ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 27 ໜ້າ 225-230
  • ທຸກ​ຢ່າງ​ທີ່​ຂ້ອຍ​ເຮັດ​ຕ້ອງ​ສົມບູນແບບ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ທຸກ​ຢ່າງ​ທີ່​ຂ້ອຍ​ເຮັດ​ຕ້ອງ​ສົມບູນແບບ​ບໍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຕໍ່ສູ້​ກັບ​ການ​ມັກ​ຄວາມ​ສົມບູນແບບ
  • ຂ້ອຍ​ຈະ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ​ເອງ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ເປັນ​ຫຍັງ​ຂ້ອຍ​ຢ້ານ​ທີ່​ຈະ​ເວົ້າ​ເຖິງ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ຢູ່​ໂຮງ​ຮຽນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ຖືກ​ພໍ່​ແມ່​ເວົ້າ​ໃຫ້?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ເບິ່ງຕື່ມ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 27 ໜ້າ 225-230

ບົດ​ທີ 27

ທຸກ​ຢ່າງ​ທີ່​ຂ້ອຍ​ເຮັດ​ຕ້ອງ​ສົມບູນແບບ​ບໍ?

ຖ້າ​ເຈົ້າ​ສອບ​ເສັງ​ບໍ່​ໄດ້​ຄະແນນ​ເຕັມ ເຈົ້າ​ອາລົມ​ເສຍ​ບໍ?

□ ແມ່ນ

□ ບໍ່​ແມ່ນ

ຖ້າ​ເຈົ້າ​ຖືກ​ເວົ້າ​ໃຫ້​ແມ່ນແຕ່​ເລື່ອງ​ເລັກໆ​ນ້ອຍໆ ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄວາມ​ສາມາດ​ເລີຍ​ບໍ?

□ ແມ່ນ

□ ບໍ່​ແມ່ນ

ເຈົ້າ​ຫຼິ້ນ​ນຳ​ໃຜ​ບໍ່​ໄດ້​ດົນ​ຍ້ອນ​ບໍ່​ມີ​ໃຜ​ເຮັດ​ຕາມ​ມາດຕະຖານ​ຂອງ​ເຈົ້າ​ໄດ້?

□ ແມ່ນ

□ ບໍ່​ແມ່ນ

ຖ້າ​ມີ​ຂໍ້​ໃດ​ຂໍ້​ໜຶ່ງ​ທີ່​ເຈົ້າ​ຕອບ​ວ່າ​ແມ່ນ ເຈົ້າ​ອາດ​ເປັນ​ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ຫຼື​ຕ້ອງ​ເຮັດ​ທຸກ​ຢ່າງ​ໃຫ້​ສົມບູນແບບ. ເຈົ້າ​ອາດ​ຖາມ​ວ່າ ‘ການ​ພະຍາຍາມ​ເຮັດ​ສິ່ງ​ຕ່າງໆ​ໃຫ້​ສົມບູນແບບ​ມັນ​ບໍ່​ດີ​ບໍ?’ ດີ​ແນ່ນອນ. ຄຳພີ​ໄບເບິນ​ຊົມເຊີຍ​ຄົນ​ທີ່ “ເຮັດ​ວຽກ​ເກັ່ງໆ.” (ສຸພາສິດ 22:29) ແຕ່​ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ມັກ​ຈະ​ບໍ່​ຍອມ​ໃຫ້​ມີ​ຫຍັງ​ຜິດ​ພາດ​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ.

ຕົວຢ່າງ​ເຊັ່ນ ເຈສັນ​ອາຍຸ 19 ປີ​ຍອມຮັບ​ວ່າ: “ຕອນ​ຮຽນ​ຢູ່​ມັດທະຍົມ​ປາຍ​ໃນ​ປີ​ສຸດທ້າຍ ຂ້ອຍ​ຄິດ​ວ່າ​ຖ້າ​ເສັງ​ໄດ້​ຄະແນນ​ບໍ່​ດີ ຂ້ອຍ​ກໍ​ຄື​ຊິ​ເປັນ​ນັກ​ຮຽນ​ທີ່​ບໍ່​ໄດ້​ເລື່ອງ​ຫຍັງ​ເລີຍ. ເມື່ອ​ຂ້ອຍ​ຫຼິ້ນ​ເປຍ​ໂນ ຂ້ອຍ​ກໍ​ຄິດ​ວ່າ​ໂຕເອງ​ຕ້ອງ​ຫຼິ້ນ​ໃຫ້​ໄດ້​ຄື​ກັບ​ນັກ​ເປຍ​ໂນ​ມື​ອາຊີບ.”

