ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

ເພງຂອງໂຊໂລໂມນ 7:2

ໄຂເງື່ອນ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ເພງຂອງໂຊໂລໂມນ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:5

ເພງຂອງໂຊໂລໂມນ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:10
  • +ພຊມ 4:4
  • +ພຊມ 4:1
  • +ຈຊບ 21:25; ຢຊ 21:8, 39

ເພງຂອງໂຊໂລໂມນ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 35:2
  • +ພຊມ 6:5
  • +ອສທ 8:15

ເພງຂອງໂຊໂລໂມນ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 7:3; 8:10

ເພງຂອງໂຊໂລໂມນ 7:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເພດານ​ປາກ”

ເພງຂອງໂຊໂລໂມນ 7:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:16; 6:3

ເພງຂອງໂຊໂລໂມນ 7:11

ໄຂເງື່ອນ

  • *

    ພືດ​ຊະນິດໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:14

ເພງຂອງໂຊໂລໂມນ 7:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:13
  • +ພຊມ 6:11
  • +ພຊມ 1:2; 4:10

ເພງຂອງໂຊໂລໂມນ 7:13

ໄຂເງື່ອນ

  • *

    ສະໝຸນໄພ​ຊະນິດ​ໜຶ່ງ​ທີ່​ມີ​ໝາກ​ເຊິ່ງ​ຢູ່​ຕະກູນ​ດຽວ​ກັບ​ມັນ​ຝຣັ່ງ

  • *

    ແປ​ຕາມ​ໂຕ​ວ່າ “ໝາກ​ໄມ້​ເກົ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:14
  • +ພຊມ 4:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 7:3ພຊມ 4:5
ພຊມ. 7:4ພຊມ 1:10
ພຊມ. 7:4ພຊມ 4:4
ພຊມ. 7:4ພຊມ 4:1
ພຊມ. 7:4ຈຊບ 21:25; ຢຊ 21:8, 39
ພຊມ. 7:5ອຊຢ 35:2
ພຊມ. 7:5ພຊມ 6:5
ພຊມ. 7:5ອສທ 8:15
ພຊມ. 7:7ພຊມ 7:3; 8:10
ພຊມ. 7:10ພຊມ 2:16; 6:3
ພຊມ. 7:11ພຊມ 1:14
ພຊມ. 7:12ພຊມ 2:13
ພຊມ. 7:12ພຊມ 6:11
ພຊມ. 7:12ພຊມ 1:2; 4:10
ພຊມ. 7:13ປຖກ 30:14
ພຊມ. 7:13ພຊມ 4:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 7:1-13

ເພງຂອງໂຊໂລໂມນ

7 “ຜູ້ຍິງ​ທີ່​ມີຄ່າ​ເອີ້ຍ!

ຕີນ​ເຈົ້າ​ທີ່​ໃສ່​ເກີບ​ຢູ່​ນັ້ນ​ງາມ​ຫຼາຍ.

ສະໂພກ​ຂອງ​ເຈົ້າ​ໂຄ້ງ​ຄື​ກັບ​ເຄື່ອງ​ປະດັບ

ທີ່​ເປັນ​ຜົນ​ງານ​ຂອງ​ຊ່າງ​ທີ່​ມີ​ສີ​ມື.

 2 ສາຍບື​ຂອງ​ເຈົ້າ​ຄື​ກັບ​ຈອກ​ທີ່​ມົນ​ໆ​.

ຂໍ​ໃຫ້​ຈອກ​ນີ້​ມີ​ເຫຼົ້າແວງ​ຢູ່​ຕະຫຼອດ.

ໜ້າ​ທ້ອງ​ຂອງ​ເຈົ້າ​ຄື​ກັບ​ກອງ​ເຂົ້າວີດ*

ທີ່​ມີ​ດອກ​ລິນລີ້​ອ້ອມ​ໄວ້.

 3 ໜ້າ​ເອິກ​ຂອງ​ເຈົ້າ​ຄື​ກັບ​ກວາງ​ນ້ອຍ​ສອງ​ໂຕ

ເປັນ​ກວາງ​ນ້ອຍ​ຝາແຝດ.+

 4 ຄໍ​ຂອງ​ເຈົ້າ+​ຄື​ກັບ​ປ້ອມ​ສູງ​ໆ​ທີ່​ເປັນ​ງາຊ້າງ.+

ຕາ​ຂອງ​ເຈົ້າ+​ຄື​ກັບສະຢູ່​ເມືອງ​ເຮັດຊະໂບນ+

ທີ່​ຢູ່​ໃກ້​ປະຕູ​ບາດຣາບບີມ.

ດັງ​ຂອງ​ເຈົ້າ​ຄື​ກັບ​ຫໍ​ຄອຍ​ຢູ່​ເລບານອນ

ທີ່​ປິ່ນ​ໄປ​ທາງ​ເມືອງ​ດາມາເຊ.

