ຈົດເຊັນບັນຊີ
29 “‘ໃນວັນທີ 1 ຂອງເດືອນທີ 7 ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ. ຫ້າມພວກເຈົ້າເຮັດວຽກ.+ ມື້ນັ້ນເປັນມື້ທີ່ພວກເຈົ້າຕ້ອງເປົ່າແກ.+ 2 ພວກເຈົ້າຕ້ອງເອົາງົວໂຕຜູ້ໂຕໜຶ່ງ ແກະໂຕຜູ້ໂຕໜຶ່ງ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 7 ໂຕ ມາເປັນເຄື່ອງບູຊາເຜົາທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.* ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ. 3 ພວກເຈົ້າຕ້ອງເອົາແປ້ງລະອຽດທີ່ນວດໃສ່ນ້ຳມັນທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາໃຫ້ນຳ. ສຳລັບງົວໂຕຜູ້ແມ່ນແປ້ງ 3 ສ່ວນ 10 ເອຟາ* ສຳລັບແກະໂຕຜູ້ແມ່ນແປ້ງ 2 ສ່ວນ 10 ເອຟາ* 4 ແລະສຳລັບແກະນ້ອຍໂຕຜູ້ແຕ່ລະໂຕແມ່ນແປ້ງ 1 ສ່ວນ 10 ເອຟາ.* 5 ນອກຈາກນີ້ ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາເປັນເຄື່ອງບູຊາໄຖ່ບາບເພື່ອໄຖ່ຄວາມຜິດຂອງພວກເຈົ້າ. 6 ໃນມື້ນັ້ນ ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ເປັນພິເສດ ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ແລະເຄື່ອງບູຊາດື່ມ+ທີ່ເປັນເຄື່ອງບູຊາສຳລັບທຸກເດືອນ+ແລະສຳລັບທຸກມື້. ພວກເຈົ້າຕ້ອງເຮັດຕາມຂັ້ນຕອນປົກກະຕິ ເພື່ອເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
7 ໃນວັນທີ 10 ຂອງເດືອນທີ 7 ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ+ ແລະພວກເຈົ້າຕ້ອງສະແດງວ່າເສຍໃຈທີ່ໄດ້ເຮັດຜິດ.* ຫ້າມພວກເຈົ້າເຮັດວຽກ.+ 8 ພວກເຈົ້າຕ້ອງເອົາງົວໂຕຜູ້ໂຕໜຶ່ງ ແກະໂຕຜູ້ໂຕໜຶ່ງ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 7 ໂຕມາເປັນເຄື່ອງບູຊາເຜົາທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 9 ພວກເຈົ້າຕ້ອງເອົາແປ້ງລະອຽດທີ່ນວດໃສ່ນ້ຳມັນທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາໃຫ້ນຳ. ສຳລັບງົວໂຕຜູ້ແມ່ນແປ້ງ 3 ສ່ວນ 10 ເອຟາ* ສຳລັບແກະໂຕຜູ້ແມ່ນແປ້ງ 2 ສ່ວນ 10 ເອຟາ* 10 ແລະສຳລັບແກະນ້ອຍໂຕຜູ້ແຕ່ລະໂຕແມ່ນແປ້ງ 1 ສ່ວນ 10 ເອຟາ.* 11 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາໄຖ່ບາບ+ໃນມື້ໄຖ່ຄວາມຜິດ ກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.