ການ​ຄາດໝາຍ​ຄວາມ​ສົມບູນແບບ​ອາດ​ມີ​ຜົນ​ເສຍ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ​ນຳ. ສົມມຸດ​ວ່າ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ມີ​ແຕ່​ຄົນ​ມາ​ຍົກຍ້ອງ​ຊົມເຊີຍແລະໃຜ​ກໍ​ມັກ​ເບິ່ງ​ລາວ​ເປັນ​ແບບຢ່າງ. ແມ່ນ​ຢູ່​ວ່າ ການ​ມີ​ຕົວຢ່າງ​ທີ່​ດີ​ໃນ​ປະຊາຄົມ​ເປັນ​ປະໂຫຍດ​ຕໍ່​ທຸກ​ຄົນ. ແຕ່​ການ​ທີ່​ລາວ​ກາຍ​ເປັນ​ຈຸດ​ສົນໃຈ​ແລະ​ທຸກ​ຄົນ​ຕ້ອງ​ເຝົ້າ​ເບິ່ງ​ທຸກ​ບາດ​ກ້າວ​ຂອງ​ລາວ​ຕະຫຼອດ​ອາດ​ເຮັດ​ໃຫ້​ລາວ​ຕ້ອງ​ຮັກສາ​ພາບ​ລັກ​ຂອງ​ໂຕເອງ​ໄວ້ ລາວ​ຈຶ່ງ​ບໍ່​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຖ້າ​ເປັນ​ແນວ​ນັ້ນ ໜຸ່ມ​ສາວ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ. ລາວ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ ແຕ່​ລາວ​ອາດ​ຈະ​ບໍ່​ກ້າ​ຍ້ອນ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຍົກຍ້ອງ​ລາວ​ຕ້ອງ​ຜິດ​ຫວັງ. ໃນ​ທີ່​ສຸດ ລາວ​ອາດ​ເຊົາ​ຮັບໃຊ້​ພະເຈົ້າ​ໂດຍ​ຫາ​ເຫດຜົນ​ວ່າ ‘ຖ້າ​ຂ້ອຍ​ເຮັດ​ໃຫ້​ສົມບູນແບບ​ບໍ່​ໄດ້ ກໍ​ຢ່າ​ເຮັດ​ດີ​ກວ່າ.’

ຕໍ່ສູ້​ກັບ​ການ​ມັກ​ຄວາມ​ສົມບູນແບບ

ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ມັກ​ຄິດ​ວ່າ​ບໍ່​ຄວນ​ເຮັດ​ຫຍັງ​ຜິດ​ພາດ​ເລີຍ. ແຕ່​ຄວາມ​ຄິດ​ແບບ​ນັ້ນ​ບໍ່​ຖືກຕ້ອງ. ຄຳພີ​ໄບເບິນ​ບອກ​ຢ່າງ​ຊັດເຈນ​ວ່າ: “ທຸກ​ຄົນ​ເປັນ​ຄົນ​ບາບ​ແລະ​ບໍ່​ໄດ້​ສະແດງ​ຄຸນລັກສະນະ​ທີ່​ດີໆ​ຂອງ​ພະເຈົ້າ​ຢ່າງ​ຄົບ​ຖ້ວນ.” (ໂຣມ 3:23) ດັ່ງນັ້ນ ຈຶ່ງ​ບໍ່​ມີ​ໃຜ​ທີ່​ຈະ​ສົມບູນແບບ​ໄດ້​ແທ້ໆ. ການ​ເຊື່ອ​ວ່າ​ຄົນ​ເຮົາ​ສາມາດ​ເຮັດ​ສິ່ງ​ຕ່າງໆ​ໄດ້​ຢ່າງ​ສົມບູນແບບ​ນັ້ນ​ເປັນ​ຄື​ກັບ​ການ​ທີ່​ຄິດ​ວ່າ​ເຮົາ​ຈະ​ໂດດ​ລົງ​ມາ​ແລ້ວ​ກໍ​ບິນ​ຂຶ້ນ​ໄປ​ໄດ້. ບໍ່​ວ່າ​ເຈົ້າ​ຈະ​ເຊື່ອ​ເລື່ອງ​ນີ້​ຫຼາຍ​ສ່ຳ​ໃດ ມັນ​ກໍ​ເປັນ​ໄປ​ບໍ່​ໄດ້!

