອນປະສົບການໃນການຢູ່ຮ່ວມກັນຫຼາຍກວ່າ. ແນວໃດກໍຕາມ ເປັນໄປໄດ້ທີ່ເຈົ້າຮູ້ສຶກໃກ້ຊິດກວ່າກັບພໍ່ຄີງຫຼືແມ່ຄີງເມື່ອສົມທຽບກັບພໍ່ນ້າຫຼືແມ່ນ້າ.
ຢ່າງໃດກໍດີ ມີຄວາມແຕກຕ່າງທີ່ສຳຄັນລະຫວ່າງການປະຕິບັດກັບເຈົ້າແບບດຽວກັບທີ່ປະຕິບັດກັບຄົນອື່ນໆແລະປະຕິບັດກັບເຈົ້າຢ່າງຍຸຕິທຳ. ຄົນເຮົາມີນິດໄສໃຈຄໍຂອງໃຜລາວແລະມີຄວາມຈຳເປັນທີ່ຕ່າງກັນ. ດັ່ງນັ້ນ ແທນທີ່ຈະເປັນຫ່ວງຫຼາຍເກີນໄປທີ່ວ່າພໍ່ນ້າຫຼືແມ່ນ້າປະຕິບັດກັບເຈົ້າສະເໝີພາບຫຼືບໍ່ ໃຫ້ພິຈາລະນາເບິ່ງວ່າເພິ່ນພະຍາຍາມຕອບສະໜອງຄວາມຈຳເປັນຂອງເຈົ້າຫຼືບໍ່.
ຄວາມຈຳເປັນອັນໃດທີ່ພໍ່ນ້າຫຼືແມ່ນ້າໄດ້ຕອບສະໜອງໃຫ້ເຈົ້າ?
․․․․․
ເຈົ້າຮູ້ສຶກວ່າຄວາມຈຳເປັນຂອງເຈົ້າສ່ວນໃດທີ່ບໍ່ໄດ້ຮັບການຕອບສະໜອງ?
․․․․․
ຖ້າເຈົ້າຮູ້ສຶກວ່າບໍ່ໄດ້ຮັບການຕອບສະໜອງໃນເລື່ອງຄວາມຈຳເປັນບາງຢ່າງ ເປັນຫຍັງບໍ່ເວົ້າລົມດ້ວຍຄວາມນັບຖືໃນເລື່ອງນີ້ກັບພໍ່ນ້າຫຼືແມ່ນ້າ?
ຄວາມອົດທົນໄດ້ຜົນ!
ຕາມທຳມະດາແລ້ວຕ້ອງໃຊ້ເວລາຫຼາຍປີຈຶ່ງຈະເກີດຄວາມໄວ້ວາງໃຈຈົນເຖິງລະດັບທີ່ສະມາຊິກໃນຄອບຄົວທີ່ມີລູກຕ່າງພໍ່ຫຼືຕ່າງແມ່ຮູ້ສຶກເຂົ້າກັນໄດ້. ເມື່ອຮອດຕອນນັ້ນນິດໄສແລະຄ່ານິຍົມທີ່ຫຼາກຫຼາຍອາດປະສົມປະສານກັນເປັນວິຖີຊີວິດທີ່ໄປນຳກັນໄດ້. ສະນັ້ນ ຈົ່ງອົດທົນ! ຢ່າຄາດໝາຍວ່າຈະໄດ້ຮັບຄວາມຮັກໂດຍທັນທີທັນໃດ ຫຼືຈະເກີດຄອບຄົວສຳເລັດຮູບທັນທີໂລດ.
ເມື່ອແມ່ຂອງທ້າວໂທມັດແຕ່ງດອງໃໝ່ ລາວກໍກັງວົນໃຈຫຼາຍ. ແມ່ຂອງລາວມີລູກສີ່ຄົນ ແລະຜູ້ຊາຍທີ່ແມ່ແຕ່ງດອງນຳມີລູກສາມຄົນ. ໂທມັດຂຽນວ່າ: “ເຮົາຕີກັນ ຖຽງກັນ ແຕກແຍກກັນ ເກີດຄວາມເຄັ່ງຕຶງທາງອາລົມຢ່າງຮຸນແຮງ.” ສິ່ງໃດເຮັດໃຫ້ເລື່ອງນີ້ຈົບລົງໄດ້ໃນທີ່ສຸດ? “ໂດຍການໃຊ້ຫຼັກການໃນຄຳພີໄບເບິນເລື່ອງຕ່າງໆໄດ້ຮັບການແກ້ໄຂ.”
ຈະວ່າແນວໃດຖ້າອ້າຍເອື້ອຍນ້ອງທັງໝົດເປັນອ້າຍເອື້ອຍນ້ອງຄີງໆຂອງເຈົ້າ ແຕ່ເຂົາເຈົ້າເຮັດໃຫ້ເຈົ້າໃຈຮ້າຍ?
