ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 13 ໜ້າ 16
  • ກະສັດ​ດີ​ແລະ​ກະສັດ​ບໍ່​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກະສັດ​ດີ​ແລະ​ກະສັດ​ບໍ່​ດີ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ໃຈຄວາມສຳຄັນຂອງປຶ້ມໂຢນາ
    ຄຳພີໄບເບິນສະບັບແປໂລກໃໝ່
  • ພະ​ເຢໂຫວາ​ອົດທົນ​ກັບ​ໂຢນາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂຍນາແລະປາໃຫຍ່
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 13 ໜ້າ 16
ກະສັດຜູ້ໜຸ່ມນ້ອຍຂອງຊາດອິດສະລາແອນ

ໝວດ 13

ກະສັດ​ດີ​ແລະ​ກະສັດ​ບໍ່​ດີ

ປະເທດ​ອິດສະລາແອນ​ຖືກ​ແບ່ງ​ແຍກ. ເມື່ອ​ເວລາ​ຜ່ານ​ໄປ ກະສັດ​ຫຼາຍ​ອົງ​ປົກຄອງ​ຊາວ​ອິດສະລາແອນ ແລະ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ສັດ​ຊື່. ເມືອງ​ເຢຣຶຊາເລມ​ຖືກ​ທຳລາຍ​ໂດຍ​ຊາວ​ບາບີໂລນ

ຕາມ​ພະ​ເຢໂຫວາ​ໄດ້​ພະຍາກອນ​ເອົາ​ໄວ້ ຫຼັງ​ຈາກ​ຊາໂລໂມນ​ປະ​ຖິ້ມ​ການ​ນະມັດສະການ​ອັນ​ບໍລິສຸດ ຊາດ​ອິດສະລາແອນ​ກໍ​ໄດ້​ຖືກ​ແບ່ງ​ແຍກ. ໂຣໂບອາມ​ລູກ​ຊາຍ​ທີ່​ສືບ​ຕໍ່​ຕຳແໜ່ງ​ເປັນ​ຄົນ​ໂຫດ​ຮ້າຍ. ດັ່ງ​ນັ້ນ ສິບ​ຕະກູນ​ໄດ້​ກະບົດ​ແລະ​ຕັ້ງ​ຕົວ​ເປັນ​ອານາຈັກ​ອິດສະລາແອນ​ທາງ​ເໜືອ. ສອງ​ຕະກູນ​ທີ່​ພັກດີ​ຕໍ່​ເຊື້ອ​ວົງ​ຂອງ​ດາວິດ​ໃນ​ເມືອງ​ເຢຣຶຊາເລມ​ຕັ້ງ​ເປັນ​ອານາຈັກ​ຢູດາ​ທາງ​ໃຕ້.

ທັງ​ສອງ​ອານາຈັກ​ບໍ່​ໝັ້ນ​ຄົງ​ແລະ​ມີ​ບັນຫາ​ມາກ​ມາຍ ບັນຫາ​ສ່ວນ​ໃຫຍ່​ເກີດ​ຈາກ​ບັນດາ​ກະສັດ​ທີ່​ຂາດ​ຄວາມ​ເຊື່ອ​ແລະ​ຂັດຂືນ​ຄຳ​ສັ່ງ. ອານາຈັກ​ທາງ​ເໜືອ​ຂອງ​ອິດສະລາແອນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ອານາຈັກ​ຢູດາ​ອີກ ເພາະ​ວ່າ​ກະສັດ​ຫຼາຍ​ອົງ​ສົ່ງເສີມ​ການ​ນະມັດສະການ​ປອມ​ຕັ້ງ​ແຕ່​ຕົ້ນ. ແມ່ນ​ວ່າ​ຜູ້​ພະຍາກອນ​ເຊັ່ນ ເອລີຢາ​ແລະ​ເອລີເຊ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ກໍ​ຕາມ ທັງ​ສອງ​ຍັງ​ເຄີຍ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ພວກ​ອິດສະລາແອນ​ກໍ​ຍັງ​ຫັນ​ກັບ​ໄປ​ສູ່​ແນວ​ທາງ​ທີ່​ຊົ່ວ. ໃນ​ທີ່​ສຸດ ພະເຈົ້າ​ຈຶ່ງ​ໃຫ້​ອາຊີລີ​ທຳລາຍ​ອານາຈັກ​ທາງ​ເໜືອ.

