ພະເຈົ້າປະສົງໃຫ້ເປັນແນວນີ້ບໍ?
ເມື່ອອ່ານໜັງສືພິມ ຫຼືເບິ່ງໂທລະພາບ ຫຼືຟັງວິທະຍຸ ມີລາຍງານຂ່າວຫຼາຍແທ້ໆເລື່ອງອາດຊະຍາກຳ ສົງຄາມ ແລະການກໍ່ການຮ້າຍ! ຂໍໃຫ້ຄິດເຖິງຄວາມຍາກລຳບາກຂອງເຈົ້າເອງ. ບາງທີຄວາມເຈັບປ່ວຍຫຼືການເສຍຊີວິດຂອງຄົນທີ່ເຈົ້າຮັກເຮັດໃຫ້ເຈົ້າໂສກເສົ້າເສຍໃຈຢ່າງໜັກ. ເຈົ້າອາດຈະຮູ້ສຶກຄືກັນກັບໂຢບ ຊາຍທີ່ດີຄົນໜຶ່ງເຊິ່ງບອກວ່າໂຕລາວເອງ “ເຕັມໄປດ້ວຍ . . . ຄວາມທຸກໃຈ.”—ໂຢບ 10:15, ລ.ມ.
ຂໍໃຫ້ຖາມໂຕເອງວ່າ
ພະເຈົ້າຢາກໃຫ້ຂ້ອຍແລະມະນຸດຄົນອື່ນໆເປັນແນວນີ້ບໍ?
ຂ້ອຍຈະໄດ້ຮັບຄວາມຊ່ວຍເຫຼືອຈາກໃສເພື່ອຮັບມືກັບບັນຫາຂອງໂຕເອງ?
ມີຄວາມຫວັງໃດໆບໍທີ່ເຮົາຈະໄດ້ເຫັນຄວາມສະຫງົບຢູ່ແຜ່ນດິນໂລກ?
ສຳລັບຄຳຖາມເຫຼົ່ານີ້ ຄຳພີໄບເບິນໃຫ້ຄຳຕອບທີ່ເຮັດໃຫ້ອີ່ມໃຈ.
ຄຳພີໄບເບິນສອນວ່າ ພະເຈົ້າຈະເຮັດໃຫ້ການປ່ຽນແປງເຫຼົ່ານີ້ ເກີດຂຶ້ນຢູ່ແຜ່ນດິນໂລກ.
“ພະເຈົ້າຈະເຊັດນ້ຳຕາທັງຫຼາຍຈາກຕາ ຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະ ຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດ ຈະບໍ່ມີຕໍ່ໄປ.”—ຄຳປາກົດ 21:4
“ຄົນຂາເຢກຈະດ່ອງຄືກວາງ.”—ເອຊາອີ 35:6
“ຕາຂອງຄົນ ຕາບອດທັງຫຼາຍ ຈະມືນອອກ.”—ເອຊາອີ 35:5
“ຄົນທັງປວງທີ່ຢູ່ໃນບ່ອນຝັງສົບ . . . ຈະອອກມາ.”—ໂຢຮັນ 5:28, 29
“ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’”—ເອຊາອີ 33:24
“ທີ່ແຜ່ນດິນນັ້ນຈະມີເຂົ້າອັນບໍລິບູນ.”—ຄຳເພງ 72:16
ຈົ່ງຮັບປະໂຫຍດຈາກສິ່ງທີ່ຄຳພີໄບເບິນສອນ
ຢ່າຟ້າວປະຕິເສດວ່າສິ່ງທີ່ກ່າວໄວ້ໃນໜ້າກ່ອນນີ້ເປັນພຽງຄວາມເພີ້ຝັນ. ພະເຈົ້າສັນຍາວ່າຈະເຮັດໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ ແລະຄຳພີໄບເບິນຍັງອະທິບາຍເຖິງວິທີທີ່ພະອົງຈະເຮັດສິ່ງເຫຼົ່ານີ້.
ແນວໃດກໍຕາມ ຄຳພີໄບເບິນເປັນປະໂຫຍດຫຼາຍກວ່ານັ້ນ. ຄຳພີໄບເບິນສະເໜີວິທີທີ່ເຮັດໃຫ້ເຈົ້າມີຊີວິດທີ່ອີ່ມໃຈພໍໃຈຢ່າງແທ້ຈິງແມ່ນແຕ່ໃນຕອນນີ້. ຂໍໃຫ້ເຈົ້າລອງຄິດຈັກບຶດໜຶ່ງກ່ຽວກັບຄວາມກັງວົນແລະຄວາມຫຍຸ້ງຍາກລຳບາກຂອງເຈົ້າເອງ. ເຈົ້າອາດເປັນທຸກດ້ວຍເລື່ອງເງິນຄຳ ເລື່ອງບັນຫາຄອບຄົວ ເລື່ອງສຸຂະພາບທີ່ຊຸດໂຊມ ຫຼືເລື່ອງການສູນເສຍຄົນທີ່ຮັກ. ຄຳພີໄບເບິນສາມາດຊ່ວຍເຈົ້າໃຫ້ຮັບມືກັບບັນຫາຕ່າງໆໃນທຸກມື້ນີ້ ແລະຄຳພີໄບເບິນຍັງເຮັດໃຫ້ໂລ່ງໃຈໂດຍການຕອບຄຳຖາມຕ່າງໆຕໍ່ໄປນີ້:
ເປັນຫຍັງເຮົາຕ້ອງປະສົບຄວາມທຸກ?
ເຮົາຈະຮັບມືກັບຄວາມກະວົນກະວາຍໃນຊີວິດໄດ້ແນວໃດ?
ເຮົາຈະເຮັດໃຫ້ຊີວິດຄອບຄົວມີຄວາມສຸກໄດ້ແນວໃດ?
ເກີດຫຍັງຂຶ້ນກັບເຮົາເມື່ອເຮົາຕາຍ?
ເຮົາຈະມີວັນໄດ້ພົບກັບຄົນທີ່ເຮົາຮັກເຊິ່ງເສຍຊີວິດໄປແລ້ວບໍ?
ເຮົາຈະໝັ້ນໃຈໄດ້ແນວໃດວ່າໃນອະນາຄົດພະເຈົ້າຈະເຮັດໃຫ້ຄຳສັນຍາຕ່າງໆຂອງພະອົງສຳເລັດເປັນຈິງ?
ການທີ່ເຈົ້າພວມອ່ານປຶ້ມນີ້ຍ່ອມສະແດງວ່າເຈົ້າຢາກຮູ້ວ່າຄຳພີໄບເບິນສອນວ່າແນວໃດ. ປຶ້ມນີ້ຈະຊ່ວຍເຈົ້າ. ຂໍໃຫ້ສັງເກດວ່າມີຄຳຖາມຂອງວັກນັ້ນໆຢູ່ທາງລຸ່ມແຕ່ລະໜ້າ. ຫຼາຍລ້ານຄົນມັກໃຊ້ວິທີຖາມ-ຕອບເມື່ອສົນທະນາເລື່ອງຄຳພີໄບເບິນກັບພະຍານພະເຢໂຫວາ. ເຮົາຫວັງວ່າເຈົ້າຄົງຈະມັກຄືກັນ. ຂໍໃຫ້ເຈົ້າໄດ້ຮັບພອນຈາກພະເຈົ້າໃນການຮຽນຮູ້ດ້ວຍຄວາມຮູ້ສຶກຕື່ນເຕັ້ນຍິນດີແລະອີ່ມໃຈກັບສິ່ງທີ່ຄຳພີໄບເບິນສອນແທ້ໆ!