ຖ້າ​ເຈົ້າ​ເປັນ​ຄົນ​ທີ່​ມັກ​ຄວາມ​ສົມບູນແບບ ເຈົ້າ​ຈະ​ຄວບຄຸມ​ແນວ​ໂນ້ມ​ນີ້​ໄດ້​ແນວ​ໃດ? ລອງ​ໃຊ້​ຄຳ​ແນະນຳ​ເຫຼົ່າ​ນີ້​ເບິ່ງ:

ບໍ່​ຕ້ອງ​ເປັນ “ທີ​ໜຶ່ງ.” ເຈົ້າ​ຕ້ອງ​ເປັນ​ທີ​ໜຶ່ງ​ໃນ​ທຸກ​ເລື່ອງ​ບໍ? ຄຳພີ​ໄບເບິນ​ບອກ​ວ່າ ນັ້ນ​ເປັນ​ຄື​ກັບ​ການ “ແລ່ນ​ໄລ່​ຕາມ​ລົມ.” (ປັນຍາຈານ 4:4) ຄວາມ​ຈິງ​ກໍ​ຄື ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຈະ​ໄດ້​ເປັນ​ທີ​ໜຶ່ງ ແລະ​ເຖິງ​ວ່າ​ເຈົ້າ​ຈະ​ໄດ້​ເປັນ ມັນ​ກໍ​ຢູ່​ພຽງ​ແຕ່​ຊົ່ວຄາວ​ເພາະ​ອີກ​ບໍ່​ດົນ​ຄົນ​ອື່ນ​ທີ່​ເຮັດ​ໄດ້​ດີ​ກວ່າ​ກໍ​ຈະ​ມາ​ແທນ​ທີ່​ເຈົ້າ. ດັ່ງນັ້ນ ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເປັນ “ທີ​ໜຶ່ງ” ກໍ​ໄດ້ ພຽງ​ແຕ່​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ກໍ​ພໍ ແລະ​ບໍ່​ຈຳເປັນ​ຕ້ອງ​ປຽບທຽບ​ກັບ​ຄົນ​ອື່ນ.—ຄາລາເຕຍ 6:4

ເບິ່ງ​ຕາມ​ຄວາມ​ເປັນ​ຈິງ. ເຈົ້າ​ບໍ່​ຄວນ​ຄາດໝາຍ​ຫຍັງ​ເກີນ​ຄວາມ​ສາມາດ​ແລະ​ຂີດ​ຈຳກັດ​ຂອງ​ເຈົ້າ. ຖ້າ​ຕັ້ງ​ເປົ້າໝາຍ​ໄວ້​ສູງ​ເກີນ​ໄປ ເຈົ້າ​ອາດ​ຈະ​ກາຍ​ເປັນ​ຄົນ​ທີ່​ບໍ່​ຈຽມຕົວ​ຫຼື​ຫຼົງ​ໂຕເອງ​ກໍ​ໄດ້. ອັກຄະສາວົກ​ໂປໂລ​ໃຫ້​ຄຳ​ແນະນຳ​ທີ່​ດີ​ວ່າ: “ຂ້ອຍ​ຈຶ່ງ​ຂໍ​ບອກ​ພວກ​ເຈົ້າ​ທຸກ​ຄົນ​ວ່າ ຢ່າ​ຄິດ​ວ່າ​ໂຕເອງ​ສຳຄັນ​ກວ່າ​ຄົນ​ອື່ນ.” (ໂຣມ 12:3) ດັ່ງນັ້ນ ໃຫ້​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ປັບ​ຄວາມ​ຄາດໝາຍ​ໃໝ່ ແລະ​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ກໍ​ພໍ ບໍ່​ຕ້ອງ​ສົມບູນແບບ.