 5 ຫົວ​ຂອງ​ເຈົ້າ​ງາມ​ຄື​ກັບ​ພູ​ກາເມນ+

ແລະ​ຜົມ​ຂອງ​ເຈົ້າ+​ຄື​ກັບ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ.+

ກະສັດ​ຫຼົງ​ໄຫຼ​ຜົມ​ທີ່​ຍາວ​ໆ​ງາມ​ໆ​ຂອງ​ເຈົ້າ.

 6 ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ງາມ​ຫຼາຍ​ແທ້​ໆ​ ເຈົ້າ​ງາມ​ທັງ​ກາຍ​ແລະ​ໃຈ

ແລະ​ບໍ່​ມີ​ສິ່ງ​ໃດ​ງາມ​ສ່ຳ​ເຈົ້າ.

 7 ຮູບ​ຮ່າງ​ຂອງ​ເຈົ້າ​ສະຫງ່າ​ງາມ​ຄື​ກັບ​ຕົ້ນປາມ

ແລະ​ໜ້າ​ເອິກ​ຂອງ​ເຈົ້າ​ຄື​ກັບ​ພວງ​ໝາກ​ອິນທະຜາລຳ.+

 8 ຂ້ອຍ​ເວົ້າ​ວ່າ ‘ຂ້ອຍ​ຈະ​ປີນ​ຂຶ້ນ​ໄປ​ຕົ້ນປາມ

ເພື່ອ​ຈັບ​ເອົາ​ງ່າ​ທີ່​ມີ​ໝາກ.’

ຂໍ​ໃຫ້​ໜ້າ​ເອິກ​ຂອງ​ເຈົ້າ​ເປັນ​ຄື​ກັບ​ພວງ​ໝາກ​ລະແຊັງ

ຂໍ​ໃຫ້​ລົມ​ຫາຍ​ໃຈ​ຂອງ​ເຈົ້າ​ຫອມ​ຄື​ກັບ​ໝາກ​ແອັບເປິ້ນ

 9 ແລະ​ຂໍ​ໃຫ້​ປາກ*​ຂອງ​ເຈົ້າ​ເປັນ​ຄື​ກັບ​ເຫຼົ້າແວງ​ທີ່​ດີ​ທີ່ສຸດ.”

“ຂໍ​ໃຫ້​ເຫຼົ້າແວງ​ນີ້​ມ່ອນ​ຄໍ​ທີ່​ຮັກ​ຂອງ​ຂ້ອຍ

ແລະ​ໃຫ້​ມັນ​ຄ່ອຍ​ໆ​ໄຫຼ​ຢູ່​ເທິງ​ປາກ​ເພື່ອ​ໃຫ້​ຄົນ​ນອນ​ຫຼັບ​ສະບາຍ.

10 ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ+

ແລະ​ລາວ​ກໍ​ຕ້ອງການ​ຂ້ອຍ.

11 ທີ່​ຮັກ​ຂອງ​ນ້ອງ​ເອີ້ຍ! ມາ​ແມ້!

ໃຫ້​ພວກ​ເຮົາ​ອອກ​ໄປ​ທົ່ງ​ຫຍ້າ​ນຳ​ກັນ

ໃຫ້​ພວກ​ເຮົາ​ໄປ​ຢູ່​ທ່າມກາງ​ພືດ​ທີ່​ມີ​ກິ່ນ​ຫອມ.*+

12 ໃຫ້​ພວກ​ເຮົາ​ຕື່ນ​ແຕ່​ເຊົ້າ​ແລະ​ໄປ​ສວນ​ໝາກ​ລະແຊັງ​ນຳ​ກັນ

ເພື່ອ​ໄປ​ເບິ່ງ​ວ່າ​ເຄືອ​ໝາກ​ລະແຊັງ​ແຕກ​ກິ່ງ

ແລະ​ມີ​ດອກ​ບານ​ແລ້ວ​ບໍ່+

ແລະ​ເພື່ອ​ໄປ​ເບິ່ງ​ວ່າ​ຕົ້ນ​ໝາກ​ພິລາ​ມີ​ດອກ​ແລ້ວ​ບໍ່.+

ຢູ່​ຫັ້ນ​ນ້ອງ​ຈະ​ເຮັດ​ໃຫ້​ອ້າຍ​ເຫັນ​ວ່າ​ນ້ອງ​ຮັກ​ອ້າຍ​ຫຼາຍ​ສ່ຳ​ໃດ.+

13 ພວກ​ເຮົາ​ໄດ້​ກິ່ນ​ຫອມ​ຂອງ​ໝາກ​ດູດາອິມ.*+

ຢູ່​ປະຕູ​ເຮືອນ​ຂອງ​ພວກ​ເຮົາ​ມີ​ໝາກ​ໄມ້​ດີ​ໆ​ທຸກ​ຊະນິດ+

ມີ​ທັງ​ໝາກ​ໄມ້​ສົດ​ແລະ​ໝາກ​ໄມ້​ແຫ້ງ.*

ທີ່​ຮັກ​ຂອງ​ນ້ອງ ນ້ອງ​ເກັບ​ໝາກ​ໄມ້​ເຫຼົ່ານີ້​ໄວ້​ໃຫ້​ອ້າຍ.”

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