ອານາຈັກ​ຢູດາ​ຢູ່​ຕໍ່​ໄປ​ອີກ​ຫຼາຍ​ກວ່າ​ຮ້ອຍ​ປີ ແຕ່​ພະເຈົ້າ​ກໍ​ໄດ້​ລົງໂທດ​ອານາຈັກ​ນີ້​ເຊັ່ນ​ກັນ. ມີ​ກະສັດ​ຢູດາ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ​ທີ່​ຟັງ​ຄຳ​ເຕືອນ​ຂອງ​ຜູ້​ພະຍາກອນ​ແລະ​ພະຍາຍາມ​ນຳ​ພາ​ຊາດ​ກັບ​ຄືນ​ມາ​ຫາ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ ກະສັດ​ໂຢເຊຍເຊ ເລີ່ມ​ກວດ​ລ້າງ​ການ​ນະມັດສະການ​ປອມ​ແລະ​ບູລະນະ​ວິຫານ​ຂອງ​ພະ​ເຢໂຫວາ. ເມື່ອ​ມີ​ການ​ຄົ້ນ​ພົບ​ສຳເນົາ​ເດີມ​ຂອງ​ພະບັນຍັດ​ທີ່​ພະເຈົ້າ​ໃຫ້​ຜ່ານ​ທາງ​ໂມເຊ ໂຢເຊຍເຊ​ໄດ້​ຮັບ​ການ​ກະຕຸ້ນ​ຢ່າງ​ສຸດ​ຊຶ້ງ​ແລະ​ລາວ​ຈຶ່ງ​ສຸມ​ໃສ່​ການ​ປະ​ຕິ​ຮູບ​ຫຼາຍ​ຂຶ້ນ.

ແຕ່​ເປັນ​ຕາ​ໜ້າ​ເສົ້າໃຈ​ທີ່​ຜູ້​ສືບ​ຕຳແໜ່ງ​ຂອງ​ໂຢເຊຍເຊ​ບໍ່​ໄດ້​ຕິດ​ຕາມ​ຕົວຢ່າງ​ທີ່​ດີ​ຂອງ​ລາວ. ດັ່ງ​ນັ້ນ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ປະເທດ​ບາບີໂລນ​ມາ​ຍຶດ​ຄອງ​ອານາຈັກ​ຢູດາ ແລ້ວ​ທຳລາຍ​ເມືອງ​ເຢຣຶຊາເລມ​ແລະ​ວິຫານ​ຂອງ​ເມືອງ​ນັ້ນ. ຜູ້​ລອດ​ຊີວິດ​ຖືກ​ເນລະເທດ​ໄປ​ຢູ່​ປະເທດ​ບາບີໂລນ. ພະເຈົ້າ​ບອກ​ລ່ວງ​ໜ້າ​ວ່າ​ການ​ເນລະເທດ​ນີ້​ຈະ​ເປັນ​ເວລາ 70 ປີ. ອານາຈັກ​ຢູດາ​ຖືກ​ປະ​ໃຫ້​ຮ້າງ​ເປົ່າ​ຈົນ​ຮອດ​ກຳນົດ​ເວລາ​ຕາມ​ທີ່​ສັນຍາ​ໄວ້ ແລ້ວ​ຊາດ​ນີ້​ຈະ​ໄດ້​ກັບ​ຄືນ​ສູ່​ເມືອງ​ເຢຣຶຊາເລມ​ອີກ.

ຢ່າງ​ໃດ​ກໍ​ຕາມ​ຈະ​ບໍ່​ມີ​ກະສັດ​ຈາກ​ເຊື້ອ​ວົງ​ຂອງ​ດາວິດ​ປົກຄອງ​ອີກ​ຕໍ່​ໄປ​ຈົນ​ເຖິງ​ຜູ້​ຊ່ອຍ​ໃຫ້​ລອດ​ຕາມ​ຄຳ​ສັນຍາ​ຈະ​ມາ​ປົກຄອງ ນັ້ນ​ແມ່ນ​ຜູ້​ເປັນ​ເມຊີ​ຕາມ​ທີ່​ບອກ​ລ່ວງ​ໜ້າ. ກະສັດ​ທີ່​ປົກຄອງ​ໃນ​ເມືອງ​ເຢຣຶຊາເລມ​ສ່ວນ​ຫຼາຍ​ສະແດງ​ໃຫ້​ເຫັນ​ວ່າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ບໍ່​ມີ​ຄຸນວຸທິ​ພໍ​ທີ່​ຈະ​ປົກຄອງ. ມີ​ແຕ່​ຜູ້​ເປັນ​ເມຊີ​ເທົ່າ​ນັ້ນ​ຈຶ່ງ​ຈະ​ມີ​ຄຸນວຸທິ​ນີ້​ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ​ພະ​ເຢໂຫວາ​ໄດ້​ກ່າວ​ກັບ​ກະສັດ​ອົງ​ສຸດ​ທ້າຍ​ໃນ​ລາຊະວົງ​ຂອງ​ດາວິດ​ວ່າ “ຈົ່ງ​ເອົາ​ກະໂຈມ​ອອກ​ໄປ. . . . ສິ່ງ​ນີ້​ທັງ​ມວນ​ຈະ​ບໍ່​ເປັນ​ຕໍ່​ໄປ​ຈົນ​ເຖິງ​ຜູ້​ທີ່​ມີ​ການ​ຕັດສິນ​ອັນ​ຊອບທຳ​ຈະ​ສະເດັດ​ມາ ແລະ​ເຮົາ​ຈະ​ຍົກ​ສິ່ງ​ນັ້ນ​ໃຫ້​ຜູ້​ນັ້ນ.”—ເອເຊກຽນ 21:26, 27.

