ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຮເຊອາ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມໂຮເຊອາ

      • ເວົ້າ​ເຖິງ​ຄວາມ​ຊົ່ວ​ຂອງ​ເອຟຣາຢິມ (1-​16)

        • ບໍ່​ມີ​ທາງ​ໜີ​ຈາກ​ຕານ່າງ​ຈັບ​ສັດ​ຂອງ​ພະເຈົ້າ​ໄດ້ (12)

ໂຮເຊອາ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:1
  • +ອມ 8:14; ມກ 1:5
  • +ມກ 7:3
  • +ຮຊອ 6:9

ໂຮເຊອາ 7:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:29; ອຊຢ 1:3; ອມ 8:7

ໂຮເຊອາ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:11; 28:1

ໂຮເຊອາ 7:6

ໄຂເງື່ອນ

  • *

    ໝາຍເຖິງ​ພວກ​ອິດສະຣາເອນ

  • *

    ຫຼື​ອາດ​ແປ​ວ່າ “ໃຈ​ຂອງ​ເຂົາເຈົ້າ​ຮ້ອນຮົນ​ຄື​ກັບ​ເຕົາ​ອົບ​ທີ່​ຮ້ອນ​ໆ​ເມື່ອ​ເຂົາເຈົ້າ​ວາງ​ແຜນ​ເຮັດ​ຊົ່ວ”

ໂຮເຊອາ 7:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ຕັດສິນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:8, 10, 14
  • +ອຊຢ 9:13

ໂຮເຊອາ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 106:34-36; ອຊກ 23:4, 5

ໂຮເຊອາ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 13:3; 15:19

ໂຮເຊອາ 7:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 5:5
  • +ນຮຢ 9:35; ອຊຢ 9:13; ອມ 4:6; ຊຄຢ 1:4

ໂຮເຊອາ 7:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍ່​ມີ​ຫົວໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:3
  • +2ກສ 17:4; ອຊຢ 31:1
  • +2ກສ 15:19; ອຊກ 23:4, 5

ໂຮເຊອາ 7:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15; 2ກສ 17:13

ໂຮເຊອາ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 59:13

ໂຮເຊອາ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:37; ອຊຢ 29:13

ໂຮເຊອາ 7:16

ໄຂເງື່ອນ

  • *

    ໝາຍເຖິງ​ເຂົາເຈົ້າ​ບໍ່​ໄດ້​ປ່ຽນແປງ​ໄປ​ໃນ​ທາງ​ການ​ນະມັດສະການ​ແທ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:57
  • +ອຊກ 36:19, 20; ຮຊອ 9:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຊອ. 7:1ອຊຢ 28:1
ຮຊອ. 7:1ອມ 8:14; ມກ 1:5
ຮຊອ. 7:1ມກ 7:3
ຮຊອ. 7:1ຮຊອ 6:9
ຮຊອ. 7:2ພບຍ 32:29; ອຊຢ 1:3; ອມ 8:7
ຮຊອ. 7:5ອຊຢ 5:11; 28:1
ຮຊອ. 7:72ກສ 15:8, 10, 14
ຮຊອ. 7:7ອຊຢ 9:13
ຮຊອ. 7:8ພສ 106:34-36; ອຊກ 23:4, 5
ຮຊອ. 7:92ກສ 13:3; 15:19
ຮຊອ. 7:10ຮຊອ 5:5
ຮຊອ. 7:10ນຮຢ 9:35; ອຊຢ 9:13; ອມ 4:6; ຊຄຢ 1:4
ຮຊອ. 7:11ອຊຢ 1:3
ຮຊອ. 7:112ກສ 17:4; ອຊຢ 31:1
ຮຊອ. 7:112ກສ 15:19; ອຊກ 23:4, 5
ຮຊອ. 7:12ພບຍ 28:15; 2ກສ 17:13
ຮຊອ. 7:13ອຊຢ 59:13
ຮຊອ. 7:14ພສ 78:37; ອຊຢ 29:13
ຮຊອ. 7:16ພສ 78:57
ຮຊອ. 7:16ອຊກ 36:19, 20; ຮຊອ 9:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ໂຮເຊອາ 7:1-16

