ຈົດເຊັນບັນຊີ
8 ພະເຢໂຫວາເວົ້າກັບໂມເຊວ່າ: 2 “ໃຫ້ບອກອາໂຣນວ່າ ‘ເມື່ອເຈົ້າໄຕ້ໄຟໃສ່ຕະກຽງ 7 ອັນ ຕ້ອງໃຫ້ແສງໄຟສ່ອງໄປບໍລິເວນອ້ອມໆຂາຕະກຽງ.’”+ 3 ອາໂຣນກໍໄຕ້ຕະກຽງໃຫ້ແສງສ່ອງໄປບໍລິເວນອ້ອມໆຂາຕະກຽງ+ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ. 4 ຂາຕະກຽງນີ້ເຮັດຂຶ້ນຕາມແບບໃນນິມິດ+ທີ່ພະເຢໂຫວາໃຫ້ໂມເຊເຫັນ. ຊ່າງໄດ້ເອົາຄຳມາຕີ+ເປັນຂາຕະກຽງ ໂດຍຕີໃຫ້ເປັນຂາຕັ້ງໄປຈົນຮອດດອກບານ.
5 ພະເຢໂຫວາເວົ້າກັບໂມເຊອີກວ່າ: 6 “ໃຫ້ແຍກຄົນໃນຕະກູນເລວີຈາກພວກອິດສະຣາເອນ ແລະເຮັດໃຫ້ເຂົາເຈົ້າສະອາດ.*+ 7 ເຈົ້າຕ້ອງເຮັດໃຫ້ເຂົາເຈົ້າສະອາດໂດຍເອົານ້ຳທີ່ເຮັດໃຫ້ສະອາດຊິດໃສ່ເຂົາເຈົ້າ ແລ້ວໃຫ້ເຂົາເຈົ້າແຖຂົນທີ່ຢູ່ຕາມຕົນໂຕອອກໃຫ້ໝົດ ແລະຊັກເຄື່ອງນຸ່ງເພື່ອຈະເຮັດໃຫ້ໂຕເອງສະອາດ.+ 8 ຈາກນັ້ນ ໃຫ້ເຂົາເຈົ້າເອົາງົວໂຕຜູ້ໂຕໜຶ່ງ+ກັບແປ້ງລະອຽດທີ່ນວດໃສ່ນ້ຳມັນມາເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ແລະໃຫ້ເຈົ້າເອົາງົວໂຕຜູ້ອີກໂຕໜຶ່ງມາເປັນເຄື່ອງບູຊາໄຖ່ບາບ.+ 9 ໃຫ້ເຈົ້າພາພວກເລວີມາຢືນຢູ່ຕໍ່ໜ້າເຕັ້ນສັກສິດ ແລະໃຫ້ພວກອິດສະຣາເອນ*+ມາລວມໂຕກັນຢູ່ຫັ້ນ. 10 ເມື່ອເຈົ້າພາພວກເລວີມາຢືນຢູ່ຕໍ່ໜ້າພະເຢໂຫວາ ພວກອິດສະຣາເອນຕ້ອງວາງມືເທິງຫົວຂອງເຂົາເຈົ້າ.+ 11 ອາໂຣນຕ້ອງສັ່ງໃຫ້ພວກເລວີເນີ້ງໂຕໄປທາງໜ້າແລະທາງຫຼັງຕໍ່ໜ້າພະເຢໂຫວາ ເພື່ອເປັນຄືກັບເຄື່ອງບູຊາຊູໄປມາ+ຈາກພວກອິດສະຣາເອນ ແລະພວກເລວີຈະເຮັດວຽກຮັບໃຊ້ພະເຢໂຫວາ.+
12 ຈາກນັ້ນ ພວກເລວີຈະເອົາມືວາງເທິງຫົວຂອງງົວ.+ ງົວໂຕໜຶ່ງຈະເປັນເຄື່ອງບູຊາໄຖ່ບາບ ແລະອີກໂຕໜຶ່ງຈະເປັນເຄື່ອງບູຊາເຜົາໃຫ້ພະເຢໂຫວາ ເພື່ອໄຖ່ຄວາມຜິດ+ໃຫ້ພວກເລວີ. 13 ເຈົ້າຕ້ອງໃຫ້ພວກເລວີມາຢືນຢູ່ຕໍ່ໜ້າອາໂຣນກັບພວກລູກຊາຍຂອງລາວ ແລະອາໂຣນຕ້ອງບອກພວກເລວີໃຫ້ເນີ້ງໂຕໄປທາງໜ້າແລະທາງຫຼັງເພື່ອເປັນຄືກັບເຄື່ອງບູຊາຊູໄປມາໃຫ້ພະເຢໂຫວາ. 14 ເຈົ້າຕ້ອງແຍກຄົນໃນຕະກູນເລວີຈາກພວກອິດສະຣາເອນ ແລະພວກເລວີຈະເປັນຂອງເຮົາ.