ຜ່ອນຄາຍ​ແລະ​ຢ່າ​ຈິງ​ຈັງ​ຫຼາຍ​ເກີນ​ໄປ! ລອງ​ເຮັດ​ບາງ​ສິ່ງ​ທີ່​ເຈົ້າ​ບໍ່​ເກັ່ງ ເຊັ່ນ ຫຼິ້ນ​ເຄື່ອງ​ດົນຕີ. ແມ່ນ​ຢູ່ ເຈົ້າ​ອາດ​ຈະ​ຫຼິ້ນ​ຜິດໆ​ຖືກໆ​ຫຼາຍ​ເທື່ອ. ແຕ່​ເທື່ອ​ນີ້ ໃຫ້​ລອງ​ເບິ່ງ​ຄວາມ​ຜິດ​ພາດ​ໄປ​ອີກ​ແບບ​ໜຶ່ງ​ໂດຍ​ເບິ່ງ​ວ່າ​ມັນ​ເປັນ​ເລື່ອງ​ຕະຫຼົກ. ຄຳພີ​ໄບເບິນ​ບອກ​ວ່າ​ມີ “ເວລາ​ຫົວ.” (ປັນຍາຈານ 3:4) ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ເຫັນ​ວ່າ​ການ​ເຮັດ​ຜິດ​ພາດ​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ການ​ຮຽນ​ຮູ້. ເຖິງ​ວ່າ​ການ​ຍອມຮັບ​ເລື່ອງ​ນີ້​ຈະ​ບໍ່​ງ່າຍ ແຕ່​ຢ່າ​ເບິ່ງ​ໂຕເອງ​ໃນ​ແງ່​ລົບ​ແລະ​ຢ່າ​ຕຳໜິ​ໂຕເອງ.

ຂໍ​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຮຽກ​ຮ້ອງ​ຄວາມ​ສົມບູນແບບ​ຈາກ​ເຮົາ. ເພິ່ນ​ພຽງ​ຕ້ອງການ​ໃຫ້​ເຮົາ​ສັດຊື່​ຕໍ່​ເພິ່ນ. (1 ໂກຣິນໂທ 4:2) ຖ້າ​ເຈົ້າ​ພະຍາຍາມ​ຮັກສາ​ຄວາມ​ສັດຊື່ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ບໍ່​ໄດ້​ສົມບູນແບບ​ກໍ​ຕາມ.

ໃນ​ບົດ​ຕໍ່​ໄປ

ການ​ຮັກ​ເພດ​ດຽວ​ກັນ​ເປັນ​ທີ່​ຍອມຮັບ​ຢ່າງ​ກວ້າງ​ຂວາງ​ໃນ​ປັດຈຸບັນ. ເຈົ້າ​ຈະ​ຫຼີກລ່ຽງ​ມັນ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ຮັກ​ຄົນ​ເພດ​ດຽວ​ກັນ​ເດ​ຈະ​ເຮັດ​ແນວ​ໃດ?

ຂໍ້​ຄຳພີ​ຫຼັກ

“ຄົນ​ດີ​ໃນ​ໂລກ​ນີ້​ບໍ່​ມີ​ໃຜ​ຈັກ​ຄົນ​ທີ່​ເຮັດ​ດີ​ໄດ້​ຕະຫຼອດ​ແລະ​ບໍ່​ເຮັດ​ຜິດ​ເລີຍ.”—ປັນຍາຈານ 7:20

ຄຳ​ແນະນຳ

ມີ​ຫຍັງ​ບໍ​ທີ່​ເຈົ້າ​ບໍ່​ກ້າ​ເຮັດ​ຍ້ອນ​ຢ້ານ​ວ່າ​ຈະ​ເຮັດ​ໄດ້​ບໍ່​ສົມບູນແບບ? ຖ້າ​ເປັນ​ແບບ​ນັ້ນ ໃຫ້​ລອງ​ເຮັດ​ໃໝ່​ແລະ​ວາງ​ແຜນ​ວ່າ​ຈະ​ເຮັດ​ສຳເລັດ​ມື້​ໃດ.

ເຈົ້າ​ຮູ້​ບໍ . . . ?

ພະ​ເຢໂຫວາ​ສົມບູນແບບ ແຕ່​ເພິ່ນ​ບໍ່​ຄາດໝາຍ​ຄວາມ​ສົມບູນແບບ​ຈາກ​ມະນຸດ​ທີ່​ບໍ່​ສົມບູນແບບ. ເພິ່ນ​ມີ​ເຫດຜົນ​ສະເໝີ​ແລະ​ບໍ່​ຄາດໝາຍ​ຈາກ​ເຮົາ​ເກີນ​ຄວາມ​ເປັນ​ຈິງ.