ໂຮເຊອາ

7 “ຕອນ​ທີ່​ເຮົາ​ຢາກ​ປົວ​ອິດສະຣາເອນ

ເຮົາ​ພັດ​ເຫັນ​ຄວາມ​ຜິດ​ຂອງ​ເອຟຣາຢິມ​ຫຼາຍ​ຂຶ້ນ+

ແລະ​ເຫັນ​ຄວາມ​ຊົ່ວ​ຂອງ​ຊາມາເຣຍ​ຕື່ມ​ອີກ.+

ເຂົາເຈົ້າ​ມັກ​ຫຼອກ​ລວງ.+

ເຂົາເຈົ້າ​ງັດ​ເຮືອນ​ເຂົ້າ​ໄປ​ລັກ​ເຄື່ອງ​ແລະ​ປຸ້ນ​ຄົນ​ຢູ່​ຫົນ​ທາງ.+

 2 ແຕ່​ເຂົາເຈົ້າ​ຄິດ​ໃນ​ໃຈ​ວ່າ ເຮົາ​ຈະ​ບໍ່​ຈື່​ຄວາມ​ຊົ່ວ​ທີ່​ເຂົາເຈົ້າ​ເຮັດ.+

ຕອນນີ້ ແນວ​ຊົ່ວ​ທັງໝົດ​ກັບມາ​ຖືກ​ເຂົາເຈົ້າ​ເອງ.

ເຂົາເຈົ້າ​ເຮັດ​ຊົ່ວ​ແນວໃດ ເຮົາ​ກໍ​ເຫັນ​ໝົດ.

 3 ເຂົາເຈົ້າ​ເຮັດ​ຊົ່ວ​ເພື່ອ​ໃຫ້​ກະສັດ​ດີໃຈ

ແລະ​ເຂົາເຈົ້າ​ຫຼອກ​ລວງ​ເພື່ອ​ໃຫ້​ພວກເຈົ້າ​ນາຍ​ພໍໃຈ.

 4 ເຂົາເຈົ້າ​ມັກ​ຫຼິ້ນ​ຊູ້.

ຕັນຫາ​ຂອງ​ເຂົາເຈົ້າ​ຮ້ອນ​ແຮງ​ຄື​ກັບ​ເຕົາ​ທີ່​ຮ້ອນ​ໂດຍ​ບໍ່​ຕ້ອງ​ເຂ່ຍ​ຖ່ານ.

ເຕົາ​ນັ້ນ​ຮ້ອນ​ຫຼາຍ​ແລະ​ມັນ​ຈະ​ຍັງ​ຮ້ອນ​ຈົນ​ຮອດ​ຕອນ​ທີ່​ແປ້ງ​ນວດ​ໄວ້​ນັ້ນ​ຟູ.

 5 ໃນ​ມື້​ທີ່​ມີການ​ສະຫຼອງ​ໃຫ້​ກະສັດ ພວກເຈົ້າ​ນາຍ​ບໍ່​ສະບາຍ.

ເຫຼົ້າແວງ​ເຮັດ​ໃຫ້​ເຂົາເຈົ້າ​ໃຈຮ້າຍ​ຫຼາຍ.+

ກະສັດ​ຊວນ​ຄົນ​ທີ່​ເຍາະເຍີ້ຍ​ລາວ​ໃຫ້​ມາ​ເປັນ​ໝູ່.

 6 ໃຈ​ຂອງ​ເຂົາເຈົ້າ*​ຮ້ອນຮົນ​ຢາກ​ເຮັດ​ຊົ່ວ​ຄື​ກັບ​ເຕົາ​ອົບ​ທີ່​ຮ້ອນ​ໆ​.*

ເຖິງ​ວ່າ​ຄົນ​ທີ່​ເຮັດ​ເຂົ້າຈີ່​ນອນ​ຫຼັບ​ໝົດ​ຄືນ

ແຕ່​ໃນ​ຕອນ​ເຊົ້າ​ໄຟ​ໃນ​ເຕົາ​ອົບ​ພັດ​ລຸກ​ແຮງ​ກວ່າ​ເກົ່າ.

 7 ໃຈ​ຂອງ​ເຂົາເຈົ້າ​ຮ້ອນຮົນ​ຄື​ກັບ​ເຕົາ​ອົບ

ແລະ​ເຂົາເຈົ້າ​ຂ້າ​ຜູ້​ທີ່​ປົກຄອງ*​ເຂົາເຈົ້າ.

ກະສັດ​ຂອງ​ເຂົາເຈົ້າ​ຖືກ​ໂຄ່ນ​ລົ້ມ.+

ບໍ່​ມີ​ຜູ້​ໃດ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ.+

 8 ເອຟຣາຢິມ​ມັກ​ເປັນ​ໝູ່​ກັບ​ຄົນ​ຊາດ​ອື່ນ.+

ເອຟຣາຢິມ​ເປັນ​ຄື​ກັບ​ເຂົ້າຈີ່​ມົນ​ໆ​ທີ່​ຖືກ​ອົບ​ແຕ່​ເບື້ອງ​ດຽວ.