—ຂໍ້​ມູນ​ມາ​ຈາກ 1 ກະສັດ ແລະ 2 ກະສັດ; 2 ຂ່າວຄາວ​ບົດ 10 ເຖິງ 36; ເຢເຣມີ 25:8-11.

  • ເປັນ​ຫຍັງ​ຊາດ​ອິດສະລາແອນ​ຈຶ່ງ​ຖືກ​ແບ່ງ​ແຍກ ແລະ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ກັບ​ທັງ​ສອງ​ອານາຈັກ?

  • ເກີດ​ຫຍັງ​ຂຶ້ນ​ກັບ​ກະສັດ​ທີ່​ປົກຄອງ​ໃນ​ລາຊະວົງ​ດາວິດ ແລະ​ເປັນ​ຫຍັງ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ?

  • ເລື່ອງ​ໂຢນາ​ສອນ​ເຮົາ​ສິ່ງ​ໃດ​ກ່ຽວ​ກັບ​ພະ​ເຢໂຫວາ? (ເບິ່ງ​ຂອບ​ສີ່​ລ່ຽມ.)

ໂຢນາ

ໃນ​ລະຫວ່າງ​ທີ່​ອານາຈັກ​ມີ​ການ​ແບ່ງ​ແຍກ ພະເຈົ້າ​ມອບ​ໝາຍ​ໂຢນາ​ໃຫ້​ໄປ​ປະກາດ​ຄຳ​ເຕືອນ​ແກ່​ປະຊາຊົນ​ໃນ​ເມືອງ​ນີນີເວ​ທີ່​ຢູ່​ຫ່າງ​ໄກ​ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ. ແທນ​ທີ່​ຈະ​ໄປ​ເມືອງ​ນີນີເວ​ໂຢນາ​ພັດ​ຂຶ້ນ​ເຮືອ​ມຸ່ງ​ໄປ​ອີກ​ທາງ​ໜຶ່ງ. ການ​ກະທຳ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເກີດ​ປະ​ຕິ​ຫານ ພະເຈົ້າ​ໃຫ້​ປາ​ໃຫຍ່​ຕົວ​ໜຶ່ງ​ກືນ​ໂຢນາ​ເຂົ້າ​ໄປ​ໃນ​ທ້ອງ. ເມື່ອ​ຢູ່​ໃນ​ທ້ອງ​ປາ ໂຢນາ​ອະທິດຖານ​ເຖິງ​ພະ​ເຢໂຫວາ ພະອົງ​ຈຶ່ງ​ເຮັດ​ໃຫ້​ປາ​ຄາຍ​ໂຢນາ​ອອກ​ໃສ່​ເທິງ​ດິນ​ແຫ້ງ. ຈາກ​ນັ້ນ​ໂຢນາ​ໄດ້​ເດີນ​ທາງ​ໄປ​ປະກາດ​ຢູ່​ເມືອງ​ນີນີເວ.

ພາຍ​ຫຼັງ​ທີ່​ພະເຈົ້າ​ໄດ້​ສອນ​ບົດຮຽນ​ເລື່ອງ​ການ​ເຊື່ອ​ຟັງ​ໃຫ້​ກັບ​ໂຢນາ ບັນຫາ​ອັນ​ທີ​ສອງ​ກໍ​ເກີດ​ຂຶ້ນ​ມາ ນັ້ນ​ກໍ​ຄື​ໂຢນາ​ໄດ້​ປະກາດ​ກັບ​ຊາວ​ເມືອງ​ນີນີເວ ແຕ່​ເມື່ອ​ເຂົາ​ເຈົ້າ​ໄດ້​ສຳນຶກ​ຜິດ ລາວ​ບໍ່​ພໍ​ໃຈ​ຫຼາຍ​ເພາະ​ພະເຈົ້າ​ສະແດງ​ຄວາມ​ເມດຕາ​ແລະ​ຕັດສິນ​ໃຈ​ວ່າ​ຈະ​ບໍ່​ລົງໂທດ​ຊາວ​ເມືອງ​ນີ້. ລອງ​ອ່ານ​ພະທຳ​ທີ່​ໜ້າ​ປະທັບ​ໃຈ​ນີ້​ເພື່ອ​ເຫັນ​ວິທີ​ທີ່​ພະເຈົ້າ​ໃຊ້​ການ​ປະ​ຕິ​ຫານ​ອັນ​ທີ​ສອງ​ເພື່ອ​ສອນ​ໂຢນາ​ໃຫ້​ເປັນ​ຄົນ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