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ຕຳໜິ​ໂຕເອງ​ແບບ​ບໍ່​ມີ​ເຫດຜົນ ຂ້ອຍ​ຈະ ․․․․․

ຖ້າ​ຂ້ອຍ​ຕຳໜິ​ຄົນ​ອື່ນ​ແບບ​ບໍ່​ມີ​ເຫດຜົນ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເຈົ້າ​ມັກ​ຕັ້ງ​ເປົ້າໝາຍ​ສູງ​ເກີນ​ໄປ​ໃນ​ເລື່ອງ​ໃດ​ແດ່?

● ຂໍ້​ຄຳພີ​ຂໍ້​ໃດ​ທີ່​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ຊັດເຈນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ບໍ່​ໄດ້​ຄາດໝາຍ​ຄວາມ​ສົມບູນແບບ​ຈາກ​ຜູ້​ຮັບໃຊ້​ຂອງ​ເພິ່ນ?

● ເປັນ​ຫຍັງ​ຄົນ​ອື່ນ​ຈຶ່ງ​ບໍ່​ຢາກ​ຢູ່​ໃກ້​ເຈົ້າ​ຖ້າ​ເຈົ້າ​ເປັນ​ຄົນ​ທີ່​ມັກ​ຄວາມ​ສົມບູນແບບ?

● ເຈົ້າ​ຈະ​ຮັບມື​ກັບ​ຄວາມ​ຜິດ​ພາດ​ຂອງ​ໂຕເອງ​ທີ່​ອາດ​ເກີດຂຶ້ນ​ໄດ້​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 226]

“ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ກໍ​ພໍ ບໍ່​ມີ​ເຫດຜົນ​ທີ່​ຈະ​ຕ້ອງ​ເປັນ​ຄົນ​ສົມບູນແບບ.”—ເມແກນ

[ຂອບ​ໜ້າ 228]

ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ຈະ​ຫາ​ໝູ່​ໄດ້​ບໍ?

ເຈົ້າ​ບໍ່​ຄ່ອຍ​ຄົບຫາ​ກັບ​ຄົນ​ອື່ນ​ຍ້ອນ​ບໍ່​ມີ​ໃຜ​ດີ​ພໍ​ສຳລັບ​ເຈົ້າ​ບໍ? ຫຼື​ຄົນ​ດີໆ​ມັກ​ຈະ​ຢູ່​ຫ່າງ​ຈາກ​ເຈົ້າ​ຍ້ອນ​ເຈົ້າ​ມີ​ມາດຕະຖານ​ສູງ​ເກີນ​ໄປ​ບໍ? ຄຳພີ​ໄບເບິນ​ແນະນຳ​ເຮົາ​ວ່າ: “ຢ່າ​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ​ແລະ​ຢ່າ​ຄິດ​ວ່າ​ໂຕເອງ​ສະຫຼາດ​ເອົາ​ແທ້​ເອົາ​ວ່າ. ເຈົ້າ​ຈະ​ຫາ​ເລື່ອງ​ໃຫ້​ໂຕເອງ​ຈິບຫາຍ​ເຮັດ​ຫຍັງ?” (ປັນຍາຈານ 7:16) ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ອາດ​ທຳລາຍ​ໂຕເອງ​ໂດຍ​ເຮັດ​ໃຫ້​ຄົນ​ອື່ນ​ບໍ່​ຢາກ​ເຂົ້າ​ໃກ້. ແອມເບີ​ບອກ​ວ່າ: “ບໍ່​ມີ​ໃຜ​ມັກ​ຢູ່​ໃກ້​ຄົນ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຕ່ຳຕ້ອຍ ແລະ​ຄົນ​ທີ່​ຄາດໝາຍ​ຄວາມ​ສົມບູນແບບ​ກໍ​ມັກ​ຈະ​ເສຍ​ໝູ່​ດີໆ​ໄປ​ຍ້ອນ​ເຫດຜົນ​ເລັກໆ​ນ້ອຍໆ.”

[ຮູບ​ພາບ​ໜ້າ 229]

ການ​ພະຍາຍາມ​ເປັນ​ຄົນ​ສົມບູນແບບ​ກໍ​ຄື​ກັບ​ການ​ພະຍາຍາມ​ບິນ ມັນ​ເສຍ​ແຮງ​ໄປ​ລ້າໆ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