12 ໃນວັນທີ 15 ຂອງເດືອນທີ 7 ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ. ຫ້າມພວກເຈົ້າເຮັດວຽກຕ່າງໆ ແລະພວກເຈົ້າຕ້ອງສະຫຼອງເທດສະການຂອງພະເຢໂຫວາ 7 ມື້.+ 13 ພວກເຈົ້າຕ້ອງເອົາງົວໂຕຜູ້ 13 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາເປັນເຄື່ອງບູຊາເຜົາ+ທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 14 ພວກເຈົ້າຕ້ອງເອົາແປ້ງລະອຽດທີ່ນວດໃສ່ນ້ຳມັນທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາໃຫ້ນຳ. ສຳລັບງົວໂຕຜູ້ 13 ໂຕແມ່ນແປ້ງ 3 ສ່ວນ 10 ເອຟາ*ຕໍ່ 1 ໂຕ ສຳລັບແກະໂຕຜູ້ 2 ໂຕແມ່ນແປ້ງ 2 ສ່ວນ 10 ເອຟາ*ຕໍ່ 1 ໂຕ 15 ແລະສຳລັບແກະນ້ອຍໂຕຜູ້ 14 ໂຕນັ້ນແມ່ນແປ້ງ 1 ສ່ວນ 10 ເອຟາ*ຕໍ່ 1 ໂຕ. 16 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
17 ໃນມື້ທີ 2 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 12 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 18 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 19 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
20 ໃນມື້ທີ 3 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 11 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 21 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 22 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
23 ໃນມື້ທີ 4 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 10 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 24 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 25 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
26 ໃນມື້ທີ 5 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 9 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 27 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 28 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
29 ໃນມື້ທີ 6 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 8 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 30 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 31 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
32 ໃນມື້ທີ 7 ຂອງເທດສະການນັ້ນ ພວກເຈົ້າຕ້ອງເອົາງົວໂຕຜູ້ 7 ໂຕ ແກະໂຕຜູ້ 2 ໂຕ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 14 ໂຕມາໃຫ້ເປັນເຄື່ອງບູຊາ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 33 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 34 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
35 ໃນມື້ທີ 8 ພວກເຈົ້າຕ້ອງຈັດການປະຊຸມພິເສດ. ຫ້າມພວກເຈົ້າເຮັດວຽກ.+ 36 ພວກເຈົ້າຕ້ອງເອົາງົວໂຕຜູ້ໂຕໜຶ່ງ ແກະໂຕຜູ້ໂຕໜຶ່ງ ແລະແກະນ້ອຍໂຕຜູ້ອາຍຸ 1 ປີ 7 ໂຕມາເປັນເຄື່ອງບູຊາເຜົາທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. ສັດທັງໝົດນີ້ຕ້ອງເປັນໂຕທີ່ຕຸ້ຍພີດີງາມ.+ 37 ພວກເຈົ້າຕ້ອງເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມ ພ້ອມກັບງົວໂຕຜູ້ ແກະໂຕຜູ້ ແລະແກະນ້ອຍໂຕຜູ້ມາໃຫ້ຕາມຈຳນວນທີ່ກຳນົດໄວ້ ແລະຕ້ອງເຮັດຕາມຂັ້ນຕອນປົກກະຕິ. 38 ພວກເຈົ້າຕ້ອງເອົາແບ້ໂຕຜູ້ໂຕໜຶ່ງມາຕື່ມໃຫ້ອີກເພື່ອເປັນເຄື່ອງບູຊາໄຖ່ບາບ. ພວກເຈົ້າຕ້ອງເອົາເຄື່ອງບູຊາທັງໝົດນີ້ມາໃຫ້ພ້ອມກັບເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາດື່ມສຳລັບທຸກມື້.+
39 ນອກເໜືອຈາກເຄື່ອງບູຊາທີ່ໃຫ້ຕາມທີ່ໄດ້ສາບານໄວ້+ ເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈ+ ເຄື່ອງບູຊາເຜົາ+ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ເຄື່ອງບູຊາດື່ມ+ ແລະເຄື່ອງບູຊາສ້າງຄວາມສະຫງົບສຸກ+ ພວກເຈົ້າຍັງຕ້ອງເອົາເຄື່ອງບູຊາພິເສດເຫຼົ່ານີ້ມາໃຫ້ພະເຢໂຫວາເມື່ອສະຫຼອງເທດສະການຕ່າງໆ.’”+ 40 ໂມເຊໄດ້ບອກພວກອິດສະຣາເອນທຸກຢ່າງຕາມທີ່ພະເຢໂຫວາໄດ້ສັ່ງລາວ.