ຂໍ້ພະຄຳພີຫຼັກ
“ທີ່ສຸດຂອງສິ່ງໜຶ່ງກໍດີກວ່າຕົ້ນເດີມສິ່ງນັ້ນ. ຈິດວິນຍານທີ່ອົດທົນກໍດີກວ່າຈິດວິນຍານຈອງຫອງ.”—ຜູ້ເທສະໜາປ່າວປະກາດ 7:8.
ຄຳແນະນຳ
ການຢູ່ກັບອ້າຍເອື້ອຍນ້ອງໃໝ່ເຊິ່ງເປັນເພດກົງກັນຂ້າມສາມາດກໍ່ໃຫ້ເກີດຄວາມດຶງດູດໃຈທາງເພດ. ດັ່ງນັ້ນ ຈົ່ງພະຍາຍາມທີ່ຈະຫ້າມຕົວເອງໃນເລື່ອງຄວາມຮູ້ສຶກທາງເພດ ແລະເຈົ້າຕ້ອງເຮັດໃຫ້ແນ່ໃຈວ່າການແຕ່ງຕົວຫຼືຄວາມປະພຶດຂອງເຈົ້າບໍ່ຍຸເຍົ້າຄວາມຮູ້ສຶກທາງເພດ.
ເຈົ້າຮູ້ບໍ . . .?
ອ້າຍເອື້ອຍນ້ອງຄົນລະພໍ່ຫຼືຄົນລະແມ່ອາດພົບຄວາມຫຍຸ້ງຍາກເຊັ່ນກັນໃນການປັບຕົວໃຫ້ເຂົ້າກັບສະພາບການຂອງຄອບຄົວທີ່ມີລູກຄົນລະພໍ່ຫຼືຄົນລະແມ່.
ແຜນພາກປະຕິບັດ!
ຂ້ອຍຈະພະຍາຍາມສະແດງຄວາມນັບຖືຕໍ່ພໍ່ນ້າຫຼືແມ່ນ້າຫຼາຍຂຶ້ນອີກ ໂດຍການຈື່ຈຳສິ່ງດີຕ່າງໆຕໍ່ໄປນີ້ທີ່ເພິ່ນໄດ້ເຮັດເພື່ອຄອບຄົວ (ໃຫ້ຂຽນສອງສິ່ງທີ່ເປັນແງ່ບວກ) ․․․․․
ຖ້າອ້າຍເອື້ອຍນ້ອງຄົນລະພໍ່ຫຼືຄົນລະແມ່ເຮັດເສີຍເມີຍໃສ່ຂ້ອຍ ຂ້ອຍສາມາດໃຊ້ຫຼັກການທີ່ຢູ່ໃນໂລມ 12:21 ໂດຍການເຮັດສິ່ງຕໍ່ໄປນີ້ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ຫຼືພໍ່ນ້າ (ແມ່ນ້າ) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ຄວາມຢ້ານກົວອັນໃດທີ່ພໍ່ນ້າ (ແມ່ນ້າ) ຫຼືອ້າຍເອື້ອຍນ້ອງຄົນລະພໍ່ແມ່ອາດມີກ່ຽວກັບການເຂົ້າມາເປັນສະມາຊິກກັບຄອບຄົວຂອງເຈົ້າ?
• ເປັນຫຍັງຈຶ່ງເປັນສິ່ງສຳຄັນທີ່ຈະມີທັດສະນະທີ່ກວ້າງໄກກ່ຽວກັບສາຍສຳພັນຕ່າງໆກັບຄອບຄົວໃໝ່?
[ຈຸດເດັ່ນໜ້າ 38]
“ການແຕ່ງດອງຄັ້ງທີສອງຂອງແມ່ຈົບລົງດ້ວຍການຢ່າຮ້າງ. ແຕ່ຈົນຮອດທຸກມື້ນີ້ຂ້ອຍຍັງສະໜິດສະໜົມກັບອ້າຍເອື້ອຍນ້ອງຕ່າງພໍ່. ເຂົາເຈົ້າກາຍເປັນສ່ວນໜຶ່ງຂອງຊີວິດຂ້ອຍເຊິ່ງເປັນສິ່ງໜຶ່ງທີ່ດີທີສຸດທີ່ເຄີຍເກີດຂຶ້ນກັບຂ້ອຍ.”—ນາງ ທາຣາ
[ຮູບພາບໜ້າ 39]
ການປະສົມສອງຄອບຄົວໃຫ້ເຂົ້າກັນເປັນຄືກັບການປະສົມນ້ຳກັບຊີມັງ ນັ້ນຄືຕ້ອງໃຊ້ເວລາແລະຄວາມພະຍາຍາມ ແຕ່ຜົນທີ່ອອກມາສາມາດເປັນຜະລິດຕະພັນທີ່ແຂງແຮງທົນທານ