+ 15 ພວກເລວີຈະເຮັດວຽກຮັບໃຊ້ຢູ່ເຕັ້ນສັກສິດ*ຫຼັງຈາກທີ່ເຈົ້າເຮັດໃຫ້ເຂົາເຈົ້າສະອາດ ແລະສັ່ງໃຫ້ເຂົາເຈົ້າເນີ້ງໂຕໄປທາງໜ້າແລະທາງຫຼັງ ເພື່ອເປັນຄືກັບເຄື່ອງບູຊາຊູໄປມາ. 16 ເພາະເຂົາເຈົ້າຖືກມອບໃຫ້ເຮົາເປັນຄືກັບຂອງຂວັນຈາກລູກຫຼານຂອງອິດສະຣາເອນ. ເຮົາໄດ້ເລືອກເຂົາເຈົ້າສຳລັບເຮົາແທນລູກຊາຍຜູ້ທຳອິດຂອງພວກອິດສະຣາເອນ.+ 17 ລູກຊາຍຜູ້ທຳອິດທຸກຄົນ ແລະລູກສັດໂຕຜູ້ໂຕທຳອິດທຸກໂຕ+ຂອງພວກອິດສະຣາເອນເປັນຂອງເຮົາ. ເຮົາໄດ້ແຍກເຂົາເຈົ້າໄວ້ຕ່າງຫາກໃຫ້ເປັນຂອງເຮົາໃນມື້ທີ່ເຮົາຂ້າລູກຊາຍຜູ້ທຳອິດ ແລະລູກສັດໂຕຜູ້ໂຕທຳອິດທັງໝົດໃນແຜ່ນດິນເອຢິບ.+ 18 ເຮົາເລືອກພວກເລວີສຳລັບເຮົາແທນລູກຊາຍຜູ້ທຳອິດທຸກຄົນຂອງພວກອິດສະຣາເອນ. 19 ເຮົາຈະເອົາພວກເລວີຈາກພວກລູກຫຼານຂອງອິດສະຣາເອນໃຫ້ເປັນຄືກັບຂອງຂວັນສຳລັບອາໂຣນກັບພວກລູກຊາຍຂອງລາວ. ເຂົາເຈົ້າຈະເຮັດວຽກຮັບໃຊ້ເພື່ອພວກອິດສະຣາເອນຢູ່ເຕັ້ນສັກສິດ+ ແລະໄຖ່ຄວາມຜິດໃຫ້ພວກອິດສະຣາເອນ. ຍ້ອນແນວນີ້ ຕອນທີ່ພວກອິດສະຣາເອນເຂົ້າມາໃກ້ບ່ອນບໍລິສຸດ ເຂົາເຈົ້າຈຶ່ງຈະບໍ່ຖືກໄພພິບັດ.”+
20 ໂມເຊກັບອາໂຣນແລະພວກອິດສະຣາເອນເຮັດທຸກຢ່າງຕາມທີ່ພະເຢໂຫວາໄດ້ສັ່ງໂມເຊກ່ຽວກັບພວກເລວີ. 21 ພວກເລວີໄດ້ເຮັດໃຫ້ໂຕເອງສະອາດ ແລະໄດ້ຊັກເຄື່ອງນຸ່ງ.+ ຈາກນັ້ນ ອາໂຣນກໍສັ່ງໃຫ້ເຂົາເຈົ້າເນີ້ງໂຕໄປທາງໜ້າແລະທາງຫຼັງເພື່ອເປັນຄືກັບເຄື່ອງບູຊາຊູໄປມາຕໍ່ໜ້າພະເຢໂຫວາ.+ ແລ້ວອາໂຣນກໍໄຖ່ຄວາມຜິດໃຫ້ເຂົາເຈົ້າເພື່ອເຮັດໃຫ້ເຂົາເຈົ້າສະອາດ.+ 22 ຈາກນັ້ນ ພວກເລວີກໍໄປເຮັດວຽກຮັບໃຊ້ຢູ່ເຕັ້ນສັກສິດ ພາຍໃຕ້ການເບິ່ງແຍງຂອງອາໂຣນກັບພວກລູກຊາຍຂອງລາວ. ໂມເຊກັບອາໂຣນແລະພວກອິດສະຣາເອນກໍເຮັດຕາມທີ່ພະເຢໂຫວາໄດ້ສັ່ງໂມເຊກ່ຽວກັບພວກເລວີ.
23 ພະເຢໂຫວາເວົ້າກັບໂມເຊອີກວ່າ: 24 “ຂໍ້ກຳນົດທີ່ໃຊ້ກັບພວກເລວີຄື ຜູ້ຊາຍທີ່ອາຍຸ 25 ປີຂຶ້ນໄປຈະໄປເຮັດວຽກນຳຄົນທີ່ເຮັດວຽກຢູ່ເຕັ້ນສັກສິດ. 25 ແຕ່ເມື່ອອາຍຸຮອດ 50 ປີ ລາວຈະກະສຽນແລະບໍ່ຕ້ອງເຮັດວຽກຮັບໃຊ້ນັ້ນອີກຕໍ່ໄປ. 26 ລາວສະໝັກໃຈໄປຊ່ວຍພີ່ນ້ອງຂອງລາວທີ່ມີໜ້າທີ່ເຮັດວຽກຢູ່ເຕັ້ນສັກສິດໄດ້ ແຕ່ລາວຈະບໍ່ມີວຽກທີ່ຕ້ອງຮັບຜິດຊອບ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຮັດກ່ຽວກັບພວກເລວີແລະໜ້າທີ່ຂອງເຂົາເຈົ້າ.”+