 9 ຄົນ​ຕ່າງ​ຊາດ​ກິນ​ແຮງ​ເຂົາເຈົ້າ​ຈົນ​ໝົດ+ ແຕ່​ເຂົາເຈົ້າ​ກໍ​ບໍ່​ຮູ້​ໂຕ.

ຜົມ​ເຂົາເຈົ້າ​ຫງອກ ແຕ່​ເຂົາເຈົ້າ​ກໍ​ບໍ່​ເຫັນ.

10 ຄວາມ​ຍິ່ງ​ຂອງ​ອິດສະຣາເອນ​ຢືນຢັນ​ວ່າ​ເຂົາເຈົ້າ​ຊົ່ວ.+

ແຕ່​ເຂົາເຈົ້າ​ບໍ່​ໄດ້​ກັບມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ.+

ເຖິງ​ວ່າ​ຈະ​ເຈິ​ເລື່ອງ​ທັງໝົດ​ນີ້ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຂໍ​ໃຫ້​ເພິ່ນ​ຊ່ວຍ.

11 ເອຟຣາຢິມ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ໂງ່​ແລະ​ບໍ່​ຮູ້ຈັກ​ຄິດ.*+

ເຂົາເຈົ້າ​ໄປ​ຂໍ​ໃຫ້​ເອຢິບ+​ແລະ​ອັດຊີເຣຍ​ຊ່ວຍ.+

12 ເຮົາ​ຈະ​ກາງ​ຕານ່າງ​ຈັບ​ສັດ​ຂອງ​ເຮົາ​ຈັບ​ເຂົາເຈົ້າ.

ເຮົາ​ຈະ​ຈັບ​ເຂົາເຈົ້າ​ຄື​ກັບ​ຈັບ​ນົກ​ຢູ່​ເທິງ​ຟ້າ.

ເຮົາ​ຈະ​ລົງໂທດ​ເຂົາເຈົ້າ​ຕາມ​ທີ່​ເຮົາ​ໄດ້​ເຕືອນ​ເຂົາເຈົ້າ​ແລ້ວ.+

13 ເຂົາເຈົ້າ​ຈະ​ຈິບຫາຍ​ຍ້ອນ​ໜີ​ຈາກ​ເຮົາ!

ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຍ້ອນ​ເຮັດ​ຜິດ​ຕໍ່​ເຮົາ!

ເຮົາ​ກຳລັງ​ຈະ​ໄຖ່​ເຂົາເຈົ້າ​ກັບຄືນມາ ແຕ່​ເຂົາເຈົ້າ​ພັດ​ເວົ້າ​ຕົວະ​ເລື່ອງ​ຂອງ​ເຮົາ.+

14 ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮ້ອງ​ຄາງ​ຢູ່​ເທິງ​ຕຽງ

ແຕ່​ໃນ​ໃຈ​ຂອງ​ເຂົາເຈົ້າ​ກໍ​ບໍ່​ຢາກ​ໃຫ້​ເຮົາ​ຊ່ວຍ.+

ເຂົາເຈົ້າ​ປາດ​ໂຕເອງ​ເພື່ອ​ຂໍ​ໃຫ້​ໄດ້​ເຂົ້າ​ກັບ​ເຫຼົ້າແວງ​ໃໝ່

ແລະ​ເຂົາເຈົ້າ​ປະຖິ້ມ​ເຮົາ.

15 ເຖິງ​ວ່າ​ເຮົາ​ໄດ້​ສັ່ງ​ສອນ​ເຂົາເຈົ້າ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ແຮງ

ແຕ່​ເຂົາເຈົ້າ​ພັດ​ຕໍ່ຕ້ານ​ເຮົາ​ແລະ​ວາງ​ແຜນ​ຊົ່ວ​ໃສ່​ເຮົາ.

16 ເຂົາເຈົ້າ​ປ່ຽນແປງ​ໂຕເອງ ແຕ່​ກໍ​ບໍ່​ດີ​ຂຶ້ນ.*

ເຂົາເຈົ້າ​ໄວ້ໃຈ​ບໍ່​ໄດ້​ຄື​ກັບ​ທະນູ​ສາຍ​ຍານ​ທີ່​ຍິງ​ບໍ່​ຖືກ​ເປົ້າ.+

ພວກເຈົ້າ​ນາຍ​ຂອງ​ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ​ຍ້ອນ​ເຂົາເຈົ້າ​ສາບແຊ່ງ​ເຮົາ.

ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈະ​ຖືກ​ເຍາະເຍີ້ຍ​ຢູ່​ເອຢິບ